ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ

ໃນ​ຊຸມ​ປີມໍ່​ໆ​ມານີ້, ທ່ອງ​ທ່ຽວ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ, ປະ​ກອບ​ສ່ວນ​ພໍ​ສົມ​ຄວນ​ເຂົ້າ​ໃນ GDP ຂ​ອງ​ກຸ່ມ ອາ​ຊຽນ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ນັບ​ລ້ານ​ຄົນ​ຂອງ 10 ປະ​ເທດ​ສະ​ມາ​ຊິກ. ​ອາ​ຊຽນ​ມີ​ທັດ​ສະ​ນີ​ຍະ​ພາບ​ 36 ແຫ່ງ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ, ໃນ​ປີ 2014, ໄດ້ແຂກ​ທ່ອງ​ທ່ຽວ​ສາ​ກົນ 97,2 ລ້າ​ນ​ເທ​ື່ອ​ຄົນ​ເລືອກ​ເຟັ້ນ ອາ​ຊຽນ ເປັນ​ສະ​ຖ​ານ​ທີ່​ທ່ອງ​ທ່ຽວ​ຂອງ​ຕົນ. ໃນ​ນັ້ນ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ກຸ່ມ ອາ​ຊຽນ ກວມ​ກ່​ວາ​ເຄິ່ງ​ໜຶ່ງ. ຈົ່ງ​ພ້ອມ​ກັບ​ພວກ​ຂ້າ​ພະ​ເຈົ້າ​ລວບ​ລ​ວມ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ຢູ່​ບາງ​ປະ​ເທດສະ​ມາ​ຊິກ ອາ​ຊຽນ​ຄື: ໄທ, ລາວ, ກຳ​ປູ​ເຈຍ ແລະ ອິນ​ໂດ​ເນ​ເຊຍ.

​​ທັດ​ສະ​ນີ​ຍະ​ພາບ​ຢູ່ໄທ


ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 1
ວັດ Phra Kaew ແມ່ນວັດແຫ່ງໃຫຍ່ທີ່ສຸດຢູ່ ບາງກອກ ແລະ ແມ່ນວັດແຫ່ງໂດ່ງດັ່ງທີ່ສຸດຢູ່ ໄທ, ຕັ້ງຢູ່ເມືອງ ພຣາ ນະຄອນ, ບາງກອກ, ໃນບໍລິເວນພາລາດຊະວັງລາຊະອານາຈັກ ໄທ. ວັດແຫ່ງນີ້ມີສະຖາປັດຕະຍາກຳງາມທີ່ສຸດ, ດ້ວຍພະພຸດທະຮູບດ້ວຍເພັດ, ໜຶ່ງໃນບັນດາສັນຍາລັກສັກກະລະບູຊາທີ່ສຸດຂອງໄທ.
ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 2
ເກາະ ຟູເກດ - ເພັດມະນີຂອງໄທ: ຟູເກດແມ່ນໜຶ່ງໃນບັນດາເກາະທີ່ໂດ່ງດັງຫຼາຍ ອາຊີ. ທຳມະຊາດໄດ້ດົນບັນດານໃຫ້ ຟູເກດ ບັນດາທັດສະນີຍະພາບທີ່ສວຍງາມ, ດ້ວຍອ່າວ ແລະ ເກາະທີ່ໃຫຍ່ໂຕໂອໂຖງຫຼາຍແຫ່ງ, ບັນດາຫາດຊາຍທະເລຂາວສະອາດ. ຟູເກດຍັງດຶງດູດແຂກທ່ອງທ່ຽວດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະທີ່ສວຍງາມ.
ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 3
ຫາດຊາຍທະເລ ປັດຕາຢາ: ປັດຕາຢາ ຂຶ້ນກັບແຂວງ ຈັນບູຣີ, ຫ່າງຈາກນະຄອນຫຼວງ ບາງກອກ ໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 165 ກມ, ແມ່ນໜຶ່ງໃນບັນດາຫາດຊາຍທະເລໂດ່ງດັ່ງທີ່ສຸດຂອງໂທ. ນີ້ແມ່ນບ່ອນທີ່ຂາດບໍ່ໄດ້ໃນລາຍການທ່ອງທ່ຽວໄທ. ຫາດຊາຍທະເລ ປັດຕາຢາ ມີຊາຍທະເລຂາວສະອາດ ແລະ ນ້ຳທະເລຂຽວສົດໃສ.


