ຜູ້ກຳກັບການສະແດງຟິມຮູບເງົາ Kong Skull Island ກາຍເປັນທູດທ່ອງທ່ຽວຫວຽດນາມ

(vovworld) -  ວັນ​ທີ 13/3 ພິ​ທີ​ປະ​ກາດ ແລະ ມອບ​ຂໍ້​ຕົກ​ລົງ​ທູດ​ທ່ອງ​ທ່ຽວ​ຫວຽດ​ນາມ​ໃຫ້​​ ຜູ້​ກຳ​ກັບ​ການ​ສະ​ແດງ Jordan Vort – Roberts ໃນອາ​ຍຸ​ການ 2017-2020 ໄດ້​ຈັດ​ຂຶ້ນ​ທີ່​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ.

ກ່ອນ​ຫນ້ານັ້ນ, ວັນ​ທີ 9/3, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ສ້າງ​ຕັ້ງ​ສະ​ພາ​ແຕ່ງ​ຕັ້ງ, ພົ້ນ​ຕຳ​ແຫນ່ງທູດ​ທ່ອງ​ທ່ຽວ​ຫວຽດ​ນາມ ອາ​ຍຸ​ການ 2017-2020. ສະ​ພາ​ລວມ​ມີ 13 ຄົນ ໄດ້​ປ່ອນ​ບັດ ແລະ ໝາກ​ຜົນ​ແມ່ນ 100% ຈຳ​ນວນ​ບັດ ໄດ້​ເຫັນ​ດີ​ແຕ່ງ​ຕັ້ງ​ທ່ານ Jordan Vort – Roberts ຜູ້​ກຳ​ກັບ​ການ​ສະ​ແດງຟິ​ມຮູບ​ເງົາ “Kong: Skull Island” ​ເປັນ​ທູດ​ທ່ອງ​ທ່ຽວ​ຫວຽດ​ນາມ ​ໃນອາ​ຍຸ​ການ 2017-2020. ຕອນ​ບ່າຍ​ວັນ​ທີ 10/3, ທ່ານ​ຫງວຽນ​ງອກ​ທ້ຽນ ລັດ​ຖະ​ມົນ​ຕີ​  ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ເຊັ​ນ​ຂໍ​້​ຕົກ​ລົງ​ເລກ​ທີ 858 ແຕ່ງ​ຕັ້ງ​ທູດ​ທ່ອງ​ທ່ຽວ​ຫວຽດ​ນາມ ສຳ​ລັບ​ຜູ້​ກຳ​ກັບ​ການ​ສະ​ແດງ Jordan Vogt – Roberts.


ຜູ້ກຳກັບການສະແດງຟິມຮູບເງົາ Kong Skull Island ກາຍເປັນທູດທ່ອງທ່ຽວຫວຽດນາມ - ảnh 1
1. ຕາມຂໍ້ຕົກລົງແລ້ວ, ທ່ານ Jordan Vort – Roberts ຈະເຂົ້າຮ່ວມບັນດາການເຄື່ອນໄຫວໂຄສະນາ, ສົ່ງເສີມການທ່ອງທ່ຽວຫວຽດນາມ ຜ່ານບັນດາການເຄື່ອນໄຫວສື່ສານ, ສື່ມວນຊົນ, ສິລະປະ… ມຸ່ງໄປເຖິງສາທາລະນະຊົນ
ຜູ້ກຳກັບການສະແດງຟິມຮູບເງົາ Kong Skull Island ກາຍເປັນທູດທ່ອງທ່ຽວຫວຽດນາມ - ảnh 2
2. ທ່ານ ຫງວຽນງອກທ້ຽນ ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ມອບນາມມະຍົດໃຫ້ຜູ້ກຳກັບການສະແດງ Jordan Vort – Roberts
ຜູ້ກຳກັບການສະແດງຟິມຮູບເງົາ Kong Skull Island ກາຍເປັນທູດທ່ອງທ່ຽວຫວຽດນາມ - ảnh 3
3. ໃນບົດກ່າວປາໄສພາຍຫລັງຮັບຂໍ້ຕົກລົງຈາກທ່ານລັດຖະມົນຕີ ຫງວຽນງອກທ້ຽນ, ທ່ານ Jordan Vort – Roberts ໄດ້ຢ້ຳຄືນວິວັດການທີ່ທ່ານໄດ້ມາຫວຽດນາມ ເພ່ືອຊອກຮູ້ທັດສະນີສະພາບຖ່າຍທຳຮູບເງົາ“Kong: Skull Island”
ຜູ້ກຳກັບການສະແດງຟິມຮູບເງົາ Kong Skull Island ກາຍເປັນທູດທ່ອງທ່ຽວຫວຽດນາມ - ảnh 4
4. ທ່ານ Jordan Vort – Roberts ໃຫ້ຮູ້ວ່າ: ທ່ານມີຄວາມເປັນກຽດໄດ້ຮັບບົດບາດນີ້ ແລະ ເຫັນວ່າຫນ້າທີ່ຂອງຕົນແມ່ນແນະນຳຄວາມສວຍສົດງົດງາມຂອງທັດສະນີຍະພາບຢູ່ຫວຽດນາມມາ
ສູ່ເພື່ອນມິດສາກົນໃຫ້ຫລາຍກວ່າອີກ
ຜູ້ກຳກັບການສະແດງຟິມຮູບເງົາ Kong Skull Island ກາຍເປັນທູດທ່ອງທ່ຽວຫວຽດນາມ - ảnh 5
ເຂົ້າຮ່ວມພິທີມີທ່ານ Ted Osius ເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ
ຜູ້ກຳກັບການສະແດງຟິມຮູບເງົາ Kong Skull Island ກາຍເປັນທູດທ່ອງທ່ຽວຫວຽດນາມ - ảnh 6
6. ທ່ານ Ted Osius ຕີລາຄາວ່າ: ຮູບເງົາເລື່ອງນີ້ແມ່ນການສຸມສິ່ງຍອດຢ້ຽມຂອງຮູງເງົາ ອາເມລິກາ ແລະ ທັດສະນີຍະພາບສວຍງາມຢູ່ຫວຽດນາມ. ທ່ານ Jordan Vort – Roberts ຈະສຳເລັດຫນ້າທີ່ໂຄສະນາການທ່ອງທ່ຽວຫວຽດນາມເປັນຢ່າງດີ.
ຜູ້ກຳກັບການສະແດງຟິມຮູບເງົາ Kong Skull Island ກາຍເປັນທູດທ່ອງທ່ຽວຫວຽດນາມ - ảnh 7
7. ທ່ານ Jordan Vort – Roberts ແມ່ນຜູ້ກຳກັບການສະແດງ, ແມ່ນນັກຜະລິດຮູບເງົາ ຊາວອາເມລິກາ ຊືື່ງຜູ້ຊົມຮູ້ຈັກເຖິງທ່ານຜ່ານບັນດາຮູບເງົາຄື: Single Dads (2009), The Kings of Summer (2013), Kong: Skull Islands (2017). ທ່ານທັງແມ່ນ ຜູ້ກຳກັບຫລາຍລາຍການໂທລະພາບອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