ຂ້າ​ພະ​ເຈ​ົ້າ​ໄດ້​ຕິດ​ຕາມ​ບັນ​ດາ​ຂ່າ​ວ/ບົດ​ໃນ​ແວັບ​ໄຊ​ vovworld.vn ​ພາກ​ພາ​ສາ​ລາວ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ 243 ​ສະ​ບັບ ແລະ ໂທ​ລະ​ສັບຫຼາຍ​ສາຍ​ ຈາກທ່ານ​ຜູ້​ຟັງ​ຢູ່ຫຼາຍປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບ ຈົດ​ໝາຍ, ອີ​ແມວ 12 ສະ​ບັບ ແລະ ໂທ​ລະ​ສັບ ຈາກ​ທ່ານ​ຜູ້​ຟັງ​ລາວ.

    ເພື່ອນ ມີ​ນາ ແກ້ວ​ມາ​ລີ​ວົງ, ໄດ້​ສົ່ງ​ຂໍ້​ຄວາມ​ທາງ Facebook ໂດຍໃຫ້​ຮູ້​ວ່າ: ຂ້າ​ພະ​ເຈ​ົ້າ​ໄດ້​ຕິດ​ຕາມ​ບັນ​ດາ​ຂ່າ​ວ/ບົດ​ໃນ​ແວັບ​ໄຊ​ vovworld.vn ​ພາກ​ພາ​ສາ​ລາວ ຂອງ​ພວກເພື່ອນ​ເປັນ​ປະ​ຈຳ, ພິ​ເສດ​ແມ່ນ​ບັນ​ດາ​ຂ່າ​ວ/ບົດ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ. ເລືື່ອງ​ພວກ​ເພື່ອນ​ໄດ້​​ສ້າງ​ລາຍ​ການ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ ເພື່ອ​ອັບ​ເດັດ​ບັນ​ດາ​ຂ່າ​ວ/ບົດລະ​ຫວ່າງ 2 ປະ​ເທດນັ້ນ ໄດ​້​ຊ່ວຍ​ໃຫ້​ຂ້​າ​ພະ​ເຈົ້າ​ກຳ​ໄດ້​ບັນ​ດາ​ຂໍ້​ມູນ​ຂ​່າວ​ສານ​ກ່ຽວ​ກັບ​ການ​ພົວ​ພັນ​ຂອງ​ຫວຽດ​ນ​າມ - ລາວກວ່າ​ອີກ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແວັບ​ໄຊ​ຈະ​ມີ​ການ​ປ່ຽນ​ແປງ ແລະ ພັດ​ທະ​ນາກວ່າ​ອີກ ເພື່ອ​ໃຫ​້​ຜູ້​ຟັງ, ຜູ້​ອ່ານ​ມີ​ຄວາມ​ສະ​ດວກກວ່າ​ໃນ​ກາ​ນ​ຊອກ​ຫາ​ບັນ​ດາ​ຂ່າ​ວ/ບົດ​ທີ່​ທຸກ​ຄົນມີ​ຄວາມ​ສົນ​ໃຈ​.

       ​ລາຍ​ພາກ​ພາ​ສາ​ລາວ, VOV5 ຂອບ​ໃຈ​ເພື່ອນ ມີ​ນາ ແກ້ວ​ມາ​ລີ​ວົງ, ທີ່​ໄດ້​​ແບ່ງ​ປັນ​ຄຳ​ເຫັນ​ຂອງ​ເພື່ອ​ນ​ມາ​ໃຫ້​ລາຍ​ການ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແວັ​ບ​ໄຊ vovworld.vn ຈະ​ມີ​ການ​ປ່ຽນ​ແປ​ງ​ທາງ​ດ້ານ​ໜ້າ​ແວັບໃຫ້​ມີ​ຄວາມສະ​ດວກ ແລະ ສວຍງາມກວ່າ. ຫວັງ​ວ່າ, ເພື່ອນ ມີ​ນາ ແກ້ວ​ມາ​ລີ​ວົງ ແລະ ບັນ​ດາ​ຜູ້​ຟັງ, ຜູ້​ອ່ານ​ຄົນ​ອື່ນໆ ຈະ​ປະ​ກອບ​ຄຳ​ເຫັນ​ໃຫ້​​ລາຍ​ການ​ຫຼາຍກວ່າ​ອີກ ເພື່ອ​ຊ່ວຍ​ໃຫ້​ລາຍ​ການ​ນັບ​ມື້​ນັບ​ດີກວ່າ ຮັບ​ໃຊ້​ໃຫ້​ແກ່​ທ່ານ​ຜ​ູ້​ຟັງ, ຜູ້​ອ່ານ​ໃນ​ການ​ສຳ​​ຜັດ​ກັບ​ບັນ​ດາ​ຂໍ້​ມ​ູນ​ຂ່າວ​ໃນ​ແວັບ​ໄຊ ຢ່າງ​ວ່ອງໄວ, ຄົບ​ຖ້ວນ ແລະ ສະ​ດວກ​ສະ​ບາຍກວ່າ.

