ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10

(vovworld) – ຫວ່າງ​ແລ້ວນີ້, ຄະ​ນະ​ປະ​ຕິ​ບັດ​ງານ​ໂດຍ​ທ່ານພັນ​ເອກ ໂງ​ຈີ໋​ຮ່າ, ຮອງ​ຫົວໜ້າ​ເສ​ນາ​ທິ​ການ​ທະ​ຫານ​ເຮືອ​ເຂດ 2, ເປັນ​ຫົວ​ໜ້າ​ຄະ​ນະ, ພ້ອມ​ກັບຫຼາຍ​ຫົວ​ໜ່ວຍ, ນັກ​ຂ່າວ​ທັງ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໄດ້​ໄປ​ຢ້ຽມ​ຢາມ ແລະ ອວ​ຍ​ພອນ​ປີ​ໃໝ່​ຢູ່​ເຮືອນ​ຮ້ານ DK 1- 10 ຂຶ້ນ​ກັບ​ຫາ​ດດອນ ກາ​ເ​ມົາ. ນະ​ທີ່ນີ້, ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ໄດ້​ພົວ​ພັນ​ແລກ​ປ່ຽນ​ກັບ​ບັນ​ດາ​ນັກ​ຮົບ ແລະ ພ້ອມ​ກັນ​ຈັດ​ຕັ້ງ​ບັນ​ດາ​​ລາຍການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຄື: ຫໍ່​ເຂົ້າ​ຕົ້ມ, ເຄົາ​ລົບ​ທຸງ…

        ການ​ຢ້ຽມ​ຢາມ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວອວ​ຍ​ພອນ​ປີ​ໃໝ່​ຢູ່​ບັນ​ດາ​ເຮືອນ​ຮ້ານ DK 1 ໂດຍ​ຄະ​ນະ​ພັກ​ກອງ​ບັນ​ຊາ​ການ​ທະ​ຫານ​ເຮືອ​ເຂດ 2 ຈັດ​ຕັ້ງ. ການ​ເຄື່ອນ​ໄຫວ​ໄດ້​ປະ​ກອບ​ສ່ວນ​ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ນັກ​ຮົ​ບ​​ຈັບ​ປືນໃຫ​້​ແໜ້ນ​ໃນ​ຊຸມ​ວັນ​ກະ​ກຽມ​ຕ້ອນ​ຮັບ​ບຸ​ນ​ເຕ​ັດ, ພ້ອມ​ທັງ​ຍັງ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ບັນ​ດາ​ນັກ​ຮົບ​ຢູ່​ທີ່ນີ້.

ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10 - ảnh 1ຂອງ​ຂວັນ​ປີ​ໃໝ່ ແລະ ບັນ​ດາ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໄດ້​ສົ່ງ​ໄປ​ເຮືອນ​ຮ້ານ
ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10 - ảnh 2
ບັນ​ດາ​ນັກ​ຮົບ​ຢູ່​ເຮືອນ​ຮ້ານ ມີ​ຄວາມ​​ກະ​ຕື​ລ​ື​ລົ້ນ​ຕ້ອນ​ຮັບບັນ​ດາ​ຂອງ​ຂວັນ​ປີ​ໃໝ່ ແລະ ​ສະ​ມາ​ຊິກ​ໃນ​ຄະ​ນະ​ປະ​ຕິ​ບັດ​ງານ.
ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10 - ảnh 3
ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10 - ảnh 4ພັນ​ເອກ ໂງ​ຈີ໋​ຮ່າ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ, ຮອງ​ຫົວ​ໜ້າ​ເສ​ນາ​ທິ​ການ​ ທະ​ຫານ​ເຮືອ​ເຂດ 2 ພ້ອມ​ກັບ​ບັນ​ດາ​ນັກ​ຮົບ​ຢູ່​ເຮືອນ​ຮ້ານ​ຈັດ​ກອງ​ປະ​ຊຸມ​ສະ​ຫລຸ​ບ​ວຽກ​ງານ​ປີ 2016 ແລະ ຜັນ​ຂະ​ຫຍາຍ​ທິດ​ທາງ​ແຜນ​ການ​ປີ 2017.
ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10 - ảnh 5ພັນ​ເອກ ໂງ​ຈີ໋​ຮ່າ ມອບ​ຂອງ​ຂວັນ​ຂອງ​ປະ​ທານ​ປະ​ເທດ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ບັນ​ດາ​ຫົວ​ໜ່ວຍ​​ໃຫ້ນັກ​ຮົບ​ເຮືອນ​ຮ້ານ
ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10 - ảnh 6ຂອງ​ຂວັນ​ຈາກວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ມອບ​ໃຫ້​ບັນ​ດາ​ນັກ​ຮົບ
ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10 - ảnh 7
ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10 - ảnh 8
ບັນ​ດາ​ນັກ​ຮົບ​ຫໍ່​ເຂົ້າ​ຕົ້ມ ແລະ ຫວນ​ຄືນ​ບັນ​ດາ​ອະ​ນຸ​ສອນ​ໃນ​ການ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ບ້ານ​ເກີດ​ເມືອງນອນ
ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10 - ảnh 9ໃບ​ຕອງ​ຈິງ​ໄດ້​ສົ່ງ​ເຖິງ​ບັນ​ດາ​ນັກ​ຮົບ​ຢູ່​ເຮືອນ​ຮ້​ານ​ໃບ​ນ້ອຍ ​ແລະ ໜ້ອຍ, ບັນ​ດາ​ນັກ​ຮົບ​ຕ້ອງ​ມີ​ຄ​ວາມ​ຄ້ອງ​ແຄ້ວ ແລະ ປະ​ຢັດ​​ທີ່​ສຸດ​ເພື່ອຫໍ່​ເຂົ້າ​ຕົ້ມ​ໃຫ້​ງາມ​ໄດ້.
ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10 - ảnh 10
ນັກ​ຮົບ​ຜູ້​ໜຶ່ງ​ພວມ​ກະ​ກຽມ​ໂຊ​ງ່າ​ດອກ​ເໝີຍ​ເຫຼືອງ​ເພື່ອ​ຕ້ອນ​ຮັບ​ບຸນ​ເຕັດ
ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10 - ảnh 11
ນັກ​ຮົບ​ຜູ້​ໜຶ່ງ​ພວມ​ຖ່າຍ​ທຳ ວີ​ດີ​ໂອ​ເພື່ອ​ສົ່ງ​ໃຫ້​ຄອບ​ຄົວ​ໃນ​ເຂດ​ດິນ​ຕໍ​່​ແຜ່ນ.
ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10 - ảnh 12ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ສີ​ລະ​ປະ​ໄດ້​ຈັດ​ຕັ້ງ​ໃນ​ເວ​ລາ​ທີ່​ກຳ​ລັງ​ຕົ້ມ​ເຂົ້າ​ຕົ້ມ
ການຕ້ອນຮັບບຸນປີໃໝ່ໄວກ່ວາປົກກະຕິຢູ່ເຮືອນຮ້ານDK1-10 - ảnh 13ນັກ​ຮົບ​ໜຸ່ມ​ຜູ້​ໜຶ່ງ​ພວມ​ອ່ານ​ຈົດ​ໝາ​ຍອວຍ​ພອນ​ປີ​ໃໝ່​ຂອງ​ໝູ່​ເພື່ອນ​ທີ່​ຟ​າ​ກ​ມ​ຮາ​ໃຫ​້​ຈາກ​ເຂດ​ດິນ​ຕໍ່​ແຜ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