ນັກຂ່າວ ເຈີນມາຍແຫ້ງ ແລະ ໄລຍະທາງປະສົບຜົນສຳເລັດຂອງ “ບົດບັນທຶກສົງຄາມ”

(vovworld)- ​​ສິ່ງ​ໃດ​ທີ່​ເຮັດໃຫ້​ປື້ມ​ເອ​ກະ​ສານ​ປະ​ຫວັດ​ສາດ​ມີ​ຄວາມ​ດຶງ​ດູດ​ໃຈ. ພ້ອມ​ກັບ VOV 5 ທົບ​ທວ​ນ​ຄືນ​ໄລ​ຍະ​ທາງ​ປ​ະ​ສົບ​ຜົນ​ສຳ​ເລັດຂອງ “ບົດ​ບັນ​ທຶກ​​​ສົງ​ຄາມ 1-2-3-4.75” ຂອງ​ນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງ.

ສຳ​ນັກ​ພິມ​ຈຳ​ຫ​ນ່າຍ​ການ​ເມືອງ​ແຫ່ງ​ຊາດ - ຄວາມ​ຈິງ ຫາກໍ່​ສະ​ເຫ​ນີ​ຕົວ​ປື້ມ​ເອ​ກະ​ສານ​ປະ​ຫວັດ​ສາດ “ບົດ​ບັນ​ທຶກ​ສົງ​ຄາມ” 1-2-3-4.75 - ສະ​ບັບ​ພາ​ສາ ອັງ​ກິດ ຂອງ​ນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງ.

ຫ​ນ້າ​ປົກ​ຂອງ​ປື້ມ “ບົດ​ບັນ​ທຶກ​​ສົງ​ຄາມ” ສະ​ບັບ​ພາ​ສາ​ອັງ​ກິດ. ພາບ​ຫ​ນ້າ​ປົກ ແມ່ນ​ນັກ​ຂ່າວ​ຂ່າວ​ສານ​ຫວຽດ​ນາມ ເຈີນ​ມາຍ​ແຫ້ງ ພ້ອມ​ກັບ ບັນ​ດາ​ຄູ່​ຮ່ວມ​ງານ​ໃນ​ສຳ​ນັກ​ຂ່າວ​ສານ​ປົດ​ປ່ອຍ​ຢູ່ ປະ​ຕູ​ເຂົ້າ​ໄຊ​ງ່ອນ ຕອນເຊົ້າ​ວັນ​ທີ 30/4/1975 (ພາບ: ວັນ​ບ໋າວ -ເອ​ກະສານ​ ຂ່າວ​ສານ​ຫວຽດ​ນາມ)

ນັກຂ່າວ ເຈີນມາຍແຫ້ງ ແລະ ໄລຍະທາງປະສົບຜົນສຳເລັດຂອງ “ບົດບັນທຶກສົງຄາມ” - ảnh 1

ພຽງ​ໃນ​ໄລ​ຍະ 3 ປີ ນັບ​ແຕ່​ເມື່ອ​ພິມ​ຈຳ​ຫ​ນ່າຍ​ເປັນ​ຄັ້ງ​ທຳ​ອິດ, ປື້ມ “ບົດ​ບັນ​ທຶກ​​​ສົງ​ຄາມ” ໄດ້​ຮັບ​ການພິມ​ຈຳ​ຫ​ນ່າຍ​​ອີກ​ຄັ້ງໃຫມ່​ ແລະ ປະ​ຈຸ​ບັນ ໄດ້​ແປເປັນ​ພາ​ສາ​ອັງ​ກິດ. ປື້ມ “ບົດ​ບັນ​ທຶກ​​ສົງ​ຄາມ” ໄດ້​ຮັບ​ການກວດ​ກາຢັ້ງ​ຢືນ​ຈາກ​ໂຮງ​ພິມ​ຈຳ​ຫ​ນ່າຍ​ການ​ເມືອງ​ແຫ່ງ​ຊາດ - ຄວາມ​ຈິງ ແລະ ພິມ​ຈຳ​ຫ​ນ່າຍ​ເປັນ​ຄັ້ງ​ທຳ​ອິດ​ເມື່ອເດືອນ 4 ປີ 2014. 

