ການອະນຸລັກຮັກສາວັດທະນະທຳເຂດຊາຍແດນ

(VOVWORLD) -ການອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງແຕ່ລະຊົນເຜົ່າ ໃນມະຫາຄອບຄົວບັນດາເຜົ່າ ຫວຽດນາມ ແມ່ນບັນຫາໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະ ລັດ ຫວຽດນາມ ເພາະວ່າວັດທະນະທຳ ທັງແມ່ນພື້ນຖານວັດທະນະທຳທາງດ້ານຈິດໃຈ ທັງແມ່ນເປົ້າໝາຍກຳລັງໜູນຂອງການພັດທະນາຂອງຊາດ. ເຖິງຢ່າງໃດກໍ່ຕາມໃນໄລຍະເຊື່ອມໂຍງເຂົ້າກັບສາກົນ, ສີສັນວັດທະນະທຳຂອງບາງຊົນເຜົ່າ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຖືກສູນຫາຍໄປ, ຕ້ອງການມີມາດຕາການອະນຸລັກຮັກສາໄວ້
ການອະນຸລັກຮັກສາວັດທະນະທຳເຂດຊາຍແດນ - ảnh 1ຊາວເຜົ່າໄຕກັບສິລະປະພິນຕິ້ງ-ຂັບແທນ 

ຊີວິດວັດທະນະທຳຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍຢູ່ຕາມເຂດຊາຍແດນ ມີຜົນສະທ້ອນຢ່າງຈະແຈ້ງຈາກຂະບວນວິວັດແຊກຊຶມ ທາງດ້ານວັດທະນະທຳລະຫວ່າງສອງຟາກຊາຍແດນ. ພ້ອມກັບບັນດາຜົນສະທ້ອນທີ່ດີນັ້ນ ກໍ່ມີບັນດາຜົນສະທ້ອນໂດຍກົງ ຫຼື ໂດຍທາງອ້ອມເຮັດໃຫ້ຈາງຫາຍໄປ, ຍິ່ງກວ່າ ນັ້ນກໍ່ເຮັດໃຫ້ສີສັນວັດທະນະທຳພື້ນເມືອງທີ່ໄດ້ຮັບການຮັກສາໄວ້ ຜ່ານຫຼາຍລຸ້ນຄົນຖືກສູນເສຍໄປ. ນາງ ຮວ່າງທິແອັງຕວຽດ ຊາວເຜົ່າໄຕ່ ສັງກັດຄະນະສິລະກອນແຂວງ ກາວບັ່ງ ໃຫ້ຮູ້ວ່າ ນາງຊົມຊອບບັນດາທຳນອງເພງຂັບແທນ ຢູ່ບ້ານເກີດເມືອງນອນຂອງຕົນ ແລະ ບໍ່ພຽງແຕ່ຮັກສາເທົ່ານັ້ນ ນາງຍັງໂຄສະນາສິລະປະຂັບແທນຜ່ານການເດີນທາງໄປສະແດງຢູ່ຕ່າງແຂວງອີກດ້ວຍ. ນາງ ຮວ່າງທິແອັງຕຽດ ເວົ້າວ່າ:

  “ຢູ່ບ້ານເກີດຂອງຂ້ອຍ, ຊາວເຜົ່າສ່ວນໜ້ອຍກວມເປັນສ່ວນຫຼາຍ, ດັ່ງນັ້ນ ບັນດາຊົນເຜົ່າພື້ນຖານ, ບັນດາຈຸດວັດທະນະທຳພື້ນຖານກໍ່ຕ້ອງໄດ້ຮັບການຮັກສາໄວ້ ບໍ່ອາດຈະປະປ່ອຍໃຫ້ມັນສູນຫາຍໄປ ເພາະວ່າມັນກໍ່ເດີນຕາມຮີດຄອງປະເພນີ, ການເຫຼື້ືອມໃສສາສະໜາ”.

