ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ

(vovworld) - ມົ້ກ​ເຈົາໄດ້​ຮັບ​ຖື​ວ່າ​ແມ່ນ​ເຂ​ດ​ພູ​ສູງ​ທີ່​ສວຍ​ງາມກວ່າ​ໝູ່​ຢູ່​ເຂດ​ພາກ​ເໜືອ, ຂຶ້ນ​ກັບ​ແຂວງ​ເຊີນ​ລາ. ເຖິງວ່າ, ຫວຽດ​ນາມ ໄດ້​ພັດ​ທະ​ນາ, ທັ​ນ​ສະ​ໄໝ​ຄື​ແນວ​ໃດ​ກໍ່​ຕາມ, ​ແຕ່ມົກ​ເຈົາ ຍັງ​ຄົງ​ຮັກ​ສາ​ຄວາມ​ງາມ​ແບບ​ຮົກ​ເຮື້ອ​ວ່າງ​ເປົ່າ, ພ້ອມ​ກັບ​ຄວາມ​ລຶກລັ​ບ​ທີ່​​ພວມລ​ໍ້​ຖ້າ​ນັກ​ທ່ອງ​ທ່ຽວ​ມ​າ​ຄົ້ນ​ຫາ.

ໂດຍ​ຫ່າງ​ຈາກ​ນະ​ຄອນ​ຮ່າ​ໂນ້ຍ 200 ກ.ມ, ມົກ​ເຈົາ ຍາມ​ໃດກໍ່​ຮັກ​ສາ​ຄວາມ​ງາມ​ແບບ​ຮົກ​ເຮື້ອ​ວ່າ​ເປົ່າ, ເຖິງວ່າ​ຢູ່​ຫຼາຍ​ແຫ່ງ​​ຢູ່ ຫວຽດ​ນາມ ໄດ້ຮັບ​ການ​ພັດ​ທະ​ນາ​​ຢ່າງທັນ​ສະ​ໄໝ​​ແລ້ວ​ກໍ່​ຕາມ. ແຕ່​ລະ​ລະ​ດ​ູ, ມົກ​ເຈົາ ​ກໍ່ມີ​​ສີ​ສັນ​ພິ​ເສດ​ສະ​ເພາະ, ແຕ່​ຢາກ​ຄົ້ນ​ຫາ​ຄວາມ​ງາມ​​ແບບທຳ​ມະ​ຊາດ​ຂອງມົກ​ເຈົາ​ໃຫ້​ໝົດ, ເດືອນ 2 – 3 ແມ​່ນ​ຈຸດ​ເວ​ລາ​ເໝາະ​ສົມ​ທີ່​ສຸດ​ໃຫ້​ແກ່​​ນັກ​ທ່ອງ​ທ່ຽວ.

ເມື່ອ​ເວົ້າ​ເຖິງ ມົກ​ເຈົາ, ສິ່ງ​ທຳ​ອິດ​ທີ່​​ຜູ້​ໃດ​ກໍ່​ຄິດເຖິງ​ນັ້ນ​​ແມ່ນ​ບັນ​ດາ​ໂນນ​ພູ​ປູກຊາ​​ທີ່ຂຽວ​​ອຸ່ມ​ທູ່ມກວ້າງສຸດ​ສາຍ​ຕາ ແລະ ຝູງງົວ​ນົມ​ໄດ້​​ຮັບ​ການລ້ຽນ​ຢ່າງ​ລະ​ອຽດ​ລະ​ອໍ. ເພາະ​ສະ​ນັ້ນ, ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​​ທ່ອງ​ທ່ຽວ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ຢ້ຽມ​ຢາມ​​ມົກ​ເຈົາ ນັ້ນ​ແມ່ນ ໂນນ​ພູ​ປູກຊາ​​ຕາມຮູບ​ໝາກ​ຫົວ​ໃຈ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 1
ໂນນພູປູກຊາຮູບໝາກຫົວໃຈແມ່ນສະຖານທີ່ດຶງດູດບັນດາຄູ່ບາວສາວເມື່ອມາຢ້ຽມຢາມມົກເຈົາ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 2
ມາຢ້ຽມຢາມໂນນພູປູກຊາ, ເພື່ອນຢ່າລື່ມນຸ່ງຊຸດອາພອນຂອງຊົນເຜົ່າມົ້ງ ເພື່ອຮູ້ສຶກໄດ້ວັດທະນະທຳທີ່ສວຍງາມຂອງຊາວເຜົ່າມົ້ງ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 3
ແລະບາງເທື່ອ, ເພື່ອນກໍ່ໄດ້ພົບເຫັນບັນດາບ່າວສາວຊາວເຜົ່າມົ້ງ ບົນເສັ້ນທາງກັບເມືອບ້ານ.

