ດົນຕີປະຕິວັດໃນຊີວິດທາງດ້ານດົນຕີຢູ່ເຂດທົ່ງພຽງແມ່ນ້ຳຂອງປັດຈຸບັນນີ້

(VOVWORLD) -

ແຕ່ລະເທື່ອເມື່ອສະເຫຼີມສະຫຼອງບັນດາເຫດການສຳຄັນຍິ່ງຂອງປະເທດຊາດ, ບັນດາຜູ້ນິຍົມດົນຕີຢູ່ເຂດທົ່ງພຽງແມ່ນຳ້ຂອງກໍ່ມີໂອກາດໄດ້ຮັບຟັງບັນດາບົດເພງປະຕິວັດ. ບັນດາບົດເພງປະຕິວັດໃນບັນດາລາຍການສິລະປະທີ່ອອກອາກາດທາງພາຫະນະສື່ມວນຊົນ, ໃນນັ້ນມີວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ຮັບຄວາມນິຍົມຊົມຊອບທີ່ສຸດຈາກຜູ້ຟັງ.

ດົນຕີປະຕິວັດໃນຊີວິດທາງດ້ານດົນຕີຢູ່ເຂດທົ່ງພຽງແມ່ນ້ຳຂອງປັດຈຸບັນນີ້ - ảnh 1 (ພາບປະກອບ: hcmcpv.org.vn)

ໂດຍແມ່ນນັກສິລະປິນ, ຜູ້ກຳກັບການສະແດງໃນຫຼາຍລາຍການດົນຕີເດີ່ນກາຕ່າຍຕື (ຂັບຮ້ອງດົນຕີພື້ນເມືອງຢູ່ພາກໃຕ້ ຫວຽດນາມ) ແລະ ລະຄອນກາຍເລື່ອງ (ລຳເລື່ອງ), ແຕ່ນັກສິລະປິນດີເດັ່ນ ຈຸກລິງ, ນະຄອນ ເກິນເທີ ພັດມີຄວາມນິຍົມບັນດາບົດເພງປະຕິວັດທີ່ສຸດ. ດົນຕີປະຕິວັດໄດ້ພ້ອມກັບທ່ານນາງເຂົ້າເປັນທະຫານ ແລະ ພ້ອມກັບເພື່ອນຮ່ວມກົມກອງຜ່ານຜ່າຄວາມທຸກຍາກລຳບາກ, ການເສຍສະຫຼະບໍ່ຈັກວ່າເທົ່າໃດເພື່ອຕໍ່ສູ້ປົກປັກຮັກສາເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ. ນັກສິລະປິນ ຈຸກລິງ ຖືວ່າ, ບັນດາບົດເພງປະຕິວັດນັ້ນລວບລວມເອົາທັງປະຫວັດສາດ ແລະ ຄວາມຮັບຜິດຊອບຂອງພົນລະເມືອງຕໍ່ປະເທດຊາດໃນໄລຍະສັນຕິພາບປັດຈຸບັນນີ້. ບັນດາບົດເພງປະຕິວັດໄດ້ຊາບຊືມໃນຫົວໃຈຂອງທຸກຄົນ, ສ້າງເປັນກຳລັງແຮງລວມເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ. ນັກສິລະປິນ ຈຸກລິງ ແບ່ງປັນວ່າ: ທ່ານນາງເຄີຍຮັບຟັງບັນດາລາຍການດົນຕີທາງວິທະຍຸກະຈາຍສຽງ ຫວຽດນາມ ແລະ ນິຍົມຊົມຊອບພິເສດຕໍ່ສຽງເພງຂອງນັກຮ້ອງຊາຍ ຈ້ອງເຕິ໋ນ.

