ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

vovworld - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ ລາວ ໂດຍ​ທ່ານ​ນາງ ປາ​ນີ ຢາ​ທໍ່​ຕູ້, ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ນຳ​ຫນ້າ ໄດ້​ມາ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 5-10/3.
ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ເວ​ລາ 8 ໂມງ 30 ນາ​ທີ, ພິ​ທີ​ຕ້ອນ​ຮັບ​ ທ່ານ​ນາງ ປາ​ນີ ຢາ​ທໍ່​ຕູ້, ປະ​ທານ​ສະ​ພາ​
ແຫ່ງ​ຊາດ ລາວ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ ລາວ 
ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ​ຢູ່ ຫໍ​ສະ​ພາ​ແຫ່ງ​ຊາດ.

ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 2

ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 3

ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 4

ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ
ຫງວຽນ​ທິ​ກີມ​ເງິນ ໄດ້​ເປັນເຈົ້າ​ພາບການ​ເຈ​ລະ​ຈາ.

ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 5

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ
ຫງວຽນ​ທິ​ກີມ​ເງິນທີ່​ການ​ເຈ​ລະ​ຈາ.

ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 6

ທ່ານ​ນາງ ປາ​ນີ ຢາ​ທໍ່​ຕູ້, ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ.

ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 7

ການ​ຢ້ຽມ​ຢາມ​ສັດ​ຖະ​ວະ​ໄມ​ຕີ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ ສ​ປ​ປ ລາວ ໂດຍ​ທ່ານ​ນາງ ປາ​ນີ ຢາ​ທໍ່​ຕູ້,​ກຳ​ມະ​ການ​ກົ​ມ​ການ​ເມືອງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ນຳ​ຫນ້າ ເພື່ອ​ແນ​ໃສ່​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ລາວ-ຫວຽດ​ນາມ.

ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 8

ການ​ຢ້ຽມ​ຢາມ​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ຄະ​ນະ​ການ​ນຳ​ຂັ້ນ​ສູງ​ຂອງ​ສະ​ພາ​ແຫ່ງ​ຊາດ​ກໍ​ຄື​ບັນ​ດາ​ການ​ຮ່ວມ​ມື​ອື່ນ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂໍ້​ຕົ​ກ​ລົງ​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ​ລາວ.

ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 9

ການ​ຢ້ຽມ​ຢາມ​ດຳ​ເນີນ​ໃນ​ສະ​ພາບ​ການ​ສອງ​ປະ​ເທດ​ພວມ​ມຸ່ງ​ໄປ​ສູ່​ການ​ສະ​ເຫລີ​ມ​ສະ​ຫລອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ ແລະ 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ​ລາວ ປີ 2017.

ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 10

ພາຍ​ຫລັງ​ການ​ເຈ​ລະ​ຈາ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ ແລະ ທ່ານ​ນາງ ປາ​ນີ ຢາ​ທໍ່​ຕູ້, ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ພ້ອມ​ກັນ​ດຳ​ເນີນ​ພິ​ທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ​ລາວ.

ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 11

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ທັງ​ສອງ​ທ່ານ​ນາງ​ພ້ອມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ
​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ
ແລະ ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ລາວ.

ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 12

ກ່ອ​ນ​ຫນ້ານັ້ນ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ ລາວ 
ໄດ້​ໄປ​ວາງ​ພວງ​ມາ​ລາ ແລະ ເຂົ້າ​ຢ້ຽມ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ.

ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 13

ທ່ານນາງປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 14

ຕອບກັບ

ຂ່າວ/ບົດ​ອື່ນ