ບົນ​​ເສັ້ນ​ທາງ​ພາ​ໄປ​ເຖິງ​ໂນນ​ພູ​ປູກຊາ​​ຮູບໝາກ​ຫົວ​ໃຈ, ຫງູດົ້ງ​​ບ້ານ​ໂອນ ກໍ່ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຂາດບໍ່​​ໄດ້ອ​ສຳ​ລັບ​ຜູ້​ມີ​ຄວາມ​ນິ​ຍົມ​ຄົ້ນ​ຫາ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 4
ເມື່ອຍ່າງ​ເຂົ້າ​ຖ້ຳ, ​ສິ່ງ​ທຳ​ອິດ​ທີ່​ພວກ​ເພື່ອນ​ຕ້ອງ​ເຮັດ​ນັ້ນ​ແມ່ນ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ພາ​ວະ​ນາ​ຂໍ້​ໃຫ້​ມີ​ສະ​ຫວັດ​ດີ​ພາບ​ເມື່ອ​ຄົ້ນ​ຫາ​ຖ້ຳ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 5
ຖ້າ​ພວກ​ເພື່ອນ​ຢາກ​ຄົ້ນ​ຫາ​ຖ້ຳ​ຄວນ​ນຸ່ງ​ຊຸດ​ໂສ້ງ​ເຊື້ອ​​ທີ່ເຄື່ອນ​ໄຫວ​ໄດ້​ຢ່າງ​ສະ​ບາຍ.

ເມື່ອ​ຄົ້ນ​ຫາ​ຖ​້ຳ​ພວກ​ເຮົາ​ຈະ​ຮູ້​ສຶກ​ໄດ້​ຄວາມ​ງາມ​ແບບ​ມະ​ຫັດ​ສະ​ຈັນ​ຂອງທຳ​ມະ​ຊາດ. ດ້ວຍ​ການ​ແນະ​ນຳ​ຂອງ​ຊາວ​ທ້ອງ​ຖິ່ນ, ບັນ​ດາ​ຫີນ​ຍ້ອຍໃນ​ຖ​້ຳ​ດ້ວຍຫຼາຍ​ຮູບ​ທີ່​ແຕກ​ຕ່າງ​ກັນ​ຕາມ​ຈິດ​ສຳ​ນຶກ​ຂອງ​ແຕ່​ລະ​ຄົນ​​ຄື: ຮູບເດັກ​ນ້ອຍຂີ່​ເຕົ່າ, ເຄື່ອງ​ດົນ​ຕີ​ດ້ວຍ​ຫິນ, ຫົວໂຕ​ໝູ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 6
ຫີນຍ້ອຍຮູບຫົວໂຕໝູ