  ໂດຍແມ່ນທ້ອງຖິ່ນທີ່ມີຊາຍແດນຕິດກັບປະເທດເພື່ອນຈີນ, ເມືອງ ຈຸງແຂັງ ແຂວງ ກາວບັ່ງ ພວມແມ່ນສະຖານທີ່ທ່ອງທ່ຽວທີ່ລືຊື່  ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມທັດສະນະສຶກສາເປັນຈຳນວນຫຼວງຫຼາຍ. ແຂກທ່ອງທ່ຽວສ່ວນຫຼາຍກໍ່ມີຄວາມສົນໃຈເຖິງສີສັນວັດທະນະທຳ. ນອກຈາກບັນດາສິນພິເສດ, ບັນດາເຍື່ອງອາຫານແລ້ວ ສິລະປະຂັບແທນຂອງຊົນເຜົ່າໄຕ່-ນຸ່ງຢູ່ເຂດຊາຍແດນນີ້ ກໍ່ພວມສະແດງໃຫ້ເຫັນແຈ້ງບົດບາດ ແລະ ປະສິດທິຜົນໃນການດຶງດູດແຂກທ່ອງທ່ຽວ. ທ່ານ ມົງວັນລຸກ ຮອງປະທານຄະນະກຳມະການປະຊາຊົນເມືອງ ຈຸງແຂັງ ແຂວງ ກາວບັ່ງ ໃຫ້ຮູ້ວ່າ ເພື່ອອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຂອງສິລິປະຂັບແທນຢ່າງມີປະສິດທິຜົນນັ້ນ, ສຳຄັນແມ່ນຕ້ອງເສີມຂະຫຍາຍບົດບາດຂອງປະຊາຊົນ, ເປັນເຈົ້າກຳຂອງສິລະປະຂັບແທນ. ທ່ານ ມົງວັນລຸກ ກ່າວວ່າ:

“ໄລຍະທີ່ຜ່ານມາ, ພວກຂ້າພະເຈົ້າກໍ່ໄດ້ສົມທົບກັບສະມາຄົມອະນຸລັກຮັກສາ ການຂັບລຳທຳເພງພື້ນເມືອງຂອງແຂວງ ເພື່ອຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນ, ພ້ອມທັງເກັບຮັກສາ, ປະດິດຄິດແຕ່ງ, ຖ່າຍທອດ, ເສີມຂະຫຍາຍບັນດາຄຸນຄ່າຂອງສິລະປະຂັບແທນນັ້ນ, ພວກເຮົາກໍ່ເປີດບັນດາຊຸດຮຽນ ຂັບແທນ ພິມຕິງ, ທັງນີ້ກໍ່ເພື່ອເປັນການອະນຸລັກຮັກສາ ແລະ ມຸ່ງໄປສູ່ການເສີມຂະຫຍາຍສິລະປະປະເພດນີ້ໃນການຮັບໃຊ້ແຂກທ່ອງທ່ຽວ. ທາງດ້ານກົນໄກ, ພວກຂ້າພະເຈົ້າກໍ່ໄດ້ປະຕິບັດກົນໄກຫັນເປັນວຽກງານຂອງສັງຄົມ ເພື່ອສ້າງເງື່ອນໄຂໃຫ້ແກ່ປະຊາຊົນທຸກຊັ້ນຄົນໄດ້ພົວພັນແລກປ່ຽນ”.

 ການອະນຸລັກຮັກສາສິລະປະຂັບແທນ ແມ່ນບັນຫາໄດ້ຮັບຄວາມສົນໃຈຈາກຫຼາຍຄົນ, ພິເສດແມ່ນລະບອບບຸລິມະສິດສຳລັບເຈົ້າກຳຂອງສິລະປະຂັບແທນ. ນັກສິລະປະການຂັບແທນ ພິມຕິງ ຫງວຽນວັນເຖາະ ຊາວເຜົ່າ ໄຕ່ຢູ່ແຂວງ ຫຼ້າງເຊີນ ເວົ້າວ່າ:

“ຂ້າພະເຈົ້າຫວັງວ່າການນຳຂັ້ນຕ່າງໆຈະມີນະໂຍບາຍ ເພື່ອໃຫ້ບັນດານັກສິລະປະການຮັກສາບັນດາຄວາມເປັນເອກະລັກ ທາງດ້ານວັດທະນະທຳພື້ນເມືອງ ແລະ ເຂົາເຈົ້າຈະແນະນຳວັດທະນະທຳນັ້ນ ໃຫ້ຫຼາຍຄົນອື່ນຮູ້ຈັກເຖິງ. ມີບັນດານັກສິລະປະການ, ເຂົາເຈົ້າກໍ່ໄດ້ອຸທິດສ່ວນແບບງຽບໆ, ເຂົາເຈົ້າເອງກໍ່ແມ່ນແຫຼ່ງສະສົມວັດທະນະທຳຊົນເຜົ່າຢ່າງໃຫຍ່ຫຼວງ, ເຂົາເຈົ້ານຳໃຊ້ທຶນຮອນດ້ານວັດທະນະທຳຂອງຕົນ ເພື່ອໄປໂຄສະນາໃນໝູ່ບ້ານຕ່າງໆ, ແຕ່ເຂົາເຈົ້າບໍ່ໄດ້ຮັບນາມມະຍົດຫຍັງໝົດ”.

ເບິ່ງຄືວ່າສິ່ງທີ່ເປັນໜ້າສົນໃຈກວ່າໝູ່ ກໍ່ແມ່ນການພັດທະນາເສດຖະກິດສັງຄົມໃນປັດຈຸບັນ, ກໍ່ມີຫຼາຍປະເພດວັດທະນະທຳຈາກພາຍນອກແຊກຊຶມເຂົ້າ ມາຫວຽດນາມ, ເຮັດໃຫ້ເກີດຄວາມສ່ຽງສູນເສຍ ບັນດາສີສັນວັດທະນະທຳພື້ນເມືອງຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍ. ພ້ອມກັນນັ້ນ ບັນດານັກສິລະປະການທີ່ມີຄວາມເຂົ້າໃຈ ແລະ ມີຄວາມກະຕືລືລົ້ນກັບວັດທະນະທຳບັນດາເຜົ່າສ່ວນໜ້ອຍກໍ່ບໍ່ຫຼາຍອີກ. ເພາະສະນັ້ນ ກໍ່ຕ້ອງການມີວິທີອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງແບບຍືນຍົງ. ທ່ານນາງ ຫງວຽນຮົ່ງເວິນ ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຕ້ອງໂຄສະນາ ເພື່ອໃຫ້ປະຊາຊົນເຂົ້າໃຈໄດ້ເຖິງຄຸນຄ່າຂອງປະເພດສິລະປະຂັບແທນ. ປັດຈຸບັນ ສະມາຄົມຂັບລຳທຳເພງພື້ນເມືອງຂອງແຂວງ ກໍ່ໄດ້ຕັ້ງໜ້າຖ່າຍທອດ ແລະ ພວກຂ້າພະເຈົ້າກໍ່ພະຍາຍາມໃນຊຸມປີທີ່ຈະມາເຖິງ, ທຸກໆເມືອງໃນແຂວງ ກາວບັ່ງ ຈະສ້າງຕັ້ງບັນດາສະມາຄົມຂັບລຳທຳເພງພື້ນເມືອງ”.

 ການອະນຸລັກຮັກສາ ແລະ ພັດທະນາບັນດາຄຸນຄ່າວັດທະນະທຳພື້ນເມືອງ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ ຕ້ອງໄປຄຽງຄູກັບການລົບລ້າງບັນດາແນວຄິດ, ຮີດຄອງປະເພນີຫຼ້າຫຼັງ. ໃນຍາວນານ, ຂະແໜງວັດທະນະທຳແຂວງ ກາວບັ່ງ ຈະຕັ້ງໜ້າຜັນຂະຫຍາຍບັນດາບາດ ກ້າວເດີນທີ່ຈຳເປັນ ເພື່ອອາດຈະອະນຸລັກຮັກສາບັນດາຄຸນຄ່າສິລະປະຂັບແທນຢ່າງມີປະສິດທິຜົນ   .

ຕອບກັບ

ຂ່າວ/ບົດ​ອື່ນ