ນັກປະພັນກັບພາລະໜ້າທີ່ມະຫາສາມັກຄີທົ່ວປວງຊົນທັງຊາດ

(VOVWORLD) -      ທີ່ການພົບປະ “ນັກປະພັນກັບພາລະໜ້າທີ່ມະຫາສາມັກຄີທົ່ວປວງຊົນທັງຊາດ“ ຄັ້ງທຳອິດ ໂດຍສະມາຄົມນັກປະພັນ ຫວຽດນາມ ຈັດຕັ້ງຢູ່ ຮ່າໂນ້ຍ ນັ້ນ. ມີນັກປະພັນທີ່ດີເດັ່ນຢູ່ພາຍໃນປະເທດ ແລະ ພວມດຳລົງຊີວິດຢູ່ 12 ປະເທດໃນໂລກ 100 ກວ່າຄົນ ໄດ້ເຂົ້າຮ່ວມ ແລະ ແລກປ່ຽນກ່ຽວກັບບັນດາບັນຫາວັນນະຄະດີຂອງປະເທດຊາດ,

 ຍົກສູງໜ້າທີ່ຮັບຜິດຊອບຕໍ່ສັງຄົມຂອງນັກປະພັນ, ສະໜິດຕິດພັນປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດນຳກັນເພື່ອພ້ອມກັນມຸ່ງຫາປະເທດຊາດ.

ນັກປະພັນກັບພາລະໜ້າທີ່ມະຫາສາມັກຄີທົ່ວປວງຊົນທັງຊາດ - ảnh 1 ນັກກະວີ ຫືວຖີງ, ປະທານສະມາຄົມນັກປະພັນ ຫວຽດນາມ (ພາບ: TTXVN)

          ທີ່ການພົບປະ, ນັກກະວີ ຫືວຖີງ, ປະທານສະມາຄົມນັກປະພັນ ຫວຽດນາມເນັ້ນໜັກວ່າ: ສະມາຄົມນັກປະພັນ ຫວຽດນາມ ຍາມໃດກໍ່ຖືຊີວິດທາງດ້ານວັນນະຄະດີຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງຂອງວັນນະຄະດີຂອງປະເທດ. ບັນດານັກປະພັນ ຫວຽດນາມ ອາໄສຢູ່ຕ່າງປະເທດແຕ່ງບົດປະພັນເປັນພາສາ ຫວຽດນາມ ຫຼືພາສາຂອງປະເທດປະຈຳຖີ່ນນັ້ນ, ໄດ້ສ້າງເປັນຖັນແຖວນັກປະພັນຫວຽດນາມອາໄສຢູ່ຕ່າງປະເທດເປັນຈຳນວນຫຼວງຫຼາຍ. ໂດຍຜ່ານບັນດາບົດປະພັນຂອງຕົນ, ບັນດານັກປະພັນ, ນັກກະວີ ຫວຽດນາມ ຢູ່ຕ່າງປະເທດໄດ້ສ້າງເປັນນຳ້ໃຈແຫ່ງຊາດອັນກວ້າງຂວາງ. ນອກຈາກແຕ່ງບົດປະພັນແລ້ວ, ບັນດານັກປະພັນ, ນັກກະວີຍັງເຂົ້າຮ່ວມການແປພາສາ, ແນະນຳວັນນະຄະດີໂລກເຖິງເພື່ອນຜູ້ອ່ານຢູ່ພາຍໃນປະເທດ ແລະ ກົງກັນຂ້າມ. ການພົບປະຄັ້ງນີ້ແມ່ນເຫດການທີ່ຊ່ວຍໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສະໜິດຕິດພັນກັນ ເພື່ອພ້ອມກັນມຸ່ງຫາປະເທດຊາດ, ອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດ, ມະນຸດຊາດບົນຈິດໃຈສາມັກຄີຊົນຊາດ; ສ້າງກົນໄກປະສານສົມທົບ ສະໜິດຕິດພັນບັນດານັກປະພັນຢູ່ຕ່າງປະເທດກັບສະມາຄົມນັກປະພັນ ຫວຽດນາມ ໃນການປະພັນ, ປະກາດບົດປະພັນ; ພ້ອມທັງຊ່ວຍໃຫ້ບັນດານັກປະພັນອາໄສຢູ່ຕ່າງປະເທດມີຄວາມເຂົ້າໃຈຕື່ມອີກກ່ຽວກັບຜົນງານແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ ແລະ ມີຫຼາຍບົດປະພັນຕື່ມອີກແນໃສ່ຮັບໃຊ້ປະຊາຊົນ ແລະ ວັດທະນະທຳ ຫວຽດນາມ. ນັກວິຈານ ບູ່ຍວຽດທັ໋ງ, ຜູ້ແທນເຂົ້າຮ່ວມງານພົບປະນີ້, ເວົ້າວ່າ:

          “ການພົບປະດ້ານວິຊາການຄົ້ນຄ້ວາພຽງແຕ່ແມ່ນພາກສ່ວນໜຶ່ງເທົ່ານັ້ນ, ຫາກສິ່ງສຳຄັນທີ່ສຸດນັ້ນແມ່ນເພື່ອເຮັດໃຫ້ບັນດານັກປະພັນ ຫວຽດນາມ ຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດມີຄວາມເຂົ້າໃຈກັນກວ່າໃນຂົງເຂດວັດທະນະທຳ ແລະ ວັນນະຄະດີ. ໃນຖານະເປັນຜູ້ແທນ, ຂ້າພະເຈົ້າຄິດວ່າ ພາຍຫຼັງການພົບປະເທື່ອທຳອິດນີ້ຈະບໍ່ມີສິ່ງໃດທີ່ສາມາດກີດຂວາງນັກປະພັນຫວຽດນາມຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດໄດ້ ແລະ ຈຸດໝາຍລວມຂອງການພົບປະນີ້ແມ່ນສາມັກຄີ, ສາມັກຄີ, ມະຫາສາມັກຄີ, ສຳເລັດຜົນ, ສຳເລັດຜົນ ແລະ ມະຫາສຳເລັດຜົນ“.       

