ການຮ່ວມມືການສຶກສາ ຫວຽດນາມ - ລາວ, ກໍ່ສ້າງລຸ້ນຄົນອະນາຄົດ ມໍລະດົກສືບທອດຂອງ 2 ປະເທດ

(VOVWORLD) - ໜຶ່ງໃນບັນດາທ່າແຮງການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ແມ່ນການສຶກສາ - ບຳລຸງສ້າງໃຫ້ແກ່ລຸ້ນໜຸ່ມ. ປີ 2017 ລັດຖະບານ ຫວຽດນາມ ສະຫງວນທຶນການສຶກສາໃຫ້ພະນັກງານ, ນັກຮຽນລາວ ໄປຮ່ຳຮຽນຢູ່ ຫວຽດນາມ ກ່ວາ 1.000 ທຶນ; ລັດຖະບານ ລາວ ສະຫງວນທຶນການສຶກສາໃຫ້ພະນັກງານ, ນັກຮຽນ ຫວຽດນາມ ໄປຮ່ຳຮຽນຢູ່ ລາວ 60 ທຶນຕາມຫຼັກສູດປະລິນຍາຕີ, ປະລິນຍາໂທ ແລະ ຝຶກອົບຮົບໄລຍະສັ້ນ
ການຮ່ວມມືການສຶກສາ ຫວຽດນາມ - ລາວ, ກໍ່ສ້າງລຸ້ນຄົນອະນາຄົດ ມໍລະດົກສືບທອດຂອງ 2 ປະເທດ - ảnh 1 ໂຮງຮຽນມິດຕະພາບ T78

ການຮ່ວມມືໃນຂົງເຂດການສຶກສາ - ບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ສືບຕໍ່ໄດ້ຮັບບຸລິມະສິດ ແລະ ເປີດກ້ວາງດ້ວຍຫລາຍຮູບການ, ໄດ້ຮັບການປະຕິບັດແຕ່ຂັ້ນສູນກາງລົງຮອດບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ວິສາຫະກິດ 2 ປະເທດ. ໃນ 5 ປີມານີ້, ຈຳ ນວນນັກສຶກສາລາວ ພວມຮ່ຳຮຽນຢູ່ ຫວຽດນາມ ປະມານ 14.000 ພັນຄົນ (ໃນນັ້ນມີເກືອບ 4700 ຄົນໃຊ້ທຶນຕົນເອງ, ສ່ວນຍັງເຫຼືອແມ່ນໃນແຜນສັນຍາຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການຈັດຕັ້ງສາກົນຕ່າງໆ). ໃນຂະນະນັ້ນ, ຈຳນວນນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ລາວ ແມ່ນມີໜ້ອຍແຕ່ປີ 2012 – 2017 ຍອດຈຳນວນນັກສຶກສາ ຫວຽດນາມ ຮ່ຳຮຽນຢູ່ ລາວ ແມ່ນ 349 ຄົນ (ໃນນັ້ນມີ 264 ຄົນໃນແຜນສັນຍາ, ສ່ວນຍັງເຫຼືອແມ່ນໃຊ້ທຶນຕົນເອງ). ເລື່ອງຄັດເລືອກນັກສຶກສາສຳລັບສົກຮຽນໃໝ່ 2 ຂະແໜງການສຶກສາ 2 ປະເທດພວມສົມທົບກັນຜັນຂະຫຍາຍ.

        ດ້ວຍຄວາມຮັບຜິດຊອບບຳລຸງພາສາ ຫວຽດ ໃຫ້ບັນດານັກສຶກສາ ລາວ ກ່ອນທີ່ກ້າວເຂົ້າຮຽນຫຼັກສູດປະລິນຍາຕີ, ປະລິນຍາໂທ, ອາຈານ ຫງວຽນກົງເກືອງ ຮອງຫົວໜ້າຫ້ອງການຄຸ້ມຄອງນັກຮຽນ - ນັກສຶກສາ, ໂຮງຮຽນມິດຕະພາບ T80 ໃຫ້ຮູ້ວ່າ:

