ການຮັກສາ,ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຕິດພັນກັບຍຸດທະສາດພັດທະນາ

(vovworld) – ຫວຽດ​ນາມ ແມ່ນ​ປະ​ເທດ​ທີ່​ມີ​ມູນ​ເຊື້ອ​ປະ​ຫວັດ​ສາດ, ດ້ວຍ 54 ຊົນ​ເຜົ່າ​ທີ່​ແຕກ​ຕ່າງ​ກັນ. ຍ້ອນ​ເຫດ​ນັ້ນ, ວັດ​ທະ​ນະ​ທຳ ຫວຽດ​ນາມ ຈຶ່ງ​ມີຫຼາຍ​ຮູບຫຼາຍ​ສີ, ອຸ​ດົມ​ສົມ​ບຸນ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ. ​ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ອະ​ນຸ​ລັກ​ຮັກ​ສາ, ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳຕິດ​ພັນ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ໂດຍ​ສະ​ເພາະ​ແມ່ນ​ໃນ​ສະ​ພາບ​ທີ່ ຫວຽດ​ນາມ​ ພວມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ.

ການຮັກສາ,ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຕິດພັນກັບຍຸດທະສາດພັດທະນາ - ảnh 1
(ພາບປະກອບ)

ຫວຽດ​ນາມ ມີ​ສາງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຢ່າງ​ໃຫຍ່ຫຼວງ ດ້ວຍ​ມໍ​ລະ​ດົກ​ທີ່​ມີ​ຮູບ​ຮ່າງ​ປະ​ມານ 40.000 ຢ່າງ ແລະ ມໍ​ລະ​ດົກ​ບໍ່​ມີ​ຮູບ​ຮ່າງ 60.000 ຢ່າງ. ມີ​ມໍ​ລະ​ດົກ​ທີ່​ມີ​ຮູບ​ຮ່າງ ແລະ ບໍ່​ມີ​ຮູບ​ຮ່າງຫຼາຍ​ຢ່າງ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ​ເປັນ​ມໍ​ລະ​ດົກ​ໂລກ. ຕາມ​ປະ​ລິ​ຍາ​ເອກ ຫງວຽນ​ເທ໋​ຮຸ່ງ, ຫົວ​ໜ້າ​ກົມ​ມໍ​ລະ​ດົກ (ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ) ແລ້ວ, ໃນ​ຍຸດທະ​ສາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຫວຽດ​ນາມ ມີ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ເໝາະ​ສົມ, ພິ​ເສດ​ແມ່ນ​ສ້າງ​ກົນ​ໄກ​ເພື່ອ​ໃຫ້​ປະ​ຊາ​ຊົນ, ປະ​ຊາ​ຄົມ​ສັງ​ຄົມ, ວິ​ສາ​ຫະ​ກິດ​ໄດ້​ເຂົ້າ​ຮ່ວມ​ການ​ຂຸດ​ຄົ້ນ, ຊົມ​ໃຊ້ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ມໍ​ລະ​ດົກນີ້.

ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ມີ​ສາຍ​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ ແລະ ຂຶ້ນ​ກັບ​ກັນ. ການ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ມີ​ຄວາມ​ໝາຍ​ດຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ​ກົງ​ກັນ​ຂ້າມ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຕ້ອງ​ຖື​ເລື່ອງ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳແມ່ນ​ໜ້າ​ທີ່, ແລະ ວຽກ​ງານ​ເປັນ​ປະ​ຈຳ. ລັດ​ປັບ​ປຸງ​ລະ​ບົບ​ກົດ​ໝາຍ, ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍເກື້ອ​ກຸນສຳ​ລັບ​ນັກ​ສິ​ລະ​ປະ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ບຳ​ລຸງ​ສ້າງ, ຄຸ້ມ​ຄອງວັດ​ທະ​ນະ​ທຳ”.

