ເຄື່ອງດົນຕີທີ່ເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍ ປະກົດມີກ່ອນໝູ່ໃນປະຫວັດແຫ່ງດົນຕີຂອງ ຫວຽດນາມ

(VOVWORLD)-ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 169 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງຢູ່ຫຼາຍປະເທດໃນໂລກ. ໃນນັ້ນລາຍການກະຈາຍສຽງພາກພາສາລາວ ໄດ້ຮັບ ຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບ ຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.ນັບແຕ່ດົນນານມາແລ້ວ, ເຄື່ອງດົນຕີເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍໄດ້ມີບົດບາດສຳຄັນໃນຊີວິດທາງດ້ານຈິດໃຈຂອງຊາວ ຫວຽດນາມ, ມັນຕິດພັນກັບຊີວິດປະຈຳວັນ, ຕິດພັນກັບການອອກແຮງງານທຳການຜະລິດ, ຮີດຄອງປະເພນີ, ງານບຸນຂອງແຕ່ລະເຂດ, ພາກ. 

ເພື່ອນ ພູຄຳ ຢູ່ແຂວງວຽງຈັນ ໄດ້ໂທລະສັບມາລາຍການໂດຍໃຫ້ຮູ້ວ່າ: ໃນຕົ້ນເດືອນ ພຶດສະພາ ຜ່ານມາ, ລາຍການພາກພາສາລາວ VOV ໄດ້ປ່ຽນໜ້າເວັບໄຊໃໝ່, ຂ້າພະເຈົ້າເຫັນວ່າ ໜ້າເວັບໃໝ່ນີ້ທັນສະໄໝ ແລະ ສວຍງາມກວ່າ, ມີຄວາມສະດວກກວ່າໃນການຕິດຕາມຂ່າວ,ບົດ ແລະ ຊອກຫາຂໍ້ມູນຂ່າວ. ສະເພາະ, ລາຍການພາບສາລະຄະດີ ແລະ ວີດີໂອ (media) ກໍ່ໄດ້ສ້າງຄວາມປະທັບໃຈທີ່ສຸດສຳລັບຂ້າພະເຈົ້າ. ໃນໂອກາດນີ້, ຂ້າພະເຈົ້າຂໍ້ວອຍພອນໃຫ້ VOV ແລະ VOV5 ເວົ້າສະເພາະນັບມື້ນັບມີການປັບປຸງ, ທັນສະໄໝ ແລະ ດຶງດູດຜູ້ຟັງ, ຜູ້ຊົມໃຫ້ຫຼາຍກວ່າອີກ.

ໃນອາທິດຜ່ານມາ, ເພື່ອນ ທິດາ ກິດຈະເລີນ, ປະຈຸບັນພວມດຳລົງຊີວິດຢູ່ແຂວງຄຳມ່ວນ, ໄດ້ຝາກຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າໄດ້ຕິດຕາມຂໍ້ມູນຂ່າວໃນເວັບໄຊ vovworld.vn ແລະ ໄດ້ຮູ້ວ່າ ວັນຄ້າຍວັນເກີດຂອງປະທານໂຮ່ຈິມິນ ແມ່ນໃນເດືອນພຶດສະພານີ້. ຂ້າພະເຈົ້າຢາກຊອກຮູ້ຂໍ້ມູນຂ່າວກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຮ່ຈິມິນ ຕື່ມອີກ ແລະ ຂ້າພະເຈົ້າຢາກຮັບຟັງບາງບົດເພງທີ່ມີຊື່ສຽງກ່ຽວກັບປະທານໂຮ່ຈິມິນ. ຫວັງວ່າ, ບັນດາອ້າຍເອື້ອຍນ້ອງບັນນາທິການພາກພາສາລາວຊ່ວຍໃຫ້ຂ້າພະເຈົ້າໄດ້ຮູ້ຂໍ້ມູນ ແລະ ໄດ້ຮັບຟັງບົດເພງນັ້ນແດ່ເດີ.

