10 ເຫດການກິລາສາກົນດີເດັ່ນໃນປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ

10 ເຫດການກິລາສາກົນດີເດັ່ນໃນປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 1
ງານ​ມະ​ຫາ​ກຳ​ກິ​ລາ Olympic ລະ​ດູ​ຮ້ອນໂລກ

1.ງານ​ມະ​ຫາ​ກຳ​ກິ​ລາ Olympic ລະ​ດູ​ຮ້ອນໂລກ  ເປັນ​ຄັ້ງ​ທຳ​ອິດໄດ້ຈັດ​ຂຶ້ນ​ຢູ່ ອາ​ເມ​ລິ​ກາ​ໃຕ້.

ໂດຍບໍ່​ຫົວ​ຊາ​ຕໍ່​ຄວາມ​ຫຍຸ້ງ​ຍາກ ແລະ ຂາດ​ສະ​ຖຽນ​ລະ​ພາບ, ປະ​ເທດ​ເຈົ້າ​ພາບ ບ​ຣາ​ຊີນ  ​ຈັດ​ຕັ້ງງານ​ມະ​ຫາ​ກຳ​ກິ​ລາ Olympic ລະ​ດູ​ຮ້ອນໂລກ ຄັ້ງ​ທີ 30 ຢູ່​ນະ​ຄອນ Rio de Janeiro ປະ​ສົບ​ຜົນ​ສຳ​ເລັດ. ທີ່ Olympic ຄັ້ງ​ນີ້, ມີ 27 ສະ​ຖິ​ຕິ​ໂລກ ແລະ 91 ສະ​ຖິ​ຕິ Olympic ໄດ້​ສ້າງ​ຂຶ້ນ. ອາ​ເມ​ລິ​ກາ ຢັ້ງ​ຢືນ​ອັນ​ດັບ​ສູງ​ສຸດ​ກ່ຽວ​ກັບ​ກິ​ລາ ເມື່ອ​ຢືນ​ອັນ​ດັບ ​ຫນຶ່ງ ທົ່ວ​ຄະ​ນະ​ນັກ​ກິ​ລາ ດ້ວຍ121 ຫລຽ​ນ, ໃນ​ນັ້ນ ມີ​ຫລຽນ​ຄຳ 46 ຫລຽນ​ໃນ​ຍອດ​ຈຳ​ນວນ 306 ຫລຽນ​ຄຳ​ຂອງ Olympic.

10 ເຫດການກິລາສາກົນດີເດັ່ນໃນປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 2
ທິມ​ບານ​ເຕະ ປ​ອກ​ຕູຍການຊີງ​ຊະ​ນະ​ເລີດ

2. ທິມ​ບານ​ເຕະ ປ​ອກ​ຕູຍການຊີງ​ຊະ​ນະ​ເລີດ​ງານ​ແຂ່ງ​ຂັນ​ບານ​ເຕະ​ເອີ​ລົບ

ເປັນ​ຄັ້​ງ​ທຳ​ອິດມີທິມ​ບານ​ເຕະ 24 ທິມ, ຫລາຍກວ່າ 8 ທິມ​ໄດ້ເຂົ້າ​ຮ່ວມ​ຮອບ​ຊີງ​ຊະ​ນະ​ເລີດ​ໃນງານ​ແຂ່ງ​ຊັນ​ບານ​ເຕະ ​​ເອີ​ລົບ (EURO 2016)ໄດ້​ຈັດ​ຕັ້ງ​ຢູ່ ຝ​ລັ່ງ. ເຖິງວ່າ ບໍ່​ສາ​ມາດຍາດ​ໄດ້​ໄຊ​ຊະ​ນະ​ຢ່າງ​ຂາດ​ຂັ້ນ​ຢູ່​ຮອບຄັດ​ເລືອກ​ກໍ​ຕາມ ແຕ່​ທິມ​ບານ​ເຕະ​ຂອງ​ນັກ​ເຕະ​ບານ Cristiano Ronaldo ສືບ​ຕໍ່​ເຂົ້າ​ຮອບ​ຊີງຊະ​ນະ​ເລີດ, ເອົາ​ຊະ​ນະທິມ​ບານ​ເຕະ  ຝ​ລັ່ງ ແລະ ນຳ​ມາ​ເຊິ່ງ​ລາງວັນຊະ​ນະ​ເລີດ EURO ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ ​ບານເຕະ​ຂອງ ປອຍຕູຍ​ການ.

