ຍົກສູງຄຸນນະພາບການພິມຈຳໜາຍຕອບສະໜອງຄວາມຕ້ອງການຂອງຜູ້ອ່ານ

(VOVWORLD) - ສັງຄົນຍິ່ງພັດທະນາເທົ່າໃດ, ຄວາມຮຽກຮ້ອງຕ້ອງການຮຳ່ຮຽນ, ຊອກຮູ້ ກໍ່ຄືບັນເທິງຂອງປະຊາຊົນກໍ່ເພີ່ມຂຶ້ນຫຼາຍເທົ່ານັ້ນ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ບັນດາ ສຳນັກພິມຈຳໜ່າຍ ຕ້ອງມີການປ່ຽນໃໝ່, ຍົກສູງຄຸນນະພາບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ອ່ານ.
ຍົກສູງຄຸນນະພາບການພິມຈຳໜາຍຕອບສະໜອງຄວາມຕ້ອງການຂອງຜູ້ອ່ານ - ảnh 1 (ພາບປະກອບ)

ນັບແຕ່ກົດໝາຍວ່າດ້ວຍພິມຈຳໜ່າຍໄດ້ຮັບການນຳໃຊ້ໃນຊີວິດຕົວຈິງ, ການເຄື່ອນໄຫວພິມຈຳໜ່າຍໄດ້ມີບາດກ້າວຫັນປ່ຽນນັບມື້ນັບຕັ້ງໜ້າ ແລະ ກ້າວໜ້າກວ່າ. ຄຸນນະພາບ, ເນື້ອໃນ ແລະ ຮູບການພິມຈຳໜ່າຍໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ອັນໄດ້ສະໜອງຂໍ້ມູນຂ່າວ, ຄວາມຮູ້ໃນຫຼາຍຂົງເຂດໃຫ້ສັງຄົມເປັນຈຳນວນຫຼວງຫຼາຍ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຍົກສູງລະດັບຄວາມຮູ້ໃຫ້ປະຊາຊົນ, ເຮັດໃຫ້ຊີວິດທາງດ້ານວັດທະນະທຳ, ຈິດໃຈຂອງປະຊາຊົນອຸດົມສົມບູນຕື່ມອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປ່ຽນໃໝ່ປະເທດຊາດ. ປະຈຸບັນ, ລະດັບຄວາມຮູ້ຂອງປະຊາຊົນນັບມື້ນັບສູງ, ສິ່ງດັ່ງກ່າວຮຽກຮ້ອງໃຫ້ມີບັນດາບົດປະພັນທີ່ມີຄຸນນະພາບ, ມີຄຸນຄ່າດ້ານຂໍ້ມູນຂ່າວເພື່ອດຶງດູດຜູ້ອ່ານ. ທ່ານ ເລຮ່ວາງ, ຮອງປະທານສະມາຄົມພິມຈຳໜ່າຍ ຫວຽດນາມ, ຖືວ່າ:

        “ປື້ມຕ່າງກັບສິນຄ້າປະເພດຕ່າງໆຍ້ອນລັກສະນະແນວຄິດ, ວິທະຍາສາດ, ສິລະປະໃນຕົວມັນເອງ. ພວກເຮົາຕ້ອງດຶງດູດຜູ້ອ່ານເພື່ອໃຫ້ເຂົາເຈົ້າເຊື່ອໝັ້ນວ່າເມື່ອຊື້ປື້ມເຫຼັ້ມໜຶ່ງ, ເຂົາເຈົ້າສາມາດຊອກໄດ້ສິ່ງທີ່ດີກໍ່ຄືອັນຖືກອັນແມ່ນໃນປື້ມຫົວນັ້ນ, ອັນຈະຊ່ວຍໃຫ້ຈິດວີນຍານ ແລະ ບັນຫາກໍ່ສ້າງມະນຸດໄດ້ດີກວ່າ“.

        ໃນ 10 ປີມານີ້, ຂະແໜງພິມຈຳໜ່າຍໄດ້ມີການພັດທະນາຢ່າງແຮງ. ໃນນັ້ນບັນດາບໍລິສັດພິມຈຳໜ່າຍເອກະຊົນຄື: ຍານາມ, ແບກຫວຽດ, ອານຟາ, ທ໋າຍຮ່າ, ບຸກນີວ… ພວມປະກອບສ່ວນນຳເອົາສາຍລົມໃໝ່ມາໃຫ້ຕະຫຼາດພິມຈຳໜ່າຍ ຫວຽດນາມ, ສ້າງເປັນກຳລັງຜະລິດປື້ມແບບໃໝ່. ປະຈຸບັນມີຫຼາຍບໍລິສັດພິມຈຳໜ່າຍປື້ມເອກະຊົນ ຫວຽດນາມ ໄດ້ລົງທຶນດ້ວຍຈຳນວນຫຼາຍເພື່ອຊື້ລິຂະສິດບັນດາບົດປະພັນທີ່ຂາຍໄດ້ດີໃນຕະຫຼາດປື້ມສາກົນ, ອັນໄດ້ຊ່ວຍໃຫ້ຜູ້ອ່ານພາຍໃນປະເທດມີໂອກາດສຳຜັດກັບປື້ມທີ່ມ່ວນ ແລະ ມີຊື່ສຽງຂອງຕ່າງປະເທດ. ຄຽງຂ້າງນັ້ນ, ປື້ມຫວຽດນາມທີ່ມີຄຸນນະພາບຫຼາຍເຫຼັ້ມກໍ່ຖືກຂາຍລິຂະສິດເພື່ອພິມຈຳໜາຍຢູ່ຕ່າງປະເທດ. ທ່ານ ຟ້າມມິງທ້ວນ, ປະທານສະພາຄຸ້ມຄອງ, ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດ FAHASA , ຖືວ່າ:

        “ບັນດາບໍລິສັດພິມຈຳໜ່າຍປື້ມເອກະຊົນໄດ້ຮັບການຈັດຕັ້ງດ້ວຍລັກສະນະວິຊາການ ແລະ ສະເພາະຂະແໜງທີ່ສຸດ. ບັນດາກຳລັງທີ່ເຮັດວຽກງານພິມຈຳໜ່າຍເອກະຊົນກໍ່ໄດ້ຮັບການກໍ່ສ້າງຢູ່ພາຍໃນ ແລະ ຕ່າງປະເທດ, ສ່ວນຫຼາຍເຂົາເຈົ້າແມ່ນຄົນໜຸ່ນທີ່ມີຄວາມເມົາມົວກັບວຽກງານ, ມີທິດທາງຍຸດທະສາດຢ່າງຈະແຈ້ງ, ແຕ່ລະປີບັນດາບໍລິສັດພິມຈຳໜ່າຍປື້ມເອກະຊົນສາມາດພິມຈຳໜ່າຍປື້ມໃໝ່ນັບພັນເຫຼັ້ມ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຜູ້ອ່ານ. ບັນດາບໍລິສັດພິມຈຳໜ່າຍປື້ມເອກະຊົນກໍ່ມີການຈັດແບ່ງຕາມແຕ່ລະຂະແໜງຢ່າງຈະແຈ້ງຄື: ບໍລິສັດພິມຈຳໜ່າຍສະເພາະປື້ມວັນນະຄະດີ, ຫຼືບໍລິສັດພິມຈຳໜ່າຍສະເພາະປື້ກ່ຽວກັບເຍົາວະຊົນ… “.

ຍົກສູງຄຸນນະພາບການພິມຈຳໜາຍຕອບສະໜອງຄວາມຕ້ອງການຂອງຜູ້ອ່ານ - ảnh 2  (ພາບປະກອບ)

        ໃນສະພາບການເຊື່ອມໂຍງປະຈຸບັນນີ້, ຂະແໜງພິມຈຳໜ່າຍ ຫວຽດນາມ ພວມຢືນຢັນທີ່ຕັ້ງຂອງຕົນໃນພາກພື້ນອາຊີເທື່ອລະກ້າວ, ປະຈຸບັນແມ່ນສະມາຊິກຂອງສະຫະສະມາຄົມພິມຈຳໜ່າຍ ອາຊຽນ, ສະຫະສະມາຄົມພິມຈຳໜ່າຍ ອາຊີ - ປາຊີຟິກ. ແຕ່ລະປີທົ່ວຂະແໜງພິມຈຳໜ່າຍປື້ມໄດ້ປະມານ 30.000 ເຫຼັ້ມ, ດ້ວຍເກືອບ 400 ລ້ານສະບັບພິມ. ລະດັບເຕີບໂຕສະເລ່ຍໃນແຕ່ລະປີແມ່ນ 15-20% ກ່ຽວກັບຈຳນວນສະບັບ, 8-10% ຈຳນວນຫົວປື້ມ. ທ່ານນາງ ຂຸກທິຮວາເຟືອງ, ຜູ້ອຳນວຍການ, ບັນນາທິການໃຫຍ່ສຳນັກພິມຈຳໜ່າຍແມ່ຍິງ, ໃຫ້ຮູ້ວ່າ:

        “ໃນໄລຍະແຫ່ງການເຊື່ອມໂຍງ, ສຳນັກພິມຈຳໜ່າຍແມ່ຍິງມີຄວາມເອົາໃຈໃສ່ທີ່ສຸດເຖິງວຽກງານກໍ່ສ້າງ, ພັດທະນາຖັນແຖວ, ພິເສດແມ່ນລົງທຶນໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ. ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງການບຳລຸງສ້າງຕາມທິດພິມຈຳໜ່າຍທີ່ທັນສະໄໝ, ວິຊາການ, ສາມາດເຊື່ອມໂຍງກັບທ່າອ່ຽງພິມຈຳໜ່າຍຂອງໂລກໄດ້. ທັງເອົາໃຈໃສ່ເປັນພິເສດເຖິງການເຄື່ອນໄຫວຕ່າງໆທີ່ມີລັກສະນະແລກປ່ຽນຂໍ້ມູນລະຫວ່າງສຳນັກພິມຈຳໜ່າຍກັບຜູ້ອ່ານ, ເພື່ອຍົກສູງຄວາມຮັບຮູ້ຂອງສັງຄົມກ່ຽວກັບການພັດທະນາວັດທະນະທຳອ່ານໃນການສ້າງສາ ແລະ ພັດທະນາປະເທດຊາດ“.

