ການເຫລື້ອມໃສບູຊາພະແມ່ 3 ພະນາງ: ຈາກພື້ນເມືອງຕະຫລອດຮອດຊີວິດຂອງມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ

(vovworld)- ວັນ​ທີ 1/12/2016 ທີ່ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງມວນ​ມະ​ນຸດ​ຄັ້ງ​ທີ 11 ຂອງອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ  ວັດ​ທ​ະ​ນະ​ທຳ ຂອງ​ ສ​ປ​ຊ (  UNESCO ) ຊື່ງດຳ​ເນີນ​ຢູ່​ນະ​ຄອນ Addis Ababa ແຫ່ງ ສາ​ທາ​ລະ​ນະ​ລັດ Ethiopia, ​ອົງ​ການ UNESCO ໄດ້​ຮັບ​ຮອງ ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ 3 ພະ​ນາງ ຂອງ​ຫວຽດ​ນາມ ​ແມ່ນມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງມວນ​ມະ​ນຸດ, ຢັ້​ງ​ຢືນ​ພ​ະ​ລັງ​ຊີ​ວິດ ແລະ ບັນ​ດາ​ຄຸນ​ຄ່າ​ຂອງ​ການ​ເຫລື້ອມ​ໃສ​ທີ່​ມີ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​. ເຫດ​ການນີ້​ແມ່ນ​ຂີດ​ໝາຍ​ແຫ່ງ​ບາດ​ລ້ຽວ​ຊື່ງສະ​ແດງ​ໃຫ້​ເຫັນ ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ 3 ພະ​ນາງ ຈະ​ສືບ​ຕໍ່​ຄົງ​ຕົວ ແລະ ໄດ້​ຮັບ​ກາ​ນ​ເສີມ​ຂະ​ຫ​ຍາຍຢ່າງ​ຕືນ​ຕົວຈາກ​ການ​ຄົງ​ຕົວ​​ໃນ​ພື້ນ​ເມືອງ​ຕະ​ຫລອດ​ຮອດ​ການ​ຄັດ​ເລືອກ​ແມ່ນ​ມໍ​ລະ​ດົກ​ໂລກ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ.

ການເຫລື້ອມໃສບູຊາພະແມ່ 3 ພະນາງ: ຈາກພື້ນເມືອງຕະຫລອດຮອດຊີວິດຂອງມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ - ảnh 1
ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ ໄດ້​ຄົງ​ຕົວ​​ເກືອບ 1000 ປີ​ຜ່ານ​ມາ
ພາບ:citinet

        ພະ​ລັງ​ຊີ​ວິດ​ຂອງ ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ 3 ພະ​ນາງ ໄດ້​ຮັບ​ການຢັ້ງ​ຢືນ, ເພາະ ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ ໄດ້​ຄົງ​ຕົວ​ໃນ​ພື້ນ​ເມືອງ​ເກືອບ 1000 ປີ​ຜ່ານ​ມາ. ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ 3 ພະ​ນາງ ຕອບ​ສະ​ຫນອງ​ໄດ້​ຄວາມ​ຕ້ອງ​ການ​ຕົ້ນ​ຕໍ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ. ຜູ້​ໃດ​ກໍ​ຢາກ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ມີ​ຄວາມ​ຜາ​ສຸກ, ມີ​ໂຊກ​ມີ​ໄຊ. ສາດ​ສະ​ດາ​ຈານ ໂງ​ດືກ​ທິ້ງ, ອະ​ດີດ​ຫົວ​ຫ​ນ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຖື​ວ່າ: ຈຸດ​ພົ້ນ​ເດັ່ນ​ຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແມ່ນ​ການ​ຄັດ​ເລືອກ, ​ມີ​ຈຸດ​ທີ່​ເປັນ​ສີ​ສັນ​ທີ່​ສຸດ​ຂອງ​ຊາວ​ຫວຽດ​ນາມ. ສິ່ງນັ້ນ​ແມ່ນ​ການ​ດຶງ​ດູດ ມະ​ນຸດ​ຢູ່​ໃນ​ທຸກ​ສະ​ໄຫມ.

