ຖະຫນົນປື້ມ - ຖະຫນົນແຫ່ງລະດູບານໃຫມ່


(vovworld)- ມີ​ຖະ​ຫ​ນົນ​ນ​້ອຍສາຍ​ຫ​ນຶ່ງຢູ່​ໃຈ​ກາງ ນະ​ຄອນ ໂຮ່​ຈິ​ມີນ - ນັ້ນ​ແມ່ນ​ຖະ​ຫ​ນົນ ຫງວຽນ​ວັນ​ບີງ. ປະ​ຈຸ​ບັນ ຖະ​ຫ​ນົນ​ສາຍນີ້​ມີ​ຊື່​ວ່າ “ ຖະ​ຫ​ນົນ​ປື້ມ​ນະ​ຄອນ ໂຮ່​ຈິ​ມີນ”. ເພາະ​ວ່າ ໃນ​ກວ່າ​ຫ​ນຶ່ງ​ປີ​ຜ່ານ​ມາ, ຖະ​ຫ​ນົນ​ສາຍນີ້​ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ວາງ​ສະ​ແດງ​ປື້ມ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ທີ່​ຕິດ​ພັນ​ກັບ​ປື້ມ, ພ້ອມ​ທັງ​ແມ່ນ​ບ່ອນ​ເຕົ້າ​ໂຮມ, ພົວ​ພັນ​ແລກ​ປ່ຽນຂອງບັນ​ດາ​ຜູ້​ນິ​ຍົມ​ອ່ານ​ປື້ມ. ໃນ​ລາຍ​ການ​ວັດ​ທ​ະ​ນະ​ທຳ​ພາກ​ນີ້ ພວກ​ເຮົາ​ຂໍ​ແນະ​ນຳ​ບົດຂຽນ​ຂອງ​ນັກ​ຂ່າວ ຮ່​ວາງ​ຫາຍ ​ທີ່​ມີ​ຫົວ​ຂໍ້​ວ່າ: ຖະ​ຫ​ນົນ​ປື້ມ - ຖະ​ຫ​ນົນ​ແຫ່ງ​ລະ​ດູ​ບານ​ໃຫມ່.

        ຈຳ​ນວນປື້ມ​ນຳ​ມາວາງ​ສະ​ແດງຢູ່​ຖະ​ຫ​ນົນ ຫງວຽນ​ວັນ​ບີງ ​ແມ່ນນັບ​ໝື່ນ​ໆ​ຫົວ. ​ປື້ມ​ວາງ​ເຕັມ 2 ສອງ​ຟາກ​ທາງ ແລະ ປະ​ດັບ​ປະ​ດາ​ຢູ່​ເທິງ​ປ້າຍໂຄ​ສະ​ນາ​ເຄື່ອນ​ທີ່​ຢູ່​ໃຈ​ກາງ​ນະ​ຄອນ. ​ມີປື້ມ​ຫ​ນາ, ປື້ມ​ປາງຄົບ​ປະ​ເພດ, ​ປື້ມ​ຫນ້າ​ປົກ​ແຂງ, ຫນ້າ​ປົກ​ອ່ອນ, ນັບ​ທັງປື້ມ​ພາບ​ເລື່ອງ​​ສຳ​ລັບເດັກ​ນ້ອຍ​​ທີ່ມີ​ສີ​ສັນ​ຫລາກ​ຫລາຍ​ກໍ​ໄດ້​ວາງ​ສະ​ແດງ​ຄື​ດັ່ງ​ຄຳ​ເຊື້ອ​ເຊີນ​ແຂກ​ເຂົ້າ​ຊົມ. ສະ​ນັ້ນ ຜູ້​ອ່ານທຸກ​ຄົນ​ທີ່​ມາ​​ຢ້ຽມຊົມ​ຖ​ະ​ຫ​ນົນ​ປື້ມ​ສາຍນີ້​ຜູ້​ໃດກໍ​ຢາກ​ຊື້​ໃຫ້​ຕົນ​ເອງ​ປື້ມ​ຫົວ​ຫ​ນຶ່ງ, ພິ​ເສດ​ແມ່ນ​ໄວ​ຫ​ນຸ່ມ. ເອື້ອຍ ແຄງ​ມີງ ຜູ້​ອ່ານ​ຢູ່ ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