ການຮັກສາ,ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຕິດພັນກັບຍຸດທະສາດພັດທະນາ - ảnh 2
(ພາບປະກອບ)

ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ແມ່ນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ພ້ອມ​ກັນ​ນັ້ນ, ການ​ພັດ​ທະ​ນາ​ກໍ່​ເພື່ອ​ແນ​ໃສ່​ຮັບ​ໃຊ້​ໃຫ້​ແກ່​ການ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ. ສາ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ ຫງວຽນ​ຈ້ອງ​ຈວນ, ອະ​ດີດ​ຫົວ​ໜ້າ​ສະ​ຖາ​ບັນ​ປັດ​ສະ​ຍາ - ສະ​ພາມະ​ຫາ​ບັນ​ດິດ ວິ​ທະ​ຍາ​ສາດ​ສັງ​ຄົມ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

ສັງ​ຄົມ​ໜຶ່ງ​ທີ່​ທັນ​ສະ​ໄໝ, ຖ້າ​ຫາກ​ບໍ່​ມີ​ປັດ​ໃຈ​ວັດ​ທະ​ນະ​ທຳ, ແມ່ນ​ບໍ່​ສາ​ມາດ​ເວົ້າ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໄດ້. ປະ​ເທດ​ໜຶ່ງ​ຢາກ​ພັດ​ທະ​ນາ, ໂດຍ​ສະ​ເພາະ​ແມ່ນ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແມ່ນ​ຕ້ອງ​ມີ​ການ​ສືບ​ທອດ, ເລືອກ​ເຟັ້ນ​ບັນ​ດາ​ສິ່ງ​ທີ່​ລ້ຳ​ຄ່າ​ໂດຍ​ລຸ້ນ​ກ່ອນ​ປະ​ດິດ​ສ້າງ ແລະ ປະ​ໄວ້. ວັດ​ທະ​ນະ​ທຳ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 4 ເສົາ​ຄ້ຳ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ໝາຍ​ຄວາມ​ວ່າ​ຢູ່ຄຽງ​ຂ້າງ​​ບັນ​ດາ​ເສົາ​ຄ້ຳ​ເສດ​ຖະ​ກິດ, ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ. ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຮັກ​ສາ​ບົດ​ບາດ​ເປັນ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພັດ​ທະ​ນາ​ທຸກ​ດ້ານ​ຂອງ​ປະ​ເທດ​ຊາດ, ມີ​ບົດ​ບາດ​ສຳ​ຄັນ​ພິ​ເສດ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ”.

ເພື່ອ​ອະ​ນຸ​ລັກ​ຮັກ​ສາ, ແລະ ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຕິດ​ພັນ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສາ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ ຫວູ​ມິງ​ຢາງ, ຮອງ​ປະ​ທານ​ສະ​ພາ​ມໍ​ລະ​ດົກ​ແຫ່ງ​ຊາດ, ເນັ້ນ​ໜັກ​ວ່າ:

ເມື່ອຖື​ວັດ​ທະ​ນະ​ທຳ​ແມ່ນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ແລ້ວ, ແມ່ນ​ຕ້ອງ​ຂຸດ​ຄົ້ນ​ຢ່າງ​ເໝາະ​ສົມ. ໂດຍ​ສະ​ເພາະ, ເມື່ອ​ຖືວັດ​ທະ​ນະ​ທຳ​ເປັນຊັບ​ພະ​ຍາ​ກອນ​ພິ​ເສດ​ແລ້ວ ​ແມ່ນຕ້ອງ​ມີ​ຄວາມ​ຮູ້​ຢ່າງ​ຄົບ​ຖ້ວນ. ການກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ​ແລະ ບຳ​ລຸງ​ຄວາມ​ຮູ້ແມ່ນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ຫວ່າງ​ແລ້ວນີ້, ເລື່ອງ ຫວຽດ​ນາມ​ ຍູ້​ແຮງ​ການ​ຫັນ​ເປັນ​ສັງ​ຄົມ​ນັ້ນ​ແມ່ນ​ທ່າ​ອ່ຽງ​ທີ່​ຈຳ​ເປັນ​ຂອງ​ໂລກ. ພວກ​ເຮົາ​ເຫັນ​ໄດ້​ປະ​ສິດ​ທິ​ຜົນ​ຂອງ​ການ​ຫັນ​ເປັນ​ສັງ​ຄົມ​ຢ່າງ​ຈະ​ແຈ້ງ. ໄລ​ຍະ​ຜ່ານ​ມາ​ມີ​ປູ​ຊະ​ນີ​ຍະ​ສະ​ຖານຫຼາຍ​ແຫ່ງ​ໄດ້​ຮັບ​ການ​ບຸ​ລະ​ນະ ປະ​ຕິ​ສັງ​ຂອນ, ຟື້ນ​ຟູ ໂດຍ​ອີງ​ໃສ່​ແຫຼ່ງ​ກຳ​ລັງ​ຂອງ​ສັງ​ຄົມ. ໄລ​ຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ຕ້ອງ​ປັບ​ປຸງ, ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍ​ມໍ​ລະ​ດົກ. ເພື່ອ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງ​ມໍ​ລະ​ດົກ, ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແມ່ນ​ຕ້ອງກວດ​ກາ​ຄືນ​ລະ​ບົບ​ເອ​ກະ​ສານ​ນິ​ຕິ​ກຳ​ຢ່າງ​ຄົບ​ຖ້ວນ”.