10 ເຫດການກິລາສາກົນດີເດັ່ນໃນປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 3
ທິມ​ບານ​ເຕ ຈີ​ເລ ​ເປັນຄັ້ງ​ທີ 2 ໃນ 2 ປີ​ລຽນ​ຕິດ (2015- 2016) ຍ​າດ​ໄດ້​ລາງວັນ​ຊະ​ນະ​ເລີດ

3. ຈີ​ເລ ​ສືບ​ຕໍ່​ໄດ້​ຮັບລາງວັນ​ຊະ​ນະ​ເລີດ​ໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ພາກ​ພື້ນ​ອາ​ເມ​ລິ​ກາ​ໃຕ້

ທິມ​ບານ​ເຕ ຈີ​ເລ ​ເປັນຄັ້ງ​ທີ 2 ໃນ 2 ປີ​ລຽນ​ຕິດ (2015- 2016) ຍ​າດ​ໄດ້​ລາງວັນ​ຊະ​ນະ​ເລີດ ໃນ​ງານ​ແຂ່ງ​ຂັນບານ​ເຕະ​ພາກ​ພື້ນ ອາ​ເມ​ລິ​ກາ​ໃຕ້ (Copa America). ປີນີ້ ກໍ​ແມ່ນ​ປີ​ສະ​ເຫລີມ​ສະ​ຫລອງ 100 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະ​ຫະ​ພັນ​ບານ​ເຕະ ອາ​ເມ​ລິ​ກາ​ໃຕ້. ເປັນ​ຫນ້າ​ສົນ​ໃຈ  ​ເປັນ​ຄັ້​ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ, ງານ​ແຂ່ງ​ຂັນ​ບານ​ເຕະ ອາ​ເມ​ລິ​ກາ ໃຕ້ ໄດ້​ຈັດ​ຂຶ້ນ​ຢູ່ ອາ​ເມ​ລິ​ກາ ຊື່ງ​ແມ່ນ​ປະ​ເທດນອນ​ໃນ​ພາກ​ພື້ນ ອາ​ເມ​ລິ​ກາ​ເຫນືອ.

10 ເຫດການກິລາສາກົນດີເດັ່ນໃນປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 4
ສະ​ໂມ​ສອນບານ​ເຕະ Leicester City ຊະ​ນະ​ເລີດ

4. ສະ​ໂມ​ສອນບານ​ເຕະ Leicester City ຊະ​ນະ​ເລີດໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ບັນ​ດາສະ​ໂມ​ສອນ​​ບານ​ເຕະອັງ​ກິດ

​ໂດຍ​ແມ່ນ​ທິມ​ບານ​ເຕະ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ອາດ​ຈະ​ຖ​ືກ​ຫລຸດ​​ອັນ​ດັບໃນ​ຕາ​ຕະ​ລາງ, Leicester ບັງ​ເອີນ​​ເອົາ​ຊະ​ນະ​ຫລາຍ​ທິມ​ບານ​ເຕະ​ໃຫຍ່ຂອງອ​ັງ​ກິດ ເພື່ອ​ຊີງ​ຊະ​ນະ​ເລີດ​ໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ບັນ​ດາ​ສະ​ໂມ​ສອນ​​ບານ​ເຕະ​ຂອງອັງ​ກິດ. ທິ​ມ​ບານ​ເຕະ​ນີ້​ໄດ້​​ກາຍ​ເປັນເລື່ອງ​​ນິ​ທານ​ຍຸກ​ທັນ​ສະ​ໄຫມ​ໃນ​ວົງ​ການ​ກິ​ລາ​ບານ​ເຕະ ແລະ ໄດ້​ຮັບ​ຖື​ວ່າ ແມ່ນ​ຜົນ​ງານ​ດີເລີດ​ໃນ​ປະ​ຫ​ວັດ​ສາດ​ກິ​ລາ​ໂລກ.

10 ເຫດການກິລາສາກົນດີເດັ່ນໃນປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 5
ສະ​ໂມ​ສອນ​ບານ​ເຕ​ະReal Madrid 

5. ​ສະ​ໂມ​ສອນ​ບານ​ເຕ​ະReal Madrid ຄັ້ງ​ທີ 11 ​ໄດ້ຊີງ​ຊະ​ນະ​ເລີດ​ຢູ່ UEFA Champions League

ສະ​ໂມ​ສອນ​ບານ​ເຕະ Real Madrid ຊີງ​ຊະ​ນະ​ເລີດ ເອີ​ລົບ ພາຍ​ຫລັງ​​ເອົາໄຊ​ຊະ​ນະ​ບໍ່​ງ່າຍ​ດາຍ​ຕໍ່​ສະ​ໂມ​ສອນ​ Atletico Madrid ຢູ່​ນະ​ຄອນ​ດຽວ​ກັນ. ຍັງ​ບໍ່​ທັນ​ມີ​ທິ​ມ​ບານ​ເຕະ​ໃດ​ຢູ່ ເອີ​ລົບ ຍາດ​ໄດ້​ຜົນ​ງານ​ສະ​ຫງ່າ​ລາ​ສີ​ຄື Real Madrid ເມື່ອ​ຍາດ​ໄດ້​ຂັນ​ທີ່​ມີ​ຊື່​ສຽງ​ຢູ່ ເອີ​ລົບ ເປັນ11 ຄັ້ງ​ ໃນ​​ລະ​ດັບ​ສະ​ໂມ​ສອນ.

