ແນະ​ນຳຄຸ້ມຖະໜົນເກົ່າ ໂຫ້ຍອານ, ແຂວງ ກວາງ​ນາມ

(VOVWORLD) -  ໃນອາທິດຜ່ານມາ, ພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບອີແມວ, ຈົດໝາຍຈາກທ່ານຜູ້ຟັງຢູ່ 39 ປະເທດ ແລະ ເຂດແຄ້ວນຄື: ອິນໂດເນເຊຍ, ລາວ, ໄທ, ແອັດສະປາຍ, ຝຮັ່ງ, ລັດເຊຍ… ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍທີ່ທ່ານຜູ້ຟັງສົນໃຈ.
ແນະ​ນຳຄຸ້ມຖະໜົນເກົ່າ ໂຫ້ຍອານ, ແຂວງ ກວາງ​ນາມ - ảnh 1 ການນຳ 21 ພື້ນຖານເສດຖະກິດເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017

        ຫວ່າງແລ້ວນີ້, ສັບປະດາຂັ້ນສູງ APEC 2017 ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງໄດ້ຮັບຄວາມສົນໃຈຈາກໂລກ ແລະ ດຶງດູດສື່ມວນຊົນຫຼາຍກ່ວາເວລາໃດໝົດ. ທ່ານຜູ້ຟັງຈາກບັນດາປະເທດ ແລະ ເຂດແຄ້ວນ ໄດ້ມີຄວາມສົນໃຈເຖິງເຫດການນີ້ທີ່ສຸດ ແລະ ກໍ່ໄດ້ຝາກ ຈົດໝາຍ, ອີແມວ ຫຼາຍສະບັບ ເຖິງພາກພາສາຕ່າງປະເທດແຫ່ງຊາດ (VOV5), ອວຍພອນປະເທດເຈົ້າພາບ ຫວຽດນາມ ໄດ້ຈັດຕັ້ງສັບປະດາຂັ້ນສູງ APEC 2017 ເວົ້າລວມ ແລະ ກອງປະຊຸມສຸດຍອດ APEC 2017 ເວົ້າສະເພາະໄດ້ປະສົບຜົນສຳເລັດຢ່າງຈົບງາມດ້ວຍການເຂົ້າຮ່ວມຂອງການນຳ 21 ພື້ນຖານເສດຖະກິດ APEC ຢ່າງພ້ອມພຽງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາ, ການຕັດສິນໃຈການເມືອງຂອງ ບັນດາສະມາຊິກ ສຳລັບເວທີປາໄສ ແລະ ສຳລັບພາກພື້ນ ອາຊີ - ປາຊີຟິກ. ໃນຈຳນວນ 243 ການເຄື່ອນໄຫວເຊິ່ງ ຫວຽດນາມ ຈັດຕັ້ງໃນປີ 2017 ມີຜູ້ແທນກ່ວາ 21.000 ຄົນເຂົ້າຮ່ວມ, ສະເພາະສັບປະດາຂັ້ນສູງແມ່ນປະມານ 11.000 ຄົນ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນຂອງທ່ານຜູ້ຟັງກ່ຽວກັບສັບປະດາຂັ້ນສູງ APEC 2017:

        ທ່ານ Hugo Longhi, ຢູ່ ອາກຊັງຕີນ, ໄດ້ຝາກຈົດໝາຍມາໂດຍສະແດງຄວາມສົນໃຈເຖິງເຫດການ APEC 2017 ຢູ່ ດ່ານັ້ງ, ຫວຽດນາມ ດ້ວຍເນື້ອໃນວ້າ ສຸດທ້າຍ: “ຈຸດເວລາສຳຄັນກໍ່ໄດ້ມາເຖິງພາຍຫຼັງການລໍຄອຍມາເປັນເວລາຫຼາຍເດືອນ. ນັ້ນແມ່ນສັບປະດາຂັ້ນສູງ APEC 2017. ຂ້າພະເຈົ້າຄິດວ່າ, ເຫດການນີ້ມີຫຼາຍຫົວຂໍ້ພໍສົມຄວນໄດ້ຮັບການເຕື້ອງເຖິງໃນບັນດາກອງປະຊຸມ ແລະ ເວທີປາໄສວິສາຫະກິດ ດ້ວຍການມີໜ້າຂອງຜູ້ຕາງໜ້າຫຼາຍບໍລິສັດ ແລະ ບັນດາກຸ່ມບໍລິສັດໃຫຍ່ຈາກບັນດາປະເທດ. ແນ່ນອນວ່າ ຊຸມວັນນີ້ ຫວຽດນາມ ແມ່ນໃຈກາງຂອງພາກພື້ນ. ຊົມເຊີຍພວກເພື່ອນ.”

