​ແນະ​ນຳເຂດ​ຜະ​ລິດ​ໝາກ​ໄມ້​ເປັນ​ສິນ​ຄ້າ​ສົ່ງ​ອອກ​ຢູ່ ຫວຽດ​ນາມ

(VOVWORLD) - ອາທິດຜ່ານມາ, ທ່ານ ພອນສະຫວັນ, ໄພໂລດ, ບຸນຕາ… ໄດ້ຝາກອີແມວ ແລະ ໂທລະສັບເຖິງລາຍການ, ພວກເພື່ອນຢາກຊອກຮູ້ກ່ຽວກັບທ້ອງຖິ່ນຈຳນວນໜຶ່ງ ແລະ ທັດສະນີຍະພາບບາງແຫ່ງຢູ່ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມເຊິ່ງທ່ານຜູ້ຟັງສົນໃຈ.

ເພື່ອນສີໄຊ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ອາທິດຜ່ານມາ, ຢູ່ເມືອງ ສີໂຄດຕະບອງ ໄດ້ມີການເຄື່ອນໄຫວອາສາສະໝັກຂອງ ຊາວໜຸ່ມ ອາສາສະໝັກ ຫວຽດນາມ ຄື: ກວດພະຍາດ, ແຈກຢາຍຢຸກຢາ ໂດຍບໍ່ເສຍຄ່າ, ເຮັດອະນາໄມສິ່ງແວດລ້ອມ… ຂ້າພະເຈົ້າໄດ້ຕິດຕາມລາຍການຂ່າວຂອງພວກເພື່ອນ ແລະ ເຫັນວ່າພວກເພື່ອນໄດ້ໃຫ້ຂ່າວກ່ຽວກັບບັນດາການເຄື່ອນໄຫວດັ່ງກ່າວຢ່າງຄົບຖ້ວນ. ນີ້ບໍ່ແມ່ນເທື່ອທຳອິດທີ່ຊາວໜຸ່ມ ຫວຽດນາມ ມາເຄື່ອນໄຫວອາສາສະໝັກຢູ່ລາວ, ພິເສດແມ່ນຢູ່ເມືອງ ສີໂຄດຕະບອງ. ບັນດາການເຄື່ອນໄຫວນີ້ໄດ້ສະແດງໃຫ້ເຫັນຄວາມສາມັກຄີລະຫວ່າງ ສອງປະເທດ ລາວ - ຫວຽດນາມ ເວົ້າລວມ, ລະຫວ່າງນະຄອນຫຼວງ ວຽງຈັນ ແລະ ນະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະ. ຫວັງວ່າ, ໃນຊຸມປີຈະມາເຖິງ, ຈະມີການເຄື່ອນໄຫວແທດຈິງຄືແນວນີ້ຕື່ມອີກ. ເຊິ່ງແມ່ນຊາວນະຄອນຫຼວງ ວຽງຈັນ ຜູ້ໜຶ່ງ, ຂ້າພະເຈົ້າຂໍຂອບໃຈບັນດາການເຄື່ອນໄຫວທີ່ມີຄວາມໝາຍນີ້ຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ.”

​ແນະ​ນຳເຂດ​ຜະ​ລິດ​ໝາກ​ໄມ້​ເປັນ​ສິນ​ຄ້າ​ສົ່ງ​ອອກ​ຢູ່ ຫວຽດ​ນາມ - ảnh 1 ພາບປະກອບ

        ສ່ວນໃນອີແມວຂອງເພື່ອນ ພອນສະຫວັນ, ແຂວງ ບໍ່ແກ້ວ ມີຕອນຂຽນວ່າ: “ຂ້າພະເຈົ້າແມ່ນພະນັກງານຫ້ອງການກະສິກຳ, ຂ້າພະເຈົ້າມີຄວາມສົນໃຈເຖິງບັນດາຄວາມກ້າວໜ້າທີ່ໄດ້ໝູນໃຊ້ເຂົ້າໃນການປູກຝັງ, ພິເສດແມ່ນບັນດາເຂດໄດ້ປູກຕົ້ນໄມ້ກິນໝາກທີ່ບັນລຸປະສິດທິຜົນສູງ ແລະ ກາຍເປັນສິນຄ້າສົ່ງອອກຂອງ ຫວຽດນາມ. ຫວັງວ່າ, ບັນນາທິການຂອງພາກພາສາລາວ ຈະແນະນຳບາງສະຖານທີ່ຄືດັ່ງກ່າວ ເພື່ອມີໂອກາດຂ້າພະເຈົ້າຈະໄປຖອດຖອນບົດຮຽນນຳ?”

