ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບ ແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານ ດ້ວຍບັນດາເນື້ອໃນທີ່ແຕກຕ່າງກັນ. ໃນນັ້ນ, ຜູ້ຟັງ, ຜູ້ອ່ານບາງທ່ານມີຄວາມສົນໃຈເຖິງຕະຫຼາດເສດຖະກິດ, ການລົງທຶນຢູ່ລາວ ແລະ ບັນຍາກາດກະກຽມຕ້ອນຮັບບຸນໄຫວ້ພະຈັນ ຢູ່ຮ່າໂນ້ຍ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະຕອບບາງຄໍາຖາມທີ່ທ່ານຜູ້ຟັງຝາກມາລາຍການ.

ເພື່ອນ ຫຼີຮວ່າຍນາມ, ເຊິ່ງເປັນຊາວໜຸ່ມຜູ້ໜຶ່ງ ທີ່ເຄີຍເຮັດວຽກ ແລະ ດໍາລົງຊີວິດຢູ່ລາວ ແລະ ກັບເມືອປະເທດປູກດອກບົວ ດໍາເນີນທຸລະກິດ Start up ໄດ້ສົ່ງຂໍ້ຄວາມມາຍັງລາຍການ ໂດຍຖາມວ່າ: ຂ້າພະເຈົ້າໄດ້ຮັບຂ່າວວ່າ, ງານວາງສະແດງສິນຄ້າ ການຄ້າ-ການບໍລິການ-ການທ່ອງທ່ຽວນະຄອນໂຮ່ຈີມິນ ຈະດໍາເນີນທີ່ແຂວງສະຫວັນນະເຂດ ໃນໄລຍະຈະມາເຖິງ. ຂ້າພະເຈົ້າຢາກເຂົ້າຮ່ວມງານວາງສະແດງ, ງານຕະຫຼາດນັດ ແລະຢາກຮູ້ລາຍລະອຽດກ່ຽວກັບງານດັ່ງກ່າວເປັນຄືແນວໃດ.  ຂ້າພະເຈົ້າຫວັງຢ່າງຍິງວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກອ້າຍເອື້ອຍບັນນາທິການລາຍການກະຈາຍສຽງພາກພາກພາລາລາວ. ຂໍຂອບໃຈ!

        ເພື່ອນ ນາມ ທີ່ຮັກແພງ! ງານວາງສະແດງ, ງານຕະຫຼາດນັດ ການຄ້າ - ການບໍລິການ - ການທ່ອງທ່ຽວນະຄອນໂຮ່ຈີມິນ ຢູ່ແຂວງສະຫວັນນະເຂດ ຄັ້ງທີ 2 ປີ 2018 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 19 – 16 ຕຸລາ 2018, ທີ່ສູນການຄ້າ ສະຫວັນ ITEC, ແຂວງສະຫວັນນະເຂດ, ລາວ. ເປົ້າໝາຍໄດ້ເຂົ້າຮ່ວມງານວາງສະແດງ, ງານຕະຫຼາດນັດ ຄັ້ງນີ້ ແມ່ນບັນດາວິສາຫະກິດ ທີ່ມີກໍາລັງຄວາມສາມາດສົ່ງອອກ, ຈໍາໜ່າຍບັນດາປະເພດສິນຄ້າຄື ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງສໍາອາງ, ການຢາ, ໄຟຟ້າ-ກົນຈັກ, ກະສິກໍາໝູນໃຊ້ເຕັກໂນໂລຢີສູງ, ວັດຖຸດິບ ແລະ ສະບຽງອາຫານປຸງແຕ່ງ, ການບໍລິການທ່ອງທ່ຽວ... ໄດ້ຮັບການສ້າງຕັ້ງ   ຕາມຂໍ້ກໍານົດກົດໝາຍ ແລະ ພວມເຄື່ອນໄຫວຢູ່ນະຄອນ ໂຮ່ຈີມິນ;ສະມາຊິກ ສະໂມສອນວິສາຫະກິດສົ່ງອອກຫວຽດນາມ (VEXA), ສະມາຊິກສະມາຄົມທັນຍາຫານສະບຽງອາຫານນະຄອນ ໂຮ່ຈີມິນ (FFA). ບັນດາວິສາຫະກິດເຂົ້າຮ່ວມງານວາງສະແດງ, ຕະຫຼາດນັດຄັ້ງນີ້ ຈະບໍ່ໄດ້ເສຍຄ່າເຊົ່າຮ້ານ, ຕົບແຕ່ງເຂດວາງຂາຍສິນຄ້າ, ການໂຄສະນາ, ການບໍລິການຢູ່ງານວາງສະແດງ, ຄ່າຂົນສົ່ງ ແລະ ພາສີນໍາເຂົ້າສິນຄ້າ. ໄປຄຽງຄູ່ກັນນັ້ນ, ວິສາຫະກິດຕ້ອງຈ່າຍຄ່າບໍລິການຈັດຕັ້ງ ຄ່າຮັບໃຊ້ຄະນະ: 2.000.000 ດົ່ງ/ຮ້ານ, ຈ່າຍຄ່າບຸກຄະລາກອນເຂົ້າຮ່ວມງານວາງສະແດງ ແລະ ຂາຍສິນຄ້າ ແມ່ນ 18.700.000 ດົ່ງ/ຄົນ.

