ສັບປະດາວັດທະນະທຳ,ທ່ອງທ່ຽວທັດຊະນີຍະພາບແຫ່ງຊາດນາຂັ້ນໄດໝູ່ກາງຈ໋າຍປີ2016

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ເກືອບ 200 ສະ​ບັບຈາກທ່ານ​ຜູ້​ຝັງຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 5 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ຜູ້​ຟັງ​, ຜູ້​ອ່ານ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ປູຊະນີຍະສະຖານ​ປະຫວັດ​ສາດ ຮ່ວາງ​ແທ່ງ​ທັງ​ລອງ ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ, ງານ​ບຸນນາ​ຂັ້ນ​ໄດ ໝູ່​ກາງຈ໋າຍ. ໃນ​ລາຍ​ການ​ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ຄຳ​ແນະ​ນຳ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.

        ເພື່ອນ ຄຳ​ເບັ່ງ, ແຂວງ ວຽງ​ຈັນ​ໄດ້​ຝາ​ກ​ອີ​ແມວ​ເຖິງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: “ໃນ​ເດືອນ​ກ່ອນ, ມີ​ເພື່ອນ​ບາງ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​​ທີ່ພວມ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ ໄດ້​ເອົາ​ຮູ​ບ​ຖ່າຍ​ສະ​ຖານ​ທີ່​ແຫ່ງ​ໜຶ່ງ​ທີ່​ມີ​ສະ​ຖາ​ປັດ​ຕະ​ຍາ​ກຳ​​ບູ​ຮານ​ສວຍ​ງາມ​ທີ່​ສຸດຢູ່​ຮ່າ​ໂນ້ຍ​ລົງ facebook. ນັ້ນ​ແມ່ນ​​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ພະ​ລາ​ຊະ​ວັງ ທັງ​ລອງ”. ໂດຍ​ເປັນ​ຜູ​້​ມີ​ຄວາມ​ສົນ​ໃຈ​ພ​ິ​ເສດ​​ເຖິງປະ​ຫວັດ​ສາດ, ດັ່ງ​ນັ້ນຜ່ານ​ລາຍ​ການ ຂ້າ​ພະ​ເຈົ້າ​ຢາກ​​ຮູ້​ຕື່ມ​ອີກກ່ຽວ​ກັບ​ສະ​ຖານ​ທີ່​ແຫ່ງນີ້​ໄດ້​ບໍ່?”

