ພິ​ທີ​ມອບຮູບປັ້ນ​ເຄິ່ງ​ຄີງ​ອະ​ດີ​ດ​ປະ​ທານ ສຸ​ພາ​ນຸ​ວົງ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ 252 ສະ​ບັບຈາກທ່ານ​ຜູ້​ຝັງ​ຫຼາຍປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 6 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.


ພິ​ທີ​ມອບຮູບປັ້ນ​ເຄິ່ງ​ຄີງ​ອະ​ດີ​ດ​ປະ​ທານ ສຸ​ພາ​ນຸ​ວົງ - ảnh 1
ທີ່ພິ​ທີ​ມອບຮູບ​ປັ້ນ​ເຄິ່ງ​ຄີງ​ອະ​ດີ​ດ​ປະ​ທານ ສຸ​ພາ​ນຸ​ວົງ
(ພາບ: vietnamplus.vn)

ເພື່ອ​ນ​ສຸກ​ມະ​ລີ​ວົງ, ຢ​ູ່​ແຂວງ ໄຊ​ຍະ​ບຸ​ລີ, ສົ່ງ​ຈົດໝາຍມາ​ຍັງລາຍການ​​ໂດຍຖາມ​ວ່າ: ວັນ​ທີ 16/01 ຜ່ານ​ມາ, ຂ້າ​ພະ​ເຈ​ົ້າ​ໄດ້​ຍິນ​ຂ່າວ​ວ່າ, ມີ​ບໍ​ລິ​ສັດ​ຫວຽດ​ນາມ ແຫ່ງ​ໜຶ່ງ ໄດ້ມອບຮູບ​ປັ້ນ​ເຄິ່ງ​ຄີງ​ອະ​ດີດ​ປະ​ທານ ສຸ​ພາ​ນຸ​ວົງ. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ຮູບ​ປັ້ນ​ນັ້ນ​ໄດ້​ຕັ້ງ​ຢູ່​ແຂວງ​ໃດ? ແລະ ​ການມອບ​ຮູບ​ປັ້ນ​ດັ່ງ​ກ່າວມີຄວາມ​ໝາຍ​ຄື​ແນວ​ໃດ?

        ເພື່ອ​ນ​ສຸກ​ມະ​ລີ​ວົງ ທີ່​ຮັກ​ແພງ, ວັນ​ທີ 16/01 ຜ່ານ​ມາ, ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ໄດ້​ດຳ​ເນີນ​ພິ​ທີ​ມອບຮູບ​ປັ້ນ​ເຄິ່ງ​ຄີງ​ອະ​ດີ​ດ​ປະ​ທານ ສຸ​ພາ​ນຸ​ວົງ. ໃຫ້​ຫໍ​ພິ​ພິດ​ຕະ​ພັ​ນ ໄກ​ສອນ ພົບ​ວິ​ຫານ. ນີ້​ແມ່ນ​ນ້ຳ​ໃຈ​ຂອງ​ພະ​ນັກ​ງານ, ກຳ​ມະ​ກອນ​ຂອງ​ບໍ​ລິ​ສັດ​ພັດ​ທະ​ນາວິ​ຈິດ​ສິນ ແລະ ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ ຈຳ​ກັດ, ​ທີ່​ມີຕໍ່​​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ ອະ​​ດີດ​ປະ​ທານ ສຸ​ພາ​ນຸ​ວົງ ໃນ​ການ​ສ້າງ​ຕັ້ງ​ພື້ນ​ຖານ ແລະ ເພີ່​ມ​ພ​ູນ​ຄຸນ​ສ້າງ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ. ທ່ານ ຫງວຽນ​ນາມ​ໂມກ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ພັດ​ທະ​ນາ​ວິ​ຈິດ​ສິນ ແລະ ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ ໃຫ້​ຮູ້​ວ່າ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະ​ຫຼອງວັນ​​ຄ້າຍ​ວັນ​ເກີດຄົບ​ຮອບ 100 ປີ ແລະ ນິ​ຍົມ​ນັບ​ຖື​ແບບ​ແຜ​ນ, ຄຸນ​ສົມ​ບັດ, ກໍ່​ຄື​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງອະ​ດີດ​ປະ​ທານ ສຸ​ພາ​ນຸ​ວົງ ທີ່​​ໄດ້ສະ​ຫງວນ​ໃຫ້​ປະ​ເທດ​ລາວ, ກໍ​ຄື​ໃຫ້​ແກ່​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ລາວ - ຫວຽດ​ນາມ, ບັນ​ດາ​ນັກ​ສິ​ລະ​ປິນ, ນັກ​ແກະ​ສະ​ຫຼ​ັກຂອງ​ບໍ​ລິ​ສັດ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ແກະ​ສະ​ຫຼັກ​ຮູບ​ປັ້ນ​ຂອງ​ອະ​ດີດ​ປະ​ທານ ສຸ​ພາ​ນຸ​ວົງ ເພື່ອມອບ​ໃຫ້​ພັກ, ລັດ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ລາວ ອ​້າຍ​ນ້ອງ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງວັນ​ຫວຽດ​ນາມ - ລາວ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (05/09/1962 – 05/09/2017) ແລະ 40 ປີ​ແຫ່ງວັນ 2 ປະ​ເທດ​ລົງ​ນາມ​ໃນ​ສົນ​ທະ​ສັນ​ຍາ​ມິດ​ຕະ​ພາບ ແລະ ​ການຮ່ວມ​ມື (18/07/1977 – 18/07/2047).


