ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ

​(vovworld) – ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ພວມ​ຢືນຢັນ​ແມ່ນ​ໜຶ່ງ​ໃນ​ບັນດາ​​ແບບຢ່າງ​ແຫ່ງ​ການ​ຮ່ວມ​ມືພາກ​ພື້ນສຳ​ເລັດ​ຜົນໃນ​ໂລກ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ.

        ຜ່າ​ນ​ເກືອບ 48 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ການ​ຮ່ວມມື​ດ້ານ​ເສດຖະກິດ​ແມ່ນ​ຂົງ​ເຂດ​ເຊິ່ງອາ​ຊຽນ ບັນລຸ​ໄດ້​ດ້ວຍ​ລະດັບ​ເລິກ​ເຊິ່ງ, ກວ້າງຂວາງທີ່​ສຸດ. ບັນດາ​ສະມາຊິກ​ອາ​ຊຽນ ພວມ​ໃນ​ທ່າ​ເຊື່ອມ​ໂຍງ​ຢ່າງ​ແຮງ, ​ເພື່ອມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ​ ​ໃນ​ທ້າຍ​ປີ 2015, ​ໃນ​ນັ້ນ​ມີ​ເລື່ອງ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC). ຕາມ​ນັ້ນ​ແລ້ວ, ອາ​ຊຽນ ປາດ​ຖະໜາ​ຢາກ​ສ້າງ​ໂຄງ​ປະກອບ​ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ໃນ​ລະດັບ​ສູງ​ກວ່າ ອີງ​ຕາມ​ນະ​ໂຍບາຍ, ກົດໝາຍ ​ແລະ ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຄ້າ ​ແລະ ການ​ລົງທຶນ. ຈຸດ​ພິ​ເສດ​ໃນ​​ເນື້ອ​ໃນ​ກໍ່ສ້າງ AEC ​ແມ່ນ, ອາ​ຊຽນ ບໍ່ພຽງ​ແຕ່​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ມາດ​ຕະການ​ຮ່ວມ​ສຳພັນ​ພາຍ​ໃນ​ກຸ່ມ​ເທົ່າ​ນັ້ນ, ຫາກ​ລວມທັງ​​ບັນດາ​ມາດ​ຕະການ​ເຊື່ອມ​ໂຍງ​​ອາ​ຊຽນ ກັບ​ບັນດາ​ພື້ນຖານ​ເສດຖະກິດ​​ໃນທົ່ວ​​ໂລກ​ອີກ​ດ້ວຍ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ດ້ວຍ​ຈິດ​ໃຈ​ຕັ້ງ​ໜ້າ, ​ເປັນ​ເຈົ້າ​ການ​​ເຊື່ອມ​ໂຍງ, ຫວຽດນາມ ຈະ​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ຊຸກຍູ້​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ພິ​ເສດ​ແມ່ນ​ປະຊາ​ຄົມ​ເສດຖະກິດ, ຖືນີ້​ແມ່ນ​ບຸລິມະສິດ​ສຸງ ​ແນ​ໃສ່​ສ້າງ​ພື້ນຖານ​ຢ່າງ​ໝັ້ນ​ຂົງ, ປະກອບສ່ວນ​ເສີມ​ຂະຫຍາຍ​ບົດ​ບາດ, ທີ່​ຕັ້ງ​ຂອງ​ອາ​ຊຽນ.

        ​ໃນ​ລາຍ​ການ​ພາບ​ສາລະ​ຄະດີ​ນື້ນີ້, ບັນນາທິການ VOV ຈະ​ທົບ​ທວນຄືນ​ບາງ​ເຫດການ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ສະມາຊິກ​ອື່ນ​ຂອງ​ອາ​ຊຽນຄື: ລາວ, ​ໂທ, ອິນ​ໂດ​ເນຍ​ເຊີຍ ​ແລະ ກຳປູ​ເຈຍ.

ຫວຽດນາມ - ລາວ

ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ - ảnh 1
ການເຈລະຈາຮ່ວມມືເສດຖະກິດລະຫວ່າງບັນດາແຂວງໄຕງວຽນ, ທິດໃຕ້ພາກກາງຂອງຫວຽດນາມກັບບັນດາແຂວງທິດໃຕ້ພາກກາງຂອງລາວ.
ທີ່ການໂອ້ລົມສົນທະນາ ເມື່ອວັນທີ 03/11/2014,
2 ຝ່າຍໄດ້ສຸມໃສ່ແລກປ່ຽນ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງນັກລົງທຶນ ຫວຽດນາມຢູ່ບັນດາແຂວງທາງທິດໃຕ້ພາກກາງຂອງລາວ. ໃນນັ້ນໄດ້ວາງອອກບັນດາມາດຕະການ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະ ລາວ, ໂດຍສະເພາະແມ່ນໃນຂົງເຂດລົງທຶນການຄ້າ.
(ພາບ: centralinvest.gov.vn)

ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ - ảnh 2
ສັນຍາການຄ້າ 2 ຝ່າຍສະບັບໃໝ່ລະຫວ່າງຫວຽດນາມ ແລະ ລາວ, ໄດ້ລົງນາມໃນວັນທີ 03/03/2015, ຢູ່ສຳນັກງານກະຊວງອຸດສາຫະກຳການຄ້າລາວ, ແທນໃຫ້ສັນຍາການຄ້າລະຫວ່າງຫວຽດນາມ - ລາວ ທີ່ໄດ້ລົງນາມເມື່ອປີ 1998. ຕາມນັ້ນແລ້ວ, ຫວຽດນາມ ແລະ ລາວ ໄດ້ລົບລ້າງພາສີອາກອນສຳລັບສິນຄ້າກວ່າ 95% ແລະ ສະຫງວນຂໍ້ກຳນົດການປະພຶດແຫ່ງຊາດພິເສດສຳລັບສິນຄ້າ ທີ່ມີຕົ້ນກຳເນີດຈາກ 2 ປະເທດ.

ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ - ảnh 3
ງານວາງສະແດງ ແລະ ກອງປະຊຸມສຳມະນາ “ສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວນະຄອນໂຮ່ຈິມິນ ເຂົ້າລາວ”. ງານວາງສະແດງ ແລະ ກອງປະຊຸມສຳມະນາດຳເນີນໃນວັນທີ 07/04/2015, ຢູ່ນະຄອນຫຼວງວຽງຈັນ, ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດລາວ ແລະ ນະຄອນໂຮ່ຈິມິນ ແລກປ່ຽນຂໍ້ມູນຂ່າວ, ຊອກຫາບັນດາໂຄງການ ແລະ ຄູ່ຮ່ວມມືທີ່ເໝາະສົມ, ສ້າງຕັ້ງການພົວພັນຄູ່ຮ່ວມມືດຳເນີນທຸລະກິດຢ່າງໝັ້ນຂົງ: ຍາວນານ.
(ພາບ: nhandan.com.vn)

ຫວຽດນາມ - ໄທ

ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ - ảnh 4
ໄທ ປາດຖະໜາພ້ອມກັບຫວຽດນາມ ສ້າງເຄືອຂ່າຍບັນດາປະເທດຜະລິດຢາງພາລາ. ນັ້ນແມ່ນຄຳຢືນຢັນຂອງລັດຖະມົນຕີວ່າການກະຊວງກະສິກຳ ແລະ ສະຫະກອນໄທທີ່ການພົບປະກັບທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກາວກຶກຟ໋າດ, ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ໃນເດືອນ 03/2015 ຜ່ານມາ.

ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ - ảnh 5
ກອງປະຊຸມຂ່າວກ່ຽວກັບງານວາງສະແດງຂະແໜງອຸດສາຫະກຳຕຳແຜ່ນຕັດຫຍິບ ຈະຖືກດຳເນີນໄປໃນລະຫວ່າງວັນທີ 09 – 12/07/2015, ທີ່ບາງກອກ, ປະເທດໄທ ດ້ວຍຫົວຂໍ້ວ່າ, ຍົກສູງກຳລັງແກ່ງແຍ້ງໃນສະພາບ ເຊື່ອມໂຍງເຂົ້າກັບຕະຫຼາດລວມອາຊຽນ.
(ພາບ: vietnam.vnanet.vn)

ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ - ảnh 6
ຂະແໜງລົດໂອໂຕຂອງຫວຽດນາມ ແລະ ໄທ ພ້ອມກັນຮ່ວມມືເພື່ອພັດທະນາ ແທນທີ່ແກ່ງແຍ້ງ. ນັ້ນແມ່ນຄຳຢືນຢັນຂອງຫົວໜ້າສະຖາບັນລົດໂອໂຕໄທ ທີ່ການເຈລະຈາ “ເພີ່ມທະວີມູນຄ່າຜະລິດລົດໂອໂຕ ແລະ ລົດຈັກຂອງຫວຽດນາມ ໃນພາກພື້ນອາຊຽນ” ເຊິ່ງຖືກດຳເນີນໄປຢູ່ນະຄອນໂຮ່ຈິມິນ ໃນຕອນບ່າຍວັນທີ 02/04/2015.
(ພາບ:nguyentandung.org)

