ຕຸກກະຕານ້ຳທີ່ເປັນເອກະລັກສະເພາະຢູ່ບ້ານດ່າວທຸກ, ເມືອງດົງແອງ, ຮ່າໂນ້ຍ


(vovworld) - ໃນ​ສາງວັດ​ທະ​ນະ​ທຳ​ພື້ນ​ເມືອງ ຫວຽດ​ນາມ, ຕຸກ​ກະ​ຕາ​ນ້ຳແມ່ນ​ໜຶ່ງ​ໃນ​ບັນ​ດາຮູບ​ການ​ສິ​ລະ​ປະ​ທີ່​ໄດ້​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່ຜູ້​ຊົມ, ​​ດ້ວຍ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ ແລະ ຄວາມ​ຕະຫຼົກ​​ໃນ​ບັນ​ດາ​ເລື່ອງ​ລາວ​ທີ່​ຕິດ​ພັນ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ກະ​ສິ​ກອນ ຫວຽດ​ນາມ. ພິ​ເສດ​ແມ່ນ​ໃນ​ໂອ​ກາດ​ຕົ້ນ​ລະ​ດູ​ບານ​ໃໝ່, ບັນ​ດາ​ຜູ້​ທີ່​ມີ​ຄວາມ​ນິ​ຍົມ​ກັບ​ສິ​ລະ​ປະ​ພື້ນ​ເມືອງນີ້​ເຄີຍ​ມາ​ຍັງ​​ໝູ່​ບ້ານ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ ດ່າວ​ທຸກ, ເມືອງ ດົງ​ແອງ, ຮ່າ​ໂນ້ຍ, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສ້າງ​ຄວາມ​ດູດ​ດື່ມ​ທີ່​ສຸດ​ຢູ່​ເຂດ​ດິນ​ສັນ​ດອນ​ແມ່​ນ້ຳ​ແດງ, ເພື່ອ​​.ຮັບຊົມ​ສິ​ລະ​ປະທີ່​ເປັນ​ມູນ​ເຊື້ອນີ້.

ຕຸກກະຕານ້ຳທີ່ເປັນເອກະລັກສະເພາະຢູ່ບ້ານດ່າວທຸກ, ເມືອງດົງແອງ, ຮ່າໂນ້ຍ - ảnh 1
ບັນດນັກສະແດງໃນກອງຕຸກກະຕານຳ້ດ່າວທຸກ

ບ້ານ ດ່າວ​ທຸກ, ເມືອງ ດົງ​ແອງ, ຮ່າ​ໂນ້ຍ, ແມ່ນ​ໝູ່​ບ້ານທີ່​​ເປັນ​ມູນ​ເຊື້ອ​ຢູ່​ພາກ​ເໜືອ ຫວຽດ​ນາມ​. ນີ້​ກໍ່​ແມ່ນ​ໝູ່​ບ້ານ​ທີ່​ມີ​ຊື່​ສຽງ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ດ້ວຍ​ສິ​ລະ​ປະການ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ​ທີ່​ມີ​ມາ​ເປັນ​ເວ​ລາເກືອບ 300 ປີ​. ໃນໝູ່​ບ້ານ ດ່າວ​ທຸກ​ ມີທ່ານ ຫງວຽນ​ດັງ​ວິງ ຫຼື (ດ່າວ​ດັງ​ຄຽມ) ບ້ານ​ເກີດ​ຢູ່ ດ່າວ​ຊ໋າ, ເມືອງ ອຽນ​ຟອງ, ແຂວງ ບັກ​ນິງ (ປະ​ຈຸ​ບັນ​ແມ່ນ ດ່າວ​ທຸກ, ຕາ​ແສງ​ ຖູ້ຍ​ເລິມ, ເມືອງ ດົງ​ແອງ, ຮ່າ​ໂນ້ຍ), ຍ້ອນ​ນິ​ຍົມ​ສິ​ລະ​ການປະ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ, ທ່ານ​ໄດ້​ສຸມ​ຈິດ​ສຸມ​ໃຈ​ໂຄ​ສະ​ນາ​ຮູບ​ການ​ສິ​ລະ​ປະ​ນີ້ໃຫ້​ຄົນ​ລຸ້ນຫຼັງ. ຍ້ອນ​ມີ​ບຸນ​ຄຸນ​ອັນ​ໃຫຍ່ຫຼວງ, ​ຊາວ​ບ້ານ​ຈຶ່ງ​ສະ​ເໜີ​ລາ​ຊະ​ວັງ ເລ ປະ​ດັບ​ເປັນພະ, ສ້າງສີ​ລາ​ເລກ ເມື່ອ​ປີ 1735 (ສະ​ໄໝ​ລາ​ສະ​ວົງ ຫຼີ​ອີ໋​ຕົງ). ແຕ່​ລະ​ປີ, ເມື່ອ​ຮອດ​ວັນ​ບູ​ຊາ​ພະ​ອົງ​ໃນ​ວັນ​ທີ 24/2 (ໄລ່​ຕາມ​​ຈັນ​ທະ​ປະ​ຕິ​ທິນ), ຊາວ​ບ້ານ​ກໍ່​ຈັດ​ພິ​ທີ​ຖະ​ຫວາຍ​ທູບ​ທຽນ ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຜູ້​ທີ່​ໄດ້​ກໍ່​ຕັ້ງ​ຮູບ​ການ​ສິ​ລະ​ປະ​ນີ້.

