ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ

(VOV5)- ງານ​ວາງ​ສະ​ແດງ​ພາບ​ສີ​ຂັດ​ມັນ “ພິ​ທີ​ເຂົ້າ​ຊົງ” ຂອງ​ຈິດ​ຕະ​ກອນ ເຈີນ​ຕ້ວນລອງ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 8/3 ຢູ່​ຫໍ​ພິ​ພິ​ທະ​ພັນ​ວິ​ຈິດ​ສິນ​ຫວຽດ​ນາມ ທີ່​ເຮືອນ​ເລກ​ທີ 66 ຖະ​ໜົນ​ຫງວຽນ​ທ້າຍ​ຫອກ, ເມືອງ​ບາ​ດີງ, ຮ່າ​ໂນ້ຍ.

     ນີ້​ແມ່ນ​ງານ​ວາງ​ສະ​ແດງ​ຈິດ​ຕະ​ກຳ​ກ່ຽວ​ກັບ​ການ​ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່​ຄັ້ງ​ທຳ​ອິດ​ພາຍຫຼັງ​ທີ່​ມໍ​ລະ​ດົກ “ ປະ​ຕິ​ບັດການ​ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່ຕາມ​ຝູ​ຂອງ​ຊາວ​ຫວຽດ​ນາມ ” ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ບັນ​ຊີ​ລາຍ​ຊື່  “ມໍ​ລະ​ດົກວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ຂອງມວນ​ມະ​ນຸດ ”

     ພາຍຫຼັງ​ສຸມ​ຈິດ​ສຸມ​ໃຈ​ມາ​ເປັນ​ເວ​ລາ 20 ປີ, ຈິດ​ຕະ​ກອນ ເຈີນ​ຕ້ວນລອງ ໄດ້​ເຮັດ​ສຳ​ເລັດ​ຊຸດພາບ​ສີ​ຂັດ​ມັນກ່ຽວ​ກັບ​ຫົວ​ເລື່ອງ “ພິ​ທີ​ເຂົ້າ​ຊົງ ” ຊຶ່ງ​ລວມ​ມີ​ພາບ​ສີ​ຂັດ​ມັນ 26 ແຜ່ນ.

       ດ້ວຍ​ຫົວ​ເລື່ອງ “ນາງ​ທຽ​ມ” ຊຶ່ງ​ສຸມ​ໃສ່​ພັນ​ລະ​ນາ​ການ​ເຄື່ອນ​ໄຫວ​ໃນ​ພິ​ທີ​ເຂົ້າ​ຊົງ​ດ້ວຍພາບ​ສີ​ຂັດ​ມັນ 26 ແຜ່ນ, ຜູ້​ຊົມ​ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນ​ຍາ​ກາດ​ໃນ​ບັນ​ດາ​ຫ້ອງ​ບູ​ຊາ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ໂລກ​ແຫ່ງ​ຈິດ​ວິນ​ຍານ​ທີ່​ມີຫຼາກຫຼາຍ​ສີ​ສັນ​ຂອງ​ຊາວ​ຫວຽດ​ນາມ.

     ເມື່ອ​ເຫັນ​ໄດ້​ເຖິງປະ​ເພ​ນີ​ການ​ເຄົາ​ລົບ​ບູ​ຊາ​ພະ​ແມ່ຜ່ານພາບ​ສີ​ຂັດ​ມັນຂອງ ເຈີນ​ຕ້ວນລອງ, ຜູ້​ຊົມ​ຖືກຫຼົງ​ໄຫຼ​ຕໍ່​​ບັນ​ຍາ​ກາດ​ສັກ​ສິດ​ຂອງ​ໂລກ​ເທວະ​ດາ​ຟ້າ​ແຖນຊຶ່ງ​ໄດ້​ປົກ​ຄຸມ​ບັນ​ດາ​ຮູບ​ພາບ​ນາງ​ທຽມ, ທ້າວ​ທຽ​ມ.

