ຊົມລົດຖັງ ເລກໝາຍ 390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975

vovworld -  ຕອນ​ທ່ຽງ​ວັນ​ທີ 30/4/1975, ໃນ​ຈຸດ​ເວ​ລາ​ສຸດ​ທ້າຍຂອງ​ອຳ​ນາດ​ການ​ປົກ​ຄອງ​ໄຊ​ງ່ອນ, ລົດ​ຖັງ​ມີ​ ເລກໝາຍ​  390 ໄດ້​ຕຳ​ປະ​ຕູ​ທຳ​ນຽບ​ເອ​ກະ​ລາດ ດ້ວຍ​ຈິດ​ໃຈ​ຕັດ​ສິນ​ໃຈ​ຍາດເອົາ​ໄຊ​ຊະ​ນະ, ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ​ໃນ​ການ​ຕໍ່​ຕ້ານ​ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ສົມ​ບູນ, ພາກ​ເຫ​ນືອ​ພາກ​ໃຕ້​ໄດ້​ໂຮມ​ເຂົ້າ​ເປັນ​ເອ​ກະ​ພາບ.

·       ​42 ປີ​ຜ່ານ​ມາ, ລົດ​ຖັງ ເລກໝາຍ​  390 ໄດ້​ກາຍ​ເປັນ​ພະ​ຍານ​ປະ​ຫວັດ​ສາດ, ແມ່ນ​ວັດ​ຖຸ​ອັນ​ລ້ຳ​ຄ່າ​ຂອງ​ຊາດ

·       ປະຈຸ​ບັນ, ຢູ່ ທຳ​ນຽບ​ເອ​ກະ​ລາດ ນະ​ຄອນ​ໂຮ່​ຈິ​ມີນ ກໍ່​ມີ​ລົ​ດ​ຖັງ​ຄັນ​ຫ​ນຶ່ງ​ດ້ວຍ​ ເລກໝາຍ​  390, ແຕ່​ລົດ​ຖັງ​ຄັນ​ນີ້ ແມ່ນ​ປະ​ເພດ​ດຽວ​ກັນ​ກັບ​ລົດ​ຖັງ​ຕຳ​ປະ​ຕູ​ທຳ​ນຽບ​ເອ​ກະ​ລາດ​ເມື່ອ​ວັນ​ທີ 30/4/1975. ສຳ​ລັບ​ລົດ​ຖັງ​ ເລກໝາຍ​  390 ປະ​ຈຸ​ບັນ​ພວມ​ໄດ້​ຮັບ​ການ​ເກັບ​ຮັກ​ສາ​ໄວ້​ຢູ່​ຫໍ​ພິ​ພິ​ດ​ທະ​ພັນ​ກຳ​ລັງ​ລົດ​ຖັງ​ຫຸ້ມ​ເກາະ,ຢູ່​ຖ​ະ​ຫ​ນົນ ຮ່​ວາງກວກ​ຫວຽດ, ເມືອງ ເກົາ​ໄຢ, ຮ່າ​ໂນ້ຍ.

ຊົມລົດຖັງ ເລກໝາຍ  390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975 - ảnh 1
ຫໍ​ພິ​ພິດ​ທະ​ພັນ ກຳ​ລັງ​ລົດ​ຖັງ​ຫຸ້ມ​ເກາະ ແມ່ນ​ບ່ອນ​ເກັບ​ຮັກ​ສາ​ລົດ​ຖັງ ເລກໝາຍ​  390 ປະ​ຫວັດ​ສາດ. ໃນ​ສາງ​ເອ​ກະ​ສານ​ວັດ​ຖຸ​ພັນ​ຂອງ​ຫໍ​ພິ​ພິ​ດ​ທະ​ພັນ ມີ​ວັດ​ຖຸ​ພັນ​ກວ່າ 7000 ຢ່າງ ແລະ ຮູບ​ພາບ​ພົ້ນ​ເດັ່ນ​ເກືອບ 3000 ແຜ່ນ​ໄດ້​ແນະ​ນຳ​ໃນ​ເນື້ອ​ທີ່​ວາງ​ສະ​ແດງກວ້າງ 2.600 ຕາ​ແມັດ​ໃນ​ຮົ່ມ ແລະ 1.200 ຕາ​ແມັດ​ກາງ​ແຈ້ງ

ຊົມລົດຖັງ ເລກໝາຍ  390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975 - ảnh 2

ຊົມລົດຖັງ ເລກໝາຍ  390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975 - ảnh 3

ຊົມລົດຖັງ ເລກໝາຍ  390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975 - ảnh 4ໃນ​ສົງ​ຄາມ​ຕໍ່​ຕ້ານ​ຕ້ານ​ອາ​ເມ​ລິ​ກາ, ລົດ​ຖັ​ງ ເລກໝາຍ​  390 ຂຶ້​ນ​ກັບ​ກອງ​ຮ້ອຍ 4, ກອງ​ພັນ 1, ກອງ​ພົນ​ນ້ອຍ​ລົດ​ຖັງ ເລກໝາຍ​  203, ກອງ​ພົນ​   ໃຫ​ຍ່ 2. ລົດ​ຖັງ ເລກໝາຍ​  390 ໄດ້​ຮັບ​ຮອງ​ແມ່ນ​ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ​ຂອງ​ຊາດ ເມື່ອ​ວັນ​ທີ 1/10/2012.