ບັນ​ດາ​ຕຸກ​ກະ​ຕາໂດຍ​ຊາວ​ບ້ານ​ ດ່າວ​ທຸກ ເປັນ​ຜູ້​ເຮັດ​ເອງ​ດ້ວຍ​ໄມ້, ມີ​ຄວາມ​ຍາວ​ປະ​ມານ 30 – 40 cm, ຖືກທາ​ສີ​ຢູ່ນອກ​ເພື່ອ​ບໍ່​ໃຫ້​ນ້ຳ​ຊືມ​ເຂົ້າ​. ຕຸກ​ກະ​ຕາ​ແຕ່​ລະ​ໂຕ​ລ້ວນ​ແຕ່​ຖືກ​ແກະ​ສະຫຼັກ​ຕາມ​ຮູບ​ຕົວ​ລະ​ຄອນ, ສັດ​ໃນ​ບັນ​ດາ​ເລື່ອງ​ລາວ​ພື້ນ​ເມືອງ​ຂອງ ຫວຽດ​ນາມ. ກອງ​ຕຸກ​ກະ​ຕາ​ນ້ຳ ດ່າວ​ທຸກ ເຄີຍ​ສະ​ແດງ 20 ກວ່າ​ເລື່ອງ, ເຊິ່ງ​​ແມ່ນລະ​ຄອນຕຸກ​ກະ​ຕາ​ເດີມ ທີ່​ເລີ່ມ​ມ​າຈາກວຽກ​ງານ​ກະ​ສິ​ກຳ​ຄື: ການ​ເຮັດ​ໄຮ່​ໄຖ​ນາ, ການລ້ຽງ​ຄວາຍ, ຕຶກ​ປາ, ການ​ລະຫຼິ້ນ​ພື້ນ​ເມືອງ, ກໍ່​ຄື​ເລື່ອງ​ລາວ​ທີ່​ສືບ​ມາ​ແຕ່​ບູ​ຮານ​ຄື: ແທກ​ແຊງ​ ຕີງູ​ເຫຼືອງ… ທ່ານ ດິງ​ຫື້ວ​ຕື້, ນັກ​ສະ​ແດງຕຸກ​ກະ​ຕາ​ນ້ຳ​ບ້ານ ດ່າວ​ທຸກ ມາ​ເປັນ​ເວ​ລາກວ່າ 30 ປີ, ແບ່ງ​ປັນ​ວ່າ:

“ນັບ​ແຕ່​ຄາວ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຊົມ​ລາຍ​ການ​ຟ້ອນຕຸກ​ກະ​ຕາ​ນ້ຳ​ໂດຍ​ບັນ​ດາ​ຜູ້​ເຖົ້າ​ສະ​ແດງ​. ຍ້ອນ​ມີ​ຄວາມນິ​ຍົມ​ກັບອາ​ຊີບນີ້​, ຂ້າ​ພະ​ເຈົ້າ​ຈຶ່ງ​ຮຽນ​ຕາມ. ໃນ​ເບື້ອງ​ຕົ້ນ​ຕ້ອງ​ຮຽນແຕ່​ລະ​ກິ​ລິ​ຍາ​ທ່າ​ທາງ​ຂອງ​ຕົວ​ລະ​ຄອນ, ເມື່ອ​ມີ​ຄວາມ​ຊຳ​ນານ​ແລ້ວ​ຈຶ່ງ​ລົງ​ສະ​ແດງ​ຢູ່​ໃຕ້ນ້ຳ. ເມື່ອ​ສະ​ແດງ​ແມ່ນ​ຕ້ອງ​ສຸມ​ຈິດ​ສຸມ​ໃຈ​ເຂົ້າ​ໃນ​ການ​ບັນ​ຊາ​​ຕົວ​ລະ​ຄອນຄື​ແນວ​ໃດ​ໃຫ້​ມີ​ການ​ເຄື່ອນ​ເໜັງ​ຖືກ​ກັບ​ເນື້ອ​ໃນ​ເລື່ອງ​ລາວ​ທີ່​ຕົນ​ສະ​ແດງ”.