​ເພື່ອ​ນ ຄຳ​ເບັ່ງ ​ທີ່​ເຄົາ​ລົບ, ກ່ອນ​ນີ້ກ່ວາ 10 ສະຕະວັດ, ​ເມື່ອ​ຍ້າຍ​ເມືອງ​ຫຼວງ​ຈາກ ຮວາ​ລື (​ແຂ​ວງ ນີງບິ່ງ) ​ໄປ​ຍັງ ດ້ານ​ລາ, ​ເຈົ້າຊີວິດ ຫຼີກົງ​ອ໋ວນ (ຫຼີທ໋າຍ​ໂຕ໋) ​ໄດ້​ໃຫ້​ກໍ່ສ້າງ​​ພະ​ລາ​ຊະ​ວັງ ທັງ​ລອງ​ຄືນ​ໃໝ່​​ບົນພື້ນ​ທີ່ ດ້າຍ​ລາ ​ເກົ່າ. ​​ພະ​ລາ​ຊະ​ວັງ​ທັງ​ລອງ ​ແມ່ນ​ກິດຈະກຳ​ສະຖາປັດຕະຍາ​ກຳ​ທີ່​ໃຫຍ່​ໂຕ​ໂອ​ໂຖງ​ດ້ວຍ​ເນື້ອ​ທີ່​ທັງ​ໝົດ​ແມ່ນ 18,395 ​ເຮັກຕາ ​ແລະ ກາຍ​ເປັນປູ​ຊະ​ນີ​ຍະ​ສະ​ຖານ​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ລະບົບ​ບັນດາ​ປູຊະນີ​ຍະສະ​ຖານ​ຂອງ ຫວຽດນາມ. ​ເດືອນ 12/2002, ບັນດາ​ນັກ​ຊ່ຽວຊານ​ໄດ້​ດຳ​ເນີນ​ການຂຸດ​ຄົ້ນ​ບູຮານ​ຄະດີ​ໃນ​ເນື້ອ​ທີ່​ດິນ 19.000 ຕາ​​ແມັດ ​ໃນ​ສູນ​​ກາງການ​ເມືອງ ບາ​ດິ່ງ - ຮ່າ​ໂນ້ຍ. ການຂຸດ​ຄົ້ນ​ບູຮານ​ຄະດີ ຂະ​ໜາດ​ໃຫຍ່​ຂອງ ຫວຽດນາມ ​ແລະ ຂອງ​ພາກ​ພື້ນ ອາຊີ ຕາ​ເວັນ​ອອກ​ສ່ຽງ​​ໃຕ້ນີ້​ໄດ້​ພົບ​ເຫັນ​ບັນດາ​ຮ່ອງ​ຮອຍ​ຂອງ ​​ພະ​ລາ​ຊະ​ວັງ​ທັງ​ລອງ ​ໃນ​ວິວັດທະນາ​ການ​ປະຫວັດສາດ​ທີ່​ແກ່ຍາວ​ເປັນ​ເວລາ 13 ສະຕະວັດ​ດ້ວຍ​ບັນດາ​​ຮ່ອງ​ຮອຍ ​ແລະ ພື້ນຖານ​ວັດທະນະທຳ​​ທີ່​ແຕກ​ຕ່າງ​ກັນ. ບັນດາ​ຮ່ອງຮອຍຂອງ​ສະຖາປັດຕະຍາ​ກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ ພ້ອມ​ກັບ​ວັດຖຸ​ພັນທີ່​ລ້ຳ​ຄ່າ​ນັບ​ລ້ານໆ​ຢ່າງ​ໄດ້​ວາດ​ພາບວິວັດທະນາ​ການ​ປະຫວັດສາດ​​ສ່ວນ​ໜຶ່ງ​ແຕ່​ສະຕະວັດ​ທີ 7 – 9, ຕະຫຼອດ​​ບັນ​ດາ​ສະ​ໄໝ​ລາ​ຊະ​ວົງ ຫຼີ, ເຈີ່ນ, ເລ, ມາກ ແລະ ຫງວຽນ​ແຕ່​ປີ 1010 – 1945. ວັນ​ທີ 31/7/2010 ຢູ່ ບ​ຣາ​ຊິນ, ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ຮັບ​ຮອງ​​ເຂດ​ໃຈ​ກາງ ​ພະ​ລາ​ຊະ​ວັງ​ທັງ​ລອງ  - ຮ່າ​ໂນ້ຍ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ. ນີ້​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ບໍ່​ພຽງ​ແຕ່​ຂອງ​ສ​ະ​ເພາະ​ນະ​ຄອ​ນຫຼວງ ຮ່າ​ໂນ້ຍ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈຂອງ​ປະ​ເທດ ຫວຽດ​ນາມ ອີກ​ດ້ວຍ. ຖ້າ​ຫາກ​ເພື່ອນ ຄຳ​ເບັ່ງ ​ແລະ ໝູ່​ເພື່ອນມີ​ໂອ​ກາດ​ໄປ​ຢ້ຽມ​ຢາມ ຮ່າ​ໂນ້ຍ, ຢ່າ​ລື່ມ​ແວ່​ຢາມ​​ພະ​ລາ​ຊະ​ວັງ​ທັງ​ລອງ ເພື່ອ​​ຮັບຮູ້​ໄດ້​ສະ​ຖາ​ປັດ​ຕະ​ຍາ​ກຳ​ບູ​ນ​ຮານທີ່​ສວຍ​ງາມ​ຢູ່​ແຫ່ງນີ້​ແດ່​ເດີ.

ສັບປະດາວັດທະນະທຳ,ທ່ອງທ່ຽວທັດຊະນີຍະພາບແຫ່ງຊາດນາຂັ້ນໄດໝູ່ກາງຈ໋າຍປີ2016 - ảnh 1
ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ

