ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ

(vovworld)- ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ (AEC) ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ 2015 ຈະ​ເປ​ັດ​ຂີດ​ໝາຍ​ສຳ​ຄັນ​ແຫ່ງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ຊຽນ ໃນ​ການ​ສຳ​ເລັດ​ບັນ​ດາ​ຈຸດ​ໝາຍ​ເຊ​ື່ອມ​ໂຍງ​ຂອງ​ພາກ​ພື້ນ, ສະ​ແດງ​ໃຫ້​ເຫັນ “ວິ​ໄສ​ທັດ​ດຽວ, ສີ​ສັນດຽວ ແລະ ປະ​ຊາ​ຄົມ​ດຽວ”. ໃນ​ນັ້ນ ການ​ຮ່ວມ​ມື​ການ​ຕ່າງ​ປະ​ເທດ-ການ​ເມືອງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ສວມ​ບົດ​ບາດ​ສຳ​ຄັນ​ ໃນ​ການ​ຊຸກ​ຍູ້​ວິ​ວັດ​ການ​ເຊື່ອມ​ໂຍງ​ພາຍ​ໃນ​ກຸ່ມໃຫ້​ນັບ​ມື້​ນັບ​ໝັ້ນ​ຄົງເຂັ້ມ​ແຂງກວ່າ. ພວກ​ເຮົາ​ຂໍ​ລວບ​ລ​ວມ​ບັນ​ດາ​ເຫດ​ການສຳ​ຄັນ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ການ​ຕ່າງ​ປະ​ເທດ- ການ​ເມືອງ ລະ​ຫວ່າງ​ບາງປະ​ເທດ​ສະ​ມາ​ຊິກ​ ອາ​ຊຽນ​ຄື: ໄທ, ລາວ, ກຳ​ປູ​ເຈຍ ແລະ ອິນ​ໂດ​ເນ​ເຊຍ ໃນ​ໄລ​ຍະ​ຜ່ານ​ມາ.
                                                                      *-*

ກຳ​ປູ​ເຈຍ

     ພະ​ບາດ​ສົມ​ເດັດ ໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ຕ້ອນ​ຮັບ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖ​ະ​ກິດ​ເຖິງລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ແຕ່​ວັນ​ທີ 23-24/12/2014

ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 1
ພາບ:vietnamplus.vn

  ພົກ​ເອກ Tia Banh ຕ​ັດ​ແຖບ​ຜ້າ​​ສະ​ຫລອງສຳ​ນັກ​ງານກອງ​ບັນ​ຊາ​ການປືນ​ໃຫຍ່ກອງ​ທັບ ກຳ​ປູ​ເຈຍ ດ້ວຍ​ການ​ຊ່ວຍ​ເຫລືອ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ.

ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 2
ພາບ:vietnamplus.vn

   ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຳ​ປູ​ເຈຍ Tea Banh ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ລາວ ຈູມ​ມາ​ລີ ໄຊ​ຍະ​ສອນ ເຫັນ​ດີ ເພີ່​ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍກວ່າ​ອີກ, ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານເລ​ຂາ​ທິ​ການ​ໃຫຍ່ປະ​ທານ​ປະ​ເທດ​ລາວ ແຕ່​ວັນ​ທີ 26/2/2015.

 

ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 3
ພາບ:AFP/vietnamplus.vn

                                                                             
ໄທ

ເນື່ອງ​ໃນ​ໂອ​ກາດບ​ຸ​ນ​ປີ​ໃຫມ່​ປີ​ມະ​ແມ 2015, ຄະ​ນະ​ກຳ​ມະ​ການ​ຊາວ​ຫວຽດ​ນາມ​ອາ​ຢູ່ ຕ່າງ​ປະ​ເທດ ສົມ​ທົບ​ກັບ​ສະ​ຖານ​ກົງ​ສູນ ຫວຽດ​ນາມ ຢູ່ ຂອນ​ແກ່ນ ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮ​ັບ​ປີ​ໃຫມ່ ແລະ ສະ​ແດງ​​ສິ​ລະ​ປະເພື່ອ​ຮັບ​ໃຊ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ພາກ​ອີ​ສານ​ຂອງ​ໄທ.

ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 4
ພາບ: vnexpress.net

    ການ​ຮ່ວມ​ມື​ຮອບ​ດ້ານ​ກ່ຽວ​ກັບ​ແຮງ​ງານ, ໃນ​ນັ້ນ ຢັ້ງ​ຢືນ​ແຮງ​ງານ​ຫວຽດ​ນາມ​ເຮັດ​ວຽກ​ຢູ່​ໄທ​ແມ່​ນ​ຖືກ​​ຕ້ອງກັບ​ກົດ​ໝາຍ ຈະ​ຊ່ວຍ​ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ເລິກ​ເຊິ່ງ​ຂຶ້ນ​ຕື່ມ.

ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 5
ພາບ:vnexpress.net

.       ຊຸດ​ຮູບ​ເງົາ​ປະ​ຫວັດ​ສາດ​ຫລ້າ​ສຸດ​ກ່ຽວ​ກັບ​ປະ​ທານ​ໂຮ່​ຈິ​ມີນ ແມ່ນ​ເລົ່າ​ເລື່ອງ​ກ່ຽວ​ກັບ​ໄລ​ຍະ​ທ່ານ​ປະ​ທານ​ໂຮ່​ຈິ​ມີນ​ເຄື່ອນ​ໄຫວ​ຢູ່​ໄທ ແຕ່​ປີ 1928-1929. ຮູບ​ເງົາຊຸດ​ນີ້​​ຖືກ​ສາຍ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 6
ພາບ:vnexpress.net

                                                                          ລາວ
ທ່ານ​ຫວູ​ຮູຍ​ຮ່​ວາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ແລະ ທ່ານນາງ ເຂັມ​ມະ​ນີ ພົນ​ເສ​ນາ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ລາວ ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ສອງ​ຝ່າຍ.

ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 7
​ພາບ:vietnamplus.vn

  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ ແຕ່​ເດືອນ 4-6/3/2015.

ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 8
ພາບ:vietnamplus.vn

     ທ່ານ​ເຈີນ​ດ້າຍກວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ທອງ​ສິງ​ ທຳ​ມະ​ວົງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ເນື່ອງ​ໃນ​ໂອ​ກາດໄປ​ຢ້ຽມ​ຢາມ ​ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວແຕ່​ວັນ​ທີ 15/1/2015

 

ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 9
ພາບ:TTXVN

                                                                            ອິນ​ໂດ​ເນ​ເຊຍ
ທ່ານ​ປ​ະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ເຈ​ລະ​ຈາ​ກັບ​​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ເນື່ອງ​ໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ ອິນ​ໂດ​ເນ​ເຊຍ ແຕ່​ວັນ​ທີ 27-28/6/2013. ພາຍ​ຫລັງ​ການ​ຢ້ຽມ​ຢາມ, ສອງ​ຝ່າຍ​ຕົກ​ລົງ​ຍົກ​ການ​ພົວ​ພັນ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 10
ພາບ:vov

ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໂດຍ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ນຳ​ຫນ້າ ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ອິນ​ໂດ​ເນ​ເຊຍ ໂດຍ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ Jokowi Widodo ນຳ​ຫນ້າ ຢູ່ ນອກກອງ​ປະ​ຊຸມ​ສຸດ​ຍອດ APEC ຄັ້ງ​ທີ 22, ເມື່ອວ​ັນ​ທີ 10/11/2014 ຢູ່ ປັກ​ກີງ ປະ​ເທດ​ຈີນ.

ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 11

   ທ່ານ Mayerfas, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ​່າວ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ (1955-2015)

ຮ່ວມມືການຕ່າງປະເທດພ້ອມກັນມຸ່ງໄປເຖິງປະຊາຄົມອາຊຽນໝັ້ນຄົງເຂັ້ມແຂງ - ảnh 12

ຕອບກັບ

ຂ່າວ/ບົດ​ອື່ນ