ຖະຫນົນປື້ມ - ຖະຫນົນແຫ່ງລະດູບານໃຫມ່ - ảnh 1
​ຖະ​ຫ​ນົນ​ປື້ມຫງວຽນ​ວັນ​ບີງ

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຖະ​ຫ​ນົນ​ປື້ມ​​ໄດ້ສ້າງ​ຄວາມ​ດູດ​ດື່ມ​ທີ່​ສຸດ, ຢູ່​ທີ່ນີ້​ຂ້າ​ພະ​ເຈົ້າໄດ້​ອ່ານ​ປື້ມ​ຫລາຍ​ປະ​ເພດ ແລະ ອາດ​ຈະ​ຊື້​ປື້ມ​ຫລາຍ​ຫົວໃຫ້​ຕົນ​​. ຫວັງ​ວ່າ ຈະ    ມີ​ຖະ​ຫ​ນົນ​ປື້ມ​ຫລາຍ​ສາ​ຍ​ຄື​ແນວນີ້​ເພື່ອ​ໃຫ້​ເພື່ອນ​ຫ​ນຸ່ມ​ສາ​ມາດ​ອ່ານ​ປື້ມ​ໄດ້​ຫລາຍກວ່າ.”

        ແນ​ວ​ຄວາມ​ຄິດ​ສ້າງ​ຕັ້ງ​ຖະ​ຫ​ນົນ​ປື້ມ​​ແມ່ນຂ​ອງ ປອ ກວກ​ທູຫງວຽດ, ອະ​ດີດ ຜູ້​ອຳ​ນວຍ​ການ ສຳ​ນັກ​ພິມຈຳ​ຫ​ນ່າຍ​ຫ​ນຸ່ມ ນະ​ຄອນ ໂຮ່​ຈິ​ມີນ . ຍ້ອນ​ມີ​ຄວາມ​ເມົາ​ມົວ ແລະ ສະ​ຫ​ນິດ​ຕິດ​ພັ​ນ​ກັບ​ປື້ມ​ມາ​ເປັນ​ເວ​ລາ​ຫລາຍ​ປີ, ຍາມ​ໃດ​ເອື້ອຍ​ກໍ​ມີ​ຄວາມ​ໄຝ່​ຝັນ​ຢາກ​ມີ​ຖະ​ຫ​ນົນ​ປື້ມ​ສາຍ​ຫ​ນຶ່ງ​ຢູ່​ໃຈ​ກາງ​ນະ​ຄອນ. ເອື້ອຍ ກວກ​ທູ ຫງວຽດ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ ແມ່ນ​ຊາວ ໄຊ​ງ່ອນ, ສະ​ນັ້ນ ນັບ​ແຕ່​ຄາວ​ຍັງ​ນ້ອຍ​ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່ບັນ​ດາ​ຄຸ້ມ​ຖະ​ຫ​ນົນ​​ທີ່ມີ​ຮ້ານ​ຂາຍ​ປື້ມ​ຫລາຍ​ຮ້ານ​ຄື: ຖະ​ຫ​ນົນ ເລ​ເລີ້ຍ, ຫງວຽນ​ເຫ້ວ, ດັ້ງ​ທິ​ຍູ…ໄດ້​​ສ້າງ​ເປັນ​ຂີດໝາຍ​ໃຫ້​ຂ້າ​ພະ​ເຈົ້າ.  ເມື່ອ​ເປັນ​ພະ​ນັກ​ງານ​ບໍ​ລິ​ຫານ ແລະ​ໄດ້ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ​ຫລາຍ​ເທື່ອ, ບັນ​ດາ​ຄຸ້ມ​ຖະ​ຫ​ນົນ​ປື້ມຢູ່ ຍີ່​ປຸ່ນ, ຝ​ລັ່ງ​​ ຂ້າ​ພະ​ເຈົ້າ ມີຄວາມ​ປະ​ທັບ​ໃຈ ທີ່​ສຸດ. ​ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງມີ​ແນວ​ຄວາມ​ຄິດ​ຢາກ​ສ້າງ​ຕັ້ງ​ຖະ​ຫ​ນົນ​ປື້ມ​ສາຍ​ຫ​ນຶ່ງ​ຢູ່ ນະ​ຄອນ​ໂຮ່​ຈິ​ມີນ. ​ແນວ​ຄວາມ​ຄິດນັ້​ນ​ຂ້າ​ພະ​ເຈົ້າ​ໄດ້​ແບ່ງ​ປັນໃຫ້​ໝູ່​ເພື່ອນ ແລະ ໄດ້​ຮັບ​ການ​ສະ​ຫ​ນັບ​ສະ​ຫ​ນູນ​ຈາກ ຜູ້​ຮ່ວມ​ງານ​ຫລາຍ​ຄົນ. ຫລັງ​ຈາກນັ້ນ​​ກໍໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂຈາກ​ການ​ນຳ​ນະ​ຄອນໃນ​ການສ້າງ​ຕັ້ງ​ຖະ​ຫ​ນົນ​ປື້ມ​ສາຍນີ້.”

