ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ສືບຕໍ່ໄດ້ຮັບຂໍ້ຄວາມ, ອີເມວຫຼາຍສະບັບ ແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານ ທີ່ມາຈາກປະເທດລາວ ແລະ ບາງປະເທດອື່ນອີກ. ໃນນັ້ນ, ທ່ານຜູ້ຟັງ, ຜູ້ອ່ານສ່ວນຫຼາຍມີຄວາມສົນໃຈເຖິງບັນດາການເຄື່ອນໄຫວພົວພັນແລກປ່ຽນ, ການຮ່ວມມືລະຫວ່າງຫວຽດນາມ ແລະ ລາວ ທີ່ໄດ້ດໍາເນີນໃນອາທິດຜ່ານມາ, ພ້ອມທັງສະແດງຄວາມຮູ້ສຶກ ແລະ ຕີລາຄາກ່ຽວກັບບັນດາຄໍລໍາຂອງລາຍການ.ໃນລາຍການ “ໂອ້ລົມກັບເພື່ອນລາວ” ພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບດັ່ງກ່າວ. ເຊີນທ່ານຕິດຕາມຮັບຟັງ.

ເພື່ອນ ຫງວຽນທິລີ, ເຊິ່ງເປັນນັກສຶກສາຫວຽດນາມພວມຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ, ໄດ້ສົ່ງຂໍ້ຄວາມເຖິງລາຍການ ໂດຍສະແດງຄວາມໃນໃຈວ່າ: ຂ້າພະເຈົ້າໄດ້ຮັບຟັງ ແລະຕິດຕາມລາຍການກະຈາຍສຽງພາກພາສາລາວ ເປັນປະຈໍາ. ໃນນັ້ນ, ຄໍລໍາວັດທະນະທໍາ ແລະ ຄົ້ນຫາຫວຽດນາມ ທີ່ລາຍການໄດ້ລົງໃນເວັບໄຊ vovwolrd.vn, ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມຮູ້ຫຼາຍຢ່າງກ່ຽວກັບພື້ນຖານວັດທະນະທໍາທີ່ຫຼາຍຮູບຫຼາຍສີຂອງປະເທດຕົນຕື່ມອີກ. ນີ້ແມ່ນໂອກາດເພື່ອໃຫ້ຂ້າພະເຈົ້າສາມາດໂຄສະນາ, ແນະນໍາວັດທະນະທໍາ, ປະເທດຊາດ ແລະ ຊາວຫວຽດນາມ  ເຖິງໝູ່ເພື່ອນຄົນລາວ ເຊິ່ງບໍ່ຕ້ອງເປັນຫ່ວງເຖິງເລື່ອງພາສາລາວຂອງຕົນອີກ. ຂ້າພະເຈົ້າຫວັງວ່າ ຈະສືບຕໍ່ໄດ້ອ່ານບັນດາບົດຂຽນມ່ວນ ແລະ ຈັບໃຈຈາກບັນດາອ້າຍເອື້ອຍບັນນາທິການ ລາຍການກະຈາຍສຽງພາກພາສາລາວຕື່ມອີກ. ຂໍຂອບໃຈ!

ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ - ảnh 1 (ພາບປະກອບ: ຂົວຄໍາ ຢູ່ Ba Na Hills )

        ເພື່ອນ ເພັດ ອິນທິລາດ, ຈາກນະຄອນຫຼວງວຽງຈັນ, ລາວ ໄດ້ສົ່ງອີເມວເຖິງລາຍການ ດ້ວຍເນື້ອໃນວ່າ: ສະບາຍດີບັນດາອ້າຍເອື້ອຍບັນນາທິການ ລາຍການກະຈາຍສຽງພາກພາສາລາວ. ໃນຂະນະຂ້າພະເຈົ້າຊອກຫາສະຖານທີ່ທ່ອງທ່ຽວຕ່າງໆຂອງຫວຽດນາມຜ່ານທາງອິນເຕີເນັດ, ຂ້າພະເຈົ້າ ຈຶ່ງໄດ້ຮູ້ຈັກເຖິງເວັບໄຊຂອງລາຍການ. ຜ່ານການຕິດຕາມ ແລະ ອ່ານຂ່າວຄາວໃນເວັບໄຊດ່ັງກ່າວມາເປັນເວລາ 2 3 ອາທິດ, ຂ້າພະເຈົ້າເຫັນວ່າ ນີ້ແມ່ນເວັບໄຊທີ່ມີປະໂຫຍດຫຼາຍສໍາລັບຂ້າະເຈົ້າ. ໃນນັ້ນ, ຂ້າພະເຈົ້າມີຄວາມປະທັບໃຈຕໍ່ຄໍລໍາ Media ທີ່ສຸດ. ພິເສດແມ່ນບັນດາພາບຖ່າຍກ່ຽວກັບຂົວຄໍາ ຢູ່ Ba Na Hills  ທີ່ໄດ້ເອົາລົງໃນອາທິດຜ່ານມາ. ໃນການໄປທ່ອງທ່ຽວຫວຽດນາມຂອງຂ້າພະເຈົ້າໃນໄລຍະຈະເຖິງ, ແນ່ນອນວ່າຂ້າພະເຈົ້າຈະເລືອກເອົາຂົວຄໍາເປັນສະຖານທີ່ທໍາອິດ. ຂອບໃຈຫຼາຍໆ.