        ເພື່ອນ ຈາວຢາງຕູງ, ປະເທດ ຈີນ, ໃຫ້ຮູ້ວ່າ: ທ່ານມັກອ່ານຂ່າວ, ບົດແນະນຳກ່ຽວກັບ ດ່ານັ້ງ, ເຊິ່ງແມ່ນສະຖານທີ່ຈັດຕັ້ງ APEC 2017 ແລະ ປາດຖະໜາວ່າ VOV5 ຈະອັບເດັດບັນດາ ວີດີໂອ ໂຄສະນາກ່ຽວກັບການທ່ອງທ່ຽວຢູ່ ດ່ານັ້ງ.

        ນອກຈາກນັ້ນ, ຍັງມີທ່ານຜູ້ຟັງຈາກ ອິນໂດເນເຊຍ, ຈີນ, ຍີ່ປຸ່ນ… ອວຍພອນໃຫ້ສັບປະດາຂັ້ນສູງ APEC 2017 ປະສົບຜົນສຳເລັດຢ່າງຈົບງາມ.

ແນະ​ນຳຄຸ້ມຖະໜົນເກົ່າ ໂຫ້ຍອານ, ແຂວງ ກວາງ​ນາມ - ảnh 2 ຄຸ້ມຖະໜົນເກົ່າ ໂຫ້ຍອານ

        ສະເພາະທ່ານຜູ້ຟັງລາວ, ມີທ່ານ ວິໄລພອນ, ແຂວງ ຈຳປາສັກ, ສະແດງຄວາມປາດຖະໜາ ຢາກໄດ້ຮັບຟັງການແນະນຳ ກ່ຽວກັບບັນດານະຄອນທ່ອງທ່ຽວຂອງ  ຫວຽດນາມ ຄື: ດ່ານັ້ງ, ໂຫ້ຍອານ, ເຫ້ວ… ພວກຂ້າພະເຈົ້າສະຫງວນເວລາໃນລາຍການມື້ນີ້ ເພື່ອແນະນຳກ່ຽວກັບ ຄຸ້ມຖະໜົນເກົ່າ ໂຫ້ຍອານ, ແຂວງ ກວາງນາມ, ເຊິ່ງເປັນໜຶ່ງໃນບັນດາສະຖານທີ່ຈັດຕັ້ງການເຄື່ອນໄຫວໃນສັບປະດາຂັ້ນສູງ, ເປັນບ່ອນທີ່ບັນດາພັນລະຍາຂອງການນຳຂັ້ນສູງ APEC ໄປຢ້ຽມຢາມ, ຊົມບັນດາລາຍການສະແດງຊຸດເສື້ອຍາວໃນຕອນເຊົ້າວັນທີ 11 ພະຈິກ ຜ່ານມາ.

