ນັກຖ່າຍຮູບເຂດທົ່ງພຽງແມ່ນຳ້ຂອງ ກັບການປ່ຽນແປງໃໝ່ຢູ່ບ້ານເກີດເມືອງນອນ

(VOVWORLD) - ໃນກິດຈະການປ່ຽນແປງໃໝ່ ແລະ ເຊື່ອມໂຍງຂອງປະເທດຊາດ, ພົນລະເມືອງ ແລະ ນັກຖ່າຍຮູບໜຸ່ມລຸ້ນໃໝ່ຢູ່ເຂດທົ່ງພຽງແມ່ນຳ້ຂອງກໍ່ມີການເຕີບໃຫຍ່, ນັ້ນແມ່ນພະຍານຫຼັກຖານແຫ່ງການດຳລົງຊີວິດໃໝ່ຢູ່ທີ່ນີ້.

ເຂົາເຈົ້າໄດ້ດຳລົງຊີວິດ, ອຸທິດສ່ວນ ແລະ ມີຄວາມຮັບຮູ້ຕໍ່ການດຳລົງຊີວິດທີ່ສົດໃສຈາກຫຼາຍແງ່ມູມ, ຕາມວິທີສະເພາະຂອງຕົນ. ບັນດາຮູບຖ່າຍຂອງເຂົາເຈົ້າໄດ້ປະກອບສ່ວນໂຄສະນາຮູບພາບບ້ານເກີດເມືອງນອນເຖິງເພື່ອນມິດທັງຢູ່ໃກ້ ແລະ ໄກ, ທະວີຄູນກຳລັງດູດດື່ມໃຫ້ເຂດດິນແດນທີ່ອຸດົມຮັ່ງມີໄປດ້ວຍຄວາມສາມາດບົ່ມຊ້ອນ ແລະ ສີສັນສະເພາະນີ້.

ນັກຖ່າຍຮູບເຂດທົ່ງພຽງແມ່ນຳ້ຂອງ ກັບການປ່ຽນແປງໃໝ່ຢູ່ບ້ານເກີດເມືອງນອນ - ảnh 1 (ຮູບຖ່າຍສິລະປະ “ສາຍໄຟຟ້າຂຽວ“ ຂອງນັກສິລະປະຖ່າຍຮູບ ເລິມແທງລຽມ )


ສະມາຄົມນັກຖ່າຍຮູບ ຫວຽດນາມ ຫາກໍ່ຈັດງານວາງສະແດງ “ສິລະປະຖ່າຍຮູບ ຫວຽດນາມ 30 ປີແຫ່ງການປ່ຽນໃໝ່ພ້ອມກັບປະເທດ (1986 - 2016)“, ສະຫຼຸບ, ຕີລາຄາບັນດາການອຸທິດສ່ວນ ແລະ ການພັດທະນາກະໂດດຂັ້ນຂອງສິລະປະຖ່າຍຮູບໃນບາດກ້າວທຳອິດແຫ່ງການເຊື່ອມໂຍງຂອງປະເທດໃນຫຼາຍຂົງເຂດ. ຢູ່ທີ່ນີ້, ຮູບຖ່າຍສິລະປະ “ສາຍໄຟຟ້າຂຽວ“ ຂອງນັກສິລະປະຖ່າຍຮູບ ເລິມແທງລຽມ ຢູ່ແຂວງ ບາກລຽວ ໄດ້ຮັບລາງວັນ A. ກ່ອນໜ້ານັ້ນ, ຮູບຖ່າຍນີ້ໄດ້ຮັບລາງວັນສູງສຸດ 3 ລາງວັນທີ່ການເສັງຮູບຖ່າຍສິລະປະແຫ່ງຊາດຄັ້ງຕ່າງໆຢ່າງລຽນຕິດຄື: ລາງວັນທີໜຶ່ງຮູບຖ່າຍສິລະປະເຂດທົ່ງພຽງແມ່ນ້ຳຂອງປີ 2016, ລາງວັນຄຳຮູບຖ່າຍສິລະປະທົ່ວປະເທດ ປີ 2016 ແລະ ລາງວັນ A ງານວາງສະແດງ 30 ປີແຫ່ງການພັດທະນາພ້ອມກັບປະເທດ. ນັກຖ່າຍຮູບ ເລິມແທງລຽມ, ແບ່ງປັນວ່າ:

 ຂ້າພະເຈົ້າຕິດຕາມ ແລະ ຖ່າຍຮູບກິດຈະກຳໄຟຟ້າແຮງລົມນັບແຕ່ມື້ເລີ່ມລົງມືກໍ່ສ້າງ, ຕະຫຼອດຮອດເວລາກໍ່ສ້າງສຳເລັດ. ພາບສາລະຄະດີຕິດຕັ້ງຕວກບິນທຳອິດສຳເລັດຜົນຂອງຂ້າພະເຈົ້າ, ໄດ້ຮັບລາງວັນຄຳທີ່ການເສັງຮູບຖ່າຍສິລະປະເຂດທົ່ງພຽງແມ່ນ້ຳຂອງປີ 2012, ນີ້ແມ່ນບັນດາຮູບຖ່າຍທຳອິດຂອງຊຸດຮູບຖ່າຍສິລະປະ “ຮັບສາຍລົມຢູ່ບ່ອນສູງ“ ນີ້້. ເມື່ອຕວກບິນທັງ 64 ເຄື່ອງສົ່ງສາຍໄຟຟ້າມາເຊື່ອມຕໍ່ເຂົ້າກັບຕາໜ່າງໄຟຟ້າແຫ່ງຊາດນັ້ນ, ຂ້າພະເຈົ້າໄດ້ມີຮູບຖ່າຍສ່ອງແສງໄລຍະສຸດທ້າຍນີ້ຢ່າງທັນການ: ຢູ່ເບື້ອງໜ້າແມ່ນກຳມະກອນພວມຕິດຕໍ່ສາຍໄຟຟ້າ ແລະ ຢູ່ໄກໆນັ້ນແມ່ນບັນດາຕວກບິນໄຟຟ້າແຮງລົມພວມສ້າງເປັນແຫຼ່ງພະລັງງານສະອາດ.

ນັກສິລະປະຖ່າຍຮູບ ເລິມແທງລຽມ ເກີດເມື່ອປີ 1979, ປະຈຸບັນແມ່ນຮອງປະທານສະຫະພັນບັນດາສະມາຄົມວັນນະຄະດີສິລະປະ ແຂວງ ບາກລຽວ. ລາວໄດ້ສືບທອດມູນເຊື້ອຖ່າຍຮູບຈາກພໍ່ຂອງຕົນແມ່ນນັກສິລະປະຖ່າຍຮູບ ເລິມແທງດ້າມ, ຜູ້ທີ່ເຄີຍເປັນນັກຂ່າວໃຫ້ຂ່າວພາບເດິດໝູຍມາເປັນເວລາຫຼາຍປີ. ນັບແຕ່ປີ 1998, ເລິມແທງລຽມ ໄດ້ກ້າວເຂົ້າສູ່ພາລະກິດຖ່າຍຮູບສິລະປະ, ດ້ວຍຄວາມເຊື່ອໝັ້ນຕົວເອງ, ຄວາມຂະຫຍັນຂັນເຄື່ອນ ແລະ ຄວາມສະດຸ້ງໄວຂອງນັກສິລະປະຜູ້ໜຶ່ງ. ສະນັ້ນລາວຈຶ່ງມີທັດສະນະໃໝ່, ແນວຄວາມຄິດໃໝ່, ບໍ່ຊ້ອນກັນໃນບັນດາຫົວເລື່ອງທຳມະດາ. ນັກສິລະປະຖ່າຍຮູບ ເລິມແທງລຽມ, ໃຫ້ຮູ້ວ່າ:

ກິດຈະກຳໄຟຟ້າແຮງລົມມີຂອບຂະໜາດໃຫຍ່ສົມຄວນ, ເສົາຕວກບິນສູງກວ່າ 100 ແມັດທີ່ຕັ້ງຢູ່ກາງທະເລ. ກິດຈະກຳນີ້ໄດ້ຕິດພັນກັບດິນຟ້າອາກາດ, ທຳມະຊາດ, ກ້ອນເມກ, ນ້ຳທະເລ. ແຕ່ລະເທື່ອເມື່ອຖ່າຍຮູບຢູ່ທີ່ນີ້ກໍ່ມີຄວາມຮູ້ສຶກແຕກຕ່າງກັນ. ຂ້າພະເຈົ້າຫວັງວ່າຈະສືບຕໍ່ມີບັນດາຮູບພາບກ່ຽວກັບກິດຈະກຳໄຟຟ້າແຮງລົມຫຼາຍກວ່າ.

ນັກຖ່າຍຮູບເຂດທົ່ງພຽງແມ່ນຳ້ຂອງ ກັບການປ່ຽນແປງໃໝ່ຢູ່ບ້ານເກີດເມືອງນອນ - ảnh 2 “ຄວາມງາມຂອງພາກໃຕ້“