        ທ່ານ ສົມເພັດ ດວງພາສີ ເຊິ່ງເປັນອາຈານສອນຊັ້ນປະຖົມຢູ່ແຂວງໄຊສົມບູນ ໄດ້ສົ່ງຂໍ້ຄວາມເຖິງລາຍການ ແລະ ຖາມວ່າ: ໃນອາທິດຜ່ານມາ ຂ້າພະເຈົ້າໄດ້ອ່ານຂ່າວຄາວໃນເວັບໄຊຂອງ VOV ແລະ ເຫັນວ່າ: ໝາກມ່ວງຫິມະພານໄດ້ນໍາມາເຊິ່ງມູນຄ່າທາງດ້ານເສດຖະກິດສູງ ແຕ່ການປູກຢູ່ລາວຍັງໃນເນື້ອທີ່ຈໍາກັດ. ສະນັ້ນ, ຂ້າພະເຈົ້າຢາກຮູ້ວ່າ ຢູ່ຫວຽດນາມ, ຕົ້ນໝາກມ່ວງຫິມະພານນີ້ໄດ້ປູກຢູ່ແຂວງໃດຫຼາຍກວ່າໝູ່ ແລະ ເງື່ອນໄຂດິນຟ້າອາກາດ ແມ່ນຄືແນວໃດ? ຂ້າພະເຈົ້າຢາກທາບທາມ ເພື່ອເອົາໄປເປີດກວ້າງເນື້ອທີ່ປູກຢູ່ລາວ. ຂໍຂອບໃຈ!

ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ - ảnh 2 (ພາບປະກອບ)

ທ່ານ ສົມເພັດ ດວງພາສີ ທີ່ຮັກແພງ, ຕົ້ນໝາກມ່ວງຫິມະພານແມ່ນຕົ້ນໄມ້ອຸດສາຫະກໍາຍາວນານ, ມີມູນຄ່າເສດຖະກິດສູງ. ປີ 2017, ວົງເງິນສົ່ງອອກໝາກມ່ວງຫິມະພານຂອງຫວຽດນາມ ບັນລຸເກືອບ 3,6 ຕື້ USD, ຢືນອັນດັບທີ 1 ໃນໂລກ ກ່ຽວກັບການຜະລິດ ແລະສົ່ງອອກ. ສະມັດຕະພາບສະເລ່ຍບັນລຸແຕ່ 1,2 – 1,5 ໂຕນ/ເຮັກຕາ. ຢູ່ຫວຽດນາມ,ຕົ້ນໝາກມ່ວງຫິມະພານໄດ້ປູກຢູ່ບັນດາແຂວງພາກຕາເວັນອອກສ່ຽງໃຕ້ ຄື ບິງເຟືອກ, ບິງເຢືອງ,ເຕີຍນິງ... ແລະ ຢູ່ເຂດໄຕງວຽນຄື ແຂວງດັກລັກ, ດັກນົງ, ເລີມດົງ. ຕົ້ນໝາກມ່ວງຫິມະພານເໝາະກັບການປູກຢູ່ເຂດອາກາດຮ້ອນ, ດ້ວຍດິນຫຼາຍປະເພດແຕກຕ່າງກັນ, ໂດຍສະເພາະແມ່ນເຂດດິນແຫ້ງກະແດ້ງ ຍິ່ງເຮັດໃຫ້ຕົ້ນໝາກມ່ວງຫິມະພານເຕີບໃຫຍ່ ແລະ ພັດທະນາດີກວ່າ. ດັ່ງນັ້ນ, ມັນຍັງມີຊື່ເອີ້ນວ່າ “ຕົ້ນໄມ້ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ”,  ແລະ ເໝາະກັບເຂດອາກາດທີ່ມີຄວາມຮ້ອນສະເລ່ຍ ແຕ່ 18 – 35oC, ຕ້ອງການແສງແດດຫຼາຍ ແລະ ບໍ່ມີຄວາມທົນທານກັບອາກາດໜາວ.

