​ແນະ​ນຳ​ເສັ້ນ​ທາງ​ເຄື່ອງ​ປັ້ນ​ດິນ​ເຜົາ

(VOVWORLD) - ອາທິດຜ່ານມາ, ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບຈາກທ່ານ ພອນສະຫວັນ, ວັນທາ… ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຂອງທ່ານຜູ້ຟັງ. 
​ແນະ​ນຳ​ເສັ້ນ​ທາງ​ເຄື່ອງ​ປັ້ນ​ດິນ​ເຜົາ - ảnh 1 ພາບປະກອບ

ໃນອາທິດ, ເພື່ອນ ພອນສະຫວັນ, ຢູ່ແຂວງ ຫົວພັນໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າມີໝູ່ຫຼາຍຄົນພວມຮ່ຳຮຽນຢູ່ ຫວຽດນາມ, ໃນນັ້ນ ຈຳນວນໜຶ່ງແມ່ນຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆຢູ່ ຮ່າໂນ້ຍ. ຫວ່າງແລ້ວນີ້, ມີໝູ່ຄົນໜຶ່ງໄດ້ເອົາຮູບລົງ facebook, ບັນດາຮູບຖ່າຍເຫຼົ່ານັ້ນ ໄດ້ຖ່າຍຢູ່ຕາມເສັ້ນທາງເຄື່ອງປັ້ນດິນເຜົາ ຢູ່ຮ່າໂນ້ຍ. ຮູບຖ່າຍແຕ່ລະແຜ່ນ ແມ່ນແຕກຕ່າງກັນ ແຕ່ໄດ້ສ້າງຄວາມປະທັບໃຈຢ່າງແຮງໃຫ້ແກ່ຂ້າພະເຈົ້າ. ເມື່ອຂ້າພະເຈົ້າຖາມ, ໝູ່ກໍ່ຕອບວ່າ ນີ້ແມ່ນເສັ້ນທາງໄດ້ປະດັບປະດາລວດລາຍດ້ວຍເຄື່ອງປັ້ນດິນເຜົາຍາວທີ່ສຸດ ແລະ ໄດ້ສ້າງສະຖິຕິ Guiness ໂລກ. ຫວັງວ່າ, ບັນນາທິການ ຂອງພາກພາສາລາວ ຈະສະໜອງຂໍ້ມູນຂ່າວສານກ່ຽວກັບເສັ້ນທາງທີ່ປະທັບໃຈນີ້ໃຫ້ຂ້າພະເຈົ້າຮູ້ຕື່ມອີກແດ່. ຂໍຂອບໃຈ.”