 ຂ້າ​ພະ​ເຈ​ົ້າ​ໄດ້​ຕິດ​ຕາມ​ບັນ​ດາ​ຂ່າ​ວ/ບົດ​ໃນ​ແວັບ​ໄຊ​ vovworld.vn ​ພາກ​ພາ​ສາ​ລາວ  - ảnh 1
ພິ​ທີມອບ​ຫຼຽນ​ໄຊ​ພັດ​ທະ​ນາ​ຊັ້ນ​ໜຶ່ງ​ຂອງ​ພັກ, ລັດ​ລາວ
ທີ່​ສະ​ຫງວນ​ໃຫ້​ນະ​ຄອນ​​ຫຼວງຮ່າ​ໂນ້ຍ
(ພາບ: anninhthudo.vn)

ເພື່ອນ​ສຸກ​ມາ​ລີ ຢູ່​ນະ​ຄອນ​ຫຼວງວຽງ​ຈ​ັນ, ໄດ້​ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ ສິນ​ລະ​ວົງ ຄຸ​ດ​ໄພ​ທູນ, ​ເລ​ຂາ​ຄະ​ນະ​ພັກ, ເຂົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ ໄດ້​ມອບ​ຫຼຽນ​ໄຊ​ພັດ​ທະ​ນາ​ຊັ້ນ​ໜຶ່ງ​ຂອງ​ພັກ, ລັດ​ລາວ ທີ່​ສະ​ຫງວນ​ໃຫ້​ນະ​ຄອນ​​ຫຼວງຮ່າ​ໂນ້ຍ. ຜ່ານ​ລາຍ​ການ, ຂ້າ​ພະ​ເຈົ້າ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ.

        ເພື່ອນ​ສຸກ​ມາ​ລີ ທີ່​ຮັກ​ແພງ, ໃນ​ໄລ​ຍະ​ຜ່ານ​ມາ, ໂດຍ​ໄດ້​ຮັບ​​ການມອບ​ສິດ​​ຈາກ​ທ່ານ​ປະ​ທານ​ປະ​ເທດ ແລະ ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ສ​ປ​ປ.ລາວ, ທ່ານ ສິນ​ລະ​ວົງ ຄຸ​ດ​ໄພ​ທູນ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ເລ​ຂາ​ຄະ​ນະ​ພັກ, ເ​ຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ ໄດ້​ມອບ​ຫຼຽນ​ໄຊ​ພັດ​ທະ​ນາ​ຊັ້ນ​ໜຶ່ງ​ຂອງ​ພັກ, ລັດ​ລາວ ໃຫ້​ນະ​ຄອນ​ຮ່າ​ໂນ້ຍ. ທີ່​ພິ​ທີ, ທ່ານ ສິນ​ລະ​ວົງ ຄຸ​ດ​ໄພ​ທູນ ໄດ້​ເນັ້ນ​ໜັກ​ວ່າ, ໃນ​ຊຸມ​ປີ​ຜ່ານ​ມາ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ ໄດ້​ມີ​ການ​​ໜູນ​ຊ່ວຍ, ຊ່ວຍ​ເຫຼືອປະ​ຊາ​ຊົນ​ລາວ ເວົ້າ​ລວມ ກໍ​ຄື​ນະ​ຄອນ​ຫຼວງວຽງ​ຈັນ ເວົ້າ​ສະ​ເພາະ​ຢ່າງ​ສຸດ​ຂີດ. ໃນ​ຊຸມ​ປີ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ 2 ນະ​ຄອນ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ ແລະ ພັດ​ທະ​ນາຢ່າງບໍ່​ຢຸ​ດຢັ້ງ ແລະ ຮອບ​ດ້ານ​ໃນ​ທຸກ​ຂົງ​ເຂດ, ດ້ວຍ​​ຫຼາຍ​ໂຄງ​ການ​ທີ່​ບັນ​ລຸ​ປະ​ສິດ​ທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ການ​ທະ​ຫານ… ​ຮັບ​ຮູ້​​ບັນ​ດາ​ອາ​ລົ​ມ​ຈິດ​ທີ່ສະ​ໜິດ​ສະ​ໜົມ​ນັ້ນ, ​ທ່ານປະ​ທານ​ປະ​ເທດ ແລະ ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ສ​ປ​ປ.ລາວ ໄດ້​ຕົກ​ລົງ​ມອບ​ຫຼຽນ​ໄຊ​ພັດ​ທະ​ນ​າ​ຊັ້ນ​ໜຶ່ງ ໃຫ້​ນະ​ຄອນ​​ຫຼວງຮ່າ​ໂນ້ຍ​ ຍ້ອນ​ມີ​ຜົນ​ງານ​ໃນການ​ປະ​ກອບ​ສ່ວນ​ກໍ່​ສ້າງ​ນະ​ຄອນ​ຫຼວງວຽງ​ຈັນ​. ທີ່​ພິ​ທີ​​ຕ້ອນ​ຮັບ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊ​ົນ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ ຫງວຽນ​ດຶກ​ຈູງ, ໄດ້​ຝາກ​ຄຳ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ເຖິງ​ພັກ, ລັດ ສ​ປ​ປ.ລ​າວ ທີ່​ໄດ້​ຕົກ​ລົງ​ມອບ​ຫຼຽນ​ໄຊ​ເພື່ອ​ການ​ພັດ​ທະ​ນາ​ຊັ້ນ​ໜຶ່ງ​ໃນ​ນະ​ຄອນ​ຮ່າ​ໂນ້ຍ. ນະ​ຄ​ອນ​ຫຼວງ ຮ່າ​ໂນ້ຍ ປາດ​ຖະ​ໜາ​ວ່າ ຈ​ະ​ພ້ອມ​ກັບ​ພັກ, ລັດ ແລະ ນະ​ຄອນ​ຫຼວງວຽງ​ຈັນ​ ສື​ບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ​, ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ໃນ​ທ​ຸກ​ຂົງ​ເຂດ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ນະ​ຄອນ​ໃຫ້​ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ແລະ ເຂົ້າ​ສູ່​ລ​ວງ​ເລິກກວ່າ.


