ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາມໍລະດົກວັດທະນະທຳ ຫວຽດນາມ

(VOVWORLD) - ຫວຽດນາມແມ່ນປະເທດທີ່ມີ 54 ຊົນເຜົ່າອ້າຍນ້ອງ, ດ້ວຍສາງວັດທະນະທຳປະກອບມີມໍລະດົກທີ່ເປັນວັດຖຸ ແລະ ມໍລະດົກບໍ່ເປັນວັດຖຸ. ບັນດາມໍລະດົກວັດທະນະທຳຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ຮັກສາຈາກລັດ ແລະ ປະຊາຄົມສັງຄົມ, ພ້ອມທັງລະດົມໄດ້ການສະໜັບສະໜູນ, ການປະກອບສ່ວນຂອງປະຊາຊົນທຸກຊັ້ນວັນນະໃນການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າອີກ.
ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາມໍລະດົກວັດທະນະທຳ ຫວຽດນາມ - ảnh 1ພິທີໄຂ ສັບປະດາ “ມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ“

ໃນ 6 ປີຜ່ານມາ, ເມື່ອຮອດເດືອນ 11 ປະຈຳປີ, ຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ, ກໍ່ດຳເນີນສັບປະດາ “ມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ“. ສັບປະດາ “ມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ“ ປີ 2017 ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງທີ່ວາດພາບໃຫ້ເຫັນ: ວັດທະນະທຳຕະຫຼາດນ້ຳ ກ໋າຍຣັງ - ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ; ການສະແດງສິລະປະເດິນກາຕ່າຍຕື (ຂັບຮ້ອງດົນຕີພື້ນເມືອງ) ພາກໃຕ້ - ມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ເປັນຕົວແທນຂອງມວນມະນຸດ...ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນ, ປະຊາຊົນບັນດາເຜົ່າໃນທຸກແຖບຖິ່ນຂອງປະເທດ. ນອກນັ້ນຢູ່ທີ່ນີ້ຍັງດຳເນີນບັນດາລາຍການພົບປະແລກປ່ຽນວັດທະນະທຳ ສິລະປະ, ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ. ທ່ານນາງ ຫງວຽນທິເຟືອງ, ຊົນເຜົ່າເມື່ອງ, ແຂວງ ຮ່ວາບິ່ງ, ໃຫ້ຮູ້ວ່າ:

        “ຄະນະຈັດຕັ້ງເຫດການໄດ້ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າໄດ້ພົບປະກັນເພື່ອມີຄວາມເຂົ້າໃຈກ່ຽວກັບສີສັນວັດທະນະທຳຂອງກັນກວ່າ, ທັງສາມັກຄີກັນເພື່ອສ້າງຊີວິດການເປັນຢູ່. ມາແຫ່ງນີ້, ພວກຂ້າພະເຈົ້າໄດ້ຮັບແນະນຳບັນດາສີສັນວັດທະນະທຳຂອງຕົນ, ຈາກນັ້ນຈະເພີ່ມຄວາມສາມັກຄີສະໜິດຕິດພັນລະຫວ່າງບັນດາເຜົ່າ ເພື່ອກໍ່ສ້າງປະເທດ ຫວຽດນາມ ໃຫ້ນັບມື້ນັບກ້າວໜ້າເຂັ້ມຂຸ້ນໄປດ້ວຍສີສັນຊາດ“.

        ພ້ອມກັບການຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳສິລະປະແລ້ວ, ຢູ່ທີ່ນີ້ຍັງຈັດຕັ້ງກອງປະຊຸມສຳມະນາເພື່ອຮັກສາ, ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງພື້ນຖານວັດທະນະທຳ, ອະນຸລັກຮັກສາບັນດາມໍລະດົກວັດທະນະທຳ ຜ່ານການພັດທະນາການທ່ອງທ່ຽວ.

        ຄຽງຂ້າງບັນດາມໍລະດົກບໍ່ເປັນວັດຖຸແລ້ວ, ຫວຽດນາມ ຍັງມີ 8 ມໍລະດົກວັດທະນະທຳ ແລະ ມໍລະດົກທຳມະຊາດໂລກ, ທີ່ໄດ້ຮັບການຮັບຮອງຈາກ UNESCO ຄື: ອ່າວຫ້າລອງ, ວັນມ໋ຽວກວົກຕືຢ໋າມ, ພະລາຊະວັງທັງລອງ. ຈ່າງອານ, ເຂດວິຫານ ໝີເຊີນ… ພ້ອມກັບປູຊະນີຍະສະຖານ, ທັດສະນີຍະພາບທີ່ສວຍງາມນັບພັນແຫ່ງ, ນີ້ຈະແມ່ນບັນດາສະຖານທີ່ດຶງດູດນັກທ່ອງທ່ຽວ, ນຳມາເຊິ່ງມູນຄ່າບໍ່ແມ່ນໜ້ອຍໃນການພັດທະນາເສດຖະກິດການທ່ອງທ່ຽວ ແລະ ດຶງດູດການລົງທຶນ. ຕາມທ່ານ ຫງວຽນແມ້ງເກື່ອງ, ອະດີດຮອງຫົວໜ້າກົມໃຫຍ່ທ່ອງທ່ຽວແລ້ວ, ການຂຸດຄົ້ນມໍລະດົກຮັບໃຊ້ການທ່ອງທ່ຽວແມ່ນກາລະໂອກາດເພື່ອໂຄສະນາມໍລະດົກ, ສ້າງພາບພົດສະຖານທີ່ທ່ອງທ່ຽວໃຫ້ປະເທດ ເພື່ອດຶງດູດນັກທ່ອງທ່ຽວ, ນຳມາເຊິ່ງແຫຼ່ງລາຍຮັບໂດຍກົງ ແນໃສ່ລົງທຶນໃຫ້ວຽກງານຄຸ້ມຄອງ, ອະນຸລັກຮັກສາມໍລະດົກຄືນໃໝ່.

        “ໂດຍຜ່ານບັນດາການເຄື່ອນໄຫວທ່ອງທ່ຽວ, ບັນດາມໍລະດົກວັດທະນະທຳ ແລະ ທຳມະຊາດ ກໍ່ຄືຄຸນຄ່າວັດທະນະທຳຂອງ ຫວຽດນາມ ຈະໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງເຖິງປະເທດຕ່າງໆໃນໂລກ. ຖ້າຫາກບໍ່ມີການທ່ອງທ່ຽວ ຈະບໍ່ມີຜູ້ໂຄສະນາ, ບໍ່ມີຜູ້ເຂົ້າຮ່ວມ, ຊອກຮູ້, ບັນດາມໍລະດົກຈະຄ່ອຍໆຖືກທຳລາຍໄປ“.

ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາມໍລະດົກວັດທະນະທຳ ຫວຽດນາມ - ảnh 2ອ່າວຫ້າລອງ (ພາບ: vnexpress) 

        ຢູ່ອ່າວຫ້າລອງ, ມໍລະດົກທຳມະຊາດໂລກນັ້ນ, ບັນດາຍຸດທະສາດ, ລາຍການ, ແຜນການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ. ຄຽງຂ້າງບັນດາຄຸນຄ່າທຳມະຊາດຂອງມໍລະດົກທີ່ໄດ້ຮັບການອະນຸລັກຮັກສາຢ່າງເດັດຂາດແລ້ວ, ບັນດາສະຖານທີ່ທ່ອງທ່ຽວຢູ່ອ່າວ ຫ້າລອງ ກໍ່ໄດ້ມີໂສມໜ້າໃໝ່, ມີຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະຫຼາຍຢ່າງໄດ້ຮັບການສ້າງຂຶ້ນ, ອັນໄດ້ສ້າງຄວາມດຶງດູດໃຫ້ແກ່ນັກທ່ອງທ່ຽວ. ທ່ານນາງ ຫງວຽນຮ່ວຽນແອງ, ຮອງຫົວໜ້າຄະນະຄຸ້ມຄອງອ່າວ ຫ້າລອງ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າກຳນົດວ່າ ການອະນຸລັກຮັກສາມໍລະດົກຍັງຄົງແມ່ນໜ້າທີ່ສຳຄັນທີ່ສຸດ. ບັນດາຄຸນຄ່າເຊິ່ງ UNESCO ຮັບຮອງນັ້ນເອງ ໄດ້ສ້າງເປັນເຄື່ອງໝາຍການທ່ອງທ່ຽວໃຫ້ແກ່ອ່າວ ຫ້າລອງ. ເມື່ອພັດທະນາການທ່ອງທ່ຽວ, ພວກຂ້າພະເຈົ້າກໍ່ມຸ່ງໄປເຖິງການພັດທະນາແບບຍືນຍົງ, ເສີມຂະຫຍາຍບັນດາຄຸນຄ່າດີທີ່ສຸດກ່ຽວກັບອ່າວ ຫ້າລອງ ເພື່ອໃຫ້ນັກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບມໍລະດົກຂອງພວກຂ້າພະເຈົ້າກວ່າອີກ“.

        ໄປຄຽງຄູ່ກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກແລ້ວ, ຫວຽດນາມ ກໍ່ພວມຍູ້ແຮງວຽກງານສຶກສາ, ໂຄສະນາໃຫ້ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ ກ່ຽວກັບການຮັກສາບັນດາມໍລະດົກວັດທະນະທຳອີກ.

        ປັດຈຸບັນ, ຂະແໜງວັດທະນະທຳ ແລະ ທ້ອງຖີ່ນຕ່າງໆພວມປະຕິບັດແບບວິທີທົ່ວສັງຄົມເຂົ້າຮ່ວມວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ຈາກນັ້ນລະດົມທຸກແຫຼ່ງກຳລັງ ແລະ ການປະກອບສ່ວນຂອງປະຊາຊົນ. ນີ້ແມ່ນບັນດາປັດໃຈສຳຄັນເພື່ອໃຫ້ ຫວຽດນາມ ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ, ບັນດາມໍລະດົກວັດທະນະທຳ, ສິລະປະເຊິ່ງໄດ້ຮັບການຮັບຮອງຈາກໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