ເພື່ອນ ທິດາ ກິດຈະເລີນ ທີ່ຮັກແພງ, ປະທານໂຮ່ຈິມິນ (ຄາວຍັງນ້ອຍເພີ່ນມີຊື່ວ່າ ຫງວຽນຊິງກຸງ, ເມື່ອໄປຮຽນມີຊື່ວ່າ ຫງວຽນເຕີດແທ່ງ, ເວລາເຄື່ອນໄຫວປະຕິວັດເພີ່ນໄດ້ໃສ່ຊື່ວ່າ ຫງວຽນອ໋າຍກ໋ວກ (ໝາຍຄວາມວ່າຮັກຊາດ), ເພີ່ນເກີດເມື່ອວັນທີ 19 ພຶດສະພາ 1890, ຢູ່ບ້ານກິມລຽນ, ເມືອງນາມດ່ານ, ແຂວງ ເຫງະອານ ແລະ ເພີ່ນເຖິງແກ່ມໍລະນະກຳໃນວັນທີ 02 ກັນຍາ 1969 ຢູ່ຮ່າໂນ້ຍ. ປະທານໂຮ່ຈິມິນ ແມ່ນນັກກອມມູນິດຜູ້ຍິ່ງໃຫຍ່, ເປັນນັກວິລະຊົນທີ່ດີເລີດຂອງຊາດ, ເປັນນັກຮົບສາກົນທີ່ປີຊາສາມາດ, ເພີ່ນໄດ້ຕໍ່ສູ້ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ແລະ ອຸທິດຕະຫຼອດຊີວິດຂອງຕົນເພື່ອປະເທດຊາດ, ເພື່ອປະຊາຊົນ, ເພື່ອອຸດົມຄະຕິກອມມູນິດ, ເພື່ອຄວາມເອກະລາດ, ອິດສະລະພາບຂອງປະເທດຊາດ, ເພື່ອສັນຕິພາບ ແລະ ຄວາມຍຸດຕິທຳໃນໂລກ. ປີ 2017 ແມ່ນປີສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດຂອງເພີ່ນ. ຢູ່ຫວຽດນາມ ເກືອບຄືວ່ານັກດົນຕີຜູ້ໃດກໍແຕ່ງບົດເພງກ່ຽວກັບເພີ່ນ, ບັນດາບົດເພງເຫຼົ່ານັ້ນລ້ວນແຕ່ແມ່ນເພງມ່ວນ ແລະ ສ້າງຄວາມສະເທືອນໃຈໃຫ້ແກ່ຜູ້ຟັງທີ່ສຸດຄືບົດເພງ: ລຸງໂຮ່ຄວາມຮັກທີ່ກວ້າງໃຫຍ່ໄພສານ, ຈາກບ້ານແຊນ, ພາກກາງຄິດຮອດລຸງໂຮ່... ໃນໂອກາດນີ້, ລາຍການພາກພາສາລາວ ກໍຈະແນະນຳບາງບົດເພງກ່ຽວກັບລຸງໂຮ່ ໃນລາຍການເພງຊິ່ງຈະອອກອາກາດໃນວັນທີ 19 ພຶດສະພາ, ພວກຂ້າພະເຈົ້າຈະຄັດສະເໜີເຖິງທ່ານຜູ້ຟັງບັນດາບົດເພງກ່ຽວກັບລຸ່ງໂຮ່, ເຊີນເພື່ອນ ທິດາ ກິດຈະເລີນ ແລະ ມິດເພງທັງຫຼາຍຕິດຕາມຮັບຟັງ.

ເຄື່ອງດົນຕີທີ່ເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍ ປະກົດມີກ່ອນໝູ່ໃນປະຫວັດແຫ່ງດົນຕີຂອງ ຫວຽດນາມ - ảnh 1 ເຄື່ອງດົນຕີທີ່ເຮັດຈາກໄມ້ໄຜ່ໄມ້ເຮ້ຍຂອງຫວຽດນາມ 

(ພາບອີນເຕີແນັດ)

ເພື່ອນລັດທະວົງ ຢູ່ແຂວງຊຽງຂວາງ ໄດ້ສົ່ງອີແມວມາລາຍການພາກພາສາລາວ ຢາກຊອກຮູ້ກ່ຽວກັບເຄື່ອງດົນຕີທີ່ເຮັດຈາກໄມ້ໄຜ່ໄມ້ເຮ້ຍຂອງຫວຽດນາມ ແລະ ບໍ່ຮູ້ວ່າປະເພດເຄື່ອງດົນຕີດັ່ງກ່າວນັ້ນໄດ້ນຳໃຊ້ຫຼາຍບໍ່ ແລະ ນຳໃຊ້ໃນບັນດາເພງປະເພດໃດ?

