ການອະນຸລັກຮັກສາວັດທະນະທຳຫວຽດນາມ ໃນງານບຸນທີ່ເປັນມູນເຊື້ອ

(vovworld)-  ຫວຽດ​ນາມ ແມ່ນ​ປະ​ເທດ​ມີ​ຫລາຍ​ງານ​ບຸນ ດ້ວຍ​ການ​ເຄື່ອ​ນ​ໄຫວ​ອຸ​ດົມ​ສົມ​ບູນ ແລະ​ຫລາຍ​ຮູບ​ຫລາຍ​ສີ, ພິ​ເສດ ໃນ​ລະ​ດູ​ບານ​ໃຫມ່ ແມ່ນ​ຈຸ​ດ​ເວ​ລາ ​ ​ງານ​ບຸນຕ່າງໆ​ໄດ້​ຈັດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ. ປະ​ຊາ​ຊົນ ແມ່ນພາກ​ສ່ວນ​ຕົ້ນ​ຕໍ ຂອງ​ງານ​ບຸນ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ງານ​ບຸນ. ບົດ​ຂຽນ​ຂອງ​ນັກ​ຂ່າວ ງອກ​ແອງ​ທີ່​ມີ​ຫົວ​ຂໍ້​ວ່າ: ການ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ໃນ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ.

ການອະນຸລັກຮັກສາວັດທະນະທຳຫວຽດນາມ ໃນງານບຸນທີ່ເປັນມູນເຊື້ອ - ảnh 1
                                     ງານ​ບຸນ​ລີມ


       ຕາມ​ການ​ສະ​ຖິ​ຕິ​ຂອງ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ແລ້ວ​, ປະ​ຈຸ​ບັນ ທົ່ວ​ປະ​ເທດ​ມີ​ປະ​ມານ 8.000 ງານ​ບຸນ (ໃນ​ນັ້ນ ກວ່າ 7000 ງານ​ບຸນ​ພື້ນ​ເມືອງ, ກວ່າ 330 ງານ​ບຸນ​ປະ​ຫວັດ​ສາດ​ປະ​ຕິ​ວັດ, ກວ່າ 540 ງານ​ບຸນ​ສາ​ສະ​ຫນາ ແລະ 10 ງານ​ບຸນ​ແມ່ນ​ມາ​​ຈາກ​ຕ່າງ​ປະ​ເທດ). ຄວາມ​ຕ້ອງ​ການ​ຈັດ​ຕັ້ງ​ງານ​ບຸນ​ໄດ້​ແຜ່​ລາມ​ອອກ​ສູ່​ບັນ​ດາ​ທ້ອງ​ຖິ່ນ​​ເກືອບ​ທັງ​ໝົດໃນ​ທົ່ວ​ປະ​ເທດ, ພິ​ເສດ​ແມ່ນ​ງານ​ບຸນ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ. ການ​ອະ​ນຸ​ລັກ​ຮັກ​ສາ ແລະ ຈັດ​ຕັ້ງ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງກວ້າງ​ຂວາງ​ຂອງ​ປະ​ຊ​າ​ຊົນ​ທຸກ​ຊັ້ນ​ວັນ​ນະ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​​ເຂົ້າໃນ​ການ​ພົວ​ພັນ​ແລກ​ປ່ຽນ, ການ​ເຊື່ອມ​ຕົວ​​ເຂົ້າກັບ​ບັນ​ດາ​ພື້​ນ​ຖານ​ວັດ​ທະ​ນະ​ທຳ​ຂອງ​ໂລກ. ທ່ານ ຫງວຽນ​ງອກ​ທ້ຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ຈັດ​ຕັ້ງ​ບັນ​ດ​າ​ງານ​ບຸນ​ດ້ວຍ​ຈຸດ​ປະ​ສົງ​ແມ່ນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ເຂົ້າ​ຮ່ວມເປັນ​ຈຳ​ນວນ​ຫລວງ​ຫລາຍ. ບັນ​ດາ​ຄຸນ​ຄ່າ​​ດ້ານວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ ພວກ​ເຮົາ​ຕ້ອງ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີ​ມ​ຂະ​ຫຍາຍ. ບັນ​ດາ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ໃນ​ຍຸ​ກ​ປະ​ຈຸ​ບັນ​ແມ່ນເໝາະ​ສົມ​ກັບ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ຫາກບໍ່​ແມ່ນ​​ການອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄື​ກ່ອນນີ້.”

