​ແນະ​ນຳ​ວັດ ທຽນ​ມຸ້ ຢູ່ ເຫ້ວ

(VOVWORLD) -  ອາທິດຜ່ານມາ, ພາກພາສາຕ່າງປະເທດແຫ່ງຊາດ, VOV ໄດ້ຮັບອີແມວ, ຈົດໝາຍເກືອບ 200 ສະບັບ ແລະ ໂທລະສັບຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ, ເຂດແຄ້ວນ, ໃນນັ້ນ, ລາຍການພາສາລາວ ໄດ້ຮັບອີແມວ, ຈົດໝາຍ 8 ສະບັບ ແລະ ໂທລະສັບຈາກທ່ານຜູ້ຟັງທັງຢູ່ລາວ ແລະ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບຄຳຖາມເຊິ່ງທ່ານຜູ້ຟັງ, ຜູ້ອ່ານຝາກເຖິງລາຍການ.

ໃນອາທິດ, ຜູ້ອ່ານຄົນໜຶ່ງທີ່ສົ່ງຈາກທີ່ຢູ່ອີແມວ: vmstk720@gmail.com  ໄດ້ຂຽນວ່າ: “ຊົມເຊີຍ!ພາກພາສາລາວພິເສດການຂຽນຂ່າວ, ບົດເພື່ອໃຫ້ຜູ້ອ່ານແມ່ນດີຫຼາຍ ການໃຊ້ທຸກປະໂຫຍກ ແລະ ການສະກົດຄຳຖືກຕ້ອງ, ຂ້ອຍອ່ານແລ້ວຮູ້ສຶກດີ ແລະ ເປັນໜ້າຕິດຕາມ.

        ສ່ວນໃນຂໍ້ຄວາມສົ່ງເຖິງ Inbox facebook ຂອງລາຍການ, ເພື່ອນ ເຈີ່ນງອກເບົ໋າ ໄດ້ຂຽນວ່າ:     “ຂ້າພະເຈົ້າໄດ້ຊົມບັນດາພາບສາລະຄະດີຂອງພວກເພື່ອນເປັນປະຈຳ, ບັນດາຄວາມງາມຂອງປະເທດຊາດ, ຊາວ ຫວຽດນາມ ຈະຊ່ວຍໃຫ້ເພື່ອນລາວ ເຂົ້າໃຈກ່ວາກ່ຽວກັບປະເທດ ຫວຽດນາມ. ຫວ່າງແລ້ວນີ້, ມີພາບສາລະຄະດີກ່ຽວກັບ “ບັນດາຂີດໝາຍການພົວພັນແບບພິເສດ ຫວຽດນາມ - ລາວ”, ຜ່ານພາບສາລະຄະດີນີ້ຈຶ່ງເຫັນໄດ້ວ່າໃນໄລຍະຜ່ານມາການພົວພັນ ຫວຽດນາມ - ລາວ ພັດທະນາຢ່າງດີງາມຄືແນວໃດ. ເຖິງວ່າແມ່ນພາບຖ່າຍເອກະສານ, ໄດ້ມີມາກ່ອນນີ້ນັບສິບໆປີແລ້ວກໍ່ຕາມ, ຄຸນນະພາບບໍ່ໄດ້ດີປານໃດແຕ່ກໍ່ສາມາດວາດພາບໄດ້ບັນດາຂີດໝາຍສຳຄັນໃນປະຫວັດສາດຂອງ 2 ປະເທດພວກເຮົາ. ຫວັງວ່າຈະມີພາບສາລະຄະດີກ່ຽວກັບການພົວພັນລະຫວ່າງ 2 ປະເທດ ຫວຽດນາມ - ລາວ ຫຼາຍກ່ວາອີກ. ຂໍອວຍພອນໃຫ້ບັນນາທິການຂອງພາກພາສາລາວຈົ່ງມີສຸຂະພາບເຂັ້ມແຂງເພື່ອປະຕິບັດວຽກງານຂອງຕົນໃຫ້ດີກ່ວາອີກ.”

​ແນະ​ນຳ​ວັດ ທຽນ​ມຸ້ ຢູ່ ເຫ້ວ - ảnh 1 ວັດທຽນມຸ້ຢູ່ແຄມແມ່ນ້ຳເຮືອງ

ໃນອາທິດ, ເພື່ອນ ວັນນິດາ ວິໄລສຸກ, ແຂວງ ໄຊສົມບູນ ໄດ້ຝາກອີແມວເຖິງລາຍການ, ເພື່ອນສະແດງຄວາມປິຕິຊົມຊື່ນທີ່ໄລຍະຜ່ານມາໄດ້ໄປຢ້ຽມຢາມນະຄອນ ເຫ້ວ, ເຊິ່ງແມ່ນນະຄອນໜຶ່ງທາງພາກກາງຂອງ ຫວຽດນາມ, ເພື່ອນໃຫ້ຮູ້ວ່າ: “ນີ້ແມ່ນການໄດ້ທ່ອງທ່ຽວຕ່າງປະເທດທຳອິດຂອງຂ້າພະເຈົ້າ, ແຕ່ເມືຶ່ອໄປຮອດ ເຫ້ວ ແລ້ວ, ຂ້າພະເຈົ້າເຫັນວ່າມີຫຼາຍຈຸດວັດທະນະທຳທີ່ຄ້າຍຄືກັນກັບປະເທດ ລາວ ຂອງພວກຂ້າພະເຈົ້າ. ຕົວຢ່າງຄື ປະຊາຊົນຢູ່ທີ່ນີ້ເຄີຍໄປວັດໃນວັນເດືອນເພັງ (ຂ້າພະເຈົ້າມາແຫ່ງນີ້ກົງກັບໂອກາດວັນເພັງເດືອນ 6). ບັນດາຮູບພາບພວກແມ່, ພວກນາງສາວນຸ່ງຊຸດເສື້ອຍາວໄປວັດແມ່ນສວຍງາມທີ່ສຸດ. ພິເສດຢູ່ເຫ້ວ ມີວັດ ທຽນມຸ້, ແມ່ນວັດທີ່ໃຫຍ່ໂຕໂອໂຖງ ແລະ ມີຫຼາຍຈຸດທີ່ເກົ່າແກ່ທີ່ສຸດ. ເຖິງວ່າໄດ້ໄປຢາມວັດແຫ່ງນີ້ແລ້ວກໍ່ຕາມ ແຕ່ຂ້າພະເຈົ້າຍັງບໍ່ທັນໄດ້ຮູ້ຈັກເຖິງ ປະຫວັດສາດຂອງວັດແຫ່ງນີ້ເທື່ອ. ຫວັງວ່າ, ບັນນາທິການຂອງພາກພາສາລາວຈົ່ງແນະນຳກ່ຽວກັບປະຫວັດສາດຂອງວັດ ທຽນມຸ້ ເພື່ອໃຫ້ຂ້າພະເຈົ້າ ພ້ອມກັບຜູ້ຟັງ, ຜູ້ອ່ານລາວໄດ້ຮູ້ແຈ້ງກ່ວາກ່ຽວກັບສະຖານທີ່ແຫ່ງນີ້ແດ່.”