10 ເຫດການກິລາສາກົນດີເດັ່ນໃນປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 6ນັກ​ກິ​ລາ ລອຍ​ນ້ຳ Michael Phelps 

6. Michael Phelps ຍາດ​ໄດ້​ໄຊ​ຊະ​ນະ​ສູງ​ສຸດ​ຢູ່ Olympic 2016

ໃນ​ປະ​ເພດ​ກິ​ລາ​ລ່ອຍ​ນ້ຳ, Michael Phelps ຄວ້າ​ໄດ້​ຫລຽນ​ຄຳ 5 ຫລຽນ ແລະ ຖືກ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ນັກ​ກິ​ລາ​ມີ​​ຫລຽນ​ຄຳ​ຫລາຍ​ຫລຽນ​ກວ່າ​ໝູ່​ຢູ່ Olimpic ລະ​ດູ​ຮ້ອນ ຢູ່ບ​ຣາ​ຊີນ. Michael Phelps ກໍ​ໄດ້​ຮັບ​ກາ​ນ​ຄັດ​ເລືອກ​ເປັນ​ນັກ​ກິ​ລາ​ດີ​ເດັ່ນ​ທີ່​ສຸດ​ໃນ​ Olimpic ຄັ້ງ​ນີ້. ດ້ວຍ​ຜົນ​ງານ​ດັ່ງ​ກ່າວ, Michael Phelps ຄວ້າ​ໄດ້​ຫລຽນ​ຄຳ 23 ຫລຽນ ແລະ ແມ່ນ​ນັກ​ກິ​ລາ​ຍິ່ງໃຫຍ່​ສຸດ​ໃນ​ບັນ​ດາ​ງານ​ມະ​ຫາ​ກຳ​ກິ​ລາ Olympic ​ຍຸກທັນ​ສະ​ໄຫມ.

10 ເຫດການກິລາສາກົນດີເດັ່ນໃນປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 7
 ນັກ​ກິ​ລາ Joseph Schooling

7. Joseph Schooling ກາຍ​ເປັນ​ນັກ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຜູ້​ທຳ​ອິດ​ຄ້​ວາ​ໄດ້​ຫລຽນ​ຄຳ​ໃນ​ກິ​ລາ​ປະ​ເພດ​ລ​ອ່ຍ​ນ້ຳ​ຢູ່ Olympic.

ນັກ​ກິ​ລາ​ລ່ອຍ​ນ້ຳ Joseph Schooling ອາ​ຍຸ 21 ປີ ຂອງ​ສິງ​ກະ​ໂປ ​ເອົາຊະ​ນະ Michael Phelps ໃນ​​ລາຍ​ການລອຍ​ແມງ​ກະ​ເບື້ອ​ຊາຍໄລ​ຍະ100 ແມັດ  ເພື່ອ​ຄວ້າ​ໄດ້​ຫລຽນ​ຄຳ​ອັນ​ລ້ຳ​ຄ່າ ແລະ ສ້າງ​ສະ​ຖິ​ຕິ​ໃຫມ່ຂອງ Olympic ດ້ວ​ຍ​ເວ​ລາ 50 ວິນາ​ທີ  39.

10 ເຫດການກິລາສາກົນດີເດັ່ນໃນປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 8
ນັກ​ເຕະ​ບານ Cristiano Ronaldo 