ຕຸກກະຕານ້ຳທີ່ເປັນເອກະລັກສະເພາະຢູ່ບ້ານດ່າວທຸກ, ເມືອງດົງແອງ, ຮ່າໂນ້ຍ - ảnh 2
ຕົວຕຸກກະຕານ້ຳແກວງມືທັງສອງເບື້ອງ

ປະ​ຈຸ​ບັນ, ກອງ​​ຕຸກ​ກະ​ຕາ​ນ້ຳ​ ດ່າວ​ທຸກ ມີ​ນັກ​ສິ​ລະ​ປະ​ກວ່າ 30 ຄົນ, ຜູ້​ມີ​ອາ​ຍຸ​ສູງ​ສຸດ​ແມ່ນ 70 ປີ, ຜູ້​ໜຸ່ມ​ສຸດ​ແມ່ນ​ເດັກ​ນ້ອຍ​ຍັງ​ຮຽນ​ສາ​ມັນ​ສຶກ​ສາ. ເກືອບ​ຄື​ວ່າມື້​ໃດ​​ກອງ​ຕຸກ​ກະ​ຕາ​ນ້ຳກໍ່​​ໄປ​ສະ​ແດງ​. ພິ​ເສດ, ນັບ​ແຕ່​ມື້​ທີ​ສອງ​ຂອງ​ບຸນ​ເຕັດ, ຕາ​ຕະ​ລາງ​ໄປ​ສະ​ແດງ​​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ​​ຢູ່ໃກ້ ແລະ ໄກຂອງກອງ​ຕຸກ​ກະ​ຕາ​ນ້ຳ​ແມ່ນ​ເຕັມ​ໝົດ. ນີ້​ແມ່ນ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ກອງ​​ຕຸກ​ກະ​ຕາ​ນ້ຳ​ດຶງ​ດູດ​ຊາວ​ໜຸ່ມ​ໃນ​ບ້ານ​ມີ​ຄວາມ​ນິ​ຍົມ, ເຮັດ​ ແລະ ຕິດ​ພັນ​ກັບອາ​ຊີບນີ້. ອ້າຍ ດິງ​ຮ່​ວາງ​ເວິນ, ຜູ້​ເຂົ້າ​ຮ່ວມກອງ​​ຕຸກ​ກະ​ຕາ​ນ້ຳ​ນັບ​ແຕ່​ຄາວ​ມີ​ອາ​ຍຸ 15 ປີ, ໃຫ້​ຮູ້​ວ່າ:

ຂ້າ​ພະ​ເຈົ້າ​ນິ​ຍົມ​ອາ​ຊີບນີ້​ນັບ​ແຕ່​ຄາວ​ຍັງ​ເປັນ​ເດັກ​ນ້ອຍ, ດັ່ງ​ນັ້ນ​ຈຶ່ງ​ເຂົ້າ​ຮ່ວມກອງ​ຕຸກ​ກະ​ຕາ​ນ້ຳ ແລະ ສິ່ງ​ສຳ​ຄັນ​ແມ່ນ​ເພື່ອ​ຮັກ​ສາ​ອາ​ຊີບ​ພື້ນ​ເມືອງ​ຂອງ​ປູ​ຍ່າ​ຕາ​ຍາຍໄວ້. ແຂກ​ມາ​ແຫ່ງນີ້​​ພຽງ​ແຕ່ນິ​ຍົມບັນ​ດາ​ເລື່ອງ​ລາວທີ່​ເບີກ​ບານ​ມ່ວນ​ຊື່ນ ແລະ ເລື່ອງ​ລາວ​ມາ​ແຕ່​ບູ​ຮານ​ຄື: ອັດ​ສະ​ວີນ​ຕີເສືອ, ແທກ​ແຊງ… ຂຶ້ນອູ່​ລົງ​ມ້າ”.