        ເພື່ອນ ສະ​ເຫຼີມ​ໄຊ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຊັບ​ພະ​ວິ​ຊາ ຮ່າ​ໂນ້ຍ ໄດ້​ຝາກ ອີ​ແມວ​ເຖິງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: “ອາ​ທິດ​ຜ່ານ​ມາ, ໝູ່​ເພື່ອນ​ຂ້າ​ພະ​ເຈົ້າ​ໄດ້​ຊວນ​​ຂ້າ​ພະ​ເຈົ້າເຂົ້າ​ຮ່ວມງານ​ບຸນ​ນາ​ຂັ້ນ​ໄດ ໝູ່​ກັງ​ຈ໋າຍ, ແຂວງ ອຽນ​ບ໋າຍ. ຂ້າ​ພະ​ເຈົ້າ​ຢາກ​ເຂົ້າ​ຮ່ວມ​ເຫດ​ການ​ນີ້​ຍ້​ອນນີ້​ແມ່​ນ​ໂອ​ກາດ​ເພື່ອ​ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຄວາມ​ງາມ​ທຳ​ມະ​ຊາດຢູ່​ແຂວງ ອຽນ​ບ໋າຍ, ເຊິ່ງ​ແມ່ນ​ແຂວງ​ພູ​ດອຍ​ທາງ​ພາກ​ເໜືອ. ແຕ່​ຍ້ອ​ນ​​ພວມ​ເປັນ​ນັກ​ສຶກ​ສາ​ປີ​ສຸດ​ທ້າຍ, ​ຍັງຄ້າງ​ຄາ​ກັບ​​ວຽກ​ງານ​ຮ່ຳ​ຮຽນ ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ໄປ​ບໍ່​ໄດ້. ​ຫວັງ​ວ່າທາງ​ລາຍ​ການ​ຈະ​ສະ​ໜອງ​​ບາງຂໍ​້​ມູນ​ຂ່າວ​​ກ່ຽວ​ກັບ​ງານ​ບຸນນີ້​ແດ່.”

