​ແນະ​ນຳ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ລາວ​ໂຄ

(VOVWORLD) - ອາທິດຜ່ານມາ, ພາກພາສາ ລາວ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍຫຼາຍສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງຝາກເຖິງລາຍການ, ໃນນັ້ນ, ທ່ານຜູ້ຟັງມີຄວາມສົນໃຈເຖິງການເຄື່ອນໄຫວສະເຫຼີມສະຫຼອງ ປີມິດຕະພາບ ຫວຽດນາມ -ລາວ 2017 ຈັດຕັ້ງຢູ່ແຂວງ ເຊີນລາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຂັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມເຊິ່ງທ່ານຜູ້ຟັງຝາກເຖິງລາຍການ.
​ແນະ​ນຳ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ລາວ​ໂຄ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕຸ້ ເຄື່ອນໄຫວຢູ່ແຂວງ ເຊີນລາ


       
ໃນອາທິດ, ເພື່ອນ ໝອນແກ້ວ ວິລາໄລ, ແຂວງ ວຽງຈັນ ໄດ້ສົ່ງອີແມວເຖິງລາຍການ, ໂດຍຂຽນວ່າ: “ໃນອາທິດ, ຂ້າພະເຈົ້າໄດ້ຕິດຕາມຂ່າວ, ບົດໃນແວບໄຊ vovworld.vn ແລະ ເຫັນວ່າມີການເຄື່ອນໄຫວຫລາຍຢ່າງເພື່ອສະເຫຼີມສະຫຼອງປີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ຈັດຕັ້ງຢູ່ແຂວງເຊີນລາ. ຂ້າພະເຈົ້າໄດ້ຮູ້ວ່າ, ເຊີນລາ ແມ່ນແຂວງມີຊາຍແດນຮ່ວມກັບແຂວງຫົວພັນຂອງລາວ ແລະ ມີການເຄື່ອນໄຫວແຮກສ່ຽວກັບຫຼາຍແຂວງຂອງ ລາວອີກ. ຢູ່ທີ່ນີ້, ມີບ້ານລາວໂຄ ເຊິ່ງແມ່ນສະຖານທີ່ປະທານ ໄກສອນ ພົມວິຫານ ໄດ້ດຳລົງຊີວິດ ແລະ ເຄື່ອນໄຫວປະຕິວັດໃນໄລຍະຍາວພໍສົມຄວນ. ຂ້າພະເຈົ້າຮູ້ຈັກຂ່າວຄາວມີແຕ່ເທົ່ານັ້ນ, ຢາກໃຫ້ບັນດາບັນນາທິການຂອງ VOV ແນະນຳຕື່ມອີກກ່ຽວກັບບ້ານ ລາວໂຄ - ເຊິ່ງແມ່ນສັນຍາລັກຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ ແດ່.”

        ເພື່ອນ ໝອນແກ້ວ ວິລາໄລ ທີ່ຮັກແພງ, ເຂດປູຊະນີຍະສະຖານປະຕິວັດ ຫວຽດນາມ - ລາວ ຢູ່ ບ້ານລາວໂຄ, ຕາແສງ ພຽງຄ໋ວາຍ, ເມືອງ ອຽນເຈົາ, ແຂວງ ເຊີນລາ ແມ່ນສະຖານທີ່, ແມ່ນສັນຍາລັກອັນສູງສົ່ງຂອງນ້ຳໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນລະຫວ່າງທະຫານ, ປະຊາຊົນ ຫວຽດນາມ - ລາວ ໃນການຕໍ່ສູ້ຕ້ານລ່າເມືອງຂຶ້ນ ຝຣັ່ງ. ນີ້ແມ່ນໜຶ່ງໃນບັນດາຖານທີ່ໝັ້ນການປະຕິວັດທຳອິດຢູ່ລຽບຕາມເຂດ ຊາຍແດນ ຫວຽດນາມ - ລາວ, ສະຖານທີ່ສ້າງຂີດໝາຍພົ້ນເດັ່ນກ່ຽວກັບການຊ່ວຍເຫຼືອປະຊາຊົນສຳລັບທ່ານປະທານ ໄກສອນ ພົມວິຫານ, ຜູ້ບັນຊາຂອງຄະນະປະຈັນບານຢູ່ພາກເໜືອລາວ. ບ້ານ ລາວໂຄ ໄດ້ຮັບການຮູ້ຈັກເຖິງຢ້ອນແມ່ນບ່ອນທີ່ໄດ້ລ້ຽງດູທ່ານປະທານ ໄກສອນ ພົມວິຫານ ໃນໄລຍະເຄື່ອນໄຫວປະຕິວັດ. ປີ 1948, ຄະນະປະຈັນບານຢູ່ພາກໃຕ້ລາວ ເຊິ່ງລວມມີ 14 ສະຫາຍທັງ ຫວຽດນາມ ແລະ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ໃນໄລຍະເຄື່ອນທັບເພື່ອໂຄສະນາ, ເປີດກ້ວາງກຳລັງ ໄດ້ຢຸດພັກຢູ່ ພຽງຊາ, ປະຈຸບັນ ແມ່ນບ້ານລາວໂຄ. ໃນໄລຍະເຄື່ອນໄຫວຢູ່ທີ່ນີ້ (ແຕ່ປີ 1948 ຮອດທ້າຍປີ 1949), ປະທານ ໄກສອນ ພົມວິຫານ ໄດ້ສັບຊ້ອນຢູ່ນຳທ່ານ ຈ໋າງລາວໂຄ, ຊາວເຜົ່າມົ້ງ. ສອງຄົນໄດ້ແຮກສ່ຽວກັນ, ໝັ້ນໝາຍບໍ່ຫ່າງຈາກກັນ.  ປະທານ ໄກສອນ ພົມວິຫານ ແລະ ຄະນະປະຈັນບານຢູ່ພາກເໜືອລາວ ໄດ້ຮັບການປົກປ້ອງ ແລະ ລ້ຽງດູຈາກບ້ານ ພຽງຊາ ແລະ ໃຫ້ທີ່ດິນເພື່ອກໍ່ສ້າງຖານທີ່ໝັ້ນເຄື່ອນໄຫວແບບປິດລັບຢູ່ທີ່ນີ້. ພິເສດ, ທ່ານ ຈ໋າງລາວໂຄ - ເຊິ່ງແມ່ນຊົນເຜົ່າມົ້ງ ໃນບ້ານແມ່ນຜູ້ພາທາງໂດຍກົງ, ສົ່ງຄະນະປະຈັນບານຢູ່ພາກເໜືອລາວ ເຄື່ອນໄຫວໃນປ່າ. ແຕ່ລະວັນ, ທ່ານ ລາວໂຄ ໄດ້ສົ່ງທັນຍາຫານ ເຂົ້າຖຳ້ ເຖີມເໝ ເພື່ອລ້ຽງດູພະນັກງານ ຫວຽດມິງ ແລະ ພະນັກງານຂອງປະເທດລາວ ກໍ່ຄືປະທານ ໄກສອນ ພົມວິຫານ.