ພິ​ທີ​ມອບຮູບປັ້ນ​ເຄິ່ງ​ຄີງ​ອະ​ດີ​ດ​ປະ​ທານ ສຸ​ພາ​ນຸ​ວົງ - ảnh 2
(ວັດ ເຟີດ​ຕິກ ​ທີ່​ນະ​ຄອນຫຼວງ ວຽງ​ຈັນ)

     ເພື່ອນ​ ​ຄຳສີ ອິນ​ທະ​ວົງ ທີ່​ຮັກ​ແພງ, ວັນ​ທີ 15/01 ຜ່ານ​ມາ, ພຸດ​ທະສາ​ສະ​ນິກ​ກະ​ຊົນນັບ​ຮ້ອຍໆ​ຄົນໄດ້​​ເຕົ້າ​ໂຮມກັນຢູ່​ວັດ ເຟີດ​ຕິກ ​ທີ່​ນະ​ຄອນຫຼວງ ວຽງ​ຈັນ, ປະ​ເທດ​ລາວເພື່ອ​ພ້ອມ​ກັນ​ເຂົ້າ​ຮ່ວມ​​ບຸນ​ລ້ຽງ​ສົ່ງ​ທ້າ​ຍ​ປີ​ເກົ່າຕ້ອນ​ຮັບ​ປີ​ໃໝ່​ໂດຍວັດ​​ເປັນ​​ເຈົ້າ​ພາບຈັດ​ຕັ້ງ. ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່ໃນບຸນ​​ລ້ຽງ​ສົ່ງ​ທ້າ​ຍ​ປີ​ເກົ່າ ແມ່ນ​​ເພື່ອອາ​ໄລ​ຫາ​ຍາດ​ຕິ​ພີ​ນ້ອງ​ຜູ້​ທີ່​​ໄດ​້ລ່ວງ​ລັບ​ໄປ​ແລ້ວ ແລະ ວັດ​ຍັງ​ຈັດ​ການ​ເຄື່ອນ​ໄຫວ​ພິ​ເສດ​ອື່ນ​ອີກນັ້ນ​ແມ່ນ ເຕົ້າ​ໂຮມ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ວຽງ​ຈັນ ແລະ ມີ​ຂອງ​ຂວັນ​ມອບໃຫ້​ຜູ້​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍ​າກ ກ່ອນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ເພື່ອ​ລະ​ດົມ​ກຳ​ລັງ​ໃຈ​ພໍ່​ແມ່​ປະ​ຊ​າ​ຊົນ ກໍ​ຄື​ສ້າງ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ​ກວ່າ​ອີກ. ປີນີ້​ວັດ​ກໍ່​ໄດ້​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ປຸກ​ລະ​ດົມ​ບໍ​ລິ​ຈາກ​ເງິນ​ເພື່ອ​ຊ່ວຍ​​ພໍ່​ແມ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກໄດ້​ຕ້ອນ​ຮັບ​ປີ​ໃໝ່ ແລະ ມອບ​ຂອງ​ຂວັນ 100 ພູດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ ດ້ວຍຍອດ​ມູນ​ຄ່າກວ່າ 2.500 USD. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໄຈ​ກຸ​ສົນຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ທີ່​ພວມຮ່ວມ​ມື, ລົງ​ທຶນ​ຢູ່​ລາວ ແລະ ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​​ກຸ​ສົນ

