ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້

(vovworld) - ​ນ້ຳ​ຕົກ​ຕາດ​ບ້ານ​ຢົກ​ແມ່ນ​ຫ​ນຶ່ງ​ໃນ​ບ​ັນ​ດາ​ທັດ​ສະ​ນີ​ຍະ​ພາບ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ໂດຍ​ທຳ​ມະ​ຊາດ​ດົນ​ບັນ​ດານ​ໃຫ້​ແຂວງ ກາວ​ບັ່ງ. ຢູ່​ທາງ​ລຸ່ມ​ກະ​ແສ​ນ້ຳ​ຕົກ​ຕາດ ແມ່ນ​ແມ່​ນ້ຳ ກວຍ​ເຊີນ ດ້ວຍ​ນ້ຳ​ຂ​ຽວ​ໃສສະ​ອາດ. ຝັ່ງ​ຂວາ ແມ່ນ​ຜືນ​ແຜ່ນ​ດິນ​ຂອງ ຫວຽດ​ນາມ ແລະ ຝັ່ງ​ຊ້າຍ​ແມ່ນ​ຜືນ​ແຜ່ນ​ດິນ​ຂອງ ຈີນ.

ນ້ຳ​ຕົກ​ຕາດ​ບ້ານ​ຢົກ​ຫ່າງ​ຈາກ​ນະ​ຄອນ ກາວ​ບັ່ງ ປະ​ມານ 90 ກິ​ໂລ​ແມັດ ແລະ ຫ່າງ​ຈາກ ຮ່າ​ໂນ້ຍ ປະ​ມານ 400 ກິ​ໂລ​ແມັດ ຂຶ້ນ​ກັບ​ບໍ​ລິ​ເວນ ຕາ​ແສງ ດາມ​ຖູຍ, ເມືອງ ຈູງ​ແຄງ ແຂວງ ກາວ​ບັງ. ນ້ຳ​ຕົກ​ຕາດ​ມີ​ລວງກວ້າງ ປະ​ມານ 208 ແມັດ ແລະ ຄວາມ​ສູງ​ປະ​ມານ 70 ແມັດ. ນ້ຳ​ຕົກ​ຕາດ​ບ້ານ​ຢົກແມ່ນນ້ຳ​ຕົກ​ຕາດ​ທຳ​ມະ​ຊາດໃຫ​ຍ່ກວ່າ​ໝູ່ ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ນ້ຳ​ຕົກ​ຕາດ​ທຳ​ມະ​ຊາດ​​ຢູ່​ເສັ້ນ​ຊາຍ​ແດນ​ ໃຫ​ຍ່​ທີ 4 ຢູ່ ໃນ​ໂລກ. 

ນ້ຳ​ຕົກ​ຕາດ​ບ້ານ​ຢົກ ​ຄື​ພາບ​ແຕ້ມ​ທິ​ວ​ທັດທຳ​ມະ​ຊາດ​ທີ່​ສວຍ​ງາມ. ມາ​ແຫ່ງນີ້ ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ, ຄວາມ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ທ້ອງ​ຖິ່ນ.

ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1
ສັງເກດທາງໄກ ນ້ຳຕົກຕາດບ້ານຢົກຄືດັ່ງຮູບພາບທີ່ສວຍງາມດັ່ງໃນຝັນ
ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 2
ນ້ຳຕົກຕາດບ້ານຢົກ ມີ 3 ຊັ້ນ, ເຖິງວ່າຢູ່ໃນລະດູໃດ ກະແສນ້ຳກໍ່ໄຫລຕະຫລອດ
ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 3
ຢູ່ ນ້ຳຕົກຕາດບ້ານຢົກ ມີບໍລິການລ່ອງເຮືອເພື່ອຊົມວິວຂອງ ນ້ຳຕົກຕາດບ້ານຢົກ.
ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 4
ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 5
ກະແສນ້ຳໄຫລຈາກຄວາມສູງເຮັດໃຫ້ທັດສະນີຍະພາບຂອງເຂດພູຜາປ່າໄມ້ທີ່ຮົກເຮື້ອເປົ່າຫວ່າງນີ້ຍິ່ງສວຍງາມກວ່າ
ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 6
ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 7
ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 8
ຢືນຢູ່ບ່ອນໃດໃນບໍລິເວນຢູ່ນ້ຳຕົກຕາດນີ້ທ່ານກໍ່ເຫັນໄດ້ຄວາມສວຍງາມພິເສດສະເພາະຂອງມັນ
ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 9
ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 10
ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 11
ຮູບພາບນ້ຳຕົກຕາດງາມປຽບເໝືອນດັ່ງຜົມຂອງນາງເທວະດາ
ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 12
ບັນດາຂົວໄມ້ໃຜ່ເພີ່ມຄວາມງາມໃຫ້ທັດສະນີຍະພາບຢູ່ທີ່ນີ້
ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 13
ນ້ຳຕົກຕາດບ້ານຢົກ - ນ້ຳຕົກຕາດທຳມະຊາດໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 14
ໃນລະດູຝົນແຕ່ເດືອນ 6-10 ນຳເຕົກຕາດແມ່ນສວຍງາມທີ່ສຸດ ພິເສດແມ່ນ ເດືອນ 9-10 ນ້ຳມີຫລາຍ. ນ້ຳຕົກຕາດ ບ້ານຢົກ ແຕ່ດົນນານມາແລ້ວ ກາຍເປັນເພື່ອຫົວເລື່ອງປະດິດແຕ່ງໃຫ້ແກ່ບັນດານັກສິລະປິນ ແລະ ແມ່ນສະຖານທີ່ທ່ອງທ່ຽວດູດດື່ມຂອງແຂວງ ກາວບັ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