        “​​ພຽງ​ແຕ່​ຊາວ​ຫວຽດ​ນາມ ຈຶ່ງ​ມີ​ພິ​ທີ​ເຂົ້າ​ຊົງຄື​ແນວນັ້ນ ແລະ ມັນ​ຮັກ​ສາ​ໄດ້​ມູນ​ເຊື້ອ​ດ້ານ​ວັດ​ທ​ະ​ນະ​ທຳ​ຂອງ​ຊາດ. ໃນ​ພິ​ທີ​ເຂົ້າ​ຊົງ ຄື​ດັ່ງ​ຫໍ​ພິ​ພິ​ຕະ​ພັນ​ຮັກ​ສາ​ວັດ​ທະ​ນະ​ທຳ​ທ​ີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ. ນັ້ນ​ແມ່ນ​ວັດ​ຖຸ​ພັນ​ມ​ີ​ຊີ​ວິດ​ຊີ​ວາ​ດຶງ​ດູດ​ມະ​ນຸດ​ຕອ​ບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ມະ​ນຸດ​ກ່ຽວ​ກັບ​ຄວາມ​ຈິງ​ໃຈ, ​ສຸດ​ຈະ​ລິດ ແລະ ​ຄວາມ​ງາມ. ນີ້ີ້ ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ເຊີດ​ຊູ​ແມ່​ຍິງ​ຄົນ​ຫ​ນຶ່ງ ຊື່ງ​ເມື່ອ​ເວົ້າ​ເຖິງ​ແມ່​ຍິງ​ແມ່ນ​ເວົ້າ​ເຖິງ​ຄວາມ​ງາມ. ທ​ຸກ​ສິ່ງ​ທຸກ​ຢ່າງ​ໃນ ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ແບບ​ເອ​ກະ​ລັກ​ສະ​ເພາະ, ສະ​ແດງ​ອອກຜ່ານ​ຊຸດ​ອາ​ພອນ, ວາດ​ຟ້ອນ, ດົນ​ຕີ. ນີ້​ແມ່ນ​ສິ່​ງ​ທີ່ຍອດ​ຍິ່ງ​ຂອງ​ ການ​ເຫລື້ອມ​ໃສ​ດ້ານ​ວັດ​ທະ​ນະ​ທຳ ສິ​ລະ​ປະ​ຂອງ​ຫວຽດ​ນາມ.”

        ນັບ​ແຕ່​ເມື່ອ​ປະ​ກົດ​ອອກ​ມາ​ຮອດ​ປະ​ຈຸ​ບັນ, ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ ມີ​ພະ​ລັງ​ຊີ​ວິດ ແລະ ຮັບ​ເອົາ​ຫລາຍ​ປັດ​ໄຈ​ວັດ​ທະ​ນະ​ທຳ​ອື່ນ. ຕາມ​ວິ​ວັດ​ການນັ້ນ, ພິ​ທີ​ເຂົ້າຊົງ​ໃນ​ການ​ບູ​ຊາ​ພະ​ແມ່ ແລະ ບູ​ຊາ​ພະ​ອໍ​ລະ​ຫັນ​ຜ່ານ​ຫລາຍ​ໄລ​ຍະ, ບາງ​ໄລ​ຍະ ພິ​ທີ​ເຂົ້າ​ຊົງ​ບໍ່​ໄດ້​ຮັບ​ຖື​ຄື​ດັ່ງ​ຮູບ​ການ​ສາດ​ສະ​ຫ​ນາ​ພື້ນ​ເມືອງ. ແຕ່​ປີ 1986 ມາ​ຮອດ​ປະ​ຈຸ​ບັນ, ການ​ເຫລື້ອມ​ໃສ​ໄດ້​ຮັບ​ການ​ຮັບ​ຮອງ​ຄື​ດັ່ງ​ສີ​ສັນ​ຂອງວັດ​ທະ​ນະ​ທຳ​ຂອງ​ຊາດ. ປອ ຫງວ​ຽນ​ທິ​ງອກ​ມາຍ, ຫົວ​ຫ​ນ້າ​ຫ້ອງ​ຄົ້ນ​ຄ້​ວາ​ ການ​ເຫລື້ອມ​ໃສ​ ແລະ ສາ​ສະ​ຫ​ນາ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ສາ​ສະ​ຫ​ນາ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່ປີ 1986, ເມື່ອ​ມີ​ດຳ​ລັດ, ຈີນ​ຕະ​ນາ​ການ​ປ່ຽນ​ໃຫມ່, ພິ​ເສດ ແມ່ນ​ກົດ​ໝາຍ​ວ່າ​ດ້ວຍ​ວັດ​ທະ​ນະ​ທຳ, ມໍ​ລະ​ດົກ​ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ ແລະ ພັດ​ທະ​ນາ. ພິ​ເສດ ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ຕອບ​ສະ​ຫນອງ​ໄດ້​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫ​ນາ​ຂອງ​ມະ​ນຸດ ແມ່ນ​ພາ​ວະ​ນາ​ໃຫ້​ມີ​ ຄວາມ​ຢູ່​ເຢັນ​ເປັນ​ສຸກ, ມີ​ໂຊກ​ມີ​ໄຊ, ມີ​ຖາ​ນະ​ຕຳ​ແຫ​ນ່ງ. ນີ້​ແມ່ນ​ສິ່​ງ​ທີ່​ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ເອົາ​ໃຈ​ໃສ່​ໃນ​ໄລ​ຍະ​ເສດ​ຖະ​ກິດ​ການ​ຕະ​ຫລາດ ສະ​ນັ້ນ ແມ່ນ​ສິ່ງ​ທີ່​ດຶງ​ດູດ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ຫລາຍທີ່​ສຸດ​ໃນ​ປະ​ຈຸ​ບັນ.”

