ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975

       ທຳນຽບ​ເອກະລາດ​ມີ​ເນື້ອ​ທີ່​ກ້ວາງ 12 ​ເຮັກຕາ, ​ແມ່ນ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975. ປະຈຸ​ບັນສະຖານ​ທີ່​ແຫ່ງ​ນີ້ ​ໄດ້​ດຶງ​ດູດນັກ​ທ່ອງ​ທ່ຽວ​ຈຳນວນ​ຫລວງຫລາຍ ​ແລະ ແມ່ນ​ປູຊະນີຍະ​ຊະ​ຖານ​ປະຫວັ​ດສາດ​ທີ່​ມີຊື່​ສຽງຂອງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຫວຽດນາມ.

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 1
ທຳນຽບ​​ແຫ່ງ​ນີ້ ​ໂດຍ​​ອຳນາດ​ການ​ປົກຄອງ ຝະລັ່ງ ລົງມື​ກໍ່ສ້າງດ້ວຍ​ຊື່​ເອີ້ນ​ວ່າ ທຳນຽບຜູ້​ວ່າ​ການ ນາມ​ກີ່ (ພາກ​ໃຕ້), ຜ່ານ​ການເວລາສະຖານ​ທີ່​ແຫ່ງ​ນີ້​​ໄດ້​ຮັບ​ການ​ປ່ຽນ​ຊື່​ຕາມ​ລຳ​ດັບ​ວ່າ: ທຳນຽບຜູ້​ມີ​ອຳນາດ​ເຕັມ, ທຳນຽບ Dorodom, ທຳນຽບ​ເອກະລາດ.

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 2

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 3
ພິ​ເສດ​ ​ໃນ​ທຳນຽບ​ເອກະລາດ ມີ​ຫລາຍ​ຫ້ອງ​ໄດ້​ຮັບ​ການປະ​ດັບ​ປະດາ​ຕາມສະຖາປັດຕະຍະກຳ​ທີ່​ແຕກຕ່າງກັນ ​ອີງ​ຕາມ​ຈຸດປະສົງ​ຂອງ​ການ​ນຳ​ໃຊ້. ​ໃນພາບ​ດັ່ງ​ກ່າວ​ແມ່ນ​ຫ້ອງ​ປະຊຸມຄະນະ​ລັດຖະບານ​ຂອງ​ລະບອບ​ເກົ່າ.

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 4
ອີງຕາມ​ຈຸດ​ປະສົງຂອງ​ການ​ນຳ​ໃຊ້ ​ທຳນຽບ​ມີ​ຫລາຍ​ຫ້ອງ​ຄື: ຫ້ອງ​ປະຊຸມ​ສະພາ​ລັດຖະບານ, ຫ້ອງ​ເຮັ​ດວຽກ​ຂອງ​ປະທານາທິບໍດີ, ຮອງ​ປະທານາທິບໍດີ, ຫ້ອງ​ຍື່ນ​ສານ​ຕາ​ຕັ້ງ….

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 5
ຫ້ອງ​​ໂຖງສາມາດ​ບັນຈຸ​​​ແຂກໄດ້ 500 ຄົນ, ​ແມ່ນ​ແຫ່ງຈັດ​ຕັ້ງ​ການ​ກອງ​ປະຊຸມ, ງາມ​ລ້ຽງ, ການສະ​ເໜີຕົວ​ຄະນະ​ລັດຖະບານ. ​ເດືອນ 11/1975 ຢູ່​ທີ່​ນີ້ ​ໄດ້​ດຳ​ເນີນກອງ​ປະຊຸມ​ເຈລະຈາດ້ານ​ການ​ເມືອງ ປຶກ​ສາ​ຫາລື​​ບັນດາ​ບັນຫາ​ເອກະ​ພາບ 2 ພາກ​ໃຕ້-​ເໜືອ.

