ສານອວຍພອນປີໃໝ່ຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ

(VOVWORLD) - ໃນປີຜ່ານມາ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ມານະພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ບັນດາຜົນງານພົ້ນເດັ່ນ, ຮອບດ້ານ, ພິເສດແມ່ນດ້ານເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ການກໍ່ສ້າງພັກ.

ຂໍຮຽນພໍ່ແມ່ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ແລະ ນັກຮົບໃນທົ່ວປະເທດ!

ເນື່ອງໃນໂອກາດປີໃໝ່ 2018 ແລະ ຕ້ອນຮັບບຸນປີໃໝ່ປະຈຳຊາດປີຈໍ, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດ ແລະ ນ້ຳໃຈທີ່ຮັກແພງເຖິງພໍ່ແມ່ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ແລະ ນັກຮົບໃນທົ່ວປະເທດ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ໂດຍຕາງໜ້າໃຫ້ລັດ ແລະ ປະຊາຊົນ ຫວຽດນາມ, ຂ້າພະເຈົ້າຂໍອວຍພອນໃຫ້ປະຊາຊົນ ແລະ ເພື່ອນມິດສາກົນທັງຢູ່ 5 ທະວີບໃນໂລກຈົ່ງກ້າວເຂົ້າສູ່ປີໃໝ່ແຫ່ງສັນຕິພາບ, ມິດຕະພາບ, ຜາສຸກ ແລະ ວັດທະນາຖາວອນ.

ຂໍຮຽນພໍ່ແມ່ພີ່ນ້ອງຮ່ວມຊາດ, ເພື່ອນມິດສະຫາຍ ແລະ ນັກຮົບໃນທົ່ວປະເທດ!

        ໃນປີຜ່ານມາ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ມານະພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ບັນດາຜົນງານພົ້ນເດັ່ນ, ຮອບດ້ານ, ພິເສດແມ່ນດ້ານເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ການກໍ່ສ້າງພັກ. ທີ່ຕັ້ງບົດບາດ, ກຳລັງແຮງ, ອິດທິພົນຊື່ສຽງຂອງປະເທດຊາດສືບຕໍ່ໄດ້ຮັບການຍົກສູງຂຶ້ນ, ສາມາດຢັ້ງຢືນຄຸນນະທາດ, ພູມປັນຍາ ຫວຽດນາມ, ໄດ້ຮັບການສະໜັບສະໜູນເຫັນດີເຫັນພ້ອມຈາກທົ່ວປວງຊົນ, ໄດ້ຮັບການຕີລາຄາສູງຈາກຫາງສຽງສາກົນ, ອັນໄດ້ສ້າງບັນຍາກາດເບີກບານມ່ວນຊື່ນໃນສັງຄົມ, ນຳປະເທດຊາດສືບຕໍ່ພັດທະນາແບບຍືນຍົງ.  

        ປີໃໝ່, ລະດູບານໃໝ່, ບຸນເຕັດໄດ້ວຽນມາ, ນຳມາເຊິ່ງບັນດາສິ່ງດີງາມ. ດ້ວຍຄວາມຕັດສິນໃຈໃໝ່, ບັນຍາກາດໃໝ່, ພະລັງຊີວິດໃໝ່, ຄວາມເຊື່ອໝັ້ນຢ່າງເລິກເຊິ່ງຕໍ່ການນຳພາຂອງພັກ, ລັດ ແລະ ອະນາຄົດອັນສົດໃສຂອງຊາດ, ຊາວ ຫວຽດນາມ  ພວກເຮົາ ຈົ່ງເສີມຂະຫຍາຍມູນເຊື້ອຮັກຊາດ, ເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ງແຂງດ້ວຍຕົນເອງ, ສາມັກຄີ, ຮ່ວມແຮງຮ່ວມໃຈ, ສືບຕໍ່ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ອອກແຮງແຂ່ງຂັນຍາດໄດ້ໄຊຊະນະໃຫມ່ທີ່ຍິ່ງໃຫຍ່ກ່ວາເກົ່າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະກອບສ່ວນຢ່າງເໝາະສົມເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນໂລກ.

        ປີໃໝ່, ກາລະໂອກາດໃໝ່, ໄລຍະໃໝ່, ກຳລັງໜູນໃໝ່, ພວກເຮົາຈະປະສົບຜົນສຳເລັດຢ່າງແນ່ນອນ.                                                                                

ຕອບກັບ

ຂ່າວ/ບົດ​ອື່ນ