ການເຫລື້ອມໃສບູຊາພະແມ່ 3 ພະນາງ: ຈາກພື້ນເມືອງຕະຫລອດຮອດຊີວິດຂອງມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ - ảnh 2
ພິ​ທີ​ເຂົ້າ​ຊົງ
ພາບ:internet

        ເພື່ອ​ໃຫ້ ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ໄດ້​ຮັບ​ກາ​ນ​ຮັບ​ຮອງ​ຈາກ UNESCO ແມ່ນ​ມໍ​ລະ​ດົກ​ວັດ​ທ​ະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງມວນ​ມະ​ນຸດ, ນອກ​ຈາກ​ປັດ​ໄຈ​ສ້າງ​ດ້ວຍ​ຕົນ​ເອງ​ແລ້ວ, ການ​ຄົ້ນ​ຄ້​ວາ​ຊອກ​ຮູ້, ປະ​ກາດ​ຢ່າງກວ້າງ​ຂວາງ​ບັນ​ດາ​ຄຸນ​ຄ່າ​ຂອງ​ມັນ ນັ້ນ​ແມ່ນ​ກຳ​ລັງ​ເຫື່ອ​ແຮງ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ດ້ານ​ວັດ​ທະ​ນະ​ທຳ. ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ, ຊອກ​ຮູ້ ແລະ ປະ​ກາດ​ບັນ​ດາ​ຄຸນ​ຄ່າ​ບູ​ຊາ​ພະ​ແມ່ນັ້ນ, ປະ​ກອບ​ສ່ວນ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ຂອງ​ບັນ​ດາ​ນັກ​ຄ​ຸ້ມ​ຄອງ, ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ໃນ​ວົງ​ຄະ​ນາ​ຍາດ​ກ່ຽວ​ກັບ​ບັນ​ດາ​ຮູບ​ການ​ເຄື່ອນ​ໄຫວ​ດ້ານ​ຈິດ​ວິນ​ຍານ. ຍິ່ງກວ່ານັ້ນ, ບັນ​ດາ​ຜູ້​ຄົນ​ທຳ​ອິດ​ເຂົ້າ​ຮ່ວມ​ພິ​ທີ​ເຂົ້າ​ຊົງ​ນີ້ ແມ່ນ​ບັນ​ດາ​ທ້າວ​ທຽມ​ນາງ​ທຽມ. ຍ້ອນ​ຄວາມ​ຕ້ອງ​ການ​ຂອງ​ຕົນ​ເອງ​ຈຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ການ​ເຫລື້ອມ​ໃສ​ນີ້, ແຕ່​ເຂົາ​ເຈົ້າ​ເອງ​ແມ່ນ​​ຜູ້​ປະ​ກອບ​ສ່ວນ​ໃຫ້​ແກ່​ການອະ​ນຸ​ລັກ​ຮັກ​ສາ ແລະ ການ​ຄົງ​ຕົວ​ຂອງ​ການ​ເຫລື້ອມ​ໃສ​ນີ້.

        “​ພວກ​ເຮົາ​ຕີ​ລາ​ຄາ​ຢ່າງ​ພາ​ວະ​ວິ​ໄສ​ກວ່າ ຫາກບໍ່​ຖື​ວ່າ​ນີ້​ແມ່ນ​ການ​ເຊື່ອ​ຖື​ແບບ​ງົມ​ງວາຍ ແລະ ​ຖືກເກືອດ​ຫ້າມ. ໃນ​ສີບໆ​ປີ​ຜ່ານ​ມາ​ຊາວ​ຫວຽດ​ນາມ​ໄດ້​ປະ​ຕິ​ບັດ​ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່​ແລ້ວ. ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ໄດ້​ມີ​ຄວາມ​ຮັບ​ຮູ້​ໃຫມ່. ເລື່ອງ​ເຊີດ​ຊູ​ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ຄວາມ​ຮັບ​ຮູ້​ໃຫ​ຍ່​ຂອງ​ສັງ​ຄົມ.”