ຫວຽດນາມ - ອິນໂດເນເຊຍ

ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ - ảnh 7
 ທີ່ການພົບປະລະຫວ່າງທ່ານປະທານາທິບໍດີອິນໂດເນເຊຍ Joko Widoo ແລະ ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຢູ່ນອກກອງປະຊຸມຂັ້ນສູງ APEC ຢູ່ປັກກິງ, ປະເທດຈີນ, ເມື່ອເດືອນ 11/2014. ການນຳ 2 ທ່ານໄດ້ເຫັນດີຍົກວົງເງິນການຄ້າ 2 ສົ້ນຂຶ້ນເຖິງ 10 ຕື້ USD ໃນປີ 2018.
(ພາບ: TTXVN)

ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ - ảnh 8
Kadin - Indonesia: ເວທີປາໄສດຳເນີນທຸລະກິດກັບຫວຽດນາມ ໂດຍທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ເປັນປະທານ ຢູ່ຈາກາກຕາ, ເມື່ອເດືອນ 06/2013, ເພື່ອແນໃສ່ເພີ່ມທະວີການຮ່ວມມືລົງທຶນລະຫວ່າງ 2 ປະເທດ.
(ພາບ: swa..co.id)

ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ - ảnh 9
VCCI ໄດ້ສົມທົບກັບສະຖານທູດອິນໂດເນເຊຍ ປະຈຳຫວຽດນາມ ແລະ ອົງການສົ່ງເສີມການລົງທຶນອິນໂດເນເຊຍ ຈັດຕັ້ງເວທີປາໄສການລົງທຶນ ແລະ ການຄ້າລະຫວ່າງຫວຽດນາມ - ອິນໂດເນເຊຍ.
(ພາບ: VCCI)

ຫວຽດນາມ - ກຳປູເຈຍ

ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ - ảnh 10
 ກອງປະຊຸມຍູ້ແຮງການພັດທະນາການຄ້າຊາຍແດນລະຫວ່າງຫວຽດນາມ ກຳປູເຈຍ, ເຊິ່ງຖືກດຳເນີນໄປເມື່ອວັນທີ 09/01/2012, ຢູ່ແຂວງ ບິ່ງເຟືອກ.
(ພາບ: binhphuoc.gov.vn)

ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ - ảnh 11
ານວາງສະແດງການຄ້າ, ການທ່ອງທ່ຽວ, ການບໍລິການລະຫວ່າງຫວຽດນາມ - ກຳປູເຈຍ 2015, ຖືກດຳເນີນໄປໃນລະຫວ່າງວັນທີ 01 – 05/04/2015.

ການຮ່ວມມືດ້ານການຄ້າລະຫວ່າງ ບັນດາປະເທດອາຊຽນ - ảnh 12
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ໄດ້ລົງລາຍເຊັນເປັນທີ່ລະນຶກໃນພິທີເປີດສະຫຼອງບໍລິສັດຫຼັກຊັບ CVS, ເຊິ່ງຖືກດຳເນີນໄປຢູ່ກຳປູເຈຍໃນລະຫວ່າງວັນທີ 23 – 24/04/2013
(ພາບ: sggp.org.vn)

ປະຈຸ​ບັນ, ອາ​ຊຽນມີ​ຈຸດໝາຍ​ລະອຽດ​ນັ້ນ​ແມ່ນ ສ້າງ​ຕັ້ງ​ຕະຫຼາດ​ດ່ຽວ​ໃນ​ທ້າຍ​ປີ 2015. ​ມີ​ໂຄງການ​ໃຫຍ່​ພວມ​ໄດ້​ຮັບ​ການຜັນ​ຂະຫຍາຍ ​ເພື່ອ​ແນ​ໃສ່​ຊ່ວຍ​ອາ​ຊຽນສ້າງ​ບັນດາຂໍ​ກຳນົດ​ໃຫ້​ເຂດ​ການ​ຄ້າ​ເສລີ​ດັ່ງກ່າວ, ຕົວຢ່າງ​ຄື​​ເຮັດ​ໃຫ້ມາດຕະຖານ​ອຸດສາຫະກຳ ​ແລະ ລະບຽບ​ການ​ດ້ານ​ພາ​ລີ​ລະຫວ່າງ​ບັນດາ​ປະ​ເທດສະມາຊິກ​ອາ​ຊຽນ ມີ​ຄວາມ​ກົມກຽວ​ກັນ.
ຂ່າວ/ບົດ​ອື່ນ