   ຜ່ານ​ສີ​ມື​ອັນ​ຄ່ອງ​ແຄ້ວ​ຂອງ​ຈິດ​ຕະ​ກອນ, ຮູບ​ພາບ​ນາງ​ທຽມ, ທ້າວ​ທຽ​ມ​ໄດ້​ສວມ​ບົດ​ເປັນ​ບັນ​ດາ​ພະ​ອ​ໍລະ​ອັນ, ນາງ​ເທວະ​ດາ​ດ້​ວຍ​ຊຸດອາ​ພອນ, ການ​ກະ​ທຳ, ກິ​ລີ​ຍາ​ທ່າ​ທາງ​ທີ່​ແຕກ​ຕ່າງ​ກັນ​ໃນພິ​ທີ​ເຂົ້າ​ຊົງ. ນີ້​ແມ່ນ​ບັນ​ດາ​ພາບ​ສີ​ຂັດ​ມັນກ່ຽວ​ກັບພິ​ທີ​ເຂົ້າ​ຊົງຊຸດທຳອິດ​ຂອງ​ພື້ນ​ຖານ​ວິ​ຈິດ​ຕະ​ກຳ​ຫວຽດ​ນາມ​ນັບ​ແຕ່ກ​ອ່ນ​ເປັນ​ຕົ້ນ​ມາ.

    ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ, ຜູ້​ຕາງ​ໜ້າພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ອຸຍ​ແນັ​ສ​ໂກ​ ມາ​ຢ້ຽມ​ຊົມງານ​ວາງ​ສະ​ແດງ ແລະ ແບ​່ງ​ປັນ​ວ່າ: “ຈິດ​ຕະ​ກອນ ເຈີນ​ຕ້ວນລອງໄດ້​ປະ​ສົບ​ຜົນ​ສຳ​ເລັດ​ເມື່ອ​ແນະ​ນຳ​ກ່ຽວ​ກັບ​ຫົວ​ເລື່ອງ ພິ​ທີ​ເຂົ້າ​ຊົງ. ບັນ​ດາພາບ​ສີ​ຂັດ​ມັນງາມຫຼາຍ, ງາມ​ທັງ​ດ້ານ​ສີ​ສັນ ແລະ ງາ​ມ​ກ່ຽວ​ກັບ​ວິ​ທີ​ການ​ສະ​ແດງ. ນີ້​ແມ່ນ​ງານ​ວາງ​ສະ​ແດງ​ທີ່​ມີ​ຄວາມ​ດຶງ​ດູດ​ໃຈ​ຢ່າງ​ແຂງ​ແຮງ. ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ”

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 1

ທ່ານເອກ​ອັກຄະ​ລັດ​ຖະ​ທູດ ຝ້າມ​ແຊງ​ເຈົາ, ຜູ້​ຕາງ​ໜ້າພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ອຸຍ​ແນັ​ສ​ໂກ​ ມາ​ຢ້ຽມ​ຊົມງານ​ວາງ​ສະ​ແດງ.

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 2

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 3

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 4

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 5
ງານ​ວາງ​ສະ​ແດງ​ພາບ​ສີ​ຂັດ​ມັນ “ພິ​ທີ​ເຂົ້າ​ຊົງ” ສາ​ມາດດຶງ​ດູດວົງ​ການ​ຈິດ​ຕະ​ກອນ, ຜູ້​ນິ​ຍົມ​ຈິດ​ຕະ​ກຳ ແລະ ແຂກ​ທ່ອງ​ທ່ຽວມາ​ຢ້ຽມ​ຊົມ​ຢ່າງຫຼວງຫຼາຍ.

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 6

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 7

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 8

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 9

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 10

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 11

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 12

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 13

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 14
ພາບ​ສີ​ຂັດ​ມັນ​ຈຳ​ນວນ​ໜຶ່ງ​ໃນງານ​ວາງ​ສະ​ແດງ​ພາບ​ສີ​ຂັດ​ມັນ “ພິ​ທີ​ເຂົ້າ​ຊົງ” ຂອງຈິດ​ຕະ​ກອນ ເຈີນ​ຕ້ວນລອງ

ພິ​ທີ​ເຂົ້າ​ຊົງໃນ​ພາບ​ສີ​ຂັດ​ມັນ​ຂອງ ເຈີນ​ຕ້ວນລອງ - ảnh 15

ຈິດ​ຕະ​ກອນ ເຈີນ​ຕ້ວນລອງພ້ອມ​ກັບ​ພາບ​ຈິດ​ຕະ​ກຳ​ຂອງ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