ເມື່ອຮັບຟັງສຽງເພງຂອງນັກຮ້ອງ ຈ້ອງເຕິ໋ນ ຂ້າພະເຈົ້ານິຍົມຊົມຊອບທີ່ສຸດ, ທັງຮ້ອງມ່ວນ ການນຸ່ງຖືຍາມໃດກໍ່ສຸພາບລຽບງ່າຍ. ຫວ່າງແລ້ວນີ້ ຂ້າພະເຈົ້າໄດ້ຮັບຟັງສຽງຂັບເສິມຂອງຈ້ອງເຕິ໋ນ, ຂ້າພະເຈົ້ານິຍົມຊົມຊອບທີ່ສຸດ ບໍ່ຮູ້ວ່າຈະຍ້ອງສຽງຂັບຂອງລາວແມ່ນມ່ວນຄືແນວໃດ

ທີ່ງານປະກວດຂັບຮ້ອງບັນດາບົດເພງອະມະຕະ, ງານປະກວດສຽງເພງນັກຮຽນ, ນັກສຶກສາ, ມະຫາຊົນ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານ ຫຼື ລາຍການພົບປະແລກປ່ຽນສີລະປະຂອງບັນດາທ້ອງຖີ່ນໃນເຂດທົ່ງພຽງແມ່ນໍ້າຂອງ ຄື ເກິນເທີ, ຕ່ຽນຢາງ, ຊອັກຈັງ, ກຽນຢາງ, ເຮົ້າຢາງ, ກາເມົາ…ບັນດາບົດເພງປະຕິວັດຍາມໃດກໍ່ກວມຈໍານວນຫຼາຍ ແລະ ມີຄຸນນະພາບສູງ, ໄດ້ຮັບການສະໜັບສະໜູນຈາກຜູ້ຊົມຫຼາຍທີ່ສຸດ.

 “ບັນດາບົດເພງທີ່ເປັນມູນເຊື້ອແມ່ນແກ່ນສານໃນບັນດາລາຍການສະແດງສີລະປະທັງໝົດຂອງໂຮງຮຽນນ້ອງ. ບັນດາບົດເພງນີ້ ໄດ້ສ້າງຄວາມເອກອ້າງທະນົງໃຈຕໍ່ປະເທດຊາດໃຫ້ແກ່ນ້ອງ.

ເມື່ອຮັບຟັງບັນດາບົດເພງເຫຼົ່ານີ້ ນ້ອງຮູ້ສຶກໄດ້ທຳນອງອັນສະຫງ່າອົງອາດອັນໄດ້ເຮັດໃຫ້ນ້ອງມີຄວາມຮັກຕໍ່ປະເທດຊາດກວ່າ.

ໂດຍໄດ້ຮັບການກຳເນີດ ແລະ ເຕີບໃຫຍ່ໃນສະພາບປະເທດຊາດມີສັນຕິພາບ ພວກນ້ອງພຽງແຕ່ຮູ້ສຶກໄດ້ສ່ວນໃດສ່ວນໜຶ່ງບັນດາບົດເພງປະຕິວັດເທົ່ານັ້ນ. ແຕ່ພວກນ້ອງຂັບຮ້ອງດ້ວຍຄວາມເອກອ້າງທະນົງໃຈ ແລະ ກຳລັງແຮງຂອງຊາວໜຸ່ມກຽນຢາງເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ.

ປະຈຸບັນ, ດົນຕີປະຕິວັດໄດ້ເພີ່ມບັນດາບົດເພງໃໝ່ທີ່ຍ້ອງຍໍປະເທດຊາດ, ຍ້ອງຍໍນັກຮົບ ຫຼື ບັນດາບົດເພງກ່ຽວກັບທະເລ, ໝູ່ເກາະຕື່ມອີກ. ນັກຮ້ອງ, ນັກດົນຕີ, ນັກຂ່າວ ກວິງເຮີບ ແມ່ນໜຶ່ງໃນບັນດານັກດົນຕີ ທີ່ມີຫຼາຍບົດເພງທີ່ທັນສະໄໝ, ບັນດາບົດເພງຂອງເອື້ອຍ ກ່ຽວກັບໝູ່ເກາະທະເລຄື “ສັງເກດປະເທດຊາດຜ່ານທະເລ ”, “ ຟັງນ້ອງຮ້ອງເພງຢູ່ເຈື່ອງຊາ ” ຫຼື “ ບ່ອນທີ່ເຮົາແຕ່ງເພງລູກທົ່ງ ”…ກໍ່ໄດ້ຮັບການຮອງຮັບຈາກຜູ້ນິຍົມຊົມຊອບດົນຕີປະຕິວັດໃນປະຈຸບັນເປັນຈຳນວນຫຼວງຫຼາຍ. ນັກປະພັນດົນຕີ ກວິ່ງເຮີບ ໃຫ້ຮູ້ວ່າ: ຄວາມຮັກຕໍ່ປະເທດຊາດ ແມ່ນເລີ່ມມາຈາກບັນດາເລື່ອງທຳມະດາໃນຊີວິດປະຈຳວັນ, ແຕ່ມັນພັດລວບລວມບັນດາແນວຄິດຈິດໃຈຂອງຫຼາຍຄົນ. ນັກດົນຕີເປັນຜູ້ຮັບຮູ້ເລິກສິ່ງດັ່ງກ່າວ, ຈາກນັ້ນໄດ້ປະດິດແຕ່ງເຮັດໃຫ້ບົດເພງ ແລະ ທຳນອງເພງຂອງຕົນພົ້ນເດັ່ນຂຶ້ນ.