 ຂ້າ​ພະ​ເຈ​ົ້າ​ໄດ້​ຕິດ​ຕາມ​ບັນ​ດາ​ຂ່າ​ວ/ບົດ​ໃນ​ແວັບ​ໄຊ​ vovworld.vn ​ພາກ​ພາ​ສາ​ລາວ  - ảnh 2
ໃນ​ຊຸມ​ປີມໍ່ໆ​ມາ​ນີ້ຢູ່​ຫວຽດ​ນາມ ​ມີບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ
​ປະ​ຫ​ວັດ​ສາດ​ວັດ​ທະ​ນະ​ທຳ, ວິ​ຫານ, ວັດ​​ວາ​ອາ​ຮາມ
(ພາບ​ອີນ​ເຕີ​ແນັດ)


        ເພື່ອນແກ້ວ​ມະ​ລີ​ວົງ, ຢູ່​ແຂວງວຽງ​ຈັນ ໄດ້​ໂທ​ລະ​ສັບ​ມາ​ລາຍ​ການ​ໂດຍ​ຖາມ​ວ່າ: ຢູ່​ບາງ​ປະ​ເທດ​ຄື: ມຽນ​ມາ, ກຳ​ປູ​ເຈຍ, ໄທ… ໄດ້​ຈັດ​ລາຍ​ການ​ທ່ອງ​ທ່ຽວ​ແຫ່ງ​ຈ​ິດ​ວິນ​ຍານ. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ​ຢູ່​ຫວຽດ​ນາມ ມີ​​ລາຍການ​ທ່ອງ​ທ່ຽວ​ຄື​ດັ່ງ​ກ່າວນັ້ນບໍ່? ​ບັນ​ດາ​ຂົງເຂດ​ໃດ​ໄດ້​ຈັດ​ລາຍ​ການ​ທ່ອງ​ທ່ຽວ​ແບບນີ້?