ຖະຫນົນປື້ມ - ຖະຫນົນແຫ່ງລະດູບານໃຫມ່ - ảnh 2
ນັກ​ທ່ອງ​ທ່ຽວ​ແວ່​ຢ້າມ​ຖະ​ຫນົນ​ປື້ມ

        ໄລ​ຍະ​ຕົ້ນ​ປີ 2016, ຖະ​ຫ​ນົນ​ປື້ມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ດ້ວຍ ​ຮ້ານ​ຂາຍ​ປື້ມ 19 ຮ້ານ ແລະ  ຮ້ານ​ຂາຍ​ປື້ມ​ພ້ອມ​ກັ​ບ​ກາ​ເຟ 2 ຮ້ານ, ເຂດ​​​ວາງ​ສະ​ແດງ​ປື້ມ​ເກົ່າ​ແຫ່ງ​ຫ​ນຶ່ງໄດ້​ຮັບ​ການ​ອອກ​ແບບ​ຢ່າງ​ງາມ​ຕາ. ບັນ​ດາ​ຫົວ​ຫນ່ວຍ​ເຂົ້າ​ຮ່ວມ​ຖະ​ຫນົນ​ປື້ມ​ໄດ້​ຮັບ​ການ​ຄັດ​ເລືອກ​ຢ່າງ​ລະ​ອຽດ​ລະ​ອໍ​ ສ່ວນ​ຫລາຍ​ແມ່ນ​ບັນ​ດາ​ສຳ​ນັກ​ພິມ​ຈຳ​ຫ​ນ່າຍປື້ມ ທີ່​ມີ​ຊື່​ສຽງ ແລະ ມີ​ຄຸນ​ນະ​ພາບ​ສູງ​ຄື: ສຳ​ນັກ​ພິມ​ຈຳ​ຫ​ນ່າຍ​ຫ​ນຸ່ມ, ສຳ​ນັກ​ພິມ​ຈຳ​ຫ​ນ່າຍ​ວັດ​ທະ​ນະ​ທຳ ວັນ​ນະ​ສິນ ນະ​ຄອນ ໂຮ່​ຈິ​ມີນ, ສຳ​ນັກ​ພິມ​ຈຳ​ຫ​ນ່າຍ ກີມ​ດົງ ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ພິມ​ຈຳ​ຫ​ນ່າຍ​ປື້ມ​ຄື: ຈີ​ຫວຽດ, ຫ​ຍ໋າ​ນາມ… ເຖິງວ່າແມ່ນ ຖະ​ຫ​ນົນ​ປື້ມ, ແຕ່​ຢູ່​ທີ່ນີ້ ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ຄ້າ​ຂາຍ​ປື້ມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບ່ອນ​ເຕົ້າ​ໂຮມ, ພົວ​ພັນ​ແລກ​ປ່ຽນ​ຂອງ​ບັນ​ດາ​ຜູ້​ ນິ​ຍົມ ອ່ານປື້ມ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ. ອ້າຍ​ຫງວຽ​ນ​ດີງ​ຮຸ່ງ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ ມາ​ຈາກ ​ນະ​ຄອນ ດາ​ຫ​ນັງ.  ເມື່ອ​ມາ​ຢ້ຽມ​ຊົມ​ຖະ​ຫ​ນົນ​ສາຍນີ້ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຖະ​ຫ​ນົນ​ສາຍນີ້​ແມ່ນ​ສະ​ຫງົບ​ງຽບ​ທີ່​ສຸດ, ມີ​ປື້ມ​ຫລາຍ​ປະ​ເພດ ແລະ ຮ້ານ​ຂາຍ​ປື້ມ​ຫລາຍ​ຮ້ານໄດ້​ຮັບ​ການ​ປະ​ດັບ​ປະ​ດາຢ່າງ​ສວຍງາມ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ສ​ະ​ຫວາດ​ສະ​ເຫວີຍທີ່​ສຸດ​ເມື່ອ​ຢູ່​ໃຈ​ກາງ​ນະ​ຄອນ​ທີ່​ອຶກ​ກະ​ທຶກ​ຄຶກ​ໂຄມ​ຄື​​ແນວນັ້ນ.”