ໄປ​ຕາມ​ເສັ້ນ​ທາງຫຼວງເລກ 6 ​ຕື່ມອີກນ້ອຍ​ໜຶ່ງ, ເພື່ອນ​ຈະ​​ມາ​ຮອດ​ສວນ​ດອກ​ຜັກ​ກາດ​ສົດ​ໃສທີ່​ພວມ​ສົ່ງ​ກິ່ນຫອມຫວນໄປ​ທົ່ວ, ຄື​ດັ່ງ​ຂອງ​ຂວັນ​​ທີ່ມອບໃຫ້​ບັນ​ດາ​ນັກ​ທ່ອງ​ທ່ຽວ ພາຍ​ຫຼັງ​ໄປ​ຄົ້ນ​ຫາ ຫງູ​ດົ້ງ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 7
ຢູ່ທີ່ນີ້ຍາມໃດກໍມີຜູ້ເບິ່ງແຍງ, ບົວລະບັດໃຫ້ສວນຜັກກາດ. ຖ້າຫາກເພື່ອນຢາກໄປທ່ອງທ່ຽວຢູ່ສະຖານທີ່ອື່ນໆ, ຜູ້ປູກແລະບົວລະບັດສວນຜັກກາດກໍ່ຈະແນະນຳຢ່າງລະອຽດລະອໍໃຫ້ນັກທ່ອງທ່ຽວ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 8
ເມື່ອທຽບໃສ່ປ່າໝາກໝັ້ນທີ່ມີຄົນມາທ່ຽວຢ່າງຫຼວງຫຼາຍນັ້ນ, ຢູ່ສວນແຫ່ງນີ້ພັດມີໜ້ອຍຄົນຮູ້ຈັກເຖິງ, ຍ້ອນເຫດນັ້ນ, ທິດທັດທຳມະຊາດຢູ່ທີ່ນີ້ຈຶ່ງມີຄວາມສະຫງົບງຽບ ແລະ ສະຫວາດສະເຫວີຍ.

ເມື່ອໄປ​ທ່ຽ​ວ​ມົກ​ເຈົາ ໃນ​ຈຸດ​ເວ​ລານີ້, ນັກ​ທ່ອ​ງ​ທ່ຽວ​​ຈະ​ເຫັນ​ບັນປ່າ​​ຕົ້ນໝາກ​ໝັ້ນ​ພວມ​ເກີດດອກ​ຢ່າງ​ສວຍ​ງາມ ​ຄື​ປ່າ​ໝາກ​ໝັ້ນ​ຢູ່ ນ່າ​ກາ, ຕ່າ​ແຟງ, ຟ​ຽງ​ແກ່ງ, ລອງ​ລ​ວງ.​ບາງ​ເທື່ອ​ນັກ​ທ່ອງ​ທ່ຽວ​ພຽງ​ແຕ່​ສັງ​ເກດ​ທັງ​ສອງ​ພາກ​ທາງ​ກໍ່​ສາ​ມາດ​ເຫັນ​ໄດ້​ດອກ​ໝັ້ນ​ບານຂາວ​ກະ​ຈ​ະ​ໄປ​ທົ່ວ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 9
ຊາວບ້ານເວົ້າວ່າ: ດອກໝັ້ນຢູ່ທີ່ນີ້ບານງາມກວ່າຢູ່ເຂດອື່ນ ຍ້ອນຫາກໍ່ປູກດັ່ງນັ້ນຕົ້ນຈຶ່ງອ່ອນ ແລະ ສົດໄສກວ່າຕົ້ນໝັ້ນຢູ່ບ່ອນອື່ນໆ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 10
ເມື່ອມາຢ້ຽມຢາມເຂດນີ້, ຢ່າລື່ມຖ່າຍຮູບພ້ອມກັບຕົ້ນແປກໄວ້, ຍ້ອນນີ້ແມ່ນປ່າແປກທຳມະຊາດ, ຫາກບໍ່ແມ່ນໂດຍມະນຸດສ້າງຂຶ້ນ.