ນັກຂ່າວ ເຈີນມາຍແຫ້ງ ແລະ ໄລຍະທາງປະສົບຜົນສຳເລັດຂອງ “ບົດບັນທຶກສົງຄາມ” - ảnh 2
ນັກກະວີ ຫືວຖີ້ງ, ປະທານສະມາຄົມນັກປະພັນວັນນະຄະດີ ຫວຽດນາມ ຢືນຢັນ: “ກຳລັງແຮງຂອງຄວາມຈິງ ແມ່ນບໍ່ມີສິ່ງໃດສາມາດຕ້ານຄືນໄດ້.
ນັກຂ່າວ ເຈີນມາຍແຫ້ງ ແລະ ໄລຍະທາງປະສົບຜົນສຳເລັດຂອງ “ບົດບັນທຶກສົງຄາມ” - ảnh 3
ນັກຂ່າວສະຫນາມຮົບ ເຈີນມາຍແຫ້ງ ໃນຄາວຍັງຫນຸ່ມ ແລະ ໃບກິດສຳພັນພິເສດໄດ້ຊ່ວຍໃຫ້ທ່ານມີຫນ້າຢູ່ບັນດາສະຖານທີ່ປະຫວັດສາດຂອງ ໄຊງ່ອນ ໃນຈຸດເວລາພາກໃຕ້ໄດ້ຮັບການປົດປ່ອຍ.
ນັກຂ່າວ ເຈີນມາຍແຫ້ງ ແລະ ໄລຍະທາງປະສົບຜົນສຳເລັດຂອງ “ບົດບັນທຶກສົງຄາມ” - ảnh 4
ປື້ມ “ບົດບັນທຶກສົງຄາມ” ໄດ້ນຳຂາຍຢ່າງກວ້າງຂວາງ ແລະ ໄດ້ຮັບຄວາມສະຫນັບສະຫນູນຈາກຫາງສຽງເປັນຈຳນວນຫລວງຫລາຍ.

(ປື້ມ “ບົດ​ບັນ​ທຶກ​​​ສົງ​ຄາມ” ວາງ​ຂາຍ​ຢູ່​ບັນ​ດາ​ຮ້ານ​ຂາຍ​ປື້ມ ຢູ່ ຖະ​ຫ​ນົມ​ປື້ມ ຫງວຽນ​ວັນ​ບີງ, ນະ​ຄອນ ໂຮ່​ຈິ​ມິນ)

ນັກຂ່າວ ເຈີນມາຍແຫ້ງ ແລະ ໄລຍະທາງປະສົບຜົນສຳເລັດຂອງ “ບົດບັນທຶກສົງຄາມ” - ảnh 5
ພາຍຫລັງໄດ້ຮັບພິມຈຳຫນ່າຍເປັນ 3 ຄັ້ງ, ໂຮງພິມຈຳຫນ່າຍການເມືອງແຫ່ງຊາດ ແລະ ຄວາມຈິງ ໄດ້ຕົກລົງພິມຈຳຫນ່າຍ ປື້ມ “ບົດບັນທຶກສົງຄາມ 1-2-3-4.75” ອີກຄັ້ງຫນຶ່ງ ເມື່ອເດືອນ 3/2015

ໃນ​ໄລ​ຍະ 2 ປີ​ທຳ​ອິດ, ປື້ມ “ບົດ​ບັນ​ທຶກ​​​ສົງ​ຄາມ” ຍາດ​ໄດ້​​ບັນ​ດາລາງວັນ​ທີ່​ມີ​ຊື່​ສຽງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ​ພາກ​ພື້ນ ຢ່າງ​ລຽນ​ຕິດ​ຄື: “ລາງວັນ​ວັນ​ນະ​ຄະ​ດີ​ປີ 2014” ຂອງ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ”, “ລາງວັນ​ວັນ​ນະ​ຄະ​ດີ​ປີ 2015 ຂອງ​ບັນ​ດາ​ປະ​ເທດ ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ).

ນັກຂ່າວ ເຈີນມາຍແຫ້ງ ແລະ ໄລຍະທາງປະສົບຜົນສຳເລັດຂອງ “ບົດບັນທຶກສົງຄາມ” - ảnh 6
ນັກປະພັນວັນນະຄະດີ ເຈີນມາຍແຫ້ງ ກ່າວຄຳເຫັນທີ່ພິທີມອບລາງວັນວັນນະຄະດີ ອາຊຽນ ປີ 2015 ຢູ່ ບາງກອກ ປະເທດໄທ ໃນຕອນຄ່ຳວັນທີ 14/12/2015.