        ຫນຶ່ງ​ໃນ​ບັນ​ດາ​ສິ່ງ​ທີ່​ນຳ​ມາ​ເຊິ່ງ​ຄວາມ​ດູດດື່ມ​ຂອງ​ງານ​ບຸນ ນັ້ນ​ແມ່ນ​ການ​ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ສິ​ລະ​ປະ, ບັນ​ດາ​ການ​ລະ​ຫລິ້ນ​ພື້ນ​ເມືອງ ແລະ ກິ​ລາ. ບັນ​ດາ​ການ​ເຄື່ອນ​ໄຫວນີ້​ໄດ້​ສ້າງ​ບັນ​ຍາ​ກາດ​ຟົດ​ຟື້ນ, ຄວາມ​ຈູບ​ຈ້າວ​ຫ້າວ​ຫັນ​ໃຫ້​ແກ່​ປະ​ຊາ​ຊົນ, ​ແລະ ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ງານ​ບຸນ. ຜ່ານນັ້ນ ຍັງ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊາດ. ຜົນ​ສຳ​ເລັດ​ຂອງ​ງານ​ບຸນ​ກໍ​ແມ່ນ​ການ​ນຳ​ງານ​ບຸນ​ກັບ​ຄືນ​ສູ່​ກົກ​ເຄົ້າ​ເງົ້າ​ກໍ​ຂອງ​ມັນ, ຊື່ງ​ແມ່ນ​ສະ​ຖານ​ທີ່​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ເຈົ້າ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົນ​​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຮອງ​ສາດ​ສະ​ດາ​ຈານ, ປອ ດັ້ງ​ວັນ​ບາຍ, ຮອງ​ປະ​ທານ​ສະ​ມາ​ຄົມ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຖື​ວ່າ:

        “ໃນງານ​ບຸນ​ມີ​ເຂດ​ວັດ​ທະ​ນະ​ທຳ​ກ້​ວາງ​ຂວາງ ເພື່ອ​ສຶກ​ສາ​ອົບ​ຮົມມູນ​ເຊື້ອ​ ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ. ການ​ສຶກ​ສາ​ມໍ​ລະ​ດົກ​ຕ້ອງ​ກາຍເປັນ​​ໂຄງການ​ຂອງ​ຊາດ. ຍ້ອນ​ມີ​ການ​ສຶກ​ສາ​ມໍ​ລະ​ດົກ​ນັ້ນ ບັນ​ດາ​ແບບ​ຢ່າງ​ດີ​ເດັ່​ນ​ຊື່ງ​ຄົນ​ລຸ້ນກ​ອ່ນ​ຍົກ​ອອກ​​ມາໃນ​ງານ​ບຸນ​ຈະ​ຊືມ​​ເລິກເຂົ້າ​​ຈິດ​ໃຈ​ຂອງແຕ່​ລະ​ບຸກ​ຄົນ, ສະ​ກັດ​ກັ້ນ​ການ​ເສື່ອມ​ທາດ​ຂາດ​ຄຸນ​ດ້ານ​ຄຸນ​ສົມ​ບັດ, ທຳ​ລາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ”

ການອະນຸລັກຮັກສາວັດທະນະທຳຫວຽດນາມ ໃນງານບຸນທີ່ເປັນມູນເຊື້ອ - ảnh 2
ການ​ຂັບ​ແຈ່ວ​ໃນ​ງານ​ບຸນ