        ບໍ​ລິ​ເວນ​ວາງ​ສະ​ແດງ​ ແລະ ຂາຍປື້ມຢູ່​ຖະ​ຫ​ນົນ​​ສາຍນີ້ບໍ່​ກວ້າງ​ປານ​ໃດ ແຕ່​ກໍ​ສາ​ມາດ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນກັບ​ນັກ​ປະ​ພັນ ​​ການແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ, ວາງ​ສະ​ແດງ​ພາບ​ສິ​ລະ​ປະ, ເດີນ​ແບບອາ​ພອນ​ສະ​ໄຫມ, ບັນ​ດາ talkshow ກ່ຽວ​ຂ້ອງ​ເຖິງ​ປື້ມ. ເອື້ອຍ ຫວູ​ຫາຍ​ລີ, ຜູ້​ອ່ານ​ມາ​ຈາກ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ​ມີ​ຄວາມ​ແປກ​ປະ​ຫລາດ​ໃຈ​ເມ​ື່ອ​ເຫັນ​ວ່າ ຢູ່ ໃຈ​ກາງ​ນະ​ຄອນ​ທີ່​ອຶກ​ກະ​ທຶກ​ຄຶກ​ໂຄມກ​ວ່າ​ໝູ່​ໃນ​ທົ່ວ​ປະ​ເທດ ພັດ​ມີຖະ​ຫນົມ​ປື້ມ​ທີ່​ຫນ້າ​ປ​ະ​ທັບ​ໃຈ​ຄື​ແນວນີ້.  ເອື້ອຍ ຫວູ​ຫາຍ​ລີ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ມາ​ຈາກ​ຮ່າ​ໂນ້ຍ. ​ເມື່ອມາ​ຢ້ຽມ​ຢາມ​ຖະ​ຫນົນ​ປື້ມ​ສາຍນີ້ ຂ້າ​ພະ​ເຈົ້າກໍ​ຢາກ​ຊອກ​ຫາ​ສິ່ງ​ທີ່​ຕົນ​ເອງ​ໄດ້​ອ່ານ​ໃນ​ເມື່ອ​ກ່ອນ​ແຕ່​ໄດ້​ຫລົງ​ລືມ​ໝົດແລ້ວ. ຂ້າ​ພະ​ເຈົ້າ​ມີ​ຄວາ​ມ​ສົນ​ໃຈ​​ທີ່​ສຸດເຖິງ​ປື້ມ​ເກົ່າ, ປື້ມ​ວັດ​ທະ​ນະ​ທຳ​ລັດ​ເຊຍ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ແປກ​ປະ​ຫລາດ​ໃຈ​ທີ່​ສຸດ ເມື່ອ​ເຫັນ​ວ່າ ຢູ່​ໃຈ​ກາງ​ນະ​ຄອນ ໂຮ່​ຈິ​ມີນ ຍັງ​ຄົງ​ຊອກ​ໄດ້​ບັນ​ດາ​ປື້ມ​ຊື່ງ​ຕົນ​ເອງ​ນິ​ຍົມ.”