        ແຕ່ລະປີ, ໂຮງຮຽນພວກຂ້າພະເຈົ້າຮັບນັກສຶກສາລາວມາກຽມພາສາຫວຽດປະມານ 300 ກ່ວາຄົນ, ພວກນ້ອງມາຈາກຫລາຍຂົງເຂດການຮ່ວມມື ຄື: ໃນແຜນສັນຍາ, ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ພາຍຫລັງໜຶ່ງປີກຽມພາສາ, ພວກນ້ອງສາມາດຟັງ, ເວົ້າ, ອ່ານ, ຂຽນພາສາຫວຽດໄດ້ດີ. ນອກນັ້ນ, ພວກຂ້າພະເຈົ້າຍັງໃຫ້ຄຳປຶກສາໃຫ້ພວກນ້ອງເລືອກເຟັ້ນໂຮງຮຽນທີ່ເໝາະສົມກັບຄວາມສາມາດຂອງພວກນ້ອງ. ມີນັກສຶກສາ ລາວ ຫລາຍຄົນມັກຮຽນມະຫາວິທະຍາໄລເສດຖະສາດ, ຊັບພະວິຊາ, ການກໍ່ສ້າງ ແຕ່ກໍ່ຍັງມີຫລາຍຄົນພັດເລືອກຮຽນມະຫາວິທະຍາໄລກະສິກຳ, ຊົນລະປະທານ…ພວກຂ້າພະເຈົ້າ ຍາມໃດກໍ່ປະຕິບັດບັນດາສິ່ງດີທີ່ສຸດ ເພື່ອຊ່ວຍໃຫ້ພວກນ້ອງມີບາດກ້າວພື້ນຖານກ່ອນທີ່ຈະເລືອກໂຮງຮຽນ.

        ວຽກງານກໍ່ສ້າງ, ແບ່ງປັນບົດຮຽນ, ບຳລຸງຄວາມຮູ້, ໜູນຊ່ວຍຍົກສູງຄວາມສາມາດ ແລະ ດ້ານວິຊາສະເພາະໃຫ້ແກ່ເພື່ອນ ລາວ, ບໍ່ພຽງແຕ່ໄດ້ຮັບການປະຕິບັດຢູ່ຂັ້ນປະລິນຍາຕີເທົ່ານັ້ນ ຫາກຍັງໄດ້ປະຕິບັດຢູ່ຂັ້ນວິຊາການ, ຊ່ຽວຊານອີກດ້ວຍ. ທ່ານ ສົມຊາຍ ແສນລິດທີ ວິຊາການຄະນະກຳມະການຮ່ວມມື ລາວ - ຫວຽດນາມ ໃຫ້ຮູ້ວ່າ:

        ຂ້າພະເຈົ້າເຄີຍຮຽນການຄ້າຕ່າງປະເທດ, ເມື່ອກັບຄືນປະເທດ ຂ້າພະເຈົ້າໄດ້ຮັບບັນຈຸເຂົ້າເຮັດວຽກຢູ່ຄະນະກຳມະການຮ່ວມມື ລາວ - ຫວຽດນາມ. ຍ້ອນວ່າ ຂ້າພະເຈົ້າຮູ້ພາສາ ຫວຽດ ແລະ ເຄີຍຮຽນຢູ່ ຫວຽດນາມ. ປະຈຸບັນ, ໂດຍວຽກງານນັບມື້ນັບພັດທະນາ, ມີການປ່ຽນແປງໃນແຕ່ລະມື້. ດັ່ງນັ້ນ, ຂັ້ນເທິງຈຶ່ງໄດ້ສົ່ງມາຝຶກອົບຮົມກ່ຽວກັບຄວາມຮູ້ຕື່ມອີກ, ຍົກສູງຄວາມສາມາດດ້ານວິຊາການ ເພື່ອຮັບໃຊ້ໃຫ້ແກ່ວຽກງານ.

        ບໍ່ພຽງແຕ່ມີທ່ານ ສົມຊາຍ ແສນລິດທີ ເມື່ອຮຽນຈົບກັບຄືນປະເທດໄດ້ເສີມຂະຫຍາຍກຳລັງຄວາມສາມາດຂອງຕົນເທົ່ານັ້ນ ຫາກຍັງມີນັກສຶກສາ ລາວ ຫລາຍຄົນກໍ່ປະສົບຜົນສຳເລັດໃນວຽກງານອີກດ້ວຍ. ນອກຈາກຂັ້ນວິຊາການ, ຂັ້ນຊ່ຽວຊານ ກໍ່ມີ ນັກສຶກສາລາວ ຫລາຍຄົນ ໄດ້ກາຍເປັນການນຳຫຼັກແຫຼ່ງຄື: ລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ອຳນວຍການ…ແລະ ອີກທັງ ທ່ານຈູມມະລິ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ. ລາວ ຈູມມະລິ ໄຊຍະສອນ ກໍ່ເປັນນັກສຶກສາລາວ ທີ່ຮ່ຳຮຽນຢູ່ ຫວຽດນາມ.