        ໃນຊຸມປີມໍ່ໆມານີ້,  ການສ້າງຕັ້ງລະບົບບັນດາຮ້ານຂາຍປື້ມຂອງບໍລິສັດພິມຈຳໜ່າຍຕ່າງໆໃນທົ່ວປະເທດ. ພິເສດແມ່ນການເປີດຖະໜົນຂາຍປື້ມສອງສາຍຢູ່ນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ຮ່າໂນ້ຍ ໄດ້ສະແດງໃຫ້ເຫັນວ່າ, ການເຄື່ອນໄຫວພິມຈຳໜ່າຍໄດ້ມີບາດກ້າວພັດທະນາສຳຄັນ, ມີການປ່ຽນໃໝ່ແບບວິທີນຳປື້ມມາໃກ້ກັບຜູ້ອ່ານກວ່າ. ບັນດາການເຄື່ອນໄຫວນີ້ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການອ່ານປື້ມຂອງປະຊາຊົນເທົ່ານັ້ນ, ຫາກຍັງຊ່ວຍຕະຫຼາດຈຳໜ່າຍຜະລິດຕະພັນການພິມມີຄວາມຟົດຟື້ນກວ່າອີກ… ທ່ານນາງ ຫງວຽນເລມີຮ່ວານ, ຫົວໜ້າໜ່ວຍງານພິມຈຳໜ່າຍ ບໍລິສັດຫຸ້ນສ່ວນວັດທະນະທຳ ຮູຍຮ່ວາງ, ຫົວໜ່ວຍເຂົ້າຮ່ວມການແນະນຳປື້ມຢູ່ຖະໜົນປື້ມ ຮ່າໂນ້ຍ 19/12, ໃຫ້ຮູ້ວ່າ:

        “ຢູ່ຖະໜົນປື້ມ, ບັນດາບໍລິສັດພິມຈຳໜ່າຍບໍ່ພຽງແຕ່ໄດ້ພົບປະກັນໃນການປະຊຸມເທົ່ານັ້ນ, ຫາກຍັງສາມາດພົບກັນຜ່ານບັນດາຜະລິດຕະພັນຂອງຕົນອີກ. ສິ່ງດີທີ່ສຸດຢູ່ທີ່ນີ້ນັ້ນແມ່ນຜະລິດຕະພັນທັງໝົດລ້ວນແຕ່ສຸມໃສ່ຢູ່ແຫ່ງດຽວ ແລະ ພວກຂ້າພະເຈົ້າຈະຮຳ່ຮຽນເອົາບົດຮຽນເຊິ່ງກັນ ແລະ ກັນໂດຍກົງ. ຜ່ານການພົບປະແລກປ່ຽນ, ແນະນຳນັກປະພັນ, ບົດປະພັນ, ກໍ່ຄືຜ່ານກອງປະຊຸມສຳມະນາກັບຜູ້ອ່ານໜຸ່ມນັ້ນຈະສ້າງຄວາມດຶງດູດໃຫ້ແກ່ຜູ້ອ່ານເປັນຈຳນວນຫຼວງຫຼາຍ“.

ຍົກສູງຄຸນນະພາບການພິມຈຳໜາຍຕອບສະໜອງຄວາມຕ້ອງການຂອງຜູ້ອ່ານ - ảnh 3  (ພາບປະກອບ)

        ສຳລັບຜູ້ເມົາມົວ, ນິຍົມປື້ມແລ້ວ, ເມື່ອມີປື້ມເຫຼັ້ມໜຶ່ງຈະພາໃຫ້ເຂົາເຈົ້າຮູ້ສຶກມີຄວາມສຸກ, ເພິ່ງພໍໃຈ ແລະ ນັບຖືຢ່າງສູງ. ເຖິງວ່າເຕັກໂນໂລຢີດີຈີຕອນຈະພັດທະນາເຖິງຂັ້ນໃດ ແລະ ຊອບແວໝູນໃຊ້ປື້ມຂະຫຍາຍໃນທົ່ວໂລກ, ກໍ່ຄືມີ ebook ຢ່າງອຸສົມສົມບຸນກໍ່ຕາມ, ແຕ່ການອ່ານປື້ມພິມຍັງຄົງໄດ້ຮັບການເລືອກເຟັ້ນຈາກຜູ້ອ່ານ. ສະນັ້ນການປ່ຽນໃໝ່ ແລະ ຍົກສູງຄຸນນະພາບການພິມຈຳໜ່າຍແມ່ນປັດໃຈສຳຄັນເພື່ອສ້າງຄວາມດຶງດູດໃຫ້ແກ່ຜູ້ອ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