ແຫຼມເຊີນຈ່າ - ເຂດແດນສະຫວັນ

 (VOV5) - ເຊີນ​ຈ່າໄດ້​ຮັບ​ຖື​ວ່າ​ແມ່ນ​ເກາະ​ແຫ່ງ​ແກ້ວ​ມະ​ນີ, ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ-ຈິດ​ວິນ​ຍານ​ທີ່​ລື​ຊື່ຂອງ​ນະ​ຄອນ​ດານັ້ງ.

ແຫຼມ​ເຊີນ​ຈ່ານອນ​ຢູ່​ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນ​ດານັ້ງ 10 ກມ​ໄປ​ທາງ​ທິດ​ຕາ​ເວັນອອກ​ສ່ຽງ​ເໜືອ. ພ້ອມ​ກັບ​ກີ່ວ​ຫາຍ​ເວີນ, ແຫຼມ​ເຊີນ​ຈ່າໂອບ​ອ້ອມນະ​ຄອນ​ດານັ້ງ ແລະ ອ່າວ​ດານັ້ງ ອັນ​ໄດ້​ສ້າງ​ເປັນ​ທັດ​ສະ​ນີ​ຍະ​ພາບ​ພູ​ຜາ​ທະ​ເລ​ທີ່​ເປັນ​ໜ້າ​ຈັບ​ໃຈ.

     ຂໍ​ເຊີນ​ບັນ​ດາ​ທ່ານ​ໄປຢ້ຽມ​ຊົມແຫຼມ​ເຊີນ​ຈ່າຜ່ານ​ລາຍ​ການ​ສາ​ລະ​ຄະ​ດີ​ຂອງ​ນັກ​ຂ່າວ​ລານ​ແອງ.

ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 1
ໃນ​ຕອນ​ກາງ​ເວນ, ​ຝູງ​ເຮືອ​ຫາ​ປາຂອງ​ຊາວ​ປະ​ມົງ​ເມືອງ​ເຊີນ​ຈາ​ພາ​ກັນ​ເຂົ້າ​ທຽບ​ທ່າ​ທອດ​ສະ​ໝ​ໍເພື່ອ​ພັກ​ຜ່ອນ​ພາຍຫຼັງ​ເດີນ​ທະ​ເລ​​ຫາ​ປາໃນ​ຕະຫຼອດ​ຄືນ.
ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 2
ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 3ແຫຼມ​ເຊີນ​ຈ່າມີ​ລະ​ບົບ​ສັດ​ພຶກ​ສາ​ຊາດ​ທີ່​ອຸ​ດົມ​ສົມ​ບູນຫຼາຍ​ຮູບຫຼາຍ​ແບບ, ໃນ​ນັ້ນ​ມີ 22 ປະ​ເພດ​ທີ່​ມີ​ຄ່າ​ຫາ​ຍາກ ຖືກ​ບັນ​ທຶກ​ໃນ​ປຶ້ມ​ແດງ​ຫວຽດ​ນາມ. ພົ້ນ​ເດັ່ນ​ຂຶ້ນແມ່ນ​ສັດ​ປ່າ​ປະ​ເພດຄ່າງຫ້າ​ສີ. ປີ 2016, ຄ່າງຫ້າ​ສີຖືກວົງ​ຄະ​ນະ​ຍາດ​​ນຳສະ​ເໜີ​ເປັນ​ສັນ​ຍາ​ລັກ​ຊີ​ວະ​ນາໆ​ພັນ​ຂອງ​ດານັ້ງ. ຮູບ​ພາບຄ່າງຫ້າ​ສີ​ຖືກ​ນຳ​ໄປ​ປະ​ດັບ​ປະ​ດາ​ຢູ່​ຕ​າມ​ຟາກ​ທາງ​ຂຶ້ນເກາະ, ປຽບ​ເໝືອນ​ສານ​ທີ່​ປະ​ທັບ​ໃຈ​ກ່ຽວ​ກັບແຫຼມ​ເຊີນ​ຈ່າ. 
ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 4
ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 5ວັດ​ລິງອຶ້ງ​ຖືກ​ຕັ້ງ​ບົນ​ໂນນ​ໜ່ວຍ​ໜຶ່ງໃນແຫຼມ​ເຊີນ​ຈ່າ, ວັດ​ນີ້​ມີ​ຮູບ​ເຕົ່າ, ໜ້າ​ວັດ​ມຸ່ງ​ໄປ​ສູ່​ທະ​ເລ, ອີງຫຼັງ​ໃສ່​ປ່າ​ດົງ​ດິບ. ວັດ​ລິງອຶ້ງແມ່ນ​ສະ​ຖານ​ທີ່​ທ່ອງທ່ຽວຈິນ​ວິນ​ຍານ​​ສຳ​ລັບແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງປະ​ເທດ. 
ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 6
ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 7 ຈາກວັດ​ລິງອຶ້ງ ມຸ່ງ​ສາຍ​ຕາ​ໄປ​ສູ່​ທະ​ເລ​ທີ່​ກ້​ວາງ​ໃຫ​ຍ່​ໄພ​ສານ, ອຽງ​ທາງ​ທິດ​ໃຕ້​ແມ່ນນະ​ຄອນ​ດານັ້ງ.
ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 8
ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 9
ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 10
ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 11 ​ເດີນ​ໜ້າ​ວັດ​ລິງອຶ້ງ ຖືກ​ປູກ​ດ້ວຍ​ຕົ້ນ​ໄມ້​ປະ​ດັບ​ໃຫຍ່ຫຼາຍ​ຕົ້ນ​ທີ່​ຮູບ​ຮ່າງ​ແຕກ​ຕ່າງ​ກັນ, ອັນ​ໄດ້​ພາ​ໃຫ້​ແຂກ​ທ່ອງ​ທ່ຽວຫຼົງໄຫຼ​ໃນ​ສວນ​ສາ​ທາ​ລະ​ນະ​ຂອງ​ເຈົ້າ​ຊີ​ວິດ ແລະ ພວກ​ເສ​ນາ​ອາ​ມາດ​ເມື່ອ​ກ່ອນນີ້. 
ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 12
ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 13 ຢູ່​ຕາມສອງ​ເບືຶ້ອງຂອງ​ຫໍ​ບູ​ຊາ​ໃຫຍ່​ໃນວັດ​ລິງອຶ້ງແມ່ນ​ບັນ​ດາ​ຮູບ​ປັ້ນ​ພະ​ອໍ​ລະ​ຫັນ. 
ແຫຼມເຊີນຈ່າ - ເຂດແດນສະຫວັນ - ảnh 14ຮູບ​ປັ້ນ​ເຈົ້າ​ແມ່ກວນ​ອີມ​ໃນ ວັດ​ລິງອຶ້ງ​ມີ​ລວງ​ສູງ 67m ຊຶ່ງ​ແມ່ນ​ຮູບ​ປັ້ນ​ສູງ​ສຸດ​ຢູ່​ຫວຽດ​ຍາມ.  ​ລວງ​ສູງ​ຂອງຮູບ​ປັ້ນ​ເຈົ້າ​ແມ່ກວນ​ອີມ​ທໍ່​ກັບ​ຕຶກ​ອາ​ຄານ​ສູງ 30 ຊັ້ນ. ຮູບ​ປັ້ນ​ເຈົ້າ​ແມ່ກວນ​ອີມ​ອີງຫຼັງ​ໃສ່​ພູ, ມຸ່ງ​ໜ້າສູ່​ທະ​ເລ. 

ຕອບກັບ

ຂ່າວ/ບົດ​ອື່ນ