        ເພື່ອນ ພອນສະຫວັນທີ່ຮັກແພງ, ໃນລາຍການ “ຊົນນະບົດໃໝ່” ປະຈຸບັນ ແມ່ນ “ເລື່ອງລາວເຂດບ້ານນາ”, ພວກຂ້າພະເຈົ້າໄດ້ແນະນຳບັນດາແບບຢ່າງ, ບຸກຄົນດີເດັ່ນ, ບັນດາເຂດ, ທ້ອງຖິ່ນທີ່ໄດ້ສ້າງຄວາມຮັ່ງມີຈາກການປູກຜັກ, ໝາກໄມ້. ເພື່ອນສາມາດຄົ້ນຫາ ແລະ ອ່ານຄືນບັນດາບົດຂຽນເຫຼົ່ານັ້ນໃນແວບໄຊ vovworld.vn ຂອງພວກຂ້າພະເຈົ້າໄດ້. ນອກຈາກນັ້ນ, ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍແນະນຳບາງທ້ອງຖິ່ນ, ບາງເຂດປູກຕົ້ນໄມ້ກິນໝາກທີ່ມີຊື່ສຽງຂອງ ຫວຽດນາມ ແລະ ກາຍເປັນສິນຄ້າເພື່ອສົ່ງອອກຄື: ໝາກລີ້ນຈີ່ ຢູ່ແຂວງ ບັກຢາງ ແລະ ຫາຍເຢືອງ. ໝາກກ້ຽງ ໄດ້ຮັບການປູກຝັງຢູ່ເຂດທົ່ງພຽງແມ່ນ້ຳຂອງ, ເບັນເຈ ແລະ ຕ່ຽນຢາງ; ນອກຈາກນັ້ນ, ໝາກກ້ຽງໃຫຍ່ຍັງໄດ້ຮັບການປູກຝັງຢູ່ແຂວງ ຮ່າຢາງ ອີກດ້ວຍ. ໝາກງອກ ໄດ້ປູກເປັນຈຳນວນຫຼວງຫຼາຍຢູ່ທິດຕາເວັນອອກພາກໃຕ້ຄື ແຂວງ ດົ່ງນາຍ ແລະ ເບັນແຈ. ໝາກມັງກອນ ໄດ້ຮັບການປູກຕົ້ນຕໍຢູ່ບີ່ງທ້ວນ, ຕ່ຽນຢາງ. ຢູ່ ຫວຽດນາມ ມີໝາກສົ້ມໂອຫຼາຍປະເພດ ແຕ່ມີພຽງໝາກສົ້ມໂອ ນຳຣອຍ ຈຶ່ງມີປະລິມານຫຼາຍ ແລະກາຍເປັນສິນຄ້າສົ່ງອອກ ແລະ ໄດ້ຮັບການປູກຝັງຫຼາຍທີ່ສຸດຢູ່ແຂວງ ຫວີງລອງ, ເຫົ້າຢາງ. ໝາກມ່ວງ ກໍ່ແມ່ນໝາກໄມ້ໄດ້ຮັບການປູກຝັງໃນເນື້ອທີ່ດິນກ້ວາງຂວາງ ແລະ ໝາກມ່ວງ ຮ່ວາໂລກ ໄດ້ຮັບການປູກຝັງຫຼາຍທີ່ສຸດ. ໝາກມ່ວງ ຮ່ວາໂລກ ໄດ້ປູກຫຼາຍທີ່ສຸດຢູ່ແຂວງຕ່ຽນຢາງ ແລະ ດົ່ງທາບ… ນອກຈາກນັ້ນ, ຍັງມີໝາກໄມ້ຫຼາຍປະເພດອື່ນໆອີກທີ່ມີປະລິມານຫຼາຍທີ່ສາມາດສົ່ງອອກຄື: ໝາກທົ່ວລຽນ, ໝາກນ້ຳນົມ, ໝາກລຳໄຍ… ຫວັງວ່າ, ບັນດາແຫຼ່ງຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ເພື່ອນໃນວຽກງານຂອງຕົນ.