ທັດ​ສະ​ນີ​ຍະ​ພາບ​ຢູ່ກຳ​ປູ​ເຈຍ

ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 4
ອັງກໍວັດ - ສຽມລຽບ - ກຳປູເຈຍ (Nguon:www.lonelyplanet.com) ອັງກໍວັດ - ສຽມລຽບຕັ້ງຢູ່ຫ່າງຈາກນະຄອນຫຼວງພະນົມໄປທາງທິດເໜືອ 320 km, ຖືກສ້າງຂຶ້ນໃນສະໄໝເຈົ້າຊີວັດ Suriya-warman II (1113-1150), ໃນເບື້ອງຕົ້ນ, ອັງກໍວັດ ແມ່ນແຫ່ງບູຊາເທວະດາ Visanu ຂອງສາດສະໜາອິນເດຍ. ຕໍ່ມາ, ພາຍຫຼັງທີ່ລາຊະວົງ ຂະແມເຊື່ອຖືສາດສະໜາພຸດ, ອັງກໍວັດໄດ້ກາຍເປັນແຫ່ງບູຊາພະພຸດທະເຈົ້າ. ນີ້ແມ່ນໜຶ່ງໃນບັນດາປູສະນິຍະສະຖານສຳຄັນອັນດັບໜຶ່ງຢູ່ ກຳປູເຈຍ ດ້ວຍສິລະປະ ແລະ ສະຖາປັດຕະຍາກຳຍອດຢ້ຽມຂອງ ຂະແມ.

ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 5
ອະນຸສາວາລີເອກະລາດ, ພະນົມເປັນ (snopview.com) ກິດຈະກຳນີ້ເລີ່ມລົງມືກໍ່ສ້າງເມື່ອປີ 1958 ແລະ ເປີດສະຫຼອງໃນວັນທີ 9/11/1962. ອະນຸສາວາລີເອກະລາດໄດ້ຮັບຖືວ່າແມ່ນສະຖານທີ່ ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍເມື່ອເຂົາເຈົ້າມາຢ້ຽມຢາມ ພະນົມເປັນ.

ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 6
ພະລາດຊະວັງລາຊະອານາຈັກ,ພະນົມເປັນ (visit-mekong.com) ພະລາດຊະວັງລາຊະອານາຈັກ ຢູ່ນະຄອນຫຼວງ ພະນົມເປັນ ໄດ້ຮັບການກໍ່ສ້າງເມື່ອປີ 1866, ແມ່ນເຂດເຕົ້າໂຮມບັນດາຕຶກອາຄານທີ່ຮັບໃຊ້ການກິນຢູ່, ດຳລົງຊີວິດຂອງພະບາດສົມເດັດພະເຈົ້າມະຫາຊີວິດ ພ້ອມກັບຄອບຄົວ ແລະ ບັນດາແຂກຕ່າງປະເທດ. ນີ້ຍັງແມ່ນແຫ່ງດຳເນີນບັນດາພິທີການທູດ ແລະ ພິທີການຂອງລາຊະອານາຈັກ.

ທັດ​ສະ​ນີ​ຍະ​ພາບ​ຢູ່ລາວ

ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 7
ທາດຫຼວງ ຫລື ພຣະທາດຫລວງ ປະຫວັດ ພຣະທາດຫຼວງ ພຣະທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງ ຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເປັນປູຊະນິຍະ ສະຖານບູຮານອັນເປັນສັນ ຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນ ລາວກໍຄືຊາວພຸດທັງສອງຟາກຝັ່ງ ແມ່ນ້ຳຂອງ. ຕາມຕຳນານອຸລັງຄະທາດ ພຣະທາດຫຼວງ ຖືກສ້າງຂຶ້ນເທື່ອທີໜຶ່ງໃນປີພສ 236 (ກ່ອນ ຄສ 307 ປີ). ປີຄສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພຣະບາງລົງມາຕັ້ງຢູ່ວຽງຈັນ (ຄສ 1560) ພຣະເຈົ້າໄຊຍະເສດຖາທິລາດ ໄດ້ກໍ່ສ້າງພຣະທາດຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງ ເປັນທາດໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງມີພຣະທາດນ້ອຍສາມສິບອົງອ້ອມພຣະທາດ ໃຫຍ່ ເປັນບໍລິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງສີ່ທິດ.

ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 8
ທົ່ວໄຫຫີນ ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງຕົວເມືອງ ໂພນສະຫວັນ ປະມານ 8 ກິໂລແມັດ, ໃນນັ້ນ ປະກອບດ້ວຍໄຫຫີນທັງໝົດ 334 ໜ່ວຍ, ຈາກການປະເມີນທາງດ້ານ ນ້ຳໜັກ ແລະ ວັດຮອບຕົວຈິງ ຂອງອົງການ UNESCO ແລ້ວເຫັນວ່າໄຫຫີນໜ່ວຍທີ່ໃຫຍ່ ກ່ວາໝູ່ມີນ້ຳໜັກຫຼາຍກ່ວາ 10.000 ກິໂລກຣາມ ແລະ ມີວັດຮອບໄດ້ 8.14 ແມັດ, ບັນຫາດັ່ງກ່າວ ຈຶ່ງເປັນທີ່ໜ້າສົນໃຈວ່າ: ໃນຍຸກ 2500-3000 ປີ ທີ່ຜ່ານມາ (ປີທີ່ໄຫຫີນຖືກສ້າງຂຶ້ນ) ກ່ອນບໍ່ທັນມີກົນຈັກທີ່ທັນສະໄໝ ຈຶ່ງໜ້າຕັ້ງຂໍ້ສັງເກດວ່າ: ຄົນສະໄໝກ່ອນຂົນຍ້າຍໄຫຫີນດ້ວຍວິທີໃດຈາກບ່ອນຜະລິດ ໄຫຫີນ (ພູເກັງ) ທີ່ມີໄລຍະທາງເກືອບ 10 ກິໂລແມັດ. ພາຍໃນທົ່ງໄຫ ຍັງມີຖ້ຳ ທີ່ມີຄວາມລຶກລັບທາງດ້ານປະຫວັດສາດອີກຫຼາຍຢ່າງທີ່ໜ້າສຶກສາ. ສະຖານທີ່ທ່ອງທ່ຽວທົ່ງໄຫຫີນ 1 ນີ້ ຍັງມີບາງສິ່ງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ.

ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 9
ຕາດກວາງຊີ ຫ່າງຈາກຕົວເມືອງ ຫຼວງພະບາງ ໄປທາງທິດໃຕ້ປະມານ 29 ກມ. ນີ້ແມ່ນທັດສະນີຍະພາບທຳມະຊາກ ອັນຂຽວສົດງົດງາມປຽບດັ່ງສະຫວັນຊັ້ນດາວະດິງ ບວກກັບຄວາມງາມອັນໃສເຢັນຂອງນ້ຳ. ຕາດກວາງຊີ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດອັນດັບຕົ້ນໆຂອງເມືອງຫຼວງພະບາງ. ນອກຈາກໄດ້ທ່ຽວຊົມນ້ຳແລ້ວ ຍັງຈຳໄດ້ຮັບຊົມສິນຄ້າອັນປານີ ແລະ ງົດງາມ, ຂອງທີ່ລະນຶກຫຼາກຫຼາຍຂອງປະຊາຊົນ ຊາວບ້ານເມືອງ ແລະ ໄດ້ມີການອະນຸລັກສັດນ້ຳສັດປ່າໄວ້ໃຫ້ເຮົາໄດ້ຮັບຊົມອີກ.

ທັດ​ສະ​ນີ​ຍະ​ພາບ​ຢູ່ ອິນ​ໂດ​ເນ​ເຊຍ

ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 10
ເກາະ ໂກໂມໂດ ເກາະ ໂກໂມໂດ ແມ່ນໜຶ່ງໃນບັນດາສະຖານທີ່ດູດດື່ມສຳລັບຜູ້ທີ່ນິຍົມບັນດາທິວທັດທຳມະຊາດ ແລະ ບັນດາປະເພດກິລາຢູ່ໃຕ້ນ້ຳຄື: ດຳນ້ຳເພື່ອຄົ້ນຫາປາກາລັງ ຫຼື ຊອກຮູ້ກ່ຽວກັບຊິວະນາໆພັນທະເລຢູ່ທີ່ນີ້. ນອກຈາກນັ້ນ, ນີ້ຍັງແມ່ນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງດຽວຍັງມີ ມັງກອນ ໂກໂມໂດ.
ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 11
ເກາະບາລີ ເກາະ ບາລີ ແມ່ນເກາະແຫ່ງໂດ່ງດັ່ງຂອງ ອິນໂດເນເຊຍ. ຢູ່ທີ່ນີ້, ບັນດາແຂກທ່ອງທ່ຽວອາດສາມາດເຂົ້າຮ່ວມບັນດາລາຍການລະຫຼິ້ນ, ບັນເທິງຢູ່ຫາດຊາຍທະເລ. ຫຼືພ້ອມກັນຄົ້ນຫາວັດທະນະທຳຫຼາຍຮູບຫຼາຍແບບຢູ່ປະເທດນີ້ຄືໄປຢ້ຽມຢາມວິຫານ Hindu, ຊົມວາດຟ້ອນຂອງປະຊາຊົນ Sunda.
ບັນດາສະຖານທີ່ທ່ອງທ່ຽວໂດ່ງດັງຂອງບາງປະເທດອາຊຽນ - ảnh 12
ວິຫານ Borobudur ວິຫານ Borobudur ແມ່ນສະຖານທີ່ວັດທະນະທຳເຫຼື້ອມໃສສາສະໜາຂອງປະທານພັນເກາະ ອິນໂດເນເຊຍ ດ້ວຍສະຖາປັດຕະຍາກຳເດີມຫຼາຍແຫ່ງ, ບັນດາພະພູດທະຮູບ, ມີອາຍຸກ່ວາ 1.000 ປີ. ເມື່ອມາແຫ່ງນີ້, ພວກເພື່ອນສາມາດຊອກຮູ້ກ່ຽວກັບປະຫວັດຄວາມເປັນມາຂອງພຸດທະສາສະໜາ ແລະ ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