ອະດີດເລຂາທິການໃຫຍ່ ໂດເມື່ອຍ ໃນຄວາມຊົງຈຳຂອງລູກສາວທ່ານປະທານ ສຸພານຸວົງ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 260 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 42 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈ, ສະແດງຄວາມເສຍດາຍຕໍ່ການຈາກໄປຂອງອະດີດເລຂາທິການໃຫຍ່ ໂດເມື່ອຍ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບົດຂຽນ “ອະດີດເລຂາທິການໃຫຍ່ ໂດເມື່ອຍ ໃນຄວາມຊົງຈຳຂອງລູກສາວທ່ານປະທານ ສຸພານຸວົງ” ຂອງນັກຂ່າວ VOV ປະຈຳລາວ.

ອະດີດເລຂາທິການໃຫຍ່ ໂດເມື່ອຍ ໃນຄວາມຊົງຈຳຂອງລູກສາວທ່ານປະທານ ສຸພານຸວົງ - ảnh 1 ທ່ານ ໂດເມື່ອຍ ຢ້ຽມຢາມຄອບຄົວປະທານ ສຸພານຸວົງ

ແຕ່ຄາວຍັງມີຊີວິດຢູ່, ອະດີດເລຂາທິການໃຫຍ່ ໂດເມື່ອຍ ຍາມໃດກໍ່ເອົາໃຈໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ. ເມື່ອໄປຢ້ຽມຢາມສັນຖະວະໄມຕີລາວ, ທ່ານ ໂດເມື່ອຍ ຍາມໃດກໍ່ສະຫຼະເວລາໄປຢື້ຢາມຖາມຂ່າວບັນດາການນຳຜູ້ອາວຸໂສທີ່ເຄີຍຮຽງບ່າຮຽງໄຫລ່ກັບປະທານ ໂຮ່ຈີມິນ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ. ໃນນັ້ນ ມີປະທານ ສຸພານຸວົງ. ບັນດາອາລົມຈິດ, ຄວາມຊົງຈຳຍາກທີ່ຈະຫຼົງລືມໄດ້ນັ້ນ ໄດ້ວາດພາບຜ່ານຄຳເລົ່າຂອງທ່ານນາງ ຍອດແກ້ວມະນີ ສຸພານຸວົງ (ລູກສາວຂອງທ່ານປະທານ ສຸພານຸວົງ).

ເມື່ອເວົ້າກ່ຽວກັບອະດີດເລຂາທິການໃຫຍ່ ໂດເມື່ອຍ, ທ່ານນາງ ຍອດແກ້ວມະນີ ສຸພານຸວົງ - ລູກສາວຂອງທ່ານປະທານ ສຸພານຸວົງ ມີຄວາມຕື້ນຕັນໃຈກ່ຽວກັບການນຳຂັ້ນສູງຂອງພັກກອມມູນິດ ຫວຽດນາມ ມີບຸກຄະລິກທີ່ລຽບງ່າຍ, ຈິງໃຈ, ຍາມໃດກໍ່ເອົາໃຈໃສ່ເຖິງທຸກຄົນ. ອະດີດເລຂາທິການໃຫຍ່ ໂດເມື່ອຍ ໄດ້ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ໃນປີ 1991. ຫລັງຈາກນັ້ນໄລຍະໜຶ່ງ, ທ່ານ ໂດເມື່ອຍ ໄດ້ເລືອກເອົາປະເທດ ລາວ ເປັນປະເທດທຳອິດໄປປະຕິບັດງານຢູ່ຕ່າງປະເທດ. ເຖິງວ່າຕາຕະລາງເຮັດວຽກກັບບັນດາການນຳ ລາວ ບໍ່ຫວ່າງກໍ່ຕາມ, ແຕ່ທ່ານ ໂດເມື່ອຍ ກໍ່ຍາດເວລາພັກຜ່ອນສ່ວນຕົວໄປຢ້ຽມຢາມຄອບຄົວປະທານ ສຸພານຸວົງ ເມື່ອປະທານ ສຸພານຸວົງ ພັກບຳນານແລ້ວ. ສຳລັບທ່ານນາງ ຍອດແກ້ວມະນີ ສຸພານຸວົງ, ນັ້ນແມ່ນອະນຸສອນຍາກທີ່ຈະຫຼົງລືມໄດ້. ທ່ານນາງເລົ່າສູ່ຟັງວ່າ:

ຫາກໍ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່, ທ່ານ ໂດເມື່ອຍ ໄດ້ມີການຢ້ຽມຢາມ ລາວ. ທ່ານມາຢ້ຽມຢາມຄອບຄົວ, ພໍ່ແມ່ຂອງຂ້າພະເຈົ້າ. ພໍ່ແມ່ຂ້າພະເຈົ້າເຄີຍເລົ່າສູ່ຟັງວ່າ ທ່ານ ໂດເມື່ອຍ ເປັນຄົນລຽບງ່າຍ, ສະໜິດຕິດແທດກັບມະຫາຊົນ, ເອົາໃຈໃສ່, ຮັກແພງທຸກຄົນ, ທ່ານມີຄວາມສະຫງ່ຽມຄ່ຽມຄົມ, ຈິງໃຈ. ເມື່ອພົບປະກັບພໍ່ແມ່ຂອງຂ້າພະເຈົ້າ ຍາມໃດທ່ານກໍ່ເອົາໃຈໃສ່ຢື້ຢາມຖາມຂ່າວກ່ຽວກັບສຸຂະພາບ, ຖາມຂ່າວຄາວລູກຫຼານເປັນຄືແນວໃດແລ້ວ, ຄອບຄົວກໍ່ສະບາຍດີບໍ. ທ່ານກໍ່ສະແດງຄວາມຮັກແພງຂອງບັນດາການນຳ ຫວຽດນາມ, ປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ບັນດາການນຳ ລາວ ເວົ້າລວມ ແລະ ຄອບຄົວປະທານ, ສະເດັດເຈົ້າ ສຸພານຸວົງ ພວກຂ້າພະເຈົ້າເວົ້າສະເພາະ. ນັ້ນແມ່ນການສະແດງອອກຂອງຄວາມເອົາໃຈໃສ່ທີ່ເປັນມູນເຊື້ອ, ຮັກແພງເຄົາລົບນັບຖືສຳລັບຄົນລຸ້ນກ່ອນ. ທ່ານ ໂດເມື່ອຍ ກໍ່ເລົ່າສູ່ໃຫ້ຟັງກ່ຽວກັບແບບຢ່າງບໍລິສຸດຜຸດຜ່ອງ, ຈິງໃຈໃນການພົວພັນລະຫວ່າງ 2 ພັກ, 2 ປະເທດ ຫວຽດນາມ - ລາວ. ສິ່ງນີ້ແມ່ນສິ່ງທີ່ພວກຂ້າພະເຈົ້າບໍ່ອາດຫຼົງລືມໄດ້.

ອະດີດເລຂາທິການໃຫຍ່ ໂດເມື່ອຍ ໃນຄວາມຊົງຈຳຂອງລູກສາວທ່ານປະທານ ສຸພານຸວົງ - ảnh 2 ທ່ານນາງ ຍອດແກ້ວມະນີ ສຸພານຸວົງ ຕອບສຳພາດຕໍ່ນັກຂ່າວ VOV