8. Cristiano Ronaldo ສືບ​ຕໍ່​ໄດ້​ຮັບ​ລາງວັນ​ໝາກ​ບານ​ຄຳ​ເອີ​ລົບ​ ທີ4

 ​ໂດຍ​ສາ​ມາດຊີງ​ລາງວັນຊະ​ນະ​ເລີດ​ກັບ​ສະ​ໂມ​ສອນ Real Madrid ແລະ ກັບ​ທິມ​ຊາດ​ ປອກ​ຕູ​ຍການ, ​ສະ​ນັ້ນ Ronaldo ​ແມ່ນ​ຜູ້ຊະ​ນະ​ໃນ​ການ​ຄັດ​ເລືອກ​ຂອງວາ​ລະ​ສານ France Football. ອັງ​ກິດ ໄດ້​ກາຍ​ເປັນ​ນັກ​ກິ​ລາ ເອີ​ລົບ  ໄດ້​​ຮັບ​ລາງວັນ​ໝາກບານ​ຄຳ​ຫລາຍກວ່າ​ໝູ່, ລື່ນ​ກາຍ​ຜົນ​ງານ​ຂອງ​ບັນ​ດາ​ນັກ​ກິ​ລາ​ເຕະ​ບານ​ຄົນ​ອື່ນທີ່​ມີ​ຊື່​ສຽງ​ຄື: Johan Cruyff, Michel Platini ແລະ Van Basten.

10 ເຫດການກິລາສາກົນດີເດັ່ນໃນປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 9
ນັກ​ກິ​ລາ Andy Murray 

9. Andy Murray ກາຍ​ເປັນ​ນັກ​ກິ​ລາ​​ເທນນິດ​ສອັນ​ດັບ​ຫນຶ່ງ​ຂອງໂລກ

​ດ້ວຍ​ລາງວັນຊະ​ນະ​ເລີດ 8 ຄັ້ງ, Andy Murray ໄດ້​​ເອົາ​ຊະ​ນະ​ຕໍ່ Novak Djokovic ເພື່ອ​ຢື​ນ​ອັນ​ດັບ 1 ຂອງ​ປະ​ຊາ​ຄົມ​​ເທນ​ນິດ​ສຊາຍ​ໂລກ, ກາຍ​ເປັນ​ນັກ​ກິ​ລາເທນ​ນິດ​ສ​ຂອງ ອ​ັງ​ກິດ ຍາດ​ໄດ້​​ລາງວັນ​ນີ້ ນັບ​ແຕ່​ເມື່ອ​​ຖືກຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​​ໃນ​ປີ 1973. ປີ 2016 ໄດ້​ສ້າງ​ຂີດ​ໝາຍ​ໃຫມ່​ໃນ​ຜົນ​ສຳ​ເລັດ​ຂອງ Murray ເມື່ອ​ອ້າຍ​ຄວ້າ​ໄດ້​ຫລຽນ​ຄຳ​ໃນ​ປະ​ເພດ​ກິ​​ລາ​ເທນ​ນິດ​ສຢູ່ Olympic ປີ 2016. ນີ້​ແມ່ນ​ຫລຽນ​ຄຳ​ທີ 2 ຂອງ Murray ໃນ​ Olimpic ດັ່ງ​ກ່າວ.

10 ເຫດການກິລາສາກົນດີເດັ່ນໃນປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 10


10. ອຸ​ປະ​ຕິ​ເຫດເຮືອ​ບິນ​ຕົກ ​ໄດ້​ເຮັດ​ໃຫ້​​ນັກ​ເຕະ​ບານຫລາຍ​ຄົນ​ໃນ​ສະ​ໂມ​ສອນ ບານ​ເຕະChapecoene ຂອງບ​ຣາ​ຊີນ ເສຍ​ຊີ​ວິດ

ອຸ​ປະ​ຕິ​ເຫດ​ເຮືອ​ບິນ​ຕົກ​ ເກີດ​ຂຶ້ນ​ເມື່ອ ສະ​ໂມ​ສອນ​ບານ​ເຕະ Chapecoene ພວມ​ ເດີນ​ທາງໄປ​ເຂົ້າ​ຮ່ວມ​ຮອບ​ຊີງ​ຊະ​ນະ​ເລີດ​ Sudamerica ກັບ​ສະ​ໂມ​ສອນ Atletico Nacional.  ​ເຫດເຮືອ​ບິນ​ຕົກ ໃນ​ເຂດ​ດິນ​ແດນ Clombia ເຮັດ​ໃຫ້​​ວົງ​ການ​ນັກບານ​ເຕະ​ໂລກ ແລະ ກ່ອງ​ເຊຍສະ​ເທືອນ​ໃຈ. ພາຍ​ຫລັງ​ເກີດອຸ​ປະ​ຕິ​ເຫດ​ດັ່ງ​ກ່າວ, ສະ​ຫະ​ພັນ​ບານ​ເຕະ ອາ​ເມ​ລິ​ກາ​ໃຕ້ ຕົກ​ລົງ​ມອບ​ຂັນ​ຊະ​ນະ​ເລີດ Sudamerica ໃຫ້​ສະ​ໂມ​ສອນ Chapecoene./.


ຕອບກັບ

ຂ່າວ/ບົດ​ອື່ນ