ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ

(vovworld) - ເປັນ​ຄັ້ງ​ທຳ​ອິດ “ວັດຖຸ​ພັນ​ອັນ​ລຳ້​ຄ່າ​​ແຫ່ງ​ຊາດຫວຽດນາມ“ 18 ຢ່າງ​ ໄດ້​ນຳ​ມາວາງສະ​ແດງ​ຢູ່​ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ, ​​ເຮືອນ​ເລກ 1 ຖະໜົນ ຈ່າງ​ຕ່ຽນ, ຮ່າ​ໂນ້ຍ. ງານ​ວາງສະ​ແດງ​ດຳ​ເນີນ​ແຕ່​ວັນ​ທີ 10/1 ​ເຖິງ​ໝົດ​ເດືອນ 5/2017.
         ວັດຖຸ​ພັນ​ອັນ​ລຳ້​ຄ່າ​​ແຫ່ງ​ຊາດຫວຽດນາມ 18 ຢ່າງ​​ແມ່ນ​ບັນດາ​ມໍລະດົກ​ວັດທະນະທຳ​ເຊິ່ງຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ​ພວມ​ຮັກສາ​ໄວ້ ພ້ອມ​ກັບ​ເອກະສານ, ວັດຖຸ​ພັນ​ທີ່​ມີຄ່າ​ອື່ນ​ອີກ​ເກືອບ 2 ​ແສນ​ຢ່າງ. ວັດຖຸ​ພັນ​ອັນ​ລຳ້​ຄ່າ​​ແຫ່ງ​ຊາດຫວຽດນາມ18 ຢ່າງ, ​ແມ່ນ​ບັນດາ​ວັດ​ຖຸພັນ​ທີ່​ຫາ​ຍາກ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ໃນ​ຈຳນວນ​ວັດຖຸ​ພັນ​ເຫຼົ່າ​ນັ້ນ. ງານ​ວາງສະ​ແດງ​ຄັ້ງ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຜູ້​ຊົມ​ມີ​ວິ​ໄສ​ທັດ​ສັງ​ລວມກ່ຽວ​ກັບ​ບັນດາ​ວັດຖຸ​ພັນ​ອັນ​ລ້ຳ​ຄ່າ​ແຫ່ງ​ຊາດ ກໍ່ຄື​ຄົ້ນ​ຫາ​ບັນດາ​ເລື່ອງ​ລາວ​ປະຫວັດສາດ, ວັດທະນະທຳ​ທີ່​ຊ້ອນ​ແຝງ​ໃນ​ວັດຖຸ​ພັນ​ແຕ່ລະ​ຢ່າງ

ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 1

ປ້າຍ​ໂຄສະນາ​ແນະນຳ​ງານ​ວາງສະ​ແດງ​ຢູ່​ປະຕູ​​ໃຫຍ່​ຫໍພິພິທະ​ພັນ​ປະຫວັດສາດແຫ່ງ​ຊາດ.

ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 2

ລະຄັງ​ວັດ ​ເວິນ​ບານ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ລະຄັງ​ທອງບູຮານທີ່​ມີ​ຂະໜາດ​ໃຫຍ່, ​ໄດ້​ຮັບ​ການ​ປະດິດ​ສ້າງ​ຢ່າງ​ລະອຽດ​ລະ​ອໍ ​ແລະ ສວຍ​ງາມ​ທີ່​ສຸດ​ຂອງ​ອະລິຍະ​ທຳ ດ້າຍຫ​ວຽດ, ​​ເປັນ​ພະຍານ​ຫຼັກ​ຖານ​ ສ່ອງ​ແສງ​ໃຫ້​ເຫັນ​ການ​ພັດທະນາ​ຂອງ​ສູນ​ກາງ​ພຸດທະ​ສາສະໜາ​ໃຫຍ່​ໃນ​ສະ​ໄໝ​ລາຊະວົງ ຫຼີ - ​ເຈິ່ນ. ນີ້​ຍັງ​ແມ່ນ​ແຫຼ່ງ​ເອກະສານ​ອັນ​ລຳ້​ຄ່າ​ເພື່ອ​ຄົ້ນ​ຄ້ວາ​ສິລະ​ປະ ​ແລະ ວັດທະນະທຳ​ພຸດທະ​ສາສະໜາຫວຽດນາມ.

ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 3
ມັງກອນ​ສະ​ໄໝ​ລາຊະວົງ ​ເຈິ່ນ ຢູ່​ເທິງຫູ​ລະຄັງວັດ ​ເວິນ​ບານ

ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 4

ໂຖ​ດິນ​ເຜົາ​ເຄືອບມີລວດລາຍ​ສີ​ກະ​ເບົາທີ່ໄດ້​ຮັບ​ການ​ຄົ້ນ​ພົບ​ຢູ່​ເຂດ​ວິຫານ ​ເຈິ່ນ, ບ້ານ ໝາກ, ຕາ​ແສງ ​ໂລກ​ເວື້ອງ, ນະຄອນ ນາມ​ດິ້ງ, ​ເມື່ອ​ປີ 1972. ນີ້​ແມ່ນ​ສິລະ​ປະທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ດີ​ທີ່​ສຸດ​ໃນ​ບັນດາ​ເຄື່ອງ​ເຄືອບ​ດິນ​ເຜົາທີ່​ໄດ້​ພົບ​ເຫັນ​ໃນ​ສະ​ໄໝ​ລາຊະວົງ ​ເຈິ່ນ.

ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 5

ປື້​ມບັນທຶກ​ປະຈຳ​ວັນ​ໃນ​ຄຸກ​ດ້ວຍ​ພາສາ​ຈີນ​ຂອງ​ປະທານ ​ໂຮ່ຈີ​ມິນ, ​ໃນ​ນັ້ນ​ມີ 133 ບົດ​ກະວີ,​ ​ໂດຍ​ປະທານ ​ໂຮ່ຈີ​ມິນ​ຂຽນ​ໃນ​ໄລຍະ​ຖືກ​ອຳນາດ​ການ​ປົກຄອງ ຈ໋າງເຈຍສື໋ ຈັບ ​ແລະ ກັກ​ຂັງ​ຢູ່​ ຈີນ​ ແຕ່​ປີ 1942-1943.

ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 6

ໂຖ​ດິນ​ເຜົາ​ເຄືອບ​ສີ​ຟ້າ​ແຕ​້ມຮູບ​ນົກ​ຫົງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ ໂຖ​ດິນ​ເຜົາ​ເຄືອບທີ່ຍັງ​ຄົງ​ຮັບ​ສາ​ຮູບ​ເດີມ​ໄວ້​ໄດ້​ຄື​ເກົ່າ​ໃນ​ຈຳນວນ​ວັດຖຸ​ພັນ​ທີ່​​ຄົ້ນ​ເຫັນ​​ໃນ​ກຳ່​ປັ່ນ​ຖືກ​ຈົມ​ນ້ຳ​ຢູ່ ກູ່​ລາວ​ຈ່າມ, ​ແຂວງ ກວາງ​ນາມ ​ເມື່ອ​ປີ 1999-2000.

ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 7

ກາ​ຈຳ້ ​ເຊິ່ງ​ເຈົ້າ​ຊີວິດ ມິ​ງ​ເມ້ັງ ​ໃຫ້​ຫຼໍ່ ​ເມື່ອ​ປີ 1827. ນີ້​ແມ່ນ​ວັດຖຸ​ພັນ​ທີ່​​ເປັນ​ສັນຍາ​ລັກ​ໃຫ້​ສິດ​ອຳນາດ​ຂອງ​ສະ​ໄໝ​ລາຊະວົງ ຫງວຽນ.

ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 8

ໂຖ​ດ່າວທິ້ງດ້ວຍ​ທອງ, ທີ່​ຂຶ້ນ​ກັບ​ວັດທະນະທຳ ດົງ​ເຊີນ, ​ແມ່ນ​ໂຖ​ທີ່​ມີ​ຂະໜາດ​ໃຫຍ່​ສຸດ​, ມີ​ລວດລາຍ​ປະດັບ​ຢ່າງ​ອຸດົມສົມ​ບຸນ, ຄັກ​ແນ່, ລະອຽດ​ລະ​ອໍ, ສວຍ​ງາມ ​ແລະ ​ເປັນ​ເອກະລັກ​ສະ​ເພາະ. ດ້ວຍ​ເສັ້ນ​ຜ່າ​ກາງປາກ: 61cm; ​ເສັ້ນ​ຜ່າ​ກາງ​ກົ້ນ: 60 cm; ສູງ 90 cm, ​ເຊິ່ງ​ໄດ້​ຄົ້ນ​ພົບ​ຢູ່​ຕາ​ແສງ ດ່າວທິ້ງ, ​ເຈິ໋ນອຽນ, ອຽນບ໋າ​ຍ.

ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 9

ບັນດາ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ພວມ​ຊົມໂຖ​ດ່າວທິ້ງດ້ວຍ​ທອງ.

ວັດຖຸພັນອັນລຳ້ຄ່າແຫ່ງຊາດ, ຄວາມເອກອ້າງທະນົງໃຈຂອງຊາດ - ảnh 10

ລວດລາຍ​ທີ່​ປະດັບ​ໃນ​ໜ້າ​ກອງ​ທອງ ຮ່ວາງ​ຮ້າ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜະລິດ​ຕະພັນ​ທີ່​ລື​ຊື່, ຂຶ້ນ​ກັບ​ວັດທະນະທຳ ດົງ​ເຊີນ, ​ເຊິ່ງ​ໄດ້​ຮັບ​ການ​ຄົ້ນ​ພົບ​ຢູ່​ບ້ານ ຮ່ວາງ​ຮ້າ, ​ເມືອງ ຟູ໋ຊວຽນ, ຮ່າ​ໂນ້ຍ, ​ເມື່ອ​ວັນ​ທີ 13/7/1937.

ຕອບກັບ

ຂ່າວ/ບົດ​ອື່ນ