        ດັ່ງທີ່ກ່າວມາຂ້າງເທິງ ແມ່ນບາງຂໍ້ມູນພື້ນຖານ ເພື່ອໃຫ້ທ່ານທາບທາມ. ພວກຂ້າພະເຈົ້າຫວັງວ່າ, ທ່ານຈະເລືອກໄດ້ເຂດທີ່ມີອາກາດ, ພູມີສາດທີ່ເໝາະສົມ ເພື່ອເປີດກວ້າງເນື້ອທີ່ປູກໝາກມ່ວງຫິມະພານຢູ່ບ້ານເກີດເມືອງນອນຂອງຕົນ.

ທ່ານ ຈິ້ງທິຮ່ຽນ, ອະດີດນັກສຶກສາຫວຽດນາມຢູ່ລາວ ໄດ້ສົ່ງຂໍ້ຄວາມເຖິງລາຍການ ດ້ວຍເນື້ອໃນວ່າ: ອາທິດຜ່ານມາ, ຂ້າພະເຈົ້າຄາໄປປະຕິບັດງານຢູ່ຫ່າງໄກ, ສະນັ້ນບໍ່ໄດ້ຕິດຕາມເຫດການຈັດເວທີປາໄສ ສົ່ງເສີມການຖ່າຍທອດເຕັກໂນໂລຢີລະຫວ່າງຫວຽດນາມ- ລາວ ປີ 2018. ລາຍການກະຈາຍສຽງພາກພາສາລາວ ສາມາດເລົ່າສູ່ຂ້າພະເຈົ້າຟັງຄືນກ່ຽວກັບເນື້ອໃນຫຼັກໆຂອງເຫດການດັ່ງກ່າວໄດ້ບໍ? ຂໍຂອບໃຈ.

ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ - ảnh 3ພິທີລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມືຖ່າຍທອດເຕັກໂນໂລຢີລະຫວ່າງຫວຽດນາມ ແລະ ລາວ ປີ 2018 

ທ່ານຈິ້ງທິຮ່ຽນ ທີ່ຮັກແພງ, ເວທີປາໄສສົ່ງເສີມການຖ່າຍທອດເຕັກໂນໂລຢີລະຫວ່າງຫວຽດນາມ - ລາວ ປີ 2018 ໂດຍສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຢີລາວ ຂຶ້ນກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ສົມທົບກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ລາວ ຈັດຂຶ້ນໃນວັນທີ 9 – 10 ສິງຫາ ຢູ່ນະຄອນຫຼວງວຽງຈັນ. ນີ້ແມ່ນເຫດການເຊື່ອມຕໍ່ບັນດານັກຄົ້ນຄວ້າ ແລະພັດທະນາເຕັກໂນໂລຢີຂອງຫວຽດນາມກັບບັນດາອົງການລັດຖະບານ ແລະ ປະຊາຄົມວິສາຫະກິດລາວ ເພື່ອຊຸກຍູ້ການຫັນເປັນການຄ້າ, ໝູນໃຊ້ ແລະ ລົງທຶນເຕັກໂນໂລຢີເຂົ້າບັນດາຂົງເຂດຈຸດສຸມຂອງລາວ. ທີ່ເວທີປາໄສຄັ້ງນີ້, ບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ວິສາຫະກິດຫວຽດນາມ ແລະ ບັນດາຄູ່ຮ່ວມມືຂອງລາວໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມືການຖ່າຍທອດເຕັກໂນໂລຢີ 9 ສະບັບ. ພ້ອມທັງຮຽບຮຽງປື້ມຄູ່ມືສົ່ງເສີມການຖ່າຍທອດເຕັກໂນໂລຢີລະຫວ່າງຫວຽດນາມ - ລາວ ດ້ວຍພາສາ ຫວຽດ - ລາວ ເພື່ອ ໜູນຊ່ວຍໃຫ້ບັນດາຫົວໜ່ວຍ. ໃນນັ້ນ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືຖ່າຍທອດເຕັກໂນໂລຢີຈັດລົດອອນໄລ EMDDI ກັບບໍລິສັດຂາອອກ-ຂາເຂົ້າລາວ Lao Scitec. ໃນໄລຍະຈະມາເຖິງ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຈະຖ່າຍທອດທັງສາມປະເພດເຕັກໂນໂລຢີພ້ອມກັນ ຄື: ເຕັກໂນໂລຢີຜະລິດ Diesel ຊີວະພາບ ແລະ ບັນດາຜະລິດຕະພັນການຢາຕິດຄັດນໍາ; ເຕັກໂນໂລຢີຈຸລິນຊີໃນການກໍາຈັດມົນລະພິດສິ່ງແວດລ້ອມ ແລະ ໝູນໃຊ້ເຂົ້າໃນການພັດທະນາກະສິກໍາຂຽວ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານຮັບໃຊ້ການຄຸ້ມຄອງຕົວເມືອງອັດສະລິຍະ.