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 6
ຫ້ອງ​ຮັບ​ແຂກ​ຂອງ​ຮອງ​ປະທານາ​ທິດໍ​ດີ​ຢູ່​ຊັ້ນ 2

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 7

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 8
ທີ່​ເດີນ​ທຳນຽບ​ເອກ​ະລາດ​ໄດ້​ວາງສະ​ແດງ​ລົດ​ຖັງ 2 ຄັນ, ທີ່ໜຶ່ງ​​ແມ່ນ​ລົດ​ຖັງມີ​ໝາຍ​ເລກ 843 ຂອງ​ທະຫານ​ປົກ​ປ່ອຍ​ຂຶ້ນ​ກັບກອງຮ້ອຍ 4, ກອງພັນ​ນ້ອຍທີ 1, ກອງ​ພົນ​ນ້ອຍ​ລົດ​ຖັງ 203, ກອງພົນ​ໃຫຍ່ 2 ນຳ​ໜ້າຮູບ​ແຖວ​ໄດ້​ຕຳໃສ່​ປະຕູສຳຮອງ​ຂອງ​ທຳນຽບ​ເອກະລາດ​ໃນ​ເວລາ 10 ​ໂມງ 45 ນາທີວັນ​ທີ 30/04/1975.

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 9
ລົດ​ຖັງ​ທີ່​ຍັງ​ເຫຼືອ​ມີ​ໝາຍ​​ເລກ 390 ​ແມ່ນ​ລົດ​ທີ່ຕ​ຳໃສ່ປະຕູ​ໂຂງ​ທຳນຽບ​ເອກະລາດ​ໃນ​​​ເວລາ 11 ​ໂມງ 30 ນາທີ​ໃນ​ວັນ​ທີ 30/04/1975. ຮ້ອຍ​ຕີ ບູຍກວາງ​ເທີ້ນ - ຫົວໜ້າ​ກອງຮ້ອຍຜູ້​ບັນຊາ​ລົດ​ຖັງ 843 ​ໄດ້​ຊັກ​ທຸງ​ແນວ​ໂຮມ​​ປົດ​ປ່ອຍຊາດ​ພາກ​ໃຕ້​ ຫວຽດນາມ ສິ້ນ​ສຸດ​ບັ້ນຮົບ ​ໂຮ່ຈີ​ມິນ.

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 10
ທຳນຽບ​ເອກະລາດ​ໄດ້​ຮັບ​ການກໍ່ສ້າງ​​ໃນ​​ເນື້ອ​ທີ່ 4.5000 m2, ​ເນື້ອ​ທີ່​ນຳ​ໃຊ້ 20.000 m2, ລວມມີ 3 ຊັ້ນ. ​ປະຈຸ​ບັນ​ຍັງ​ມີ​ເອລີກ​ອບ​ຄັນ​ໜຶ່ງ​ທີ່​ມີ​ໝາຍ​ເລກ UH1 ນີ້​ແມ່ນ​ເຮືອບິນ​ສູ້​ຮົບ​ ​ໂດຍ​ບໍລິສັດ Bell (ອາ​ເມ​ລິ​ກາ) ຜະລິດ, ປະກອບໃຫ້ ອາເມລິກາ ປີ 1959 ​ເພື່ອນຳໃຊ້​ໃນ ສົງ ຄາມ ຫວຽດນາມ ປີ 1962.

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 11
ຊັ້ນ​ໃຕ້​ດິນ​​ປະກອບ​ດ້ວຍ ​ຫລາຍ​ຫ້ອງ​ຄື​: ຫ້ອງ​ຕິດ​ຕໍ່​ສື່​ສານ, ໂທລະ​ເລກ, ​ໂທລະສັບ …ຊັ້ນ​ໃຕ້ດິນ​ໄດ້ຮັບ​ການ​ອອກ​ແບບ ​ແບບ​ຖາວອນ ສາມາດ​ທົນ​ທານກັບລະ​ເບີດ​ເຖິງ 500 ​ໂຕ​ນ​ໄດ້. ​ແລະ​ຊັ້ນ​ໃຕ້ດິນ​ຊັ້ນ 2 ສາ​ທາດ​ທົນ​ທານ​ລະ​ເບີດ​ເຖິງ 2.000 ​ໂຕນໄດ້.

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 12

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 13

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 14

 ທຳນຽບ​ເອກະລາດ​ສະຖານ​ທີ່​ແຫ່ງ​ປະຫວັດສາດໃນ​ວັນ​ປົກ​ປ່ອຍ ​ໄຊ​ງ່ອນ 30/04/1975 - ảnh 15
ຂ່າວ/ບົດ​ອື່ນ