ເມື່ອ​ມາ​ຊົມ​ລາຍ​ການ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ ດ່າວ​ທຸກ, ຜູ້​ຊົມ​ບໍ່​ພຽງ​ແຕ່​ຮູ້​ສຶກ​ເບີກ​ບານ​ມ່ວນ​ຊື່ນ, ສະ​ຫວາດ​ສະ​ເຫວີຍ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ຟັງ​ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ​ທີ່​ອອນ​ຊອນ, ເຕັມ​ໄປ​ດ້ວຍ​ສີ​ສັນ​ເຂດ​ບ້ານ​ນາອີກ​ດ້ວຍ. ເພື່ອ​ຕອບ​ຄືນ​ອາ​ລົມ​ຈິດ​ອັນ​ຈິງ​ໃຈ​ເຊິ່ງ​ຜູ້​ຊົມ​ໄດ້​ສະ​ຫງວນ​ໃຫ້, ກອງ​​ຕຸກ​ກະ​ຕາ​ນ້ຳ ດ່າວ​ທຸກ ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ຈັດ​ບັນ​ດາ​ລາຍ​ການ​ໃໝ່, ສ້າງ​ຄວາມ​ຈັບ​ອົກ​ຈັບ​ໃຈ​ໃຫ້​ແກ່​ຜູ້​ຊົມ. ທ່ານ ໂງ​ມິງ​ຟອງ, ຫົວ​ໜ້າ ກອງ​ຕຸກ​ກະ​ຕາ​ນ້ຳ ດ່າວ​ທຸກ, ເນັ້ນ​ໜັກ​ວ່າ:

“ເພື່ອ​ໃຫ້ກອງ​ຕຸກ​ກະ​ຕາ​ນ້ຳພັດ​ທະ​ນາ​ໃຫ້​ດີກວ່າ. ປະ​ຈຸ​ບັນ​ຄະ​ນະ​ນຳກອງ​ຕຸກ​ກະ​ຕາ​ນ້ຳ ແລະ ອຳ​ນາດ​ການ​ປົກ​ຄອງ​ພວມ​ເຂົ້າ​ຮ່ວມ​ຢ່າງ​ແຮງ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຈະ​ຮັບ​ສະ​ໝັກ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ບຳ​ລຸງ​ສ້າງ​ລຸ້ນ​ໜຸ່ມ​ໃຫ້ມີ​ລະ​ດັບ​ຄວາມ​ຮູ້, ຄວາມ​ສາ​ມາດ​, ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງກອງ​ຕຸກ​ກະ​ຕາ​ນ້ຳ. ຫວັງ​ວ່າ​ໃນ​ຕໍ່​ໜ້າ, ດ້ວຍ​ຖັນ​ແຖວ​ທີ່​ໜຸ່ມ​ແໜ້ນ, ຂະ​ຫຍັນ​ຂັນ​ເຄື່ອນ​ຄື​ແນວ​ນັ້ນ, ເລື່ອງ​ສຳ​ຜັດ​ກັບ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫຼື​ການ​ເຮັດ​ວຽກ​ງານ marketing ໂຄ​ສະ​ນາ​ຈະ​ນັບ​ມື້​ນັບ​ດີກວ່າ”.

ຕຸກກະຕານ້ຳທີ່ເປັນເອກະລັກສະເພາະຢູ່ບ້ານດ່າວທຸກ, ເມືອງດົງແອງ, ຮ່າໂນ້ຍ - ảnh 3
 ຕຸກກະຕານ້ຳ ດ່າວທຸກ ສ້າງຄວາມດຶງດູດໃຫ້ແກ່ຜູ້ຊົມ
 ດ້ວຍຄວາມຟົດຟື້ນມ່ວນຊື່ນ ແລະ ຄວາມຕະຫຼົກ