ຊົມລົດຖັງ ເລກໝາຍ  390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975 - ảnh 5
ຜ່ານ​ໄລ​ຍະ​ຕ້ານ​ອາ​ເມ​ລິ​ກາ, ລົດ​ຖັງ ເລກໝາຍ​  390 ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້, ​ປະ​ຕິ​ບັດຫ​ນ້າ​ທີ່​ສາ​ກົນ​ຢູ່ດິນ​ແດນ ກຳ​ປູ​ເຈຍ ຫລັງ​ຈາກນັ້ນ​​ໄດ້​ເຄື່ອນ​ຍ້າຍໄປ​ຍັງ​ພາກ​ເຫ​ນືອ, ມີ​ຫ​ນ້າ​ໃນ​ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ພາກ​ເຫ​ນືອ.

ຊົມລົດຖັງ ເລກໝາຍ  390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975 - ảnh 6

ຊົມລົດຖັງ ເລກໝາຍ  390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975 - ảnh 7ປີ 1980, ລົດ​ຖັງ ເລກໝາຍ​  390 ພ້ອມ​ກັບ​ກົມ​ກອງ​ກັບ​ຄືນ​ຕັ້ງ​ທັບ​ຢູ່​ບໍ​ລິ​ເວນ ລ້າງ​ຢາງ (ແຂວງ​ບັກ​ຢາງ) ແລະ ໄດ້​ນຳ​ໃຊ້​​ເຂົ້າໃນ​ກາ​ນ​​ຝືກ​ຊ້ອມ, ກຽມ​ພ້ອມ​​ສູ້​ຮົບ.

ຊົມລົດຖັງ ເລກໝາຍ  390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975 - ảnh 8
ຄ​ຽງ​ຂ້າງ ລົດ​ຖັງ ເລກໝາຍ​  390 ໃນ​ຫໍ​ພິ​ພິ​ດ​ທະ​ພັນ ແມ່ນ​ລົດ​ຖັງ​ດ້ວຍ ເລກໝາຍ​  960. ລົດ​ຖັງ ເລກໝາຍ​  960 ແມ່ນ​ລົດ​ຖັງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ລົດ​ຖັງ​ພາກ​ຕາ​ເວັນ​ອອກ​ພາກ​ໃຕ້, ສ້າງ​ຜົນ​ງານ​ດີ​ເດັ່ນ​ໃນ​ບັນ​ດາບັ້​ນ​ຮົບ​ຢູ່ ລົກ​ນີງ  (1972), ບີງ​ລອງ, ເຟືອງ​ລອງ, ບັ້ນ​ຮົບ ໂຮ່​ຈິ​ມີນ (1975).

ຊົມລົດຖັງ ເລກໝາຍ  390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975 - ảnh 9ໃຕ້​ຂຸມຄອງ​ຂອງ​ຫ​ໍ​ພິ​ພິ​ດ​ທະ​ພັນ​ຍັງ​ເກັບ​ຮັກ​ສາ​​ວັດ​ຖຸ​ພັນ​ລົດ​ຖັງຫລາຍ​ຢ່າງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນ​ດາ​ກົມ​ກອງ​ອື່ນ ຍາດ​ໄດ້​ຫລາຍ​ຜົນ​ງານ​​ດີ​ເດັ່ນໃນ​ພາ​ລະ​ກິດ​ຕໍ່​ສູ້ປົກ​ປັກ​ຮັກ​ສາ ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ.

ຊົມລົດຖັງ ເລກໝາຍ  390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975 - ảnh 10ວັດ​ຖຸ​ພັນ​ຈຳ​ນວນ​ຫ​ນຶ່ງ​ໃນ​ລົດ​ຖັງ

ຊົມລົດຖັງ ເລກໝາຍ  390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975 - ảnh 11
ຊົມລົດຖັງ ເລກໝາຍ  390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975 - ảnh 12ລົດ​ຖັງ ເລກໝາຍ​  843 ມີ​ຊື່​ສຽງ ກໍ່​ແມ່ນ​ລົດ​ຖັງ​ຄັນ​ທຳ​ອິດ​ທີ່​ບຸກ​ເຂົ້າ ທຳ​ນຽບ​ເອ​ກະ​ລາດ ປະ​ຈຸ​ບັນ ພວມ​ໄດ້​ຮັບ​ການ​ເກັບ​ຮັກ​ສາ​ໄວ້​ຢູ່ ຫໍ​ພິ​ພິດ​ທະ​ພັນ. ລົດ​ຖັງ 843 ກໍ່​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ລັດ​ຖະ​ບານ​ແມ່ນ ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ​ຂອງ​ຊາດ ຄັ້ງ​​ທີຫ​ນຶ່ງ ພ້ອມ​ກັບ ລົດ​ຖັງ ເລກໝາຍ​  390. 

ຊົມລົດຖັງ ເລກໝາຍ  390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/4/1975 - ảnh 13ລົດ​ຖັງ ເລກໝາຍ​  995 ວິ​ລະ​ຊົນ​​ໄດ້​ຈອດຢູ່​ທາງ​​ເບື້ອງຊ້າຍ​ຂອງ​ຫໍ​ພິ​ພິດ​ທະ​ພັນ. 

ຕອບກັບ

ຂ່າວ/ບົດ​ອື່ນ