​ແນະ​ນຳເຂດ​ຜະ​ລິດ​ໝາກ​ໄມ້​ເປັນ​ສິນ​ຄ້າ​ສົ່ງ​ອອກ​ຢູ່ ຫວຽດ​ນາມ - ảnh 2ຫ້ວຍເລນີນ ຢູ່ ກາວບັ່ງ 

ສ່ວນເພື່ອນໄພວອນ, ແຂວງ ວຽງຈັນ ຢາກຮູ້ກ່ຽວກັບແຂວງ ກາວບັ່ງ. ໃນ inbox facebook ຂອງລາຍການເພື່ອນໄດ້ຂຽນວ່າ: “ຂ້າພະເຈົ້າໄດ້ຮູ້ວ່າ, ແຂວງ ກາວບັ່ງ ແມ່ນແຂວງພູດອຍທາງພາກເໜືອ ຫວຽດນາມ. ນີ້ແມ່ນແຂວງ ມີເຂດປູຊະນີຍະສະຖານປະຫວັດສາດຫຼາຍແຫ່ງ ແລະ ພິເສດແມ່ນ ປັກບໍ້, ເຊິ່ງແມ່ນສະຖານທີ່ໄດ້ຕິດພັນກັບການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບປູຊະນີຍະສະຖານປະຫວັດສາດນີ້ໄດ້ບໍ່?”

        ປູຊະນີຍະສະຖານ ປັກບໍ້ ຂຶ້ນກັບຕາແສງ ເຈື່ອງຮ່າ, ເມືອງ ຮ່າກ໋ວາງ, ແຂວງ ກາວບັ່ງ, ຫ່າງຈາກເທດສະບານ ກາວບັ່ງໄປທາງທິດເໜືອປະມານ 55 ກມ.  ປັກປໍ ແມ່ນປູຊະນີຍະສະຖານພົ້ນເດັ່ນ, ເຊິ່ງແມ່ນສະຖານທີ່ ລຸງໂຮ່ ໄດ້ມີໄລຍະເວລາເຮັດວຽກຢູ່ທີ່ນີ້ ແລະ ນຳພາການປະຕິວັດ ຫວຽດນາມ ໂດຍກົງ. ເພື່ອນ ໄພວອນ ທີ່ຮັກແພງ, ປັກບໍ້ ມີຖ້ຳ ກົກບໍ້ - ເຊິ່ງແມ່ນສະຖານທີ່ ປະທານ ໂຮ່ຈີມິນ ເລືອກເຟັ້ນເປັນບ່ອນອາໄສ ພາຍຫຼັງເວລາກ່ວາ 30 ປີຢູ່ຕ່າງປະເທດ ແລະ ກັບເມືອປະເທດຊາດ (8 ກຸມພາ 1941) ເພື່ອຊີ້ນຳການປະຕິວັດ ຫວຽດນາມ ໂດຍກົງ. ບັນດາປູຊະນີຍະສະຖານຢູ່ນີ້ລວມມີ: ຖ້ຳ ບໍ້ບາມ, ກົກບໍ້; ຫ້ວຍ ເລນີນ, ພູ ກາກມາກ; ຫ້ວຍນ້ຳ - ເຊິ່ງເປັນບ່ອນປະທານ ໂຮ່ຈີມິນ ຝຶກອົບຮົມໃຫ້ພະນັກງານ ແລະ ຈັດຕັ້ງກອງປະຊຸມສຳຄັນຂອງສູນກາງ… ແຕ່ລະປີ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ມາຢ້ຽມຢາມສະຖານທີ່ແຫ່ງນີ້ນັບມື້ນັບຫຼາຍ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ອາຍແປັດ.

ຕອບກັບ

ຂ່າວ/ບົດ​ອື່ນ