        ງານ​ບຸນ​ໄດ້​ສ່ອງ​ແສງ​ເຖິງບັນ​ດາ​ການ​ດຳ​ເນີນ​ຊີ​ວິດ, ຄວາມ​ມຸ້ງ​ຫວັງ​ພ້ອມ​ກັບ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ​ປະ​ຊາ​ຊົນໃນ​ຫລາຍ​ດ້ານ​ຂອງ​ຊີ​ວິດ​ການ​ເປັນ​ຢູ່; ພ້ອມ​ກັນ​ນັ້ນ ຜ່ານ​ງານ​ບຸນ​ພູມ​ປັນ​ຍາ, ​ສິນ​ລະ​ທຳ, ອາ​ລົມ​ຈິດ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ເຊີດ​ຊູ. ຜ່ານ​ການ​ຈັດ​ຕັ້ງ​ງານ​ບຸນ ປະ​ຊາ​ຊົນ​ໄດ້​ຊົມ​ໃຊ້ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ດ້ານ​ວັດ​ທະ​ນະ​ທຳ​ກວ່າ. ທ່ານ​ນາງ ຟ້າມ​ທິ​ລານ​ແອງ, ຫົວ​ຫນ້າ​​​ຂະ​ແຫນງຄຸ້​ມ​ຄອງ​ມໍ​ລະ​ດົກ, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​​ຂອງງານ​ບຸນ​ໃນ​ຊີ​ວິດ, ພວກ​ເຮົາ​​ຕ້ອງເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ, ພິ​ເສດ​ແມ່ນ​ໂຄ​ສະ​ນາ​ຜ່ານ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ. ການ​ໂຄ​ສະ​ນາບໍ່​ພຽງ​ແຕ່​ເພື່ອ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ງານ​ບຸນ​ເທົ່າ​ນັ້ນ ຫາກ​ຍັງ​ໂຄ​ສະ​ນາ​ເພື່ອ​ໃຫ້​ປະ​ຊ​າ​ຊົນ​​ມີ​ສະ​ຕິ​ໃນ​ການຮັກ​ສາ​​ວິ​ຖີ​​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ, ສີ​ວິ​ໄລໃນ​ການ​ດຳ​ເນີນ​ງາ​ນ​ບຸ​ນ. ເມື່ອ​ປະ​ຊາ​ຊົນ​ຮັບ​ຮູ້​ໄດ​້​ຄຸນ​ຄ່າ​ຂອງ​ງານ​ບຸນ, ຮູ້​​ຈັກ​ເຖິງສິ່ງ​ທີ່​ດີ​ງາມ ນັ້ນ​ກໍແມ່ນເຂົາ​ເຈົ້າ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງ​ງານ​ບຸນ.”

ຫວຽດ​ນາມ ມີ 54 ຊົນ​ເຜົ່າ. ແຕ່​ລະ​ຊົນ​ເຜົ່າ​ໃນ​ປະ​ເທດ​ຫວຽດ​ນາມ ມີ​ບັນ​ດາ​ງານ​ບຸນ​ທີ່​ແຕກ​ຕ່າງ​ກັນ, ນັ້ນ​ແມ່ນ​ສີ​ສັນ, ຮີດ​ຄອງ​ປະ​ເພ​ນີ, ແມ່ນ​ຈຸດ​ພິ​ເສດ​ສະ​ເພາະ​ ຂອງ​ແຕ່​ລະ​ຊົນ​ເຜົ່າ. ງານ​ບຸນ​ໄດ້​ສືບ​ທອດຈາກ​​ຄົນລຸ້ນ​​ນີ້​ໄປ​ສູ່ຄົນ​ລຸ້ນ​ອື່ນ, ແມ່ນ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຄົນ​ລຸ້ນ​ກ່ອນ​ທີ່​ມີມາ​ນັບ​ພັນ​ປີ. ເລື່ອງ​ຈັດ​ຕັ້ງບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ງານ​ບຸນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແມ່ນ​ມີ​ຄຸນ​ປະ​ໂຫຍດ​ໃນ​ການ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວ ແລະ ຍັງ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ພົວ​ພັນ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ຫວຽດ​ນາ​ມ ກັບ​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. 


ຕອບກັບ

ຂ່າວ/ບົດ​ອື່ນ