ໄລຍະສົງຄາມຈະສ້າງຄວາມຮູ້ສຶກສະອອນໃຈໄດ້ງ່າຍກວ່າໄລຍະສັນຕິພາບ, ສະນັ້ນຮຽກຮ້ອງໃຫ້ນັກດົນຕີຕ້ອງມີຄວາມເອົາໃຈໃສ່ເປັນພິເສດ, ມີການຄົ້ນຄ້ວາລະອຽດກວ່າ ແລະ ຕ້ອງຕິດແທດກັບຕົວຈິງກວ່າ. ນັ້ນກໍ່ແມ່ນຄວາມຮັກ, ຄວາມເປັນຫ່ວງທີ່ນັກປະພັນດົນຕີຢາກຝາກຝັງເຖິງຜູ້ຟັງ. ຕົວຢ່າງຄືບັນດາບົດເພງກ່ຽວກັບທະເລໝູ່ເກາະຂອງຂ້າພະເຈົ້າ ແມ່ນບັນດາເລື່ອງລາວກ່ຽວກັບແນວຫຼັງກັບທະເລໝູ່ເກາະ, ເຖິງວ່າພຽງແຕ່ແມ່ນເລື່ອງຄອບຄົວເທົ່ານັ້ນ ແຕ່ມັນພັດກ່ຽວຂ້ອງເຖິງທະຫານນັບລ້ານຄົນທີ່ພວມຢູ່ໃນສະພາບຜົວເມຍຫ່າງໄກກັນ. ໃນໄລຍະສັນຕິພາບນັ້ນກໍ່ເປັນສິ່ງທີ່ເຂົາເຈົ້າໄດ້ເສຍສະຫຼະຫຼາຍທີ່ສຸດ.

ໃນການພັດທະນາວັດທະນະທຳທີ່ມີຫຼາຍຮູບຫຼາຍແບບຄືປັດຈຸບັນ, ໄດ້ປະກົດມີດົນຕີຫຼາຍປະເພດເພື່ອຕອບສະໜອງຄວາມຕ້ອງການຂອງສາທາລະນະຊົນ, ແຕ່ດົນຕີປະຕິວັດຍາມໃດກໍ່ມີທີ່ຕັ້ງຢ່າງໝັ້ນຄົງໃນຫົວໃຈຜູ້ນິຍົມຊົມຊອບດົນຕີ ຫວຽດນາມຢູ່. ນັບແຕ່ລຸ້ນພໍ່, ລຸ້ນອ້າຍທີ່ດຳລົງຊີວິດໃນຄວາມລຳບາກ, ລະເບີດໝາກໝີ່ນຂອງສົງຄາມ ເພື່ອຍາດເອົາເອກະລາດເສລີພາບມາໃຫ້ປະເທດຊາດ, ຕະຫຼອດຮອດລຸ້ນໜຸ່ມໃນປັດຈຸບັນ, ແຕ່ລະເທື່ອເມື່ອຮັບຟັງບັນດາບົດເພງປະຕິວັດນັ້ນລ້ວນແຕ່ຮູ້ສຶກມີຄວາມຮັກແພງຕໍ່ປະເທດຊາດ, ບ້ານເກີດເມືອງນອນ ແລະ ມີຄວາມເຊື່ອໝັ້ນກວ່າ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງກວ່າ.

ດົນຕີປະຕິວັດໃນຊີວິດທາງດ້ານດົນຕີຢູ່ເຂດທົ່ງພຽງແມ່ນ້ຳຂອງປັດຈຸບັນນີ້ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