ເຊິ່ງໃນຮ່າງກາຍຂອງຕົນມີ 2 ສາຍເລືອດ ຫວຽດນາມ - ລາວ, ທ່ານນາງ ຍອດແກ້ວມະນີ ສຸພານຸວົງ ແລະ ບັນດາລູກຂອງປະທານ ສຸພານຸວົງ ຍາມໃດກໍ່ປະຕິບັດຕາມແບບຢ່າງຂອງພໍ່ແມ່ຕົນ, ສູ້ຊົນຮ່ຳຮຽນ, ປະຕິບັດງານ, ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ປະເທດຊາດ. ທ່ານນາງຍາມໃດກໍ່ມີຄວາມເອກອ້າງທະນົງໃຈຕໍ່ບັນດານັກປະຕິວັດຜູ້ອາວຸໂສລຸ້ນຕ່າງໆໄດ້ເພີ່ມຄູນພູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ ແລະ ລາວ. ເມື່ອໄດ້ຮັບຂ່າວວ່າ ທ່ານເລຂາທິການໃຫຍ່ ໂດເມື່ອຍ ເຖິງແກ່ມໍລະນະກຳ, ທ່ານນາງ ຍອດແກ້ວມະນີ ກໍ່ຄືປະຊາຊົນ ລາວ ມີຄວາມຕື້ນຕັນໃຈ, ໂສກເສົ້າເສຍດາຍຢ່າງສຸດຊື້ງ. ທ່ານນາງກ່າວວ່າ:

ເມື່ອໄດ້ຮັບຂ່າວວ່າທ່ານ ໂດເມື່ອຍ ເຖິງແກ່ມໍລະນະກຳ, ຂ້າພະເຈົ້າຮູ້ສຶກໂສກເສົ້າເສຍໃຈທີ່ສຸດ. ທ່ານ ໂດເມື່ອຍ ຈາກໄປລວມອາຍຸໄດ້ 101 ປີ,  ຍ້ອນເທວະດາຟ້າແຖນປົກປ້ອງຄຸ້ມຄອງໃຫ້ມີອາຍຸຍືນ ຍ້ອນທ່ານໂດເມື່ອຍ ເຮັດແຕ່ສິ່ງທີ່ດີເປັນທຳ, ມີຄວາມຮັກຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ. ທ່ານ ໂດເມື່ອຍ ຈາກໄປ, ຂ້າພະເຈົ້າໂສກເສົ້າເສຍດາຍທີ່ສຸດ ແຕ່ຄິດວ່າ ທ່ານໄດ້ເຮັດສຳເລັດໜ້າທີ່ແລ້ວ. ໄດ້ເຮັດສິ່ງທີ່ດີໃຫ້ປະເທດຊາດ ຫວຽດນາມ ກໍ່ຄືໃຫ້ປະຊາຊົນ ລາວ, ການປະຕິວັດ ລາວ. ທ່ານ ໂດເມື່ອຍ ຈາກໄປໃນຂະນະທີ່ ປະເທດ ຫວຽດນາມ ປັດຈຸບັນທັງພັດທະນາ ທັງມີອິດທິພົນຊື່ສຽງໃນເວທີສາກົນ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຮູ້ສຶກໄດ້ວ່າ ໃນຄວາມໂສກເສົ້ານັ້ນ ກໍ່ມີຄວາມເອກອ້າງທະນົງໃຈ. ຂ້າພະເຈົ້າຫວັງວ່າ ປະເທດ ຫວຽດນາມ ຈະຫັນຄວາມເຈັບປວດນີ້ກາຍເປັນກຳລັງແຮງເພື່ອສືບຕໍ່ບືນຕົວຂຶ້ນ.

ຫວັງວ່າ ຜ່ານບົດຂຽນດັ່ງກ່າວ ທ່ານຜູ້ຟັງລາວຈະມີຄວາມເຂົ້າໃຈກ່ຽວກັບອາລົມຈິດຂອງທ່ານນາງ ຍອດແກ້ວມະນີ ທີ່ສະຫງວນໃຫ້ອະດີດເລຂາທິການໃຫຍ່ ໂດເມື່ອຍ ເວົ້າສະເພາະ ແລະ ອາລົມຈິດຂອງປະຊາຊົນ 2 ປະເທດ ຫວຽດນາມ ແລະ ລາວ ເວົ້າລວມຕື່ມອີກ.

ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