ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກຂັບກວານຫໍ້ຢູ່ເຂດແຄມແມ່ນ້ຳເກົ່າ

(vovworld) - ​ເພງ​ພື້ນ​ເມືອງ​ກວານ​ຫໍ້​ຂອງ ຫວຽດນາມ ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ທີ່​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ​ເມື່ອ​ປີ 2009. ຢູ່​​ເຂດແຄມ​ແມ່​ນ້ຳ​ ​ເກົ່າ, ບັນດາ​ລ່ຽນອ້າຍ​, ລ່ຽນ​ເອື້ອຍ (ຜູ້​ຂັບ​ກວານ​ຫໍ້​) ພວມ​ຮັກສາສາງ​ກວານ​ຫໍ້​ເດີມ, ​ອະນຸລັກ​ຮັກສາ​ມໍລະດົກ​ໃນ​ຊີວິດ​ການ​ເປັນ​ຢູ່ຍຸກ​ປະຈຸ​ບັນ​ໄວ້​ຢ່າງ​ໝັ້ນຄົງ.

ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກຂັບກວານຫໍ້ຢູ່ເຂດແຄມແມ່ນ້ຳເກົ່າ - ảnh 1
ຢູ່ ບັກຢາງ ມີສະໂມສອນຂັບກວານຫໍ້ປະມານ 42 ແຫ່ງ

        ​ເມື່ອ​ຮອດ​ຕອນ​ແລງ​ວັນ​ເສົາ​ຂອງທຸກ​ອາ​ທິດ, ສຽງ​ຂັບ​ກວານ​ຫໍ້​ທັງ​ຟົດ​ຟື້ນ, ທັງອອນ​ຊອນ, ກໍ່​ດັງ​ກ້ອງ​ກັງວານ​ຈາກ​ເຮືອນຫຼັງ​ໜຶ່ງ​, ທີ່​ຕັ້ງ​ຢູ່​ທ້າຍ​ໝູ່ບ້ານ ມິດ​ຕະພາບ, ຕາ​ແສງ ນິງ​ເຊີນ, ​ເມືອງ ຫວຽດອຽນ, ​ແຂວງ ບັກ​ຢາງ. ​ການ​ເຄື່ອນ​ໄຫວນີ້​ໄດ້​ດຳ​ເນີນ​​ເປັນ​ປະ​ຈຳ​ມາ​ເປັນ​ເວ​ລາ 20 ປີ​ແລ້ວ.​ເຖິງວ່າ​ບັນ​ດາ​ຜູ້​ຂັບ​ກວານ​ຫໍ້​ມີ​ອາ​ຊີບ, ເຮັດ​ວຽກ​ງານ​ທີ່​ແຕກ​ຕ່າງ​ກັນ, ບາງ​ຄົນ​ເຮັດ​ນາ, ບາງ​ຄົນ​ຄ້າຂາຍ, ບາງ​ຄົນ​ແມ່ນ​ພະນັກງານ​ກິນ​ເບ້ຍ​ບຳນານກໍ່​ຕາມ, ​ແຕ່​ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ຄວາມ​ເມົາ​ມົວ​ຂັບ​ກວານ​ຫໍ້. ​ເມື່ອ​ນຸ່ງ​ຊຸດ​ໂສ້ງ​ເສື້ອພື້ນ​ເມືອງ, ຖື​ກຸບ​ກວາ​ຍທາວ, ຂັບ​ກວານ​ຫໍ້, ​ເຂົາ​ເຈົ້າ​ທຸກ​ຄົນ​ລ້ວນ​ແຕ່ກາຍ​ເປັນ​ລ່ຽນ​ອ້າຍ, ລ່ຽນ​ເອື້ອຍ​ທີ່​ມີ​ຄວາມ​ສະ​ເໜ ແລະ ສຸພາບ, ບໍ່​ເມີນ​ເສີຍ​ເຖິງ​ວຽກ​ງານ​ຕິດ​ເຄືອງ​ປະຈຳ​ວັນອີກ. ​ແມ່​ເຖົ້າ ຫງວຽນ​ທິ​ໂມ, ອາຍຸ 80 ປີ, ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ຄາວ​ຍັງ​ນ້ອຍ, ຂ້າພະ​ເຈົ້າ​ໄດ້​​ແອບ​ຂັບ​ກວ​ານ​ຫໍ້ນຳ​ພວກ​ເອື້ອຍ, ພວກ​ແມ່. ​​ເວລາ​ນັ້ນ​ບໍ່​ທັນ​ມີ​ສະ​ໂມ​ສອນເພື່ອ​ເຂົ້າ​ຮ່ວມ, ປະຈຸ​ບັນ, ​ເມື່ອ​ກິນ​ເບ້ຍ​ບຳນານ​ແລ້ວ​ຈຶ່ງ​ເຂົ້າ​ຮ່ວມ​ສະ​ໂມ​ສອນ, ທຳນອງ​ເພງ​ກວານ​ຫໍ້​ເດີມ​ຂັບ​ຍາກ​ຫຼາຍ, ​ແຕ່​ພັດ​ມີ​ຄວາມ​ໝາຍ ​ແລະ ​ເລິກ​ເຊິ່ງ .“

ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກຂັບກວານຫໍ້ຢູ່ເຂດແຄມແມ່ນ້ຳເກົ່າ - ảnh 2
ສະ​ໂມ​ສອນ ກວາງ​ຫໍ້ ບ້ານ​ມິດຕະພາບ​ສ່ວນ​ຫລາຍ​ແມ່ນ​ຜູ້​ມີ​ອາຍຸ​ສູງ
 
ແມ່​ເຖົ້າ ​ໂມ ຍັງ​ເວົ້າ​ວ່າ, ​ຕ້ອງ​ຂັບ​ກວານ​ຫໍ້​ຄື​ແນວ​ໃດ​ເພື່ອໃຫ້​​ສຽງ​​ດັງກ້ອງ​ກັງວານ, ສົດ​ໃສ, ຈະ​ແຈ້ງ. ປະຈຸ​ບັນ​ພວກແມ່​ເຖົ້າ​ລ້ວນ​ແຕ່​ມີ​ອາຍຸ​ສູງ​ແລ້ວ, ​ເຖິງ​ວ່າ​ສຽງ​ຂັບ​ຮ້ອງ​ບໍ່ດັງ​ກ້ອງ​ກັງວານ​ຄື​ລຸ້ນໜຸ່ມ​, ​ແຕ່​ເຂົາ​ເຈົ້າ​ຍັງ​ປະກອບສ່ວນ​ພ້ອມ​ກັບ​ອ້າຍ​ເອື້​ອຍນ້ອງ​ຮັກສາທຳ​ນອງ​ເພງ​ພື້ນ​ເມືອງ​ຂອງ​ບ້ານ​ເກີດ​ເມືອງ​ນອນ​ໄວ້. ທ່ານ ​ເຈິ່ນວັນ​ເຖ, ຫົວໜ້າ​ສະ​ໂມ​ສອນ​ໃຫ້​ຮູ້​ດ້ວຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ວ່າ, ບ້ານ​ມິດຕະພາບ ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 5 ບ້ານ​ຂັບ​ກວານ​ຫໍ້​ເດີມ​ຂອງ​ເມືອງ ຫວຽດອຽນ, ​ແມ່ນ​ໜຶ່ງ​ໃນຈຳ​ນວນ 49 ໝູ່​ບ້ານ​​ທຳ​ອິດຂອງ​ເຂດ​ພາກ​ເໜືອ​ໄດ້​ຮັບ​ການ​ຮັບຮອງ​​ຈາກ UNESCO. ທຳນອງ, ສຽງ​ເພງ​ຢູ່​ທີ່​ນີ້​ມີ​ຈຸດ​ທີ່​ເປັນ​ສັນຍາ​ລັກສະ​ເພາະ, ປະສານ​ສົມທົບ​ລະຫວ່າງ​ຄວາມ​ສົດ​ໄສ, ຟົດ​ຟື້ນ​ຂອງ​ຂັບ​ແຈ່ວ, ຄວາມດູດ​ດື່ມ​ຂອງ​ຂັບ​ຢ້ຳ, ຄວາມ​ເລິກ​ເຊິ່ງຂອງ​ຂັບ​ກາ​ຈູ່, ຄວາມ​ທຳ​ມະ​ດາ​ຜ່າ​ເຜີຍ​ຂອງ​ເພງ​ພື້ນ​ເມືອງ​ໃນ​ເຂດ​ພາກ​ຕ່າງໆ. ​ເຖິງ​ວ່າ​ການ​ຂັບ​ກວານ​ຫໍ້​ໃນ​ປະຈຸ​ບັນ​ຈະ​ງ່າຍ​ກວ່າ, ​ນຳ້​​ສຽງ​ສະຫວາດສະ​ເຫວີຍ​ກວ່າ, ແລະ ໄດ້​ຮັບ​ການປະສານ​ກັບ​ສຽງ​ດົນຕີ, ​​ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່ຜູ້​ຟັງ​ກວ່າກໍ່ຕາມ, ​ແຕ່​ບັນດາ​ນັກ​ສິລະ​ປະ​ຢູ່​ທີ່​ນີ້​ຍັງ​ຄົງ​ຮັກສາ​ວິທີ​ຂັບ​ເດີມ​ໄວ້​ຢູ່, ທ່ານ ​ເທ໋ ​ໃຫ້​ຮູ້​ວ່າ:

        “ພວກ​ອາວ​ໄດ້​ຮຽນ​ຂັບ​ບັນດາ​ທຳນອງ​ເພງ​ກວານ​ຫໍ້ເດີມ​ຈາກ​ລຸ້ນພໍ່​ລຸ້ນອ້າຍ​ໃນ​ໝູ່​ບ້ານ, ກໍ່​ຄືໄປນະຄອນ ບັກ​ນິງ ​ເພື່ອ​ຮຽບຮຽງ ​ແລະ ຮຽນ​ວິທີ​ຂັບກວານ​ຫໍ້ຢູບ້ານ​ຕ່າງໆ, ​ເຊັ່ນ​​ໝູ່​ບ້ານ ວຽມຊ໋າ, ຂຸກ​ຕ້ວາຍ, ​ເຈິ​ມ​ເຄ. ຫຼັງ​ຈາກ​ນັ້ນ​ກໍ່​ສອນ​ໃຫ້​​ສະ​ມາ​ຊິກ​ໃນສະ​ໂມ​ສອນ. ປະຈຸ​ບັນ​ສະ​ໂມ​ສອນມີ​ສະມາຊິກ​ຫຼາຍ​ຄົນ​ສາມາດ​ຂັບ​ກວານ​ຫໍ້​ໄດ້​ນັບ​ຮ້ອຍ​ບົດ “. 

ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກຂັບກວານຫໍ້ຢູ່ເຂດແຄມແມ່ນ້ຳເກົ່າ - ảnh 3    

ສອງ​ເອື້ອຍ​ນ້ອງ​ປ້າ​ຫງວຽນ​ທິ​ໂນ ​ແລະ ຫງວຽນ​ທິຫ໋ວນ
ມີ​ອາຍຸ 80 ປີ​ແລ້ວ​ແຕ່​ຍັງ​ເມົາ​ມົວ​ກັບ​ຂັບ​ກວານ​ຫໍ້


​ໃນ​ຫຼາຍ​ປີຜ່ານມາ, ຜົວ​ເມຍ​ທ່ານ ​ເທ໋ ພ້ອມ​ກັບ​ບັນດາ​ນັກ​ສິລະ​ປະ​ໃນ​ໝູ່​ບ້ານ​ໄດ້​ເປີດ​ຊຸດ​ຮຽນ​ຂັບ​ກວານ​ຫໍ້​ໃຫ້​ຫຼາຍ​ຄົນ​ໃນ​ທຸກ​ເກນ​ອາຍຸ, ພິ​ເສດ​ແມ່ນ​ບັນດາ​ເດັກນ້ອຍ​ເຍົາວະ​ຊົນ​ໃນ​ໝູ່​ບ້ານ. ຢູ່​ບ້ານ​ມິດຕະພາບ, ມີ​ເດັກນ້ອຍ​ອະນຸບານ​ຫຼາຍ​ຄົນ​ເຖິງວ່າຍັງ​ບໍ່​ທັນ​ຮູ້​ໜັງ​ສື, ​ແຕ່ໄດ້​ເລີ່​ມ​ແອບ​ຂັບກວານ​ຫໍ້​ແລ້ວ. ມີ​ຫຼາຍ​ຄອບຄົວ​ທັງ 3, 4 ລຸ້ນ​ຄົນ​ລ້ວນ​ແຕ່​ຮູ້​ຂັບ​ກວານ​ຫໍ້.

        “ລຸ້ນ​ໜຸ່ມໃນ​ໝູ່​ບ້ານ​ກໍ່​ມີ​ຄວາມນິ​ຍົມ​ຂັບ​ກວານ​ຫໍ້, ເຂົາ​ເຈົ້າ​ຮຽນ​ຂັບ​ກວານ​ຫໍ້ໄວ​ທີ່​ສຸດ, ຮັບ​ຟັງ​ພຽງ​ສອງ, ສາມ​ເທື່ອ​ກໍ່​ສາ​ມາດ​ຂັບ​ຮ້ອງ​ໄດ້​ໃນ​ທັນ​ທີ. ລຸ້ນ​ໜຸ່ມ​ຕ້ອງ​ແອບ​ຂັບ​ເປັນ​ປະ​ຈຳ​ເພື່ອ​ສືບ​ທອດ​ໃຫ້​ຄົນ​ລຸ້ນຫຼັງ​ອີກ”.