ຖ້າຫາກວ່າ ເລິມແທງລຽມ ແຂວງບາກລຽວ ມີຄວາມສຸມຈິດສຸມໃຈເຖິງ ບັນດາຮູບຖ່າຍໃນບໍລິເວນທີ່ກວ້າງຂວາງ ແລະ ມີຄວາມໝາຍກ່ຽວກັບການປ່ຽນແປງໃໝ່ຢ່າງແຮງນັ້ນໃນການດຳລົງຊີວິດປະຈຸບັນນີ້, ນັກສິລະປະໜຸ່ມ ຫຼີຮົ່ງເວິນ, ນະຄອນ ເກິ່ນເທີ  ພັດມັກຖ່າຍຮູບການດຳລົງຊີວິດແບບທຳມະດາ, ແຕ່ໃນນັ້ນພັດຊ້ອນແຝງບັນດາເລື່ອງລາວກ່ຽວກັບສີສັນວັດທະນະທຳ. ສັງເກດບັນດາຮູບຖ່າຍທີ່ດີເດັ່ນ ຈຳນວນໜຶ່ງ ຂອງ ຫຼີຮົ່ງເວິນຄື: “ຄວາມງາມຂອງພາກໃຕ້“ - ເຊິ່ງໄດ້ຮັບລາງວັນທີສອງ (ພາບດຽວໃຫ້ຫົວເລື່ອງ “ຄົ້ນຫາດິນແດນພາກໃຕ້“ ທີ່ການເສັງຮູບຖ່າຍສິລະປະທົ່ວປະເທດປີ 2016, ແລະ ຮູບຖ່າຍ “ບຸນເຕັດ ຫວຽດນາມ“ - ເຊິ່ງໄດ້ຮັບລາງວັນທີ 3 ການເສັງຮູບຖ່າຍສິລະປະທີ່ເປັນມູນເຊື້ອ ເກິ່ນເທີ ປີ 2016. ຜູ້ຊົມສາມາດເຫັນໄດ້ຄວາມລະອຽດລະອໍໃນການເລືອກເອົາຈຸດເວລາ, ຕົວລະຄອນ, ແສງສີ … ເພື່ອເລົ່າເລື່ອງດ້ວຍຮູບຖ່າຍຂອງ ຫຼີຮົ່ງເວິນ. ບັນດາຮູບຖ່າຍຂອງລາວຍັງສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈຕໍ່ສີສັນວັດທະນະທຳຂອງບ້ານເກີດເມືອງນອນອີກດ້ວຍ. ຫຼີຮົ່ງເວິນແບ່ງປັນວ່າ:

ບ້ານເກີດເມືອງນອນຂອງນ້ອງແມ່ນຢູ່ ຟອງດ່ຽນ, ດັ່ງນັ້ນຮູບຖ່າຍເກືອບທັງ ໝົດຂອງນ້ອງແມ່ນເວົ້າເຖິງຄວາມງາມຢູ່ທີ່ນີ້. ໃນນັ້ນ, ຮູບຖ່າຍ “ບຸນເຕັດ ຫວຽດນາມ“ ນ້ອງຖ່າຍໃນບຸນເຕັດລະຫວ່າງກອງທັບ ແລະ ປະຊາຊົນ. ນ້ອງພະຍາຍາມເລືອກເອົາຫົວເລື່ອງ. ກ່ອນອື່ນໝົດແມ່ນຕ້ອງມີຄວາມນິຍົມ, ເມົາມົວ, ຕ້ອງມີການສັງເກດຢ່າງເລິກເຊິ່ງຈຶ່ງສ້າງເປັນບັນດາຮູບຖ່າຍທີ່ສວຍງາມໄດ້. ບັນດາຮູບຖ່າຍຂອງນ້ອງລ້ວນແຕ່ເວົ້າເຖິງຊີວິດປະຈຳວັນທີ່ເຕັມໄປດ້ວຍສີສັນວັດທະນະທຳເຂດ, ພາກ, ວັດທະນະທຳທ້ອງຖີ່ນ, ເພື່ອແນໃສ່ໂຄສະນາ ແລະ ພັດທະນາການທ່ອງທ່ຽວຢູ່ ຟອງດ່ຽນກວ່າອີກ.“

ໂດຍເລືອກເອົາທິດທາງສະແດງສະເພາະໃຫ້ແກ່ຕົນ, ນັກສິລະປິນຖ່າຍຮູບໜຸ່ມເຂດທົ່ງພຽງແມ່ນ້ຳຂອງຫຼາຍຄົນຄື: ເລິມແທ່ງລຽມ ແລະ ຫຼີຮົ່ງເວິນ ໄດ້ຮັບຜົນງານ ແລະ ສ້າງເປັນທ່າທາງປະດິດສ້າງສະເພາະໃຫ້ຕົນ. ບັນດາຮູບຖ່າຍທີ່ມີຄຸນນະພາບຂອງເຂົາເຈົ້າຍັງເປັນການຢືນຢັນໃຫ້ເຫັນບາດກ້າວພັດທະນາຂອງກຳລັງນັກຖ່າຍຮູບໜຸ່ມເຂດທົ່ງພຽງແມ່ນ້ຳຂອງ, ເຊິ່ງໄດ້ຮັບການເຕີບໃຫຍ່ໃນໄລຍະແຫ່ງການປ່ຽນໃໝ່ ແລະ ເຊື່ອມໂຍງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາຄວາມສາມາດບົ່ມຊ້ອນ, ກຳລັງດຶງດູດຂອງດິນແດນແຫ່ງນີ້ເຖິງມະຫາຊົນຜູ້ນິຍົມສິລະປະທັງຢູ່ໃກ້ ແລະ ໄກ.

ຕອບກັບ

ຂ່າວ/ບົດ​ອື່ນ