ພິ​ທີ​ມອບ​ລາງວັນ “ວັນ​ນະ​ຄະ​ດີ ອາ​ຊຽນ ປີ 2015” ດຳ​ເນີນ​ຢູ່ ບາງກອກ ປະ​ເທດ​ໄທ ເມື່ອ​ເດືອນ 12/2015

ນັກຂ່າວ ເຈີນມາຍແຫ້ງ ແລະ ໄລຍະທາງປະສົບຜົນສຳເລັດຂອງ “ບົດບັນທຶກສົງຄາມ” - ảnh 7
ນັກປະພັນວັນນະຄະດີ ເຈີນມາຍແຫ້ງ ພົບປະແລກປ່ຽນກັບຜູ້ອ່ານຢູ່ ໄທ ນອກພິທີມອບລາງວັນ ວັນນະຄະດີ ອາຊຽນ.

ປື້ມ “ບົດ​ບັນ​ທຶກ​​​ສົງ​ຄາມ” ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກວົງ​ການ​ນັກ​ວິ​ຊາ​ສະ​ເພາະ​ວ່າ: ທັງ​ມີ​ຄຸນ​ຄ່າ​ດ້ານ​ວັນ​ນະ​ຄະ​ດີ, ທັງ​ມີ​ຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດ ແລະ ສື່ມວນ​ຊົນ, ບັນ​ດາ​ເອ​ກະ​ສານ​ສະ​ບັບ​ຕົ້ນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປິດ​ລັບ​ຢ່າງ​ເດັດ​ຂາດ​ໃນ​ເວ​ລານັ້ນ​ຂອງ​ຝ່າຍກົງ​ກັນ​ຂ້າມ ພ້ອມ​ກັບ​ບັນ​ດາ​ເອ​ກະ​ສານ​ໂດຍ​ນັກ​ປະ​ພັນ​ແນະ​ນຳ​ໃນ​ປື້ມ​ຫົວ​ນີ້​ແມ່ນ​ຕິດ​ພັນ​ກັບ​ເຫດ​ການ​ປ​ະ​ຫວັດ​ສາດ​​ສຳ​ຄັນຍິ່ງ​ຂອງ​ປະ​ເທດ​ຊາດ ດ້ວຍ​ຄວາມ​ຊັດ​ເຈນ ແລະ ຄວາມ​ເຊື່ອ​ໃຈ​ຢ່າງ​ສູງ. 

ນັກຂ່າວ ເຈີນມາຍແຫ້ງ ແລະ ໄລຍະທາງປະສົບຜົນສຳເລັດຂອງ “ບົດບັນທຶກສົງຄາມ” - ảnh 8
ໃນໄລຍະ 2 ປີ, ປື້ມ “ບົດບັນທຶກສົງຄາມ” ໄດ້ພິມຈຳຫນ່າຍເປັນ 3 ຄັ້ງ ແລະ ພິມເປັນຈຳນວນຫລາຍຫົວ. ກ້າວເຂົ້າສູ່ປີທີ 3, ເດືອນ 4/2017, ປື້ມຫົວນີ້ໄດ້ແປເປັນພາສາ ອັງກິດ.
(ປື້ມ “ບົດ​ບັນ​ທຶກ​ສົງ​ຄາມ” ສະ​ບັບ​ແປ​ເປັນ​ພາ​ສາ​ອັງ​ກິດ ໃນ​ວິ​ວັດ​ການກວດ​ແກ້ ພ​້ອມ​ກັບ​ບັນ​ດາ​ປື້ມ​ໄດ້​ພິມ​ຈຳ​ຫ​ນ່າຍ​ຄັ້ງ​ໃຫມ່.)

ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຫວຽດ​ນາມ ໄດ້​ຕົກ​ລົງ ແປ “ບົດ​ບັນ​ທຶກ​ສົງ​ຄາມ” 1-2-3-4.75 ເປັນ​ພາ​ສາ ອັງ​ກິດ “ເພື່ອ​ແນະ​ນຳ, ໂຄ​ສະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ວັນ​ນະ​ຄະ​ດີ​ຂຽນ​ກ່ຽວ​ກັບ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ກູ້​ຊາດ, ປົດ​ປ່ອຍ​ຊາດ ແລະ ຄວາມ​ມຸ່ງ​ຫວັງ​ສັນ​ຕິ​ພາບ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ເຖິງ​ເພື່ອນ​ຜູ້​ອ່ານ​ໃນ​ໂລກ”

ນີ້​ແມ່ນ​ປື້ມ​ພາ​ສາ​ອັງ​ກິດ​ສະ​ບັບ​ທຳ​ອິດ​ໄດ້​ຮັບ​ລາງວັນ​ວັນ​ນະ​ຄະ​ດີ​ຈາກສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ ແລະ​ໄດ້​ຮັບ​ການພິມ​ຈຳ​ຫ​ນ່າຍ​ຢູ່​ພາຍ​ໃນ​ປະ​ເທດ. 

ນັກຂ່າວ ເຈີນມາຍແຫ້ງ ແລະ ໄລຍະທາງປະສົບຜົນສຳເລັດຂອງ “ບົດບັນທຶກສົງຄາມ” - ảnh 9
ນັກປະພັນວັນນະຄະດີ, ນັກຂ່າວ ເຈີນມາຍແຫ້ງ ພ້ອມກັບບັນດາສະມາຊິກໃນຄະນະຮຽບຮຽງປື້ມສາກົນຂອງສຳນັກພິມຈຳຫນ່າຍການເມືອງແຫ່ງຊາດ ຄວາມຈິງ.
ນັກຂ່າວ ເຈີນມາຍແຫ້ງ ແລະ ໄລຍະທາງປະສົບຜົນສຳເລັດຂອງ “ບົດບັນທຶກສົງຄາມ” - ảnh 10
ນັກປະພັນວັນນະຄະດີ ເຈີນມາຍແຫ້ງ ຖ່າຍຮູບກັບທ່ານນາງ ຫງວຽນກີມງາ, ຫົວຫນ້າ ຄະນະຮຽບຮຽງປື້ມ ສາກົນ ພາຍຫລັງເປັນເອກະພາບວິທີການພິມປື້ມ.

ປື້ມ “ບົດ​ບັນ​ທຶກ​ສົງ​ຄາມ” ໄດ້​ວາດ​ພາບ ແລະ ສ່ອງ​ແສງ​​ຄວາມ​ຈິງ​ການ​ລົ້ມ​ລະ​ລາຍ​ຂອງ​ອຳ​ນາດ​ການ​ປົກ​ຄອງ ໄຊ​ງ່ອນ​ໂດຍ ຫງວຽນ​ວັນ​ທ້ຽວ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ເວ​ລາ 4 ເດືອນ​ສຸດ​ທ້າຍ​ຂອງ​ສົງ​ຄາມ, ແຕ່​ເດືອນ 1 ເຖິງ​ໝົດ​ເດືອນ 4/1975. ປື້ມ​​ລວມ​ມີ 520 ຫ​ນ້າ, 19 ພາກ.

ບໍ່​ແມ່ນ​ສົງ​ຄາມ​ໃດ​ສິ້ນ​ສຸດກໍ່​ມີ​ ປື້ມ​ກ່ຽວ​ກັບ​ເອ​ກະ​ສານ​ປະ​ຫວັດ​ສາດຂຽນ​ດ້ວຍ​ຮູບ​ການ “ບົດ​ບັນ​ທຶກ” ຊື່ງ​ສະ​ແດງ​ໃຫ້ເຫັນຢ່າງ​ຈະ​ແຈ້ງ​ລັກ​ສະ​ນະ​ເປັນ​ທຳ - ບໍ່​ເປັນ​ທຳ, ການ​ໄຊ​ຊະ​ນະ ແລະ ປະ​ຊາ​ໄຊ. ອາດ​ຈະ​ເວົ້າ​ໄດ້​ວ່າ “ບົດ​ບັນ​ທຶກສົງ​ຄາມ 1-2-3-4.75” ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ປື້ມ​ທີ່ຫາຍາກ​ເຮັດ​ໄດ້​ສິ່ງນັ້ນ. 




ຕອບກັບ

ຂ່າວ/ບົດ​ອື່ນ