        ດັ່ງທີ່ກ່າວມາຂ້າງເທິງ ແມ່ນຂໍ້ມູນຂ່າວກ່ຽວກັບງານວາງສະແດງ ແລະ ງານຕະຫຼາດນັດ  ເພື່ອໃຫ້ເພື່ອນທາບທາມ ຫຼື ເພື່ອນຢາກຮູ້ລາຍລະອຽດ ໃຫ້ຕິດຕໍ່ມາໂດຍກົງ ຕາມເບີໂທ: 0084 28 3910 4565,  ຫ້ອງການສົ່ງເສີມການຄ້າ - ITPC, ທີ່ຢູ່: ເຮືອນເລກທີ 51 ຖະໜົນດິງຕຽນຮວ່າງ,ຕາແສງ ດາກາວ, ເມືອງ 1 ນະຄອນໂຮ່ຈີມິນ.

ທ່ານ ຮ່າເຕິນເຢືອກ ເຊິ່ງແມ່ນຊາວຫວຽດນາມ ທີ່ພວມດໍາລົງຊີວິດ ແລະ ດໍາເນີນທຸລະກິດ ກ່ຽວກັບເຄື່ອງອຸປະກອນເອເລັກໂຕນິກຢູ່ແຂວງສະຫວັນນະເຂດ, ປະເທດລາວ ໄດ້ໂທລະສັບມາຫາລາຍການ ດ້ວຍເນື້ອໃນວ່າ: ໃນໄລຍະຜ່ານມາ, ຍ້ອນຄ້າງຄາກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມ ສະນັ້ນ, ຂ້າພະເຈົ້າ ຈຶ່ງບໍ່ໄດ້ຕິດຕາມກອງປະຊຸມສໍາມະນາ “ຕະຫຼາດລາວ - ສະພາບການ ແລະ ຄວາມສາມາດບົ່ມຊ້ອນໃນການດໍາເນີນທຸລະກິດ - ລົງທຶນ” ເຊິ່ງດໍາເນີນຢູ່ນະຄອນໂຮ່ຈີມິນ ຜ່ານມານັ້ນ. ຂ້າພະເຈົ້າ ຢາກໃຫ້ທາງລາຍການແນະນໍາໂດຍສັງເຂບກ່ຽວກັບເນື້ອໃນຕົ້ນຕໍ ຂອງກອງປະຊຸມສໍາມະນາດັ່ງກ່າວ ໃຫ້ຂ້າພະເຈົ້າຮູ້ຕື່ມແດ່...ຂໍຂອບໃຈ.

ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ - ảnh 1ກອງປະຊຸມສໍາມະນາ “ຕະຫຼາດລາວ - ສະພາບການ ແລະ ຄວາມສາມາດບົ່ມຊ້ອນໃນການດໍາເນີນທຸລະກິດ - ລົງທຶນ”  

ທ່ານ ເຢືອກທີ່ຮັກແພງ! ກອງປະຊຸມສໍາມະນາ “ຕະຫຼາດລາວ - ສະພາບການ ແລະ ຄວາມສາມາດບົ່ມຊ້ອນໃນການດໍາເນີນທຸລະກິດ - ລົງທຶນ” ໄດ້ດໍາເນີນໃນວັນທີ 28 ສິງຫາ ຢູ່ນະຄອນໂຮ່ຈີມິນ ຜ່ານມາ ດ້ວຍຄວາມປາດຖະໜາຢາກໜູນຊ່ວຍບັນດາວິສາຫະກິດ ມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບຕະຫຼາດ ແລະ ບັນດາກາລະໂອກາດລົງທຶນຢູ່ລາວ.