ການຮັກສາ,ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຕິດພັນກັບຍຸດທະສາດພັດທະນາ - ảnh 3
(ພາບປະກອບ)

ບັນ​ດາ​ນັກ​ຄຸ້ມ​ຄອງວັດ​ທະ​ນະ​ທຳ ຫວຽດ​ນາມ ພວມ​ຍູ້​ແຮງ​ເລື່ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໃນ​ປະ​ຊາ​ຄົມ. ຖື​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແມ່ນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ອັນ​ລ້ຳ​ຄ່າ, ບໍ່​ສາ​ມາດ​ໝົດ​ໄດ້​ຂອງ​ປະ​ເທດ​ຊາດ. ຮອງ​ສາ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ ດັ້ງ​ວັນ​ບ່າຍ, ຮອງ​ປະ​ທານ​ສະ​ພາ​ມໍ​ລ​ະ​ດົກ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ, ໃຫ້​ຮູ້​ວ່າ:

ພວກ​ຂ້າ​ພະ​ເຈົ້າຕ້ອງ​ປ່ຽນ​ໃໝ່​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ. ສ້າງ ແລະ ຫັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໃຫ້​​ກາຍເປັນ​ບັນ​ດາ​ສູນສຶກ​ສາ​ດ້ານ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ. ລົງ​ທຶນ​ຢ່າງ​ແຮງ​ເພື່ອ​ຫັນ​ມໍ​ລະ​ດົກ​ເປັນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢ່າງ​ຈັບ​ອົກ​ຈັບ​ໃຈ”.

ຄຽງ​ຂ້າງ​ນັ້ນ​​ເລື່ອງນຳ​​ມໍ​ລະ​ດົກວັດ​ທະ​ນະ​ທຳ​ກັບ​ຄືນ​ສູ່​ເຈົ້າ​ວັດ​ທະ​ນະ​ທຳ ແມ່ນ​ການ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ໃຫ້​ມັນ​ຄົງ​ຕົວ. ນີ້​ແມ່ນຫຼັກ​ການ​ທີ່ UNESCO ແລະ ຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ສະ​ເໜີ. ສາ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ ລືວ​ເຈິ່ນ​ຕຽວ, ປະ​ທານ​ສະ​ພາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ, ປະ​ທານ​ສະ​ມາ​ຄົມ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

ສຳ​ລັບ​ການ​ອະ​ນຸ​ລັກ​ຮັກ​ສາມໍ​ລະ​ດົກ​ນັ້ນ, ສິ່ງ​ສຳ​ຄັນ​ແມ່ນ​ຮັກ​ສາ​ພະ​ລັງ​ຊີ​ວິດ​ຂອງ​ມໍ​ລະ​ດົກ. ຕ້ອງ​ແຜ່​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໃນ​ທົ່ວ​ສັງ​ຄົມ. ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ. ປະ​ຊາ​ຄົມ​ເຂົ້າ​ຮ່ວມ​ການເສີມ​ຂະ​ຫຍາຍ, ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ປະ​ດິດ​ສ້າງມໍ​ລະ​ດົກວັດ​ທະ​ນະ​ທຳ”.

ມໍ​ລະ​ດົກ​ວັດ​ທະ​ນະ​ທຳແມ່ນ​ພື້ນ​ຖານ​ດ້ານ​ຈິດ​ໃຈ, ເປັນ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ຢາກ​ໃຫ້​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ ແມ່ນ​ຕ້ອງ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ມັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຈະ​ປະ​ກອບ​ສ່ວນ​ແຜ່​ຂະ​ຫຍາຍຄຸນ​ຄ່າ​ສາງວັດ​ທະ​ນະ​ທຳ​ຂອງ​ຊາດ ແລະ ກໍ່​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ລວມ​ຂອງ​ປະ​ເທດ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