        ເພື່ອນ​ວຽງ​ໄຊ, ຢູ່​ແຂວງ​ຊຽງ​ຂວາງ ໃຫ້​ຮ​ູ້​ວ່າ: ຂ້າ​ພະ​ເຈົ້າ​ເອງ​ເຄີຍ​ເປັນ​ນັກ​ສຶກ​ສາ​ຮ່ຳ​ຮຽນ​ຢູ່​ຮ່າ​ໂນ້ຍ. ໃນ​ຍາມ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຂອງ​ຫວຽດ​ນາມ, ມີ​ນັກ​ສຶກ​ສາ​ຫຼາຍ​ຄົນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​​ໃນ​ການ​ກັບ​ເມືອ​ບ້ານ​ຕ້ອນ​ຮັບ​ປີ​ໃໝ່, ພິ​ເສດ​ແມ່ນ​ບັນ​ດາ​ນັກ​ສຶກ​ສາ​​ຜູ້​ທຸກ​ຍາກ. ​ຜ່ານ​ລາຍ​ການ, ຂ້າ​ພະ​ເຈົ້າຢາກ​ຮູ້​ວ່າ, ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​​ຫວຽດ​ນາມ, ບັນ​ດາ​ນັກ​ສຶກ​ສາ​ທີ່​ປະ​​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກນັ້ນ ຈະ​ໄດ້​ຮັບ​ການ​​ໜູນຊ່ວຍ​​ຄື​ແນວ​ໃດ​ກ່ຽວ​ກັບ​ພາ​ຫະ​ນະ​ໄປ​ມາ​ເພື່ອ​ກັບ​ເມືອ​ບ້ານ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​?

        ເພື່ອນ​ວຽງ​ໄຊ ທີ່​ຮັກ​ແພງ, ດ້ວຍ​ຄວາມ​ຫວັງ​ຍາກ​ໜູນ​ຊ່ວຍ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ນັກ​ສຶກ​ສາ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ໄດ້​ກັບ​ເມືອ​ບ້ານ​ໃນ​ໂອ​ກາດ​ບຸນ​​ປີ​ໃໝ່​ປ​ີ​ລະ​ກາ. ໃນ​ໄລ​ຍ​ະ​ຜ່ານ​ມາ, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສູນ​ໜູນ​ຊ່ວຍ ແລະ ພັດ​ທະ​ນາ​ນັກ​ສຶກ​ສາ​ຫວຽດ​ນາມ ໄດ້​ຈັດ​ລາ​ຍ​ການ “ໜູນ​ຊ່ວຍ​ນັກ​ສຶກ​ສາ​ກັບ​ເມືອ​ບ້ານ​ຕ້ອນ​ຮັບ​ປີ​ໃໝ່”. ປີນີ້, ລາຍ​ການ​ໄດ້​ໜູນ​ຊ່ວຍ​ໃຫ້​ນັກ​ສຶກ​ສາ​ເກືອບ 1.500 ຄົນ, ດ້ວຍ​ລົດ​ຂົນ​ສົ່ງ 34 ​ຖ​້ຽວ ​ເລີ່ມເດີນ​ທາງ​ຈາກ​ຮ່າ​ໂນ້ຍ ​ໄປ​ຍັງ 18 ແຂວງ, ນະ​ຄອນ​ຢູ່​ເຂດ​ພາກ​ເໜືອ ແລະ ທາງ​ທິດ​ເໜືອ​ພາກ​ກາງ, ນັບ​ແຕ່​ແຂວງ ຮ່າ​ຢາງ ເຖິງ​ຂວາງ ກວາງ​ບິ່ງ. ນອກ​ຈາກ​ໜູນ​ຊ່ວຍ​ການ​ເດີນ​ທາງ​​ກັບ​ເມືອ​ບ້ານໂດຍບໍ່​ເສຍ​ຄ່າ​ແລ້ວ, ​ຄະ​ນະ​ຈັດ​ຕັ້ງ​ຍັງ​ໄດ​້ມອບ​ຂອງ​ຂວັນ, ເງິນ​ອວຍ​ພອນ​ປີ​ໃໝ່​ອີກ​ດ້ວຍ. ອ​້າຍ ຫງວຽນ​ມິງ​ຈ໋ຽດ, ຜູ້​ອຳ​ນວຍ​ການ​ສູນ​ໜູນ​ຊ່ວຍ ແລະ ພັດ​ທະ​ນາ​ນັກ​ສຶກ​ສາ​ຫວຽດ​ນາມ, ສູນ​ກາງ​ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ນອກ​ຈາກ​ການ​ໜູນ​ຊ່ວຍ​ໃຫ້​ບັນ​ດາ​ນັກ​ສຶກ​ສາ​ກັບ​ເມືອ​ບ້ານ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ແລ້ວ, ​ທາງ​ສູນ​ຍັງແນະ​ນຳ​ວຽກ​ເຮັດ​ງານ​ທຳ​​ໃຫ້ນັກ​ສຶກ​ສາບໍ່​ກັບ​ເມືອ​ບ້ານ ເພື່ອ​ໃຫ້​ເຂົາ​ເຈ​ົ້າ​​ຫາເງິນ​ເພີ່ມ, ​ກໍ​ຄື​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ພ້ອມ​ກັບ​ຄູອາ​ຈານ ແລະ ເພື່ອນ​ມິດ​ຂອງ​ຕົນ.

    ນີ້​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​, ຜ​ູ້​ອ່ານຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການ ເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​້​ນັບ​ດີ​ກວ່າ​​ເກົ່າ. 


ຕອບກັບ

ຂ່າວ/ບົດ​ອື່ນ