ທ່ານ ປຸ້ຍ ທໍາມະວົງສາ ໄດ້ສົ່ງຂໍ້ຄວາມມາຍັງລາຍການ ຖາມວ່າ: ຂ້າພະເຈົ້າມີໝູ່ຄົນໜຶ່ງ ໄປທ່ຽວຫວຽດນາມມາ ເມື່ອກັບມາໄດ້ມອບເງິນໃຫ້ຂ້າພະເຈົ້າໃບ 100.000 ດົ່ງ ໃບໜຶ່ງ ທີ່ເຮັດດ້ວຍ Polyme ເພື່ອເປັນທີ່ລະນຶກ. ຂ້າພະເຈົ້າຢາກຮູ້ວ່າ ຮູບທີ່ໄດ້ພິມຢູ່ເບື້ອງຫຼັງຂອງເງິນໃບດັ່ງກ່າວມີຄວາມໝາຍແນວໃດ? ຂໍຂອບໃຈ!

ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ - ảnh 4 (ພາບປະກອບ)

        ທ່ານ ປຸ້ຍ ທໍາມະວົງສາທີ່ຮັກແພງ, ຮູບທີ່ໄດ້ພິມຢູ່ເບື້ອງຫຼັງຂອງໃບ 100.000 ດົ່ງ ທີ່ໄດ້ເຮັດດ້ວຍ Polyme ນັ້ນ   ແມ່ນຮູບ ວັນມ໋ຽວ - ກັວກຕື້ຢາມ, ເຊິ່ງເປັນມະຫາວິທະຍາໄລແຫ່ງທໍາອິດຂອງຫວຽດນາມ, ຕັ້ງຢູ່ໃຈກາງນະຄອນຮ່າໂນ້ຍ ແລະ ໄດ້ຮັບຖືວ່່າ ແມ່ນສັນຍະລັກວັດທະນະທໍາຂອງນະຄອນຫຼວງຮ່າໂນ້ຍ. ວັນມ໋ຽວ - ກັວກຕື້ຢາມ ແມ່ນສະຖານທີ່ເຊີດຊູມູນເຊື້ອເຄົາລົບນັບຖືຄູບາອາຈານ, ຍ້ອງຍໍຄົນເກັ່ງ, ຄົນມີຄຸນສົມບັດຂອງຊາດຫວຽດນາມ. ປັດຈຸບັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຈັດ ວັນມ໋ຽວ - ກັວກຕື້ຢາມ ຢູ່ອັນດັບທີ 23 ໃນບັນຊີລາຍຊື່ ເຂດປູຊະນີຍະສະຖານພິເສດລະດັບຊາດ. ບໍ່ພຽງແຕ່ເທົ່ານັ້ນ, ວັນມ໋ຽວ - ກັວກຕື້ຢາມ ຍັງແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ຫວຽດນາມ, ແຕ່ລະປີດຶງດູດແຂກທ່ອງທ່ຽວມາຢ້ຽມຊົມນັບລ້ານໆເທື່ອຄົນ. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດກໍມາຢ້ຽມຊົມເປັນຈໍານວນຫຼວງຫຼາຍ ຫວັງວ່າ, ມີໂອກາດໃດໜຶ່ງໄດ້ມາຢາມຫວຽດນາມ, ເຊີນທ່ານແວ່ຊົມເຂດປູຊະນີຍະສະຖານ ວັນມ໋ຽວ - ກັວກຕື້ຢາມ ເພື່ອໃຫ້ມີຄວາມເຂ້ົາໃຈແຈ້ງກວ່າກ່ຽວກັບສະຖານທີ່ທ່ອງທ່ຽວລືຊື່ດັ່ງກ່າວ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