ໃນ​ຊຸມ​ປີ​ມໍ່ໆ​ມານີ້, ກອງ​ຕຸກ​ກະ​ຕາ​ນ້ຳ ດ່າວ​ທຸກ​ ໄດ້​ເປີດກວ້າງ​ການ​ພົວ​ພັນ​ກັບ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດຫຼາຍ​ແຫ່ງ​ເພື່ອ​ໂຄ​ສະ​ນາ​ທາງ​ໂທ​ລະ​ພາບ, ແວບ​ໄຊ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ… ນຳ​ແຂກ​ທ່ອງ​ທ່ຽວ​ມາ​ຊົມ​ລາຍ​ການສະ​ແດງ​ຕຸກ​ກະ​ຕາ​ນ້ຳຢູ່​ບ້ານ. ທ່ານ ຫງວຽນ​ຮົ່ງ​ດ່າຍ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ທ່ອງ​ທ່ຽວ FPT travel, ຖື​ວ່າ:

“ນີ້​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ແຫ່ງ​ໜຶ່ງ​ທີ່​ມີຫຼາຍ​ຄົນ​ມາ​ຢາມ, ດັ່ງ​ນັ້ນ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ຊົມ​ລາຍ​ການ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ​ຂອງ ດ່າວ​ທຸກ, ພວກ​ຂ້າ​ພະ​ເຈົ້າ​ໄດ້ໃຫ້​ບຸ​ລິ​ມາ​ສິດ​ແກ່​ຄະ​ນະ​ທີ່​ມີນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ ແລະ ສົມ​ທົບ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຈຳ​ນວນ​ໜຶ່ງ​ຢູ່​ ດົງ​ແອງ ແລະ ຮ່າ​ໂນ້ຍ. ຍ້ອນນີ້​ແມ່ນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ສາ​ມາດ​ຂຸດ​ຄົ້ນ​ໄດ້​ດີ​​ທີ່​ສຸດເມື່ອນຳ​ແຂກ​ທ່ອງ​ທ່ຽວ​ມາ​ຊົມ​ລາຍ​ການສະ​ແດງ​ຕຸກ​ກະ​ຕາ​ນ້ຳ ດ່າວ​ທຸກ, ດົງ​ແອງ ນີ້”.

ເມື່ອ​ມາ​ຊົມ​ລາຍ​ການ​ສະ​ແດງ​ຂອງກອງ​ຕຸກ​ກະ​ຕາ​ນ້ຳ ດ່າວ​ທຸກ, ນັກ​ທ່ອງ​ທ່ຽວ​ຈຶ່ງ​ສາ​ມາດ​ຮັບ​ຮູ້​ໄດ້​ສິ່ງ​ທີ່​ດີ​ງາມ​ຂອງ​ຕຸກ​ກະ​ຕາ​ນ້ຳ​ເວົ້າ​ສະ​ເພາະ ແລະ ບັນ​ດາ​ຮູບ​ການ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ທີ່​ເປັນ​ມູນ​ເຊື້ອ​​ຂອງ​ຊາດ ຫວຽດ​ນາມ ເວົ້າ​ລວມ. ຜ່ານ​ໄລ​ຍະ​ນັບ​ຮ້ອຍ​ປີ, ປະ​ຊາ​ຊົນ ດ່າວ​ທຸກ​ ຍັງ​ຄົງ​ຮັກ​ສາ​ອາ​ຊີບ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ​​ໄວ້ຄື​ດັ່ງ​​ຮັກ​ສາຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ໝູ່ບ້ານ. ຫຼາຍ​ຄອບ​ຄົວ, ວົງ​ຕະ​ກຸນ​ໃນ​ໝູ່​ບ້ານ​​ໄດ້​ມີເຖິງ 5 ລຸ້ນ​ຄົນ​ເຮັດອາ​ຊີບນີ້​​, ເຂົາ​ເຈົ້າ​ໄດ້​ສືບ​ທອດ​ເຄັດ​ລັບສະ​ແດງ​ຕຸກ​ກະ​ຕາ​ນ້ຳ. ເພື່ອ​ຕິດ​ພັນ​ກັບ​ອາ​ຊີບນີ້, ເຂົາ​ເຈົ້າ​ໄດ້​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ແບ່ງ​​ທຸກ​ແບ່ງ​ສຸກ​ໃນ​ອາ​ຊີບ​ນຳ​ກັນ, ແລະ ພ້ອມ​ກັນ​ປ່ຽນ​ໃໝ່​ເພື່ອ​ເໝາະ​ສົມ​ກັບ​ທ່າ​ອ່ຽງ​ຂອງ​ຍຸກ​ສະ​ໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