ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່

(vovoworld) – ໂດຍ​ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ປະ​ມານ 15 ກມ, ໝູ່​ບ້ານ​ປູກດອກ​ໄມ້ ໄຕ​ຕື້ວ ຂຶ້ນ​ກັບ​ເມືອງ ບັກ​ຕື່​ລຽມ ແມ່ນ​ໝູ່​ບ້ານ​ປູກດອກ​ໄມ້​ທີ່​ເປັນ​ມູນ​ເຊື້ອ​ຂອງ​ນະ​ຄອນຫຼວງ ຮ່າ​ໂນ​້ຍ. ໃນ​ຊຸມ​ປີມໍ່​ໆ​ມານີ້, ປະ​ຊາ​ຊົນ​ຢູ່​ທີ່ນີ້​ໄດ້​ປູກດອກ​ໄມ້ຫຼາຍ​ຊະ​ນິດ​ຄື: ດອກ​ລີ​ລີ, ​ດອກ​ຂົນ​ຕາ, ດອກວາຍ​ໂອແລັດ, ດອກ​ເຂືອ​ບ້າ, ດອກ​ດາວ​ເຮືອງ… ເຖິງວ່າ​ພວມ​ຢູ່ໃນ​ວິ​ວັດ​ການ​ຫັນ​ເປັນ​ເຂດ​ຕົວ​ເມືອງກໍ່​ຕາມ, ແຕ່​ປ​ະ​ຊາ​ຊົນ​ຢູ່ ​ບ້ານໄຕ​ຕື້ວ ຍັງ​ຄົງ​ຮັກ​ສາ​ເນື້ອ​ທີ່​ດິນ ແລະ ຮັກ​ສາ​ອາ​ຊີບ​ປູກດອ​ກ​ໄມ້​ທີ່​ມີມາ​ແຕ່​ດົນ​ນານນີ້​ໄວ້​ຢູ່.

​ເມື່ອໄປ​ຢ້ຽມ​ຢາມ​ໝູ່​ບ້ານ​ປູກດອກ​ໄມ້ ໄຕ​ຕື້ວ ໃນ​ຍາມ​ໃກ້​ຈະ​ຮອດ​ບຸນ​ເຕັດ​ປີ​ລະ​ກາ 2017 ນີ້, ທ່ານ​ຈະ​ໄດ້​ຮັບ​ຊົມ​ດອກ​ໄມ້​ຫຼາຍ​ຊະ​ນິດ​ພວມ​ເບັ່ງ​ບານ​ສີ​ສັນ​ຫລາກ​ຫລາຍ. ບັນ​ດ​າ​​ດອກ​ໄມ້​ນາໆ​ສີ​ພວມ​ໄດ້​ຮັບ​ການ​ບົວ​ລະ​ບັດ​ຢ່າງ​ລະ​ອຽດ​ເພື່ອ​ເອົາ​ໄປ​ຂາຍ​ຢູ່​ຖະ​ຫນົນ​ສາຍ​ຕ່າງໆ​ເພື່ອ​ຮັບ​ໃຊ້ໃຫ້​ແຕ່​ລະ​ຄອບ​ຄົວ​ໃນ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍປະ​ດັບ​ປະ​ດາ​ໃນ​ບຸນ​ເຕັດ.

ເຊີນ​ທ່ານ​ເຊື່ອມ​ຕົວ​ເຂົ້າ​ກັບບັນ​ຍາ​ກາດ​​ລະ​ດູ​ບານ​ໃຫມ່​ຢູ່​ບ້ານ​ປູກດອກ​ໄມ້​ໄຕ​ຕື້ວດ້ວຍ​ສີ​ສັນ​ຫລາກ​ຫລາຍຂອງດອກ​ໄມ້​ນາ​ໆ​ຊະ​​ນິດ. 


ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ - ảnh 1

ໝູ່​ບ້ານ​ປູກດອກ​ໄມ້ ໄຕ​ຕື້ວ​ໄດ້ສະ​ຫນອງ​ປະ​ລິ​ມານດອກ​ໄມ້​ສົດ​ຫລາຍ​ສົມ​ຄວນ​ໃຫ້​ແກ່​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແລະ ເຂດ​ໃກ້​ຄຽງ

ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ - ảnh 2
ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ - ảnh 3ດອກ​ດາວ​ເຮືອງ​ແມ່ນດອກ​ໄມ້​ຊະ​​ນິດ​ຫນຶ່ງ​ຊື່ງ​ບ້ານ​ໄຕ​ຕຶ້ວ​ປູກ​ຫລາຍ​ສຸດ. ດອກ​ດາວ​ເຮືອ​ງ​ສີ​ອິດ​ໄດ້​ນຳ​ໃຊ້​ໃນ​ໂອ​ກາດ​ບຸນ​ເຕັດ​ຫລາຍ​ພໍ​ສົມ​ຄວນ.
ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ - ảnh 4
ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ - ảnh 5ດອກ​ດາວ​ເຮືອງ​ຢູ່​ບ້ານ​ໄຕ​ຕຶ້ວ ມີ​ 5-7 ຊະ​ນິດ. ລາ​ຄາ ດອກ​ໄມ້​ແຕ່​ລະ​ງ່າ​ ​ປະ​ມານ 10.000 ດົງ.
ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ - ảnh 6
ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ - ảnh 7ດອກ​ລັກ​ເລ່​ກໍ​ແມ່ນດອກ​ໄມ້​ຊະ​ນິດ​ຫນຶ່ງທີ່​ເປັນ​ມູນ​ເຊື້ອ​ຫາກໍ່​ໄດ້​​ຮັບ​ການ​ປູກ​ຄືນ​ໃຫມ່​ຢູ່ບັນ​ດາ​ສວນ​ປູກດອກ​ໄມ້​ໃນ​ບ້ານ​ຍ້ອນ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໃຊ້​ສອຍ​ນັບ​ມື້​ນັບ​ຫລາຍ. ກ່ອນນີ້ ເນື້ອ​ທີ່​ປູກດອກ​ລັກ​ເ​ລ່​ແມ່ນ​ຫນ້ອຍ​ສຸດ. 
ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ - ảnh 8
ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ - ảnh 9ດອກ​ຂົນ​ຕາ​ຊ້ອນ​ພວມ​ເບັ່ງ​ບານ​ນາໆ​ສີ​ຢູ່​ບັນ​ດາ​ສວນ
ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ - ảnh 10
ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ - ảnh 11ດອກ​ກຸ​ລາບ ແມ່ນດອກ​ໄມ້​ຊະ​ນິດ​ຫນຶ່ງ​ເຊິ່ງປະ​ຊາ​ຊົນ​ຢູ່​ບ້ານ ໄຕ​ຕຶ້ວ ປູກ​ຫລາຍ​ພໍ​ສົມ​ຄວນ ແລະ​ໄດ້​ຮັບ​ການ​ບົວ​ລະ​ບັດ​ຢ່າງ​ລະ​ອຽດ.
ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ - ảnh 12
ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ - ảnh 13ດອກ​ລີ​ລີ ແມ່ນດອກ​ໄມ້​ຊະ​ນິດ​ຫນຶ່ງ​ຊື່ງ​ຊາວ​ບ້ານ​ໄຕ​ຕຶ້ວ ນຳ​ເອົາ​ມາປູກໃນ 3-4 ປີ​ມານີ້. ຖ້າ​ຫາກບໍ່​ຄິດ​ໄລ່​ຢ່າງ​ລະ​ອຽດ ດອກ​ໄມ້​ປະ​ເພດນີ້​ຈະ​ບານ​ໄວ​ກວ່າ​ເມື່ອ​ທຽບ​ໃສ່​ດອກ​ໄມ້​ປະ​ເພດ​ອື່ນ. 

ຕອບກັບ

ຂ່າວ/ບົດ​ອື່ນ