ເພື່ອນ ລັດທະວົງ ທີ່ຮັກແພງ, ຫວຽດນາມ ແມ່ນປະເທດທີ່ມີສາງເຄື່ອງດົນຕີພື້ນເມືອງທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ, ດ້ວຍເຄື່ອງດົນຕີທີ່ແຕກຕ່າງກັນນັບຮ້ອຍປະເພດ. ໃນເຄື່ອງດົນຕີພື້ນເມືອງປະເພດຕ່າງໆ, ເຄື່ອງດົນຕີທີ່ເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍ ແມ່ນປະເພດທີ່ໄດ້ປະກົດມີກ່ອນໝູ່ໃນປະຫວັດແຫ່ງດົນຕີຂອງ ຫວຽດນາມ. ຕົ້ນໄມ້ໄຜ່ຍາມໃດກໍ່ເປັນສັນຍາລັກແຫ່ງຄວາມໃກ້ຊິດຕິດແທດໃນຊີວິດການເປັນຢູ່ ແລະ ຈິດໃຈຂອງຊາວ ຫວຽດນາມ. ຈາກຕົ້ນໄມ້ໄຜ່ທຳມະດາງ່າຍດາຍນັ້ນ, ບັນດານັກສິລະປະການທີ່ມີຄວາມມີຄວາມເກັ່ງກ້າ ໄດ້ປະດິດສ້າງເປັນເຄື່ອງດົນຕີຫຼາຍປະເພດ ເພື່ອສ້າງຄວາມຮັ່ງມີໃຫ້ຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈຂອງຊາດຕື່ມອີກ. ນັບແຕ່ດົນນານມາແລ້ວ, ເຄື່ອງດົນຕີເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍໄດ້ມີບົດບາດສຳຄັນໃນຊີວິດທາງດ້ານຈິດໃຈຂອງຊາວ ຫວຽດນາມ, ມັນຕິດພັນກັບຊີວິດປະຈຳວັນ, ຕິດພັນກັບການອອກແຮງງານທຳການຜະລິດ, ຮີດຄອງປະເພນີ, ງານບຸນຂອງແຕ່ລະເຂດ, ພາກ. ເຄື່ອງດົນຕີທີ່ເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍ ຖືກນຳໃຊ້ໃນບັນດາຮູບການດົນຕີພື້ນເມືອງຂອງ ຫວຽດນາມ, ໃນນັ້ນມີຂັບຊວານຟູ໋ທໍ້, ຂັບກາຈູ່, ຂັບກວານຫໍ້, ດົນຕີໃນພະລາດຊະວັງ ເຫວ໋, ຂັບເດີ່ນກາຕ່າຍຕືພາກໃຕ້, ເຊິ່ງແມ່ນບັນດາຮູບການດົນຕີທີ່ໄດ້ຮັບການຮັບຮອງຈາກ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ວ່າ ເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ. ນັບແຕ່ເມື່ອປະກົດມີມາ, ເຄື່ອງດົນຕີເຮັດດ້ວຍໄມ້ ໄດ້ເປັນເຄື່ອງດົນຕີສົມບູນແບບພໍສົມຄວນ, ມີຄວາມອຸດົມສົມບູນດ້ານຈຳນວນ, ຄວາມເປັນເອກະລັກສະເພາະກ່ຽວກັບນ້ຳສຽງ ແລະ ຫຼາຍຮູບຫຼາຍແບບດ້ານໂຄງປະກອບ. ເຄື່ອງດົນຕີປະເພດນີ້ ໄດ້ສ້າງຄວາມເປັນເອກະລັກສະເພາະໃຫ້ພື້ນຖານດົນຕີພື້ນເມືອງຂອງ ຫວຽດນາມ. ເຄື່ອງດົນຕີທີ່ເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍມີລັກສະນະທົ່ວໄປ, ຍ້ອນມັນໄດ້ຮັບການສ້າງຂຶ້ນດ້ວຍວັດຖຸທີ່ມີຢູ່ແລ້ວໃນສວນ, ໃນໝູ່ບ້ານ ຫຼືໃນປ່າ. ນີ້ກໍ່ແມ່ນຈຸດພິເສດສະເພາະຂອງເຄື່ອງດົນຕີປະເພດນີ້. ເຖິງວ່າໄດ້ເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍ ແລະ ໄດ້ຮັບການປະກອບຢ່າງງ່າຍດາຍຕໍ່ຕາມ, ແຕ່ມັນພັດສ້າງຄວາມດູດດຶງໃຫ້ແກ່ຜູ້ຟັງ. ຍ້ອນເຫດນັ້ນ, ເຄື່ອງດົນຕີທີ່ເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍຈຶ່ງກວມອັດຕາສູງໃນລະບົບເຄື່ອງດົນຕີພື້ນເມືອງ ຫວຽດນາມ. ເຄື່ອງດົນຕີພື້ນເມືອງ ຫວຽດນາມ ໄດ້ຮັບການສ້າງຂຶ້ນໃນຕະຫຼອດວິວັດແຫ່ງການດຳລົງຊີວິດ ແລະ ປະຫວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