        ສະ​ໂມ​ສອນ​ກໍ່​ຈັດ​ຕັ້ງ​ງານ​ພົບ​ປະ​ແລກ​ປ່ຽນ​ກັບ​ບັນ​ດາ​ໝູ່​ບ້ານ​ຂັບ​ກວານ​ຫໍ້​ອື່ນໆ​ເປັນ​ປະ​ຈຳ, ເຂົ້າ​ຮ່ວມງານ​ປະ​ກວດ​ສຽງ​ເພງ​ພື້ນ​ເມືອງ​ຂອງ​ແຂວງ, ຂອງ​ປະ​ເທດ, ມີ​ນັກ​ສິ​ລະ​ປະ​ໄດ້​ນຳ​ເອົາ​ສຽງ​ເພງກວານ​ຫໍ້​ໄປ​ສະ​ແດງ​ຢູ່​​ຕ່າງ​ປະ​ເທດ. ທ່ານ ດ່າວ​ຈ້ອງ​ກາ, ຫົວ​ໜ້າ​ຫ້ອງວັດ​ທະ​ນະ​ທຳ​ເມືອງ ຫວຽດ​ອຽນ, ແຂວງ ບັກ​ຢາງ, ກໍ່​ແມ່ນ​ລ່ຽນ​ອ້າຍຜູ້ມີ​ປະ​ສົບ​ການ, ໃຫ້​ຮູ້​ວ່າ, ຫວຽດ​ອຽນ ​ເຄີຍ​ຈັດ​ງານ​ປະ​ກວດ​ສຽງ​ເພງກວານ​ຫໍ້​ເປັນ​ປະ​ຈຳ​ເພື່ອແນ​ໃສ່​ຊຸກ​ຍູ້​ຂະ​ບວນ​ການ​ມະ​ຫາ​ຊົນ, ແລະ ພົບ​ເຫັນ, ບຳ​ລຸງ​ສ້າງ​ບັນ​ດາ​ລ່ຽນ​ອ້າຍ, ລ່ຽນ​ເອື້ອຍ​ຜູ້​ມີ​ຄວາມ​ສາ​ມາດ. ມາ​ຮອດ​ປະ​ຈຸ​ບັນເມືອງ ຫວຽດ​ອຽນ ​​ໄດ້ເປີດ​ຫ້ອງ​ຮຽນ​ຂັບ​ກວານ​ຫໍ້ 100  ຫ້ອງ​ໃຫ້​ຜູ້​ນິ​ຍົມ​​ທຸກ​ເກນ​ອາ​ຍຸ​ເພື່ອ​ເຮັດ​ໃຫ້​ກວານ​ຫໍ້​ກ້າວ​ເຂົ້າ​ສູ່ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ​. ທ່ານ ດ່າວ​ຈ້ອງ​ກາ, ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ, ຂ້າ​ບວນ​ການ​ໄດ້​ຮັບ​ການ​ຂະ​ຫຍາຍ​ອອກ​ຢ່າງກວ້າງ​ຂວາງ, ແຕ່​ຕ້ອງ​ເຮັດ​ແນວ​ໃດ​ໃຫ້​ມີ​ຄຸນ​ນະ​ພາບ, ແລະ ຕ້ອງຂັບ​ຮ້ອງ​ຄື​ແນວ​ໃດ​ໃຫ້ຖືກ​ກັບ​​ວິ​ທີ​ທີ່ເປັນ​ມູນ​ເຊື້ອ. ພວກ​ຂ້າ​ພະ​ເຈົ້າ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ຂັບ​ກວານ​ຫໍ້​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂອງ​ທ້ອງ​ຖີ່ນ. ຜ່ານຂັບ​ກວານ​ຫໍ້, ຈຸດ​ໝາຍ​ຕົ້ນ​ຕໍ​ຂອງ ຫວຽດ​ອຽນ​ ແມ່ນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ປະ​ຊາ​ຄົມ​ຕິດ​ພັນ​ກັບ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ. ກວານ​ຫໍ້​ແມ່ນ​ພື້ນ​ຖານ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ. ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ໝາຍ​ເພື່ອ​ໃຫ້ພວກ​ຂ້າ​ພະ​ເຈົ້າ​ສູ້​ຊົນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ທ້ອງ​ຖີ່ນ”.

ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກຂັບກວານຫໍ້ຢູ່ເຂດແຄມແມ່ນ້ຳເກົ່າ - ảnh 4
ຂະ​ບວນການ​ຂັບ​ກວານ​ຫໍ້ ບໍ​ພຽງ​ແຕ່​ພັດທະນາ​ຢ່າງ​ແຮງຢູ່​ບັນດາ​ໝູ້ບ້ານ
​ຂອງ ບັກ​ຢາງ ​ເທົ່າ​ນັ້ນ ຫາກ​ຍັງ​ເປີດ​ກ້ວາງ​ຢູ່​ບັນດາ​ງານ​ປະ​ກວດ​ໃຫຍ່​ອີກ​ດ້ວຍ

        ຮັກ​ສາ​ມູນ​ເຊື້ອ​ໃນ​ການ​ດຳ​ລົງ​ຊີ​ວິດຍຸກ​ປະ​ຈຸ​ບັນ, ຮັກ​ສາ​​ວັດ​ທະ​ນະ​ທຳ​ທີ່​ເປັນມູນ​ເຊື້ອ​ເພື່ອ​ສືບ​ທອດ​ໃຫ້ຄົນ​ລຸ້ນຫຼັງ, ນັ້ນ​ແມ່ນ​ວຽກ​ງານ​ທີ່​ຜູ້​ຂັບ​ກວານ​ຫໍ້​ລຸ້ນ​ຕ່າງໆ​ຢູ່​ແຄມ​ແມ່​ນ້ຳ​ ເກົ່າ​ພວມ​ປະ​ຕິ​ບັດ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ຂອງ​ຊາດ​ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