        ເພື່ອນ ສະ​ເຫຼີມ​ໄຊ ທີ່​ຮັກ​ແພງ, ຕອນ​ຄ່ຳ​ວັ​ນ​ທີ 18/9, ຢູ່​ໃຈ​ກາງ​ເມືອງ​ພູ​ສູງ ໝູ່ກ​າງ​ຈາຍ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ອຽນ​ບ໋າຍ ໄດ້​ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ທ່ອ​ງ​ທ່ຽວ​ທັດ​ຊະ​ນີ​ຍະ​ພາບ​ແຫ່ງ​ຊາດ​ນາ​ຂັ້ນ​ໄດ ໝູ່ກ​າງ​ຈ໋າຍ ປີ 2016. ພິ​ທີ​ໄຂ​ຖືກ​ດຳ​ເນີນ​ໄປ​ດ້ວຍກ​ານ​ສະແດງ​ສິ​ລະ​ປະ​ທີ່​ເປັນ​ເອກ​ະ​ລັກ​ສ​ະ​ເພາະ, ແນະ​ນຳ​ກ່ຽວ​ກັບ​ເຂດ​ພູ​ສູງ ໝູ່​ກາງ​ຈ໋າຍ ທີ່​ເຂັ້ມ​ຂົ້​ນ​ໄປ​ດ້ວຍ​ສີ​ສັນ​ຂອງ​ບັນ​ດາ​ຊົນ​ເຜົ່າ​ເຂດ​ພູ​ສູງ, ວິ​ວັດ​ການ​ຕໍ່​ສູ້, ຄົງ​ຕົວ ແລະ ພັດ​ທະ​ນາ​ພ້ອມ​ກັບ 54 ຊົນ​ເຜົ່າ​ອ້າຍ​ນ້ອງ. ພົ້​ນ​ເດັ່ນ​ແມ່ນ​ການ​ສະ​ແດງ​ສິ​ລ​ະ​ປະ​ຟ້ອນແຄ່ນ​ຂອງ​ນັກ​ສີ​ລະ​ປິ​ນ​ຊາ​ວ​ເຜົ່າ​ມົ້ງ 300 ຄົ​ນ, ດ້ວຍ​ບັນ​ດາ​ວາດ​ຟ້ອນ​ຂອງ​ຊາວ​ເຜົ່າ​ເຂດ​ພູ​ສູງ. ຄ່ຳ​ຄືນ​ໄຂ​ງານບ​ຸນ​ກໍ່​ໄດ້​ວາດ​ພາບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​​ບັນ​ດານາ​ຂັ້ນ​ໄດ ທີ່​ໃຫ​ຍ່​ໂຕ​ໂອ​ໂຖງ ແລະ ມະ​ຫັດ​ສະ​ຈັນ​ເຊ່​ິງໄດ້​ຮັບ​ການຮັບ​ຮອງ​ວ່າ​ເປັນທັດ​ຊະ​ນີ​ຍະ​ພາບ​​ລະ​ດັບຊາດ​ເມື່ອ​ປີ 2007. ນອກ​ຈາກ​ໄດ້​ຮັບ​ຊົມ​​ບັນ​ດານາ​ຂັ້ນ​ໄດ​​ສວຍ​ງາມ​ທີ່ພວມ​ກ້າວ​ເຂົ້​າ​ສູ່​ລະ​ດູ​ການ​ເກັບ​ກ່ຽວ​ດ້ວຍ​ເນື້ອ​ທີ່​ທັງ​ໝົດ​ເກ​ື​ອບ 3.000 ເຮັກ​ຕາ​​ແລ​້ວ, ແຂກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮູ້​ຈັກ​ເຖິງ​ບັນ​ດາ​ຄຸ້ນ​ຄ່າ​ວັດ​ທ​ະ​ນະ​ທຳ​ຂອງປະ​ຊາ​ຄົ​ມ​​ຊາວເຜົ່າ​ມົ້ງ, ໄດ້​ເຂົ້າ​ຮ່ວມ​ການ​ຜະ​ລິດ​ກະ​ສິ​ກຳ​ພ້ອມ​ກັບ​ພໍ່​ແມ່​​ຊາວ​ເຜົ່າ​ມົ້ງ… ໂດຍນອນ​ໃນ​ຂອ​ບ​ເຂດ​ລາ​ຍ​ການ, ຕອນ​ເຊົ້າ​ວັນ​ທີ 18/9, Festival ໂດດ​ຈ້ອງ “ບິນ​ເທິງ​ນາ​ຂັ້​ນ​ໄດ” ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ຜ່ານ​ກາ​ນ​ສະ​ແດງ​ຂອງ​ນັກ​ບິນ​ເກ​ືອບ 100 ຄົນ​ທີ່​ມາ​ຈາກ​ທົ່ວ​ປະ​ເທດ. ໂດຍ​ນອນ​ໃນ​ເຂດ​ມີ​ຄ​ວາມ​ສູງ 1.200ມ ເມື່ອ​ທ​ຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ຢູ່​​ໃຕ້​ແມ່ນ​ນາ​ຂັ້ນ​ໄດ​ທີ່​ໃຫ​ຍ່​ໂຕ​ໂອ​ໂຖງ​ພວມ​ໃນ​ໄລ​ຍະ​ສຸກ​ເຫຼືອງ, ສະ​ຖານ​ທີ່​ ເຄົາ​ຟ້າ​ ໄດ້​ຮັບ​ຖື​ວ່າ​ແມ່ນ​​ໜຶ່ງ​ໃນສະ​ຖານ​ທີ່​ບິນ 5 ແຫ່ງ​ສວຍ​ງາມ​ທີ່​ສຸດ​​ຂອງທົ່ວ​ປະ​ເທດ, ​ເຊິ່ງບັນ​ດາ​ນັກ​ບິນ​​ໄດ້ເລືອກ​ເປັນ​ສະ​ຖານ​ທີ່​ບິນ​ປະ​ຈຳ​ປີ. ພາຍຫຼັງ​​ບິນ​ແລ້ວ, ບັນ​ດາ​ນັກ​ບິນ​ຈະ​ບິນຈອດ​​ລົງ​ເຄົາ​ຟ້າ​ປີ 2016”, ຄະ​ນະ​ຈັດ​ຕັ້ງ​ຈະ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ການ​ບິນ​ບໍ​ລິ​ການ (ແຂກ​ເຂົ້າ​ຮ່ວມ​ລາຍ​ການນີ້​ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ສາ​ມາດ​ບິນ​​ໂດຍບັນ​ດາ​ສະ​ໂມ​ສອນ​ກ່​ຽວ​ກັບ ໂດດ​ຈ້ອງ ສະ​ໜອງ​ໃຫ້) ເພື່ອ​ຮັບ​ຮູ້​ໄດ້​ເຂດ​ພູ​​ຜາ​ປ່າ​ໄມ້ໄຕ​ບັກ​ຈາກ​ອາ​ວະ​ກາດ. ຫວັງ​ວ່າ, ບັນ​ດາ​ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ​ຈະ​ຊ່ວຍ​ໃຫ້​ເພື່ອນ ສະ​ເຫຼີມ​ໄຊ ແລະ ບັນ​ດາ​ຜູ້​ຟັງ, ຜູ້​ອ່ານ​​ສາ​ມາດຮັບ​ຮູ້​ໄດ້​ເຖິງ​​ງານ​ບຸນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ນີ້.

          ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການ ເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com
ຂ່າວ/ບົດ​ອື່ນ