ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ

 (VOV5) - ດອກງິ້ວ​ໄດ້​ເຂົ້າ​ສູ່​ພື້ນ​ຖານ​ວັນ​ນະ​ຄະ​ດີ, ກາບກອນ ແລະ ຝັງ​ເລິກ​ໃນ​ຄວາມ​ຊົງ​ຈຳ​ແຕ່​ຄາວ​ເຍົາ​ໄວ​ຂອງ​ບັນ​ດາ​ຜູ້​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ແດນ​ໄກ ຍ້ອນ ດອກງິ້ວປະ​ກົດ​ຕົວຢູ່​ຕາມ​ບ່ອນ​ທີ່​ເປັນ​ຂີດ​ໝາຍອະ​ນຸ​ສອນແຫ່ງບ້ານ​​ເກີດ ເມືອງນອນ…

        ດອກງິ້ວຕິດ​ພັນ​ກັບລະ​ດູ​ບານ​ໃໝ່​ຢູ່​ເຂດ​ບ້ານ​ນາ​ພາກ​ເໜືອ. ຮອດ​ເດືອນ 2, ໃບ​ຂອງຕົ້ນ​ງິ້ວຖືກຫຼົ່ນໝົດ​ກ້ຽງ ແລະ ກາຍ​ເປັນ​ຕົ້ນ​ໄມ້​ແກ່ນຫຼ້ອນ​ຢູ່​ຫົວ​ບ້ານ, ແລ້ວ​ກໍ​ຮອດ​ເດືອນ 3 ຊຶ່ງ​ແມ່ນຍາມ​ລະ​ດູ​ບານ​ໃໝ່, ​ອາ​ກາດ​ຊຸ່ມ​ປຽກ, ດອກງິ້ວ​ແດງ​ພາ​ກັນ​ບານ​ສະ​ພັ່ງ ເອ້​ຄວາມ​ງາມ.

     ດອກງິ້ວຖືກ​ເອີ້ນ​ດ້ວຍ​ຫຼາຍຊື່ແຕກ​ຕ່າງ​ກັນ ຊຶ່ງ​ຕິດ​ພັນ​ກັບ​ກັບ​ແຕ່​ລະ​ເຂດ​ບ້ານ​ນາ​ຢູ່​ຫວຽດ​ນາມ. ສະ​ເພາະ​ເຂດ​ໄຕ​ງວຽນ​ຍັງ​ເອີ້ນ​ວ່າ “ ດອກ​ເປິ​ລາງ”

ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 1

 ເມື່ອ​ເຫັນ​ເງົາຂອງ​ຕົ້ນງິ້ວ, ຜູ້​ຄົນ​ທັງຫຼາຍ​ຮູ້​ໂລດ​ວ່າ ນັ້ນ​ແມ່ນ​ຫົວ​ບ້ານ ເພາະ​ເມື່ອ​ກ່ອນນີ້, ເກືອບ​ຄື​ວ່າ​ ຢູ່ໝູ່​ບ້ານ​ໃດ​ກໍ​ມີຕົ້ນງິ້ວໃຫຍ່​ຢູ່​ຫົວ​ບ້ານ. ດອກງິ້ວ​ໄດ້​ເຂົ້າ​ສູ່​ພື້ນ​ຖານ​ວັນ​ນະ​ຄະ​ດີ, ກາບກອນ ແລະ ຝັງ​ເລິກ​ໃນ​ຄວາມ​ຊົງ​ຈຳ​ຄາວ​ເຍົາ​ໄວ​ທີ່​ສະ​ຫງົບ​ສຸກຂອງຊາວ​ບ້ານ ແລະ ນັບ​ທັງ​ບັນ​ດາ​ຜູ້​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ແດນ​ໄກ ຍ້ອນດອກງິ້ວປະ​ກົດ​ຕົວຢູ່​ຕາມ​ບ່ອນ​ທີ່​ເປັນ​ຂີດ​ໝາຍອະ​ນຸ​ສອນດ້ວຍ​ສີ​ແດງ​ປົກ​ຄຸມ​ໄປ​ລຽບ​ຕາມ​ລຳ​ແມ່​ນ້ຳ, ທ່າ​ນ້ຳ, ຫ້າງ​ຮ້ານ​ຕ່າງໆ ແລະ ຢູ່​ຕາມ​ທົ່​ງໄຮ່ທົ່ງ​ນາ…

      ​ສຳ​ລັບ​ຊາວ​ກະ​ສີ​ກອນ, ດອກງິ້ວຍັງ​ເປັນ​ສັນ​ຍານ​ບົ່ງ​ບອກ​ຈຸດ​ເວ​ລາ​ເພື່ອ​ດຳ​ເນີນ​ບາງ​ການ​ເຄື່ອນ​ໄຫວ​ຜະ​ລິດ​ກະ​ສິ​ກຳ​, ຄື​ດັ່ງ​ຄຳ​ສຸ​ພາ​ສິດ​ທີ່​ວ່າ :

      “ ເມື່ອ​ໃດ​ເຫັນ​ແມງ​ຫິ່ງຫ້ອຍ​ບິນ​ມາ

        ດອກງິ້ວເລີ່ມຫຼົ່ນ ກໍ​ຫວ່ານ​ເມັດ​ງາ ”

   ສຳ​ລັບ​ເດັກ​ນ້ອຍ, ດອກງິ້ວກໍ​ກາຍ​ເປັນເຄື່ອງຫຼິ້ນ​ທີ່​ຈັບ​ໃຈ. ໃນ​ວັນ​ນີ້, ລະ​ດູດອກງິ້ວ ກໍ​ໄດ້​ກາຍ​ເປັນ​ຍ​າມ​ລະຫຼິ້ນ​ມ່ວນ​ຊື່ນ​ຂອງ​ເດັກ ແລະ ກໍ​ແມ່ນ​ຍາມທີ່ບັນ​ດາ​ນັກ​ຖ່າຍ​ຮູບ​ເດີນ​ທາງ​ໄປ​ຖ່າຍ​ເອົາ​ຮູບ​ທີ່​ສວຍ​ງາມ​ໃຫ້​ແກ່​ຕົນ. 

1.   ດອກງິ້ວຢູ່​ຕາ​ແສງ​ລ້າງ​ເຊີນ, ເມືອງ​ອຽນ​ຢຸງ, ແຂວງ​ບັກ​ຢາງ

ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 2

ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 3

ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 4

2.   ຕົ້ນງິ້ວທີ່​ນະ​ຄອນ​ນາມດິ້ງ

ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 5

ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 6

ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 7

3.   ຕົ້ນງິ້ວຢູ່​ຕາ​ແສງກວາງ​ບີງ, ເມືອງ​ກ້ຽນ​ເຊືອງ, ແຂວງ​ທ້າຍ​ບີງ

ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 8

ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 9

ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 10

4.   ກຸ່ມຕົ້ນງິ້ວ​ໃນ​ບ້ານດ​ວານນື້, ຕາ​ແສງ​ອານມີ້, ເມືອງມີ້​ດຶກ, ຮ່າ​ໂນ້ຍ


ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 11

ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 12

ຕົ້ນງິ້ວຢູ່​ທ່າ​ເຮືອ​ບ້ານດ​ວາຍ, ຕາ​ແສງ​ຕາ​ມຢາງ, ເມືອງ​ອຽນ​ຟອງ, ແຂວງ​ບັກ​ນິງ
ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 13

ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 14

ຍາມລະດູດອກງິ້ວແດງຢູ່ເຂດບ້ານນາພາກເໜືອ - ảnh 15

ຕອບກັບ

ຂ່າວ/ບົດ​ອື່ນ