        ເຖິງວ່າ​ໃນ​ປະ​ຈຸ​ບັນ, ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ ຍັງຸ​ຈັດ​ຂຶ້ນ​​ແບບກະ​ແຈກ​ກະ​ຈາຍ, ບໍ່​ທັນ​ມີ​ຮູບ​ການ​ຈັດ​ຕັ້ງ​ເປັນ​ລະ​ບົບ​ກໍ​ຕາມ, ແຕ່​ດ້ວຍ​ປະ​ຫວັດ​ສາດ​ແຫ່ງ​ການ​ຄົງ​ຕົວ​ທີ່​ຍາວ​ນານ ພ້ອມ​ກັບ​ບັນ​ດາ​ຄຸນ​ຄ່າ​ພົ້ນ​ເດັ່ນ​ມີ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ, ແນ່ນອນ​ວ່າ ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ ຈະ​ເສີມ​ຂະ​ຫ​ຍາຍ​​ຈົນສຸດ​ບັນ​ດາ​ຄຸນ​ຄ່າ, ຍົກ​ລະ​ດັບ​ທີ່​ຕັ້ງ​ຂອງມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງມວ​ນ​ມະ​ນຸດ. ປອ ຫງວຽນ​ງອກ​ມາຍ ໃຫ້​ຮູ້​ວ່າ: ຫວຽດ​ນາມ ຕ້ອງ​ມີ​ນະ​ໂຍ​ບາຍ​ເໝາ​ະ​ສົມ​ກັບ​ກົດ​ເກນ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ການ​ເຫລື້ອມ​ໃສ, ເພື່ອ​ໃຫ້​ການ​ເຫລື້ອມ​ໃສ​ພັດ​ທະ​ນາ​ບັນ​ດາ​ຄຸນ​ຄ່າ​ຂອງ​ພິ​ທີ​ເຂົ້າ​ຊົງ​ເອງ.

        “ເພື່ອ​ໃຫ້​ການ​ເຫລື້ອມ​ໃສ​ນີ້​ພັດ​ທະ​ນາກວ່າ​ອີກ, ຂ້າ​ພະ​ເຈົ້າ​ຖື​ວ່າ ຕ້ອງ​ປະ​ກາດ​ບັນ​ດາ​ໝາກ​ຜົນ​ການ​ຄົ້ນ​ຄ້​ວາ​ຢ່າງກວ້າງ​ຂວາງ ເພື່ອ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​ເລິກ​ກ່ຽວ​ກັບ​ພິ​ທີ​ເຂົ້າ​ຊົງ​ນີ້. ເມື່ອ​ປະ​ຊາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​ແລ້ວ ເຂົາ​ເຈົ້​າ​ຈະ​ເຂົ້າ​ໃຈ​ໄດ້​ຄຸນ​ຄ່າ​ຂອງ​ການ​ເຫລື້ອມ​ໃສ. ເລື່ອງ​ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ໂລກ ກ​ໍ​ເຮັດ​ໃຫ້​ບັນ​ດາ​ທ້າວ​ທຽມ​ນາງ​ທຽ​ມ​ ຊື່ງ​ແມ່ນບັນ​ດາ​ຜູ້​ປະ​ຕິ​ບັດການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ ໂດຍ​ກົງ ນັບ​ແຕ່ນີ້​ເປັນ​ຕົ້​ນ​ໄປ​ ​ ມີ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ພາ​ລະ​ກຳ​ປະ​ຫວັດ​ສາດ, ພາ​ລະ​ກຳ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຕົນ​ເພື່ອ​ປັບ​ປຸງ​ການ​ກະ​ທຳ​ໃຫ້​ເໝາະ​ສົມ.”

ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ ໄດ້​ຖືກ​ສ້າງ​ຂຶ້ນ​ມາຈາກ​​ຄວາມ​ສຳ​ນຶກ​ໃນການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ຫວຽດ​ນາມ, ນັ້ນ​ແມ່ນບໍ່​ມີ​ຄວາມ​ສົນ​ໃຈ​ເຖິງ​ມະ​ນຸດ​ພາຍ​ຫລັງ​ຖືກ​ເສຍ​ຊີ​ວິດ ຫາກ​ເອົາ​ໃຈ​ໃສ່​ເຖິງ​ຊີ​ວິດ​ປະ​ຈຸ​ບັນ. ເລື່ອງ UNESCO ຮັບ​ຮອງ​ມໍ​ລະ​ດົກ​ປະ​ຕິ​ບັດ​ ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ 3 ພະນາງ​ຂອງ​ຊາວ​ຫວຽດ​ນາມ​ແມ່ນມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງມວນ​ມະ​ນຸດ ໄດ້​​ເປັນ​ການຢັ້ງ​ຢືນ​ໃຫ້​ເຫັນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ​ສາງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