        ທີ່ກອງປະຊຸມສໍາມະນາ, ທ່ານ ສົມໄຊ ຊະນະມອນ ຫົວໜ້າສະຖານກົງສູນລາວ ປະຈໍາ ນະຄອນໂຮ່ຈີມິນ ຢັ້ງຢືນວ່າ: ລັດຖະບານລາວ ສະໜັບສະໜູນ ແລະ ບຸລິມະສິດໃຫ້ບັນດາວິສາຫະກິດ ຫວຽດນາມ ມາລົງທຶນ, ດໍາເນີນທຸລະກິດຢູ່ ລາວ ທີ່ສຸດ. ປະເທດລາວມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເຊິ່ງບັນດາວິສາຫະກິດຫວຽດນາມສາມາດຮ່ວມມືລົງທຶນຄື: ເຂື່ອນໄຟຟ້ານໍ້າຕົກ; ການສໍາຫຼວດ, ຂຸດຄົ້ນ, ປຸງແຕ່ງແຮ່ທາດ; ປູກຕົ້ນໄມ້ອຸດສາຫະກໍາ; ປຸງແຕ່ງຜະລິດຕະພັນກະເສດ ແລະ ເຄື່ອງປ່າຂອງດົງ... ທ່ານໃຫ້ຮູ້ວ່າ ເພື່ອຍູ້ແຮງດຶງດູດການລົງທຶນຈາກຕ່າງປະເທດ ລັດຖະບານລາວພວມຄ່ອຍໆຍົກເລີກບັນດາຂໍ້ກໍານົດ, ລະບຽບການບໍລິຫານທີ່ສັບສົນ, ຫຼຸດຜ່ອນເວລາການສ້າງຕັ້ງວິສາຫະກິດ, ຫຼຸດຜ່ອນພາສີອາກອນ ແລະ ເພີ່ມທະວີພື້ນຖານໂຄງລ່າງ...

        ທ່ານ ເຢືອກ ທີ່ເຄົາລົບ, ທີ່ກ່າວມານັ້ນ ແມ່ນເນື້ອໃນຕົ້ນຕໍຂອງກອງປະຊຸມສໍາມະນາ ແລະ ນີ້ ແມ່ນຂ່າວດີສໍາລັບບັນດາວິສາຫະກິດຫວຽດນາມ ຢູ່ ລາວ. ພວກຂ້າພະເຈົ້າຂໍອວຍພອນໃຫ້ບໍລິສັດຂອງທ່ານ ແລະ ບັນດາວິສາຫະກິດຫວຽດນາມຢູ່ລາວ ນັບມື້ນັບພັດທະນາຢ່າງແຮງ ແລະ ເສີມຂະຫຍາຍນໍ້າໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ, ແມ່ນຂົວເຊື່ອມຕໍ່, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ຍາມໃດກໍອວ່າຍໜ້າເມືອຫາບ້ານເກີດເມືອງນອນ.       

        ເພື່ອນຄໍາມະນີ ດວງບຸດດີ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການ ຜ່ານທາງ facebook  ວ່າ: ສະບາຍດີອ້າຍເອື້ອຍບັນນາທິການລາຍການພາກພາສາລາວ, ນ້ອງເຫັນວ່າຢູ່ຕາມຄຸ້ມຖະໜົນ ນາໄຊ ແລະ T2 ທີ່ນະຄອນຫຼວງວຽງຈັນ ເຊິ່ງແມ່ນບ່ອນທີ່ມີຊາວຫວຽດນາມ ແລະ ຊາວຈີນ ດໍາລົງຊີວິດ, ໄດ້ວາງຂາຍໂຄມໄຟ, ເຄື່ອງຫຼິ້ນ ແລະ ເຂົ້າໜົມໄຫວ້ພະຈັນ ຫຼາຍທີ່ສຸດ. ນ້ອງຢາກຮູ້ວ່າ ບັນຍາກາດກະກຽມຕ້ອນຮັບບຸນໄຫວ້ພະຈັນຢູ່ຮ່າໂນ້ຍເປັນຄືແນວໃດ. ຂໍຂອບໃຈ.