        ຖະ​ຫນົນ​ປື້ມ ນະ​ຄອນ ໂຮ່​ຈິ​ມີນ ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ເມື່ອ​ໄດ້​ເຫັນ ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໄອ​ແລນ ແລະ ພັນ​ລະ​ຍາ ດື່ມ​ກາ​ເຟ ຢູ່ ຖະ​ຫນົນ​ປື້ມ ຫລື ໄດ້​​ເຫັນ​ທ່ານ​ນາງ​ຫົວ​ຫນ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ອາ​ເມ​ລິ​ກາ ນຸ່ງ​ຊຸ​ດ​ເສື້ອ​ຍາວ ຫວຽດ​ນາມ ​ໄປ​ຢ້ຽມ​ຊົມ​ຖະ​ຫນົນ​ປື້ມ. ແລະ ເມື່ອ​ມາ​ຢ້ຽມ​ຢາມ​ ນະ​ຄອນ​ໂຮ່​ຈິ​ມີນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອັງ​ກິດ ກໍ​ໄດ້​ແວ່​ຢາມ​ຖະ​ຫນົນ​ປື້ມ​ສາຍນີ້.

        ຜົນ​ສຳ​ເລັດ​ຂອງ​ຖະ​ຫນົນ​ປື້ມ​ສາຍ​ທຳ​ອິດ​ຂອງ​ທົ່ວ​ປະ​ເທດ​ໄດ້​ສ້າງ​ເງື່ອນ​ໄຂມ​ໃຫ້​ການ​ເປີດກວ້າງ​ຮູບ​ແບບນີ້, ກ່ອນ​ອື່ນ​ໝົດແມ່ນ​ສ້າງ​ຖະ​ຫນົນ​ປື້ມ​ຢູ່​ເມືອງ 5, ຊື່ງ​ແມ່ນ​ສູນ​ເສດ​ຖະ​ກິດ​ໃຫຍ່​ຂອງ​ນະ​ຄອນ ໂຮ່​ຈິ​ມີນ. ຈາກ​ຮູບ​ແບບນີ້, ນະ​ຄອນ ດາ​ຫນັງ ພວມກໍ່​ສ້າງ​ສວນ​ປື້ມ, ສ່ວນ​ນະ​ຄອນ ຮ່າ​ໂນ້ຍ ຫາກໍ່​ສ້າງ​ຕັ້ງ​ຄຸ້ມ​ຖະ​ຫນົນ​ປື້ມ​ທຳ​ອິດ​ຂອງ​ນະ​ຄອນ​ຫລວງ​ເມື່ອ​ເດືອນ 12/2016. ໃນ 10 ເຫດ​ການ​​ດີ​ເດັ່ນທີ່ໄດ້​ຮັບ​ການ​ຄັດ​ເລືອກ​ໃນ​ປີ 2016 ຂອງ​ນະ​ຄອນ ໂຮ່​ຈິ​ມີນ ມີ​ຊື່ ຖະ​ຫນົນ​ປື້ມ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຖະ​ຫນົນ​ປື້ມ​ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ​ອ່ານ​ໃຫ້​ແກ່​ປະ​ຊາ​ຊົນ​ຢ່າງ​ທັນ​ການ ແລະ ກໍ​ເປັນ​ຈຸດ​ທີ່​ດີ​ງາມ​ໃນ​ລະ​ດ​ູ​ບານ​ໃຫມ່​ຢູ່​ນະ​ຄອນ​ໂຮ່​ຈິ​ມີນ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