ເພື່ອນ ວັນນິດາ ວິໄລສຸກ ແລະ ທ່ານຜູ້ຟັງ, ຜູ້ອ່ານທີ່ຮັກແພງ, ວັດ ທຽນມຸ້ ນອນໃນໂນນພູ ຮ່າເຄ, ເບື້ອງຊ້າຍແມ່ນ້ຳເຮືອງ, ຫ່າງຈາກໃຈກາງນະຄອນເຫ້ວໄປທາງທິດຕາເວັນຕົກປະມານ 5 ກມ, ໂດຍແມ່ນສະຖານທີ່ແຫ່ງຈິດວີນຍານຂອງຊາວເຫ້ວ. ພ້ອມກັບສະຖາປັດຕະຍາກຳທີ່ງາມ ແລະ ເກົ່າແກ່ນັ້ນ, ບັນດາເລື່ອງລາວຈິດວີນຍານທີ່ເລິກລັບກ່ຽວກັບວັດແຫ່ງນີ້ຍິ່ງດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວຫຼາຍຂຶ້ນ. ທຽນມຸ້ ແມ່ນວັດໄດ້ຮັບການກໍ່ສ້າງທຳອິດຢູ່ນະຄອນ ເຫ້ວ. ປະຫວັດສາດໄດ້ຂຽນວ່າ, ເມື່ອເຂົ້າມາຮັບໜ້າທີ່ເປັນຫົວໜ້າ ທ້ວນຮ໋ວາ ທັງເປັນຫົວໜ້າ ກວາງນາມ, ເຈົ້າກະສັດ ຫງວຽນຮ່ວາງ ໄດ້ໄປພິຈາລະນາ, ເບິ່ງສະພາບການຕົວຈິງ ເພື່ອກະກຽມເປີດກ້ວາງດິນແດນຂອງຕົນ ຂອງວົງຕະກຸນ ຫງວຽນ. ໃນມື້ໜຶ່ງ, ພວມຂີ່ມ້າໄປລຽບຕາມແມ່ນ້ຳເຮືອງ, ເຈົ້າກະສັດ ຫງວຽນຮ່ວາງ ຈຶ່ງເຫັນໂນນພູທີ່ນ້ອຍໆຢູ່ໃກ້ແມ່ນ້ຳເຮືອງຊື່ວ່າ ຮ່າເຄ. ເມື່ອເຫັນວ່າດິນແຫ່ງນີ້ຄືດັ່ງໂຕມັງກອນ ພວມເບິ່ງຟ້າ, ສະນັ້ນ, ຮອດປີ 1601, ເຈົ້າຊີວິດໄດ້ໃຫ້ກໍ່ສ້າງວັດຫຼັງໜຶ່ງໃນໂນນພູນັ້ນ, ມຸ່ງໜ້າສູ່ແມ່ນ້ຳເຮືອງ ແລະ ຕັ້ງຊື່ວ່າ ທຽນມຸ້. ປີ 1982, ຍ້ອນຫວັງຢາກມີລູກຜູ້ສືບຕະກຸນ, ເຈົ້າກະສັດ ຕື້ດືກ - ເຊິ່ງແມ່ນເຈົ້າກະສັດອົງທີ 4 ຂອງວົງຕະກຸນ ຫງວຽນ ໄດ້ປ່ຽນຊື່ວັດວ່າ ລີງມຸ, ມີຄວາມໝາຍວ່າ ແມ່ນແມ່ຜູ້ສັກກະລະບູຊາ. ແຕ່ເຖິງຢ່າງໃດກໍ່ຕາມ, ພາຍຫຼັງປີ 1869, ປະຊາຊົນໄດ້ນຳໃຊ້ທັງຊື່ ທຽນມຸ້ ແລະ ລີງມຸ້ ເພື່ອເອີ້ນວັດແຫ່ງນີ້. ຖ້າມີໂອກາດ, ເຊີນທ່ານຜູ້ຟັງ, ຜູ້ອ່ານມາຢາມວັດ ທຽນມຸ້ ເພື່ອໄດ້ເຫັນປະຈັກຕາສະຖາປັດຕະຍາກຳຂອງວັດທີ່ມີອາຍຸນັບຮ້ອຍໆປີແຫ່ງນີ້.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ອາຍແປັດ.

ຕອບກັບ

ຂ່າວ/ບົດ​ອື່ນ