​ແນະ​ນຳ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ລາວ​ໂຄ - ảnh 2ພິທີເປີດສະຫຼອງເຂດປູຊະນີຍະສະຖານປະຫວັດສາດ ລາວໂຄ 

ປີ 1951, ປະທານ ໄກສອນ ພົມວິຫານ ໄດ້ສົ່ງຜູ້ມາພົວພັນຕິດຕໍ່ກັບທ່ານ ລາວໂຄ. ທ່ານ ລາວໂຄ ໄດ້ສົ່ງ 50 ຫຼຽນເງິນ ໃຫ້ປະທານ ໄກສອນ ພົມວິຫານ ນຳເອົາຊື້ປືນເພື່ອຕ້ານຄືນພວກຮຸກຮານ. ຫຼັງຈາກນັ້ນ 3 ເດືອນ, ປະທານ ໄກສອນ ພົມວິຫານ ໄດ້ຂຽນຈົດໝາຍຝາກໃຫ້ທ່ານລາວໂຄ, ດ້ວຍເນື້ອໃນ ຊື້ໄດ້ປືນແລ້ວ ພ້ອມກັບ ລູກປືນ 30 ລູກ. ປະທານ ໄກສອນ ພົມວິຫານ ໄດ້ເວົ້າຕື່ມອີກວ່າ: ເມື່ອການຕໍ່ສູ້ສຳເລັດແລ້ວ, ປະເທດລາວ ໄດ້ຮັບສັນຕິພາບ ຈະກັບຄືນຢ້ຽມຢາມທ່ານລາວໂຄ. ດ້ວຍຄວາມໝາຍ ແລະ ຄຸນຄ່າປະຫວັດສາດອັນໃຫຍ່ຫຼວງ, ປີ 2012, ປູຊະນີຍະສະຖານປະຫວັດສາດ ຫວຽດນາມ - ລາວ ຢູ່ບ້ານລາວໂຄ ໄດ້ຮັບການຢັ້ງຢືນເຂົ້າບັນຊີລາຍຊື່ບັນດາປູຊະນີຍະສະຖານລະດັບຊາດຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ລາວໂຄ ໄດ້ກາຍເປັນປູຊະນີມີຍະສະຖານບົດບາດສຳຄັນ, ສະໜິດຕິດພັນກັບບັນດາຄຸນຄ່າວັດທະນະທຳ ແລະ ມູນເຊື້ອແຫ່ງຄວາມສາມັກຄີ ມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ - ລາວ. ປະຈຸບັນ, ເຂດປູຊະນີຍະສະຖານລາວໂຄ ໄດ້ຮັບການກໍ່ສ້າງໃຫຍ່ໂຕໂອໂຖງ ແລະ ໄດ້ຮັບການເປີດສະຫຼອງໃນວັນທີ 6 ກໍລະກົດເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ພາຍໃຕ້ການເປັນສັກຂີພິຍານຂອງປະທານສະພາແຫ່ງຊາດ 2 ປະເທດ ຫວຽດນາມ - ລາວ.

        ທ່ານຜູ້ຟັງທີ່ເຄົາລົບ, ແຕ່ນີ້ຮອດວັນທີ 18 ກໍລະກົດ ຈະມີການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງປີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ. ໃນນັ້ນລາຍການພາກພາສາລາວ, VOV ຈະແນະນຳການໂອ້ລົມສົນທະນາພິເສດເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 – 18/7/2017) ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 -05/9/2017). ລາຍການຈະໄດ້ອອກອາກາດໃນຄື້ນ FM: 105,5 MKz ເວລາ 14 ໂມງ 00 – 14ໂມງ 30 ນາທີ ເມື່ອວັນທີ 16 ກໍລະກົດ 2017 ແລະ ໃນຄື້ນ AM 18ໂມງ00 - 19ໂມງ00: 7285 KHz ແລະ AM 20ໂມງ30 ນາທີ - 21 ໂມງ 30 ນາທີ: 1242 KHz ຂອງວັນທີ 18 ກໍລະກົດ. ເຊີນທ່ານຕິດຕາມຮັບຟັງ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກ ມາລາຍການໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາ ໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງ ວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.2438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານ ຊອບແວ VOV Media ໃນໂທລະສັບມືຖື ແລະ ອາຍແປັດ.

ຕອບກັບ

ຂ່າວ/ບົດ​ອື່ນ