        ເພື່ອນ​ແກ້ວ​ມະ​ລີ​ວົງ ທີ່​ຮັ​ກ​ແພງ, ກໍ່​ເຊັ່ນ​ດຽວ​ກັນກັບ​ບັນ​ດາ​ປະ​ເທດ ມຽນ​ມາ, ກຳ​ປູ​ເຈຍ, ໄທ…, ​ໃນ​ຊຸມ​ປີມໍ່ໆ​ມາ​ນີ້ຢູ່​ຫວຽດ​ນາມ ມີບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ປະ​ຫ​ວັດ​ສາດ​ວັດ​ທະ​ນະ​ທຳ, ວິ​ຫານ, ວັດ​​ວາ​ອາ​ຮາມທີ່​ໂດ່ງ​ດັງ​ຂອງ​ບັນ​ດາ​ເຂດ​ພາກ​ໃນ​ທົ່ວ​ປະ​ເທດ​ໄດ​້​ດຶງ​ດູດ​ ແຂກ​ທ່ອງ​ທ່ຽວ​​ຈາກ​ທຸກ​ສາ​ລາ​ທິດ​ມາ​ຮ່ວມ​ງານ​ນະ​ມັດ​ສະ​ການ, ງານ​ບຸນ​ບູ​ຊາ​ພະ​ເຈົ້າ, ພາ​ວະ​ນາ​ໃຫ້​ມີຄວາມ​ສະ​ຫງົບ​ສຸກ. ​ຮູບ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​​ທາງ​ດ້ານຈິດ​​ວີນ​ຍານ​ນັບ​ມື້​ນັບ​ພັດ​ທະ​ນາ, ມີ​​ກຳ​ລັງ​ດຶງ​ດູດ​​ເປັນພິ​ເສດບໍ່​ພຽງ​ແຕ່​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດເທົ່າ​ນັ້ນ ຫາ​ຍັງ​ມີ​ແຂກຕ່າງ​ປະ​ເທດ​ອີກ​ດ້ວຍ. ຮູບ​ການ​ທ່ອງ​ທ່ຽວ​ທາງ​ດ້ານຈິດ​ວີນ​ຍານ​ດ້ວຍ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​​ໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ດິນ​ແດນ​ແຫ່ງ​ບັນ​ພະ​ບຸ​ລຸດ, ຢ້ຽມ​ຢາມ​ບັນ​ດາປູ​ຊະ​ນີ​ຍະ​ສ​ະ​ຖານ​ວັດ​ທະ​ນະ​ທຳ​ດ້ວຍມໍ​ລະ​ດົກ, ​ປູ​ຊະ​ນີ​ຍະ​ສະ​ຖານວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສ​ະ​ເພາະ, ຢ້ຽມ​ຊົມ​ບັນ​ດາ​​ສະ​ຖານ​ທີ່ບູ​ຊາ, ປູ​ຊະ​ນີ​ຍະ​ສະ​ຖານ, ທັດ​ສະ​ນີ​ຍະ​ພາບ… ໄດ້​ຮັບ​ການ​ຈັດ​ຕັ້ງ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ພິ​ເສດ​ແມ່ນ​ບັນ​ດາລາຍ​ການ​ທ່ອງ​ທ່ຽວ​ໄປ​ລຽບ​ຕາມ​ບັນ​ດາ​ແຂວງ ນາມ​ດິ້ງ, ນີງ​ບີ່ງ, ແທງ​ຮ໋​ວາ, ເງະ​ອານ ແລະ ​ແວ່ຢ້ຽມ​ຊົມ​ວິ​ຫານ​ເຈີ່ນ, ວັດ ບ໋າຍ​ດີ໋ງ, ວິ​ຫານ ຊ່ອງ, ວິ​ຫານ ຮ່​ວາງ​ເມື່ອຍ… ຕາມ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ແລ້ວ, ຈຳ​ນວນ​ແຂກ​ຈ່ອງ​ລາຍ​ການ​ທ່ອງ​ທ່ຽວ​ທາງ​ດ້ານ​ຈິດ​ວີນ​ຍານ​ໃນ​ໄລ​ຍະ​ຕົ້ນ​ປີ​ແມ່ນ​ຫຼາຍທີ່​ສຸດ. ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ​ໄດ້​ຮັບ​ຄວາມ​ນິ​ຍົມ​ແມ່ນ: ​ສາຍ​ທ່ອງ​ທ່ຽວ ຊາ​ປາ - ລາວ​ກາຍ ໄປ​ຢ້​ຽມ​ຢາມ​ວິ​ຫານ​ ຮ່​ວາງ​ໄບ໋ ແລະ ລາຍ​ການ​ທ່ອງ​ທ່ຽວທາງ​ທິດ​ຕ​າ​ເວັນ​ອອກ​ພາກ​ເໜືອ​ດ້ວຍ​ການ​ໄປ​ຢ້ຽມ​ຢາມ​ວິ​ຫານ​ພະ​ແມ່​ຢູ່​​ລ້າງ​ເຊີນ… ຫວັງ​ວ່າ, ດ້ວຍ​ບັນ​ດາ​ຂ​ໍ້​ມູນ​ຂ່າວ​ດັ່ງ​ກ່າວ, ຫວຽດ​ນາມ ຈະ​ແມ່ນ​ຈຸດ​ນັດ​ພົບ​​ທີ່​ດູດ​ດຶ່ມຂອງ​ພວກ​ເພື່ອນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

     ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເ​ທິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ລາຍການ ເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​້​ນັບ​ດີ​ກວ່າ​​ເກົ່າ. 


ຕອບກັບ

ຂ່າວ/ບົດ​ອື່ນ