ການຮ່ວມມືການສຶກສາ ຫວຽດນາມ - ລາວ, ກໍ່ສ້າງລຸ້ນຄົນອະນາຄົດ ມໍລະດົກສືບທອດຂອງ 2 ປະເທດ - ảnh 2 ນັກສຶກສາ ລາວ ຢູ່ ຫວຽດນາມ

        ສ່ວນຝ່າຍ ຫວຽດນາມ, ບັນດານັກສຶກສາ ພາຍຫລັງຮຽນຈົບຢູ່ ລາວກັບເມືອປະເທດ ກໍ່ປະກອບສ່ວນບໍ່ໜ້ອຍເຂົ້າໃນການເພີ່ມທະວີສາຍພົວພັນການຮ່ວມມືລະຫວ່າງ 2 ປະເທດ. ທ້າວ ຮ່ວາງວັນເຈືອງ ນັກສຶກສາ ຫວຽດນາມຮຽນຢູ່ ລາວ ສົກຮຽນ 2008 – 2014, ປະຈຸບັນເປັນບັນນາທິການ - ນັກແປພາສາຂອງໜັງສືພິມ (ກວນໂດຍເຍີນເຢີນ) ສຽງຂອງກອງທັບປະຊາຊົນແບ່ງປັນວ່າ:

        ສຳລັບຂ້າພະເຈົ້າແລ້ວ ພາສາລາວແມ່ນສຳຄັນທີ່ສຸດ, ຍ້ອນວ່າ ຫວຽດນາມ ແລະ ລາວ ແມ່ນ 2 ປະເທດທີ່ມີສາຍພົວພັນມິດຕະພາບການຮ່ວມມືແບບພິເສດ. ໃນຊຸມປີມໍ່ໆມານີ້, ຄົນຮູ້ພາສາລາວບໍ່ມີຫລາຍ ຊຶ່ງຄວາມຮຽກຮ້ອງຕ້ອງການນັບມື້ນັບເພີ່ມຂຶ້ນສູງ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄປຮ່ຳຮຽນຢູ່ ລາວ. ຂ້າພະເຂົ້າເລືອກເຟັ້ນຮຽນຄະນະພາສາສາດ ເພື່ອຢາກຊອກຮູ້ກ່ຽວກັບພາສາ ແລະ ວັດທະນະທຳ ລາວ. ປະຈຸບັນ, ວຽກງານຂອງຂ້າພະເຈົ້າຕົ້ນຕໍແມ່ນແປພາສາລາວ ຫຼື ໄປປະຕິບັດງານຢູ່ ລາວ.

        ຕ່າງກັນກັບທ້າວ ເຈື່ອງ, ທ້າວ ຫງວຽນເທ໋ດຶກ ພາຍຫລັງຮຽນຈົບມະຫາວິທະຍາໄລແຫ່ງຊາດ ລາວ, ຂະແໜງວິຊາກໍ່ສ້າງ ກໍ່ໄດ້ຕັດສິນເຮັດວຽກຢູ່ລາວ.

        ໃນຕະຫລອດໄລຍະ 5 ປີທີ່ຮ່ຳຮຽນ, ບັນດາຄູອາຈານກໍ່ມີຄວາມເອົາໃຈໃສ່ເຖິງບັນດານັກສຶກສາ ຫວຽດນາມ, ປະຊາຊົນ ລາວ ກໍ່ສະໜິດສະໜົມ ແລະ ເປັນທີ່ຮັກແພງຫລາຍ ພາຍຫລັງຮຽນຈົບ, ຂ້າພະເຈົ້າໄດ້ຮຽນຮູ້ຫລາຍຢ່າງທີ່ມີປະໂຫຍດແກ່ຕົນເອງ. ກ່ອນອື່ນໝົດ, ພາສາລາວຂອງຂ້າພະເຈົ້າເກັ່ງ, ກຳແໜ້ນວິຊາການ ດັ່ງນັ້ນ ຂ້າພະເຈົ້າໄດ້ເຂົ້າເຮັດວຽກນຳບໍລິສັດຂອງ ລາວ ເລີຍ.

        ການຮ່ວມມືດ້ານການສຶກສາ, ບຳລຸງສ້າງ ໄດ້ ແລະ ພວມແມ່ນຂົງເຂດ ຊຶ່ງ 2 ປະເທດໃຫ້ບຸລິມະສິດ ແລະ ຍົກສູງທັງກ່ຽວກັບຈຳນວນ ແລະ ຄຸນນະພາບ. ປະຈຸບັນ 2 ຝ່າຍພວມສົມທົບກັນກຳນົດທິດທາງ ແລະ ມາດຕະການຍົກສູງຄຸນນະພາບການຮ່ວມມືໄລຍະ 2016 – 2020 ຢ່າງມີປະສິດທິຜົນ; ເປີດກ້ວາງ ແລະ ຍູ້ແຮງຂະບວນການຮຽນພາສາ ຫວຽດນາມ, ພາສາລາວຢູ່ບັນດາໂຮງຮຽນ ແລະ ກະຊວງ, ຂະແໜງການຕ່າງໆຂອງ ລາວ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