 
ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ - ảnh 2

 ຄົນໄປຊື້ເຄື່ອງຂອງ ຢ່າງຄັບຄາໜາແໜ້ນ 

ເພື່ອນ ຄໍາມະນີ ທີ່ຮັກແພງ! ຢູ່ຮ່າໂນ້ຍ, ບັນຍາກາດ ຫ້າງຫາກະກຽມຕ້ອນຮັບບຸນໄຫວ້ພະຈັນ ພວມຄຶກຄື້ນມ່ວນຊື່ນ. ຢູ່ຄຸ້ມຖະໜົນຫຼາຍສາຍຢູ່ຂອງຮ່າໂນ້ຍ ລ້ວນແຕ່ມີບັນດາຮ້ານວາງຂາຍເຂົ້າໜົມໄຫວ້ພະຈັນ ດ້ວຍບັນດາເຄື່ອງໝາຍການຄ້າແຕກຕ່າງກັນ ຢູ່ຕາມສອງຝາກທາງ, ບັນດາເຂດຕະຫຼາດ ແລະ ສູນການຄ້າ. ເພື່ອຮູ້ແຈ້ງກວ່າ ກ່ຽວກັບບັນຍາກາດ ຫ້າງຫາກະກຽມຕ້ອນຮັບບຸນໄຫວ້ພະຈັນ ຢູ່ຮ່າໂນ້ຍ, ພວກຂ້າພະເຈົ້າຂໍແນະນໍາຕໍ່ເພື່ອນ ຄຸ້ມຖະໜົນ ທີ່ມີຊື່ວ່າ ຮ່າງມ໋າ, ເຊິ່ງແມ່ນໜຶ່ງໃນບັນດາຄຸ້ມຖະໜົນທີ່ນອນໃນເຂດຄຸ້ມຖະໜົນເກົ່າຮ່າໂນ້ຍ ແລະ ມີຊື່ສຽງດ້ວຍອາຊີບຫັດຖະກໍາທີ່ເປັນມູນເຊື້ອ. ໂດຍເລີ່ມຕົ້ນແຕ່ວັນເພັງເດືອນ 7, ຄຸ້ມຖະໜົນດັ່ງກ່າວນີ້ ໄດ້ວາງຂາຍທຸງ, ດອກໄມ້, ໂຄມໄຟ, ໜ້າກາກ, ເຄື່ອງຫຼິ້ນພື້ນເມືອງ ແລະ ທັນສະໄໝ ຫຼາຍຮູບຫຼາຍແບບ ແລະ ມີສີສັນຫຼາກຫຼາຍ.  ສິ່ງເຫຼົ່ານັ້ນ ແມ່ນເຄື່ອງຫຼິ້ນນິຍົມ ແລະເກືອບຄືວ່າ ແມ່ນສິ່ງທີ່ຂາດບໍ່ໄດ້ສໍາລັບເດັກນ້ອຍຫວຽດນາມ ໃນໂອກາດບຸນວັນເພັງເດືອນ 8 ວຽນມາໃນແຕ່ລະປີ. ສະນັ້ນ, ບັນຍາກາດຢູ່ທີ່ນີ້ ມີຄວາມຄຶກຄື້ນມ່ວນຊື່ນທີ່ສຸດ, ມີຄົນໄປຊື້ເຄື່ອງຂອງ ຢ່າງຄັບຄາໜາແໜ້ນ ແລະ ຖ່າຍຮູບເປັນທີ່ລະນຶຶກ.

ແນະນຳ ການຕອບຄຳຖາມຂອງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ - ảnh 3ການຝຶກຊ້ອມການເຊີດສິງໂຕ 

ນອກຈາກນັ້ນ, ຢູ່ບັນດາຫໍວັດທະນະທໍາ, ຫໍເຍົາວະຊົນ ຢູ່ບັນດາຕາແສງ, ເມືອງຕ່າງໆ ພວມຝຶກຊ້ອມການເຊີດສິງໂຕ ແລະ ກະກຽມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະເພື່ອຮັບໃຊ້ໃນຄໍ່າຄືນໄຫວ້ພະຈັນ ວັນເພັງເດືອນ 8.

        ເພື່ອນ ຄໍາມະນີທີີ່ຮັກແພງ! ຍັງອີກບໍ່ພໍເທົ່າໃດມື້ ກໍຈະຮອດວັນບຸນໄຫວ້ພະຈັນແລ້ວ, ພວກຂ້າພະເຈົ້າຫວັງວ່າ ເພື່ອນຈະຈັດແບ່ງເວລາ ມາຢ້ຽມຢາມຮ່າໂນ້ຍ, ຢ້ຽມຢາມຄຸ້ມຖະໜົນຮ່າງມ໋າ ເພື່ອຄົ້ນຫາ ແລະ ເຊື່ອມຕົວເຂົ້າກັບບັນຍາກາດບຸນໄຫວ້ພະຈັນຢູ່ຮ່າໂນ້ຍ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