ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກເຫຼື້ອມໃສເຊື່ອຖືບູຊາພະແມ່ໃນປະຊາຄົມ

(vovworld) - ຫວຽດນາມ​ຫາ​ກໍ່​ໄດ້​ຮັບ​ໃບ​ຢັ້ງຢືນ​ຈາກອົງການ​ສຶກສາ, ວັດທະນະທຳ ​ແລະ ວິທະຍາສາດ ສະຫະ​ປະຊາ​ຊາດ (UNESCO) ວ່າ “ການ​ເຫຼື້ອມ​ໃສ​​ເຊື່ອ​ຖືບູຊາ​ພະ​ແມ່​ຕາມ​ຝູ (ພະແມ່ 3 ພະນາງ) ຂອງ​ຊາວ ຫວຽດນາມ“ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ທີ່​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ. ນີ້​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ ຫວຽດນາມ, ທັງ​ເປັນ​ການ​ຢືນຢັນ​ຄຸນຄ່າ​ຂອງ​ມໍລະດົກ​ນີ້.

ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກເຫຼື້ອມໃສເຊື່ອຖືບູຊາພະແມ່ໃນປະຊາຄົມ - ảnh 1

ການເຂົ້າຊົງຢູ່ໂກນເຊີນ - ກຽບບາກ, ແຂວງ ຫາຍເຢືອງ
 (ພາບ: Lan Anh/VOV5)

ການ​ເຫຼື້ອມ​ໃສ​​ເຊື່ອ​ຖືບູຊາ​ພະ​ແມ່​ລວມມີ​ບັນດາ​ພິທີ​ບູຊາ, ພິທີ​ເຂົ້າ​ຊົງ, ຂັບ​​ແຈ່ວວັນ ​ແລະ ພິທີ​ງານ​ບຸນ, ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ງານ​ບຸນ ຝູ​ໄຢ່, ​ແຂວງ ນາມ​ດິ້ງ. ການ​ເຫຼື້ອມ​ໃສ​ບູຊາ​ສະ​ແດງ​ໃຫ້​ເຫັນ​ບັນດາ​ປັດ​ໃຈ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຄື: ຊຸດ​ເຄື່ອງນຸ່ງ, ດົນຕີ, ຟ້ອນລຳ​ພື້ນ​ເມືອງ ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ ຫວຽດນາມ. ການ​ເຫຼື້ອມ​ໃສ​​ເຊື່ອ​ຖືບູຊາ​ພະ​ແມ່​ຕາມ​ຝູ ​ເຄີຍ​ດຳ​ເນີນ​ຢູ່​ຫຼາຍ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ, ​ໃນ​ນັ້ນ​ແຂວງ ນາມ​ດິ້ງ ​ໄດ້​ຮັບ​ຖື​ວ່າ​ເປັນ​ໃຈກາງ, ດ້ວຍ​ສະຖານ​ທີ່​ບູຊາ​​ພະ​ແມ່ປະມານ 400 ​ແຫ່ງ. ການ​ເຫຼື້ອມ​ໃສ​​ເຊື່ອ​ຖືບູຊາ​ພະ​ແມ່​ມີ​ຄຸນ​ຄ່າວັດທະນະທຳ​ມະນຸດ​ຢ່າງ​ເລິກ​ເຊິ່ງ, ຕິດ​ພັນ​ກັບ​ຊີວິດ​ທາງ​ດ້ານ​ຈິດ​ໃຈ ​ແລະ ບັນດາ​ຮີດຄອງ​ປະ​ເພນີ​ຂອງ​ປະຊາຊົນ​. ​ການ​ເຫຼື້ອມ​ໃສ​ເຊື່ອ​ຖື​ພະ​ແມ່ ໄດ້​ຮັບ​ຄວາມ​ນັບຖືຈາກ​ປະຊາ​ຄົມ ​ແລະ ​ໄດ້​ຮັບ​ການສືບ​ທອດມາ​ຫຼາຍ​ເຊັ່ນ​ຄົນ.