          ການພົບປະແມ່ນ “ນັກປະພັນກັບພາລະໜ້າທີ່ມະຫາສາມັກຄີທົ່ວປວງຊົນທັງຊາດ“ ໄດ້ຮັບການສະໜັບສະໜູນຈາກນັກປະພັນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດຫຼາຍຄົນ. ນັກປະພັນ ຢ້ຽວເຮື່ອງ ຢູ່ຊູແອດ, ແບ່ງປັນວ່າ:    

          “ຂ້າພະເຈົ້າດີໃຈທີ່ມີໂອກາດໄດ້ກັບເມືອປະເທດເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບວັນນະຄະດີ “ນັກປະພັນກັບພາລະໜ້າທີ່ມະຫາສາມັກຄີທົ່ວປວງຊົນທັງຊາດ“. ນີ້ແມ່ນເທື່ອທຳອິດທີ່ກອງປະຊຸມສຳມະນາໄດ້ຮັບການຈັດຕັ້ງ, ແຕ່ຂ້າພະເຈົ້າຄິດວ່າຈະມີຫຼາຍໂອກາດຄືແນວນີ້ ເພື່ອໃຫ້ບັນດານັກປະພັນ, ນັກກະວີ ຫວຽດນາມ ທີ່ອາໄສຢູ່ປະເທດຕ່າງໆໃນໂລກ ເຕົ້າໂຮມກັນຢູ່ພາຍໃນປະເທດ. ເພື່ອມີຄວາມເຂົ້າໃຈກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມຢ່າງເລິກເຊິ່ງກວາອີກ. ຂ້າພະເຈົ້າຄິດວ່ານີ້ແມ່ນຂໍ້ລິເລີ່ມ, ແມ່ນໂອກາດທີ່ຫາຍາກເພື່ອໄດ້ຮັບຟັງນັກປະພັນ, ນັກກະວີ, ນັກວິຈານວັນນະຄະດີແບ່ງປັນແນວຄວາມຄິດຂອງຕົນ… ສະເພາະຂ້າພະເຈົ້າເອງກໍ່ຮູ້ສຶກສະເທືອນໃຈທີ່ສຸດ. ເພາະວ່າຕົນເອງໄດ້ປະກອບສ່ວນເລັກໆນ້ອຍໆເຂົ້າໃນການຊຸກຍູ້ ແລະ ໂຄສະນາພື້ນຖານວັນນະຄະດີ, ກາບກອນຂອງ ຫວຽດນາມ ເຖິງເພື່ອນຜູ້ອ່ານຊາວຊູແອດ “

          ມີນັກປະພັນບາງຄົນຖືວ່າ, ການພົບປະຄັ້ງນີ້ເພື່ອແນໃສ່ຍົກສູງຄວາມຮັບຜິດຊອບໜ້າທີ່ສັງຄົມຂອງບັນດານັກປະພັນ ຫວຽດນາມ ຢູ່ຕ່າງປະເທດ ເພື່ອໃຫ້ເຂົາເຈົ້າມີຄວາມສະໜິດຕິດພັນກັບຊົນຊາດ, ປະເທດຊາດ ຜ່ານບັນດາບົດປະພັນ. ເຂົາເຈົ້າແມ່ນປັດໄຈສະໜິດຕິດພັນເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດພ້ອມກັບອ່ວາຍເມືອຫາປະເທດ, ອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດ, ມະນຸດຊາດ, ມີນຳ້ໃຈສາມັກຄີຊົນຊາດ.

          ຕາມນັກກະວີ ຫືວຖີງ ແລ້ວ, ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ໄດ້ ແລະ ພວມເປີດປະຕູຢ່າງກວ້າງຂວາງເພື່ອຕ້ອນຮັບບັນດາຜູ້ມີຄວາມເກັ່ງກ້າສາມາດດ້ານວັນນະຄະດີທັງຢູ່ພາຍໃນ ແລະ ຕ່າງປະເທດ. ສະຖານະການໃໝ່ພວມຮຽກຮ້ອງບັນດານັກປະພັນທັງຢູ່ພາຍໃນ ແລະ ຕ່າງປະເທດຜ່ານບົດປະພັນເພື່ອເພີ່ມທະວີກຳລັງແຮງ ມະຫາສາມັກຄີທົ່ວປວງຊົນທັງຊາດ. ສູ້ຊົນເພື່ອພາລະໜ້າທີ່ມະຫາສາມັກຄີທົ່ວປວງຊົນທັງຊາດ, ເຮັດໃຫ້ນັກປະພັນແຕ່ລະຄົນບືນຕົວຂຶ້ນ, ທ່ວງທັນກັບພະລັງຊີວິດໃໝ່ຂອງຊາດ. ສູ້ຊົນໃຫ້ພາລະກິດນີ້, ແຕ່ກໍ່ບໍ່ຈຳກັດຄວາມເສລີໃນການຊອກຫາ, ປະດິດສ້າງອັນໃໝ່, ຫາກກົງກັນຂ້າມ, ນັກປະພັນຍິ