        ເພື່ອນວິໄລພອນ ທີ່ຮັກແພງ, ຄຸ້ມຖະໜົນເກົ່າ ໂຫ້ຍອານ ແມ່ນຕົວເມືອງເກົ່າ ນອນໃນເຂດລຸ່ມແມ່ນ້ຳ ທູໂບ່ນ, ຂຶ້ນກັບເຂດທົ່ງພຽງແຄມທະເລແຂວງ ກວາງນາມ, ຫວຽດນາມ, ຫ່າງຈາກນະຄອນ ດ່ານັ້ງ (ບ່ອນທີ່ຫາກໍ່ຈັດຕັ້ງກອງປະຊຸມສຸດຍອດ APEC 2017) ໄປທາງທິດໃຕ້ປະມານ 30 ກມ. ໂຫ້ຍອານເຄີຍເປັນທ່າກ່ຳປັ່ນສາກົນທີ່ຄັບຄາໜາແໜ້ນ, ເປັນບ່ອນພົບປະຂອງບັນດາກ່ຳປັ່ນຄ້າຂາຍຂອງ ຍີ່ປຸ່ນ, ຈີນ ແລະ ຝ່າຍຕາເວັນຕົກ ໃນຕະຫຼອດສັດຕະວັດທີ 17 – 18. ກ່ອນໜ້ານີ້, ສະຖານທີ່ແຫ່ງນີ້ ກໍ່ເຄີຍມີບັນດາຮ່ອງຮອຍຂອງທ່າກ່ຳປັ່ນ ຈຳປາ ເຄີຍໄດ້ຮັບການເຕື້ອງເຖິງ ພ້ອມກັບເສັ້ນທາງແພໄໝທາງທະເລ. ສະຕະວັດທີ 19, ຍ້ອນການຄົມມະນາຄົມທາງນ້ຳຢູ່ສະຖານທີ່ແຫ່ງນີ້ບໍ່ສະດວກຄືເກົ່າ, ທ່າກ່ຳປັ່ນຕົວເມືອງ ໂຫ້ຍອານ ຄ່ອຍໆຖືກຊຸດໂຊມ, ແທນທີ່ນັ້ນແມ່ນ ນະຄອນ ດ່ານັ້ງ ໃນຂະນະນັ້ນພວມໄດ້ຮັບການກໍ່ສ້າງຈາກຊາວ ຝຣັ່ງ. ໂຊກດີຫຼາຍຍ້ອນວ່າ ໂຫ້ຍອານ ບໍ່ຖືກທຳລາຍຈາກສົງຄາມ 2 ຄັ້ງ ແລະ ຫຼີກລ້ຽງໄດ້ໃນວິວັດການຫັນເປັນຕົວເມືອງໃນທ້າຍສະຕະວັດທີ 20. ເລີ່ມຕົ້ນແຕ່ທົດສະວັດ 1980, ບັນດາຄຸນຄ່າສະຖາປັດຕະຍາກຳ ແລະ ວັດທະນະທຳຂອງຄຸ້ມຖະໜົນເກົ່າ ໂຫ້ຍອານ ຄ່ອຍໆໄດ້ຮັບຄວາມ ສົນໃຈຈາກວົງການນັກຮຽນຮູ້ ແລະ ນັບທັງແຂກທ່ອງທ່ຽວ, ເຮັດໃຫ້ສະຖານທີ່ແຫ່ງນີ້ ກາຍເປັນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງ ຫວຽດນາມ. ຕົວເມືອງເກົ່າ ໂຫ້ຍອານ ໃນປະຈຸບັນ ແມ່ນແບບຢ່າງພິເສດ ກ່ຽວກັບທ່າກ່ຳປັ່ນຕົວເມືອງທີ່ເປັນມູນເຊື້ອຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການອານຸລັກຮັກສາໄວ້ເໝືອນເດີມ. ເຮືອນຊານ ຢູ່ທີ່ນີ້ສ່ວນຫຼາຍ ແມ່ນບັນດາເຂດສະຖາປັດຕະຍາກຳທີ່ເປັນມູນເຊື້ອມີອາຍຸແຕ່ສະຕະວັດທີ 17 ຫາສະຕະວັດທີ 19.  ໂດຍຕັ້ງສະຫລັບຢູ່ລະຫວ່າກາງງບັນດາຫຼັງເຮືອນ, ແມ່ນບັນດາສະຖາປັດຕະຍາກຳທາງສາສະໜາ, ການເຫຼື້ອມໃສ ໄດ້ພິສູດໃຫ້ເຫັນວ່າບັນດາວິວັດການສ້າງຕັ້ງ, ພັດທະນາ ແລະ ນັບທັງການຊຸດໂຊມຂອງຕົວເມືອງ. ໂຫ້ຍອານ ກໍ່ແມ່ນເຂດດິນແດນທີ່ບັນທຶກຂີດໝາຍຫຼາຍຢ່າງຂອງການປະສົມປະສານດ້ານວັດທະນະທຳ. ບັນດາສາລາ, ວິຫານແຫ່ງຕ່າງໆມີຮ່ອງຮອຍຂອງຊາວຈີນ ແລະ ບັນດາເຮືອນຊານທີ່ມີສະຖາປັດຕະຍາກຳ ຝຣັ່ງ. ນອກຈາກນັ້ນ, ໂຫ້ຍອານ ຍັງຮັກສາພື້ນຖານວັດທະນະທຳບໍ່ແມ່ນວັດຖຸຫຼາຍຮູບຫຼາຍແບບ ແລະ ອຸດົມສົມບຸນໄວ້. ດ້ວຍບັນດາຄຸນຄ່າພົ້ນເດັ່ນຄືແນວນັ້ນ, ໃນກອງປະຊຸມຄັ້ງທີ 23 ທ້າຍປີ 1999 (ວັນທີ 4  ເດືອນ ທັນວາ), ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ຮັບຮອງເອົາເຂດຕົວເມືອງເກົ່າ ໂຫ້ຍອານ ແມ່ນມໍລະດົກວັດທະນະທຳໂລກ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