ກ່ອ​ນນີ້ 5 ເດືອນ, ປ່າ​ແປກ​ມີ​ສະ​ຖານ​ທ​ີ່​ທ່ອງ​ທ່ຽ​ວໃໝ່ຕື່ມ​ອີກ​ແຫ່ງ​ໜຶ່ງ, ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຜູ້​ໃດ​ກໍ່​ຢາກ​ແວຢາມ. ນັ້ນ​ແມ່ນ​ສວນ Strawberry Chimi - ​ແຫ່ງ​ທີ່ນັກ​ທ່​ອງ​ທ່ຽວ​​ສາ​ມາດເກັບ​ໝາກ Strawberry ດ້ວຍ​ຕົນ​ເອງ. ພິ​ເສດ, ​ຢ່​ທີ່ນີ້ເຈົ້າ​ຂອງ​ສວນ​ຈະ​ປຸງ​ແຕ່​ງບັນ​ດາ​ເຍື່ອງ​ອາ​ຫານ​​​ຈາກ​ໝາກ Strawberry ໃຫ້​ນັກ​ທ່​ອງ​ທ່ຽວ​ກິນ​.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 11
ສວນໝາກ Strawberry ກ້ວາງໃຫຍ່, ແລະໄດ້ຮັບການບົວລະບັດຢ່າງລະອຽດເພື່ອຮັບປະກັນໃຫ້ນັກທ່ອງທ່ຽວມາຢາມໃນເວລາໃດກໍ່ສາມາດເກັບໝາກ Strawberry ທັງຫອມ ແລະ ແຊບທີ່ສຸດ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 12
ໝາກ Strawberry ສຸກງອມພວມລໍ້ຖ້ານັກທ່ອງທ່ຽວມາເກັບ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 13
ເມື່ອຢ້ຽມຊົນເຂດປ່າກວ້າງໃຫຍ່ແລ້ວ, ນັກທ່ອງທ່ຽວສາມາດມາແຫ່ງນີ້ເພື່ອດື່ມນ້ຳທັງຫອມ ແລະ ແຊບຈາກໝາກ Strawberry.

ໜຶ່ງ​ໃນ​ບັນ​ດາຜະ​ລິດ​ຕະ​ພັນ​ພິ​ເສດ, ເຊິ່ງ​ນັກ​ທ່ອງ​ທ່ຽວ​ຜູ້​ໃດ​​ເມື່ອ​ໄປ​ທົ່ວ​ທ່ຽວ ມົກ​ເຈົາກໍ່​ຊື້​ເອົາ ນັ້ນ​ແມ່ນ​ນ້ຳ​ນົມ​ສົດ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​​ຈາກ​ນ້ຳນົມ​ງົວ ມົກ​ເຈົາ. ຍ້ອນ​ເຫດ​ນັ້ນ, ຟາມ​ທ່ອງ​ທ່ຽວ​ງົວ​ນົມ Dairy Farm ໄດ້​ຮັບ​ການ​ສ້າງ​ຂຶ້ນເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ນັກ​ທ່ອງ​ທ່ຽວ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 14
ນີ້ແມ່ນຟາມແຫ່ງໜຶ່ງດຽວທີ່ນັກທ່ອງທ່ຽວສາມາດເຫັນປະຈັກຕາວິທີບີບເອົານ້ຳນົມ.

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 15
ບັນດາໂຕງົວນົມທີ່ມີຄວາມສະໜິດສະໜົມທີ່ສຸດ

ທ່ອງທ່ຽວມົກເຈົາຍາມລະດູບານໃໝ່-ທັດສະນີຍະພາບສວຍງາມຢູ່ທຸກແຫ່ງ - ảnh 16
ພາຍຫຼັງເຫັນປະຈັກຕາວິທີບີບເອົານ້ຳນົມ, ນັກທ່ອງທ່ຽວສາມາດດື່ມນ້ຳນົມງົວສົດໄດ້.

ດ້ວຍ​ອາ​ກາດ​​ເຢັນສະ​ບາຍພ້ອມ​ກັບ​ຊັ້ນນ້ຳ​ໝອກ​ບາງໆ, ມົກ​ເຈົາ ຈະ​ນຳມາ​ໃຫ້​ນັກ​ທ່ອງ​ທ່ຽວ​​ຄວາມ​ຮູ້​ສຶກ​ອັນ​ໃໝ່​ອ່ຽມຍາກ​ທີ່​ຈະ​ຫາ​ໄດ້​ຢູ່​ບ່ອນ​ອື່ນ, ນັ້ນ​ແມ່ນ​ຄວາມ​ງາມ​ແບບຮົກ​ເຮື້ອ​ວ່າງ​ເປົ່າ ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ ຂອງ​ເຂດ​ພູ​ພຽງ​ທາງ​ພາກ​ເໜືອ ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