        ເພື່ອນ ພອນສະຫວັນທີ່ຮັກແພງ, ໂຄງການ “ເສັ້ນທາງເຄື່ອງປັ້ນດິນເຜົາ” ແມ່ນເລີ່ມມາຈາກແນວຄວາມຄິດຂອງນັກຂ່າວ - ນັກວິຈິດສິນ ຫງວຽນທູຖູຍ. ດ້ວຍເປົ້າໝາຍຢາກສ້າງຄວາມສວຍງາມໃຫ້ເຂດສາທາລະນະ ດ້ວຍເຄື່ອງປັ້ນດິນເຜົາ ຜ່ານວິຖີຊີວິດການສະແດງຂອງບັນດານັກສິລະປິນຍຸກປະຈຸບັນ. ໂຄງການເລີ່ມໄດ້ຮັບການປະຕິບັດແຕ່ປີ 2007, ດ້ວຍລວງຍາວທັງໝົດເກືອບ 4 ກມ, ເນື້ອທີ່ເກືອບ 7.000 ຕາແມັດ. ເສັ້ນທາງນີ້ແມ່ນເລີ່ມແຕ່ຖະໜົນ ອານເຢືອງ ຮອດຖະໜົນ ອຽນຟູ້. ລາຍຈ່າຍສ່ວນຫຼາຍຂອງກິດຈະກຳນີ້ລ້ວນແຕ່ອີງໃສ່ວົງຄະນະຍາດ, ແຫຼ່ງເງິນອຸປະຖຳຂອງສັງຄົມ ແລະ ນັບທັງແຫຼ່ງທຶນຂອງຄອບຄົວ ນັກຂ່າວ - ນັກວິຈິດສິນ ຫງວຽນທູຖູຍ. ໃນເວລາປະຕິບັດໂຄງການເປັນເວລາ 4 ປີນີ້,  “ເສັ້ນທາງເຄື່ອງປັ້ນດິນເຜົາ” ໄດ້ດຶງດູດການເຂົ້າຮ່ວມຂອງນັກແຕ້ມ 20 ຄົນພາຍໃນປະເທດ ແລະ 15 ຄົນຈາກຕ່າງປະເທດຄື: ແດນມາກ, ຝຣັ່ງ, ໂຮນລັງ, ແອັດສະປາຍ, ອີຕາລີ, ອັງກິດ, ອາເມລິກາ, ອາກຊັງຕິນ… ນອກຈາກນັ້ນ, ຍັງມີນັກສິລະປະການ, ນາຍຊ່າງຫັດຖະກຳຂອງບັນດາໝູ່ບ້ານອາຊີບຢູ່ພາຍໃນປະເທດກ່ວາ 100 ຄົນ ແລະ ປະຊາຊົນ, ນັກສຶກສາ, ເຍົາວະຊົນກ່ວາ 500 ຄົນ… ພ້ອມກັນເຂົ້າຮ່ວມປະຕິບັດໂຄງການ. ອົງການສະຖິຕິ Guiness ໂລກ ໄດ້ມອບໃບຢັ້ງຢືນ ກຳແພງປະດັບປະດາດ້ວຍເຄື່ອງປັ້ນດິນເຜົາໃຫຍ່ທີ່ສຸດໃຫ້ແກ່ກິດຈະກຳນີ້.

​ແນະ​ນຳ​ເສັ້ນ​ທາງ​ເຄື່ອງ​ປັ້ນ​ດິນ​ເຜົາ - ảnh 2 ນັກອອກແບບ ມິງແຫ້ງ

ສ່ວນເພື່ອນ ວັນທາ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີແມວເຖິງລາຍການໂດຍໃຫ້ຮູ້ວ່າ: “ຂ້າພະເຈົ້າແມ່ນຜູ້ນິຍົມແຟຊັນ ແລະ ໄດ້ຕິດຕາມບັນດາລາຍການສະແດງແຟຊັນໂລກ. ໃນກາງເດືອນ 9 ຜ່ານມາ, ຂ້າພະເຈົ້າໄດ້ຮັບຊົມລາຍການໂຊແຟຊັນຊຸດເສື້ອຍາວດ້ວຍແພພື້ນເມືອງຂອງນັກອອກແບບ ມີງແຫ້ງ, ຊາວ ຫວຽດນາມ ຕໍ່ໜ້າບັນດານັກການທູດ ແລະ ສາທາລະນະຊົນ ສະວິດ ຢູ່ສຳນັກງານ ສປຊ, ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ສປຊ. ຂ້າພະເຈົ້າຮູ້ສຶກປະທັບໃຈດ້ວຍບັນດາແບບ ທີ່ເປັນເອກະລັກສະເພາະ ເຮັດດ້ວຍແພພື້ນເມືອງຂອງ ຫວຽດນາມ. ຢູ່ປະເທດລາວຂອງພວກຂ້າພະເຈົ້າກໍ່ມີແພພື້ນເມືອງຄືແນວນັ້ນ, ຫວັງວ່າ, ໄລຍະຈະມາເຖິງ, ປະເທດລາວ ກໍ່ຈະມີບັນດາລາຍການໂຊແຟຊັນຄ້າຍຄືແນວນີ້. ຫວັງວ່າ, ບັນນາທິການ ພາກພາສາລາວ ຈະສະໜອງບາງຂໍ້ມູນຂ່າວສານກ່ຽວກັບນັກອອກແບບທີ່ມີຄວາມປິຊາສາມາດຜູ້ນີ້ໃຫ້ຂ້າພະເຈົ້າແດ່? ຂໍຂອບໃຈ.”

ເພື່ອນ ວັນທາ ທີ່ຮັກແພງ, ນັກອອກແບບ ມີງແຫ້ງ, ຊາວ ຫວຽດນາມ ເກີດປີ 1961, ເຊິ່ງແມ່ນຜູ້ອາວຸໂສຂອງວົງການແຟຊັນ ຫວຽດນາມ. ໃນການອອກແບບ ແຟຊັນນັ້ນ, ລາວໄດ້ເອົາໃຈໃສ່ຮັກສາ ແລະ ເສີມຂະຫຍາຍຄວາມງາມທີ່ເປັນມູນເຊື້ອຂອງຊາດຜ່ານແພປະເພດຕ່າງໆຄື: ແພພື້ນເມືອງ, ແພໄໝ…, ໄປຄຽງຄູ່ກັນນັ້ນ, ລາວ ຍັງໄດ້ອອກແບບຕາມວິທີໃໝ່ອ່ຽມ ແລະ ມີຊີວິດຊີວາທີ່ສຸດ. ດ້ວຍຄວາມມານະຍາຍາມມີຫົວຄິດປະດິດສ້າງບໍ່ຮູ້ອິດບໍ່ຮູ້ເມື່ອຍ, ລາວ ຍາດໄດ້ລາງວັນ, ນາມມະຍົດໃນພາລະກິດອອກແບບຂອງຕົນ. ປີ 1997, ນັກອອກແບບ ມີງແຫ້ງ ຍາດໄດ້ລາງວັນໃນການເສັງອອກແບບ Makuhari Grand Prix ຢູ່ຍີ່ປຸ່ນ. ຫຼັງຈາກນັ້ນ, ລາວ ກາຍເປັນນັກອອກແບບຊາວ ຫວຽດນາມ ຜູ້ທຳອິດ ທີ່ແນະນຳຊຸດເສື້ອຍາວ 100 ຊຸດ ຢູ່ວິຫານ Kiyomizu Dera, ເຊິ່ງແມ່ນສະຖານທີ່ບໍ່ເຄີຍມີລາຍການໂຊແຟຊັນ ໃດມາກ່ອນນັບທັງນັກອອກແບບຊາວຍີ່ປຸ່ນ. ນອກຈາກນັ້ນ, ບັນດາຊຸດອາພອນໂດຍລາວ ອອກແບບຍັງໄດ້ວາງສະແດງຢູ່ Bargorin - ເຊິ່ງແມ່ນຫໍພິພິດທະພັນສິລະປະງາມທີ່ສຸດຢູ່ ຝຣັ່ງ ແລະ ເຂົ້າຮ່ວມງານບຸນສາກົນເຄື່ອງຕຳແຜ່ນຕັດຫຍິບພິເສດຢູ່ ຝຣັ່ງ ໂດຍ UNESCO ອຸປະຖຳ… ພິເສດ, ນັກອອກແບບຍິງທີ່ປີຊາສາມາດຄົນນີ້ ແມ່ນຜູ້ປະກອບສ່ວນທຳອິດໃນການໂຄສະນາພາບພົດຂອງຊຸດເສື້ອຍາວ ຫວຽດນາມ ອອກສູ່ໂລກ. ປະຈຸບັນ, ລາວ ຍັງແມ່ນນັກອອກແບບແຖວໜ້າຂອງ ຫວຽດນາມ, ຮັກສາທີ່ຕັ້ງສູງສຸດໃນສັບປະດາແຟຊັນ ຫວຽດນາມ - ເຊິ່ງເປັນເຫດການເຊີດຊູການອອກແບບ ຫວຽດນາມ ສຳຄັນ ໄດ້ຮັບການຈັດຕັ້ງປະຈຳປີ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງ ຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ໄອແພັດ.

ຕອບກັບ

ຂ່າວ/ບົດ​ອື່ນ