        ວັນທີ 1/12/2016, ​ໃນ​ວາລະ​ປະຊຸມ​ຄົບ​ຄະນະ ກອງ​ປະຊຸມ​ຄັ້ງ​ທີ 11 ຂອງຄະນະ​ກຳມະການ​ລະຫວ່າງ​ລັດຖະບານ UNESCO, ຄະນະ​ກຳມະການ​ໄດ້​ອອກ​ມະຕິ​ຮັບຮອງ “ການ​ເຫຼື້ອມ​ໃສ​​ເຊື່ອ​ຖືບູຊາ​ພະ​ແມ່​ຕາມ​ຝູຂອງ​ຊາວ ຫວຽດນາມ“ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ທີ່​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ​ຢ່າງ​ເປັນ​ທາງ​ການ. ພາຍຫຼັງ “ການ​ເຫຼື້ອມ​ໃສ​​ເຊື່ອ​ຖືບູຊາ​ພະ​ແມ່​ຕາມ​ຝູຂອງ​ຊາວ ຫວຽດນາມ“ ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ທີ່​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ​ນັ້ນ, ຂະ​ແໜງ​ວັດທະນະທຳ​ໄດ້​ຜັນ​ຂະຫຍາຍ​ລາຍການ​ກະທຳ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ມໍລະດົກ​ນີ້. ລາຍການ​ກະທຳ​ລວມມີ: ການສືບ​ຕໍ່​​ຮັບ​ຮູ້​ຄຸນຄ່າ, ຄົ້ນ​ຄ້ວາ, ກວດກາ​ຮຽບຮຽງ, ຫັນ​ ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ “ການ​ເຫຼື້ອມ​ໃສ​​ເຊື່ອ​ຖືບູຊາ​ພະ​ແມ່​ຕາມ​ຝູຂອງ​ຊາວ ຫວຽດນາມ“ ​ແລະ ບັນດາ​ປະ​ເພນີ, ພິທີການ, ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຕິດ​ພັນ​ກັບ​ມໍລະດົກເປັນ​ເອກະສານ. ​ເພື່ອ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ ການ​ເຫຼື້ອມ​ໃສ​​ເຊື່ອ​ຖືບູຊາ​ພະ​ແມ່​ໃນໝູ່​ປະຊາ​ຄົມ​ໃຫ້​ດີ. ສາ​ດສະ​ດາ​ຈານ, ປອ ຫງວຽນ​ຈີ໋ເບັ່ນ, ອະດີດ​ຫົວໜ້າ​ສະ​ຖາ​ບັນ​ວັດທະນະທຳ ສິລະ​ປະ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ການ​ສຶກສາ​​ໃຫ້ຖັນ​ແຖວ​ບັນດາ​ຜູ້​ດຳ​ເນີນອາຊີບ​ ເຫຼື້ອມ​ໃສ​​ເຊື່ອ​ຖືນີ້. ພ້ອມ​ທັງ​​ເຮັດໃຫ້​ປະຊາຊົນ​ເຂົ້າ​ໃຈ​ແຈ້ງ, ການ​ເຫຼື້ອ​ມໃສ​ເຊື່ອ​ຖື​ນີ້​ບໍ່​​ແມ່ນພຽງ​ແຕ່​ມີ​ການ​ເຂົ້າ​ຊົງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ງານ​ບຸນ, ການ​ແຕ່ງ​ວັນນະຄະດີ​ອີກ​ດ້ວຍ. ຕ້ອງ​ຈຳ​ແນ​ກລະຫວ່າງ​ການ​ເຫຼື້ອມ​ໃສ​ເຊື່ອ​ຖື ກັບ​ການ​ເຊື່ອ​ຖື​ການ​ເຂົ້າ​ຊົງແບບ​ງົມງວາຍ​.“

        ​ເພື່ອ​ຮັກສາ​ບັນດາ​ຄຸນຄ່າ​ທີ່​ເປັນ​ມູນ​ເຊື້ອ​ຂອງການ​ເຫຼື້ອມ​ໃສ​​ເຊື່ອ​ຖືບູຊາ​ພະ​ແມ່​ໃຫ້​ເໝາະ​ສົມ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ຊາດ, ບັນດາ​ນັກ​ຄົ້ນ​ຄ້ວາ, ຄຸ້ມ​ຄອງ​ວັດທະນະທຳ​ຢູ່ ຫວຽດນາມ ​ໄດ້​ມີ​ຂໍ້​ຕົກລົງກ່ຽວ​ກັບ​ການຈັດ​ຕັ້ງ​ພິທີ​ເຂົ້າ​ຊົງ, ​ເຄື່ອງ​ຂອງ​ບູຊາ, ​ເຄື່ອງນຸ່ງ, ການ​ແຕ່ງ​ຕົວ, ດົນຕີ, ການ​ໃຫ້​ພອນ… ປອ ລື​ວມິ​ງຈີ້, ປະທານ​ສະພາ​ມໍລະດົກ​ວັດທະນະທຳ ທັງ​ລອງ - ຮ່າ​ໂນ້ຍ, ຖື​ວ່າ:

        “ການ​ເຂົ້າ​ຊົງ​ແມ່ນ​ຕ້ອງ​ດຳ​ເນີນ​ໃຫ້​ຖືກຕ້ອງ​ບໍ່​​​ໃຫ້​ປ່ຽນ​ຮູບ​ເດີມ, ນັບ​ທັງ​ປະຕິກິ​ລິ​ຍາ ​ແລະ ສຳນວນ​ບົດ​ເພງ. ພິ​ເສດ​ແມ່ນ​ບໍ່​ໄດ້​ຫັນ​ເປັນ​ການ​ຄ້າ. ​ເພີ່ມ​ທະວີ​ການ​ໂຄສະນາ ​ແລະ ຄຸ້ມ​ຄອງ, ປັບປຸງ, ປະກອບ​ຄວາມ​ເຫັນ​ ​ເພາະວ່າ​ວັດທະນະທຳ​ເຫຼື້ອມ​ໃສ​ເຊື່ອ​ຖື​ແມ່ນ​ການ​ເຄື່ອນ​ໄຫວ​​ດ້ານ​ຈິດ​ວີນຍານ“.

ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກເຫຼື້ອມໃສເຊື່ອຖືບູຊາພະແມ່ໃນປະຊາຄົມ - ảnh 2

ເຄື່ອງນຸ່ງຖືໃນການເຂົ້າຊົງ ກໍ່ແມ່ນຄວາມງາມຂອງການເຫຼື້ອມໃສບູຊາພະແມ່
(ພາບ: Lan Anh/VOV5)

        ກະຊວງວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ກໍ່​ໄດ້​ປະກາດ “ລາຍການ​ດຳ​ເນີນ​ງານ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ການ​ເຫຼື້ອມ​ໃສ​​ເຊື່ອ​ຖືບູຊາ​ພະ​ແມ່​ຕາມ​ຝູຂອງ​ຊາວ ຫວຽດນາມ​ ໄລຍະ 2017 - 2020“, ຕາມ​ນັ້ນ​ແລ້ວ, ນັບ​ແຕ່​ປີ 2017 – 2019 ​ແມ່ນ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ​ກ່ຽວ​ກັບ​ພິທີການ​ເຂົ້າ​ຊົງ, ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຂອງ​ພິທີງານ​ບຸນ​ຈຳນວນ​ໜຶ່ງ, ຮຽບ​ຮຽງ, ຄົ້ນ​ຄ້ວາ, ຫັນ​ເປັນ​ເອກະສານ, ສ້າງ​ເວັບ​ໄຊ​ກ່ຽວ​ກັບການ​ເຫຼື້ອມ​ໃສ​​ເຊື່ອ​ຖື​ບູຊາພະ​ແມ່. ​ໃນ​ໄລ​ຍະ​ແຕ່​ປີ 2020 - 2022 ​ແມ່ນ​ປະຕິບັດ​ການ​ສອນ​ຂັບ​ລຳ, ​ໂຄສະນາ​ມໍລະດົກ, ສຳ​ເລັດ ​ແລະ ອັບ​ເດັດ​ການ​ກວດກາ​ຮຽບຮຽງ​ແຫ່ງ​ຊາດ ກ່ຽວ​ກັບການ​ເຫຼື້ອມ​ໃສ​​ເຊື່ອ​ຖືບູຊາ​ພະ​ແມ່​ຕາມ​ຝູ​ເວົ້າ​ສະ​ເພາະ ​ແລະ ການ​ບູຊາ​ພະ​ແມ່​ຢູ່ ຫວຽດນາມ ເວົ້າ​ລວມ. ສາດສະ​ດາ​ຈານ, ປອ ​ໂງ​ດຶກ​ທິ້ງ, ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ ອະນຸລັກ​ຮັກສາ​ວັດທະນະທຳ​ເຫຼື້ອມ​ໃສ​ເຊື່ອ​ຖືຂອງ ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ຊອກ​ຫາ​ວິທີ​ຄຸ້ມ​ຄອງ​ຢ່າງ​ເໝາະ​ສົມ​ເພື່ອ​ໃຫ້​ປະຊາຊົນ​ມີ​ສະຕິ​ກວ່າ​​ໃນການ​ເຫຼື້ອມ​ໃສ​​ເຊື່ອ​ຖື​ຂອງ​ເຂົ້າ​ເຈົ້າ. ສິ່ງ​ສຳຄັນ​ແມ່ນ​ການ​ກະທົບ​ຂອງ​ວັດທະນະທຳ​ນີ້ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ປ່ຽນ​ແປງ​ເອງ ​ແລະ ມີ​ສະຕິ​ຮັບຜິດຊອບ​ຕໍ່​ມໍລະດົກ ​ແລະ ການ​ປົກ​ປັກ​ຮັກສາ​ມໍລະດົກກວ່າ. ພຶດຕິ​ກຳ​ຕົວ​ຈິງ​ສະ​​ແດງ​ໃຫ້​ເຫັນ​ວ່າ, ຖ້າ​ປະຊາຊົນ​ບໍ່​ເຂົ້າ​ຮ່ວມ​ແມ່ນ​ບໍ່​ສາມາດ​ປະຕິບັດສຳ​ເລັດ​ໄດ້.“

ການ​ເຫຼື້ອມ​ໃສ​​ເຊື່ອ​ຖືບູຊາ​ພະ​ແມ່​ຕາມ​ຝູ ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ປອງ​ດອງ​ຊາດ. ທຸກ​ຄົນ​ລ້ວນ​ແຕ່​ສາມາດ​ເຂົ້າ​ຮ່ວມ​ໄດ້, ​ໂດຍ​ບໍ່​ຈຳ​ແນ​ກທ່າ​ອ່ຽງດ້ານ​ການ​ເມືອງ, ສາສະໜາ, ​​ອາຍຸ, ​ເພດ, ອາຊີບ. ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ “ການ​ເຫຼື້ອມ​ໃສ​​ເຊື່ອ​ຖືບູຊາ​ພະ​ແມ່​ຕາມ​ຝູຂອງ​ຊາວ ຫວຽດນາມ“ ປະກອບສ່ວນ​ເພີ່ມ​ທະວີ​ທີ່​ຕັ້ງ, ບົດບາດ​ຂອງ​ມໍລະດົກ​ວັດທະນະທຳ​ທີ່​ມີ​ຕໍ່​ສັງຄົມ, ສ້າງ​ຄວາມ​ຮັ່ງມີ​ໃຫ້​ວັດທະນະທຳ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງຫວຽດນາມ ກໍ່​ຄື​ຂອງ​ມວນ​ມະນຸດ.


ຕອບກັບ

ຂ່າວ/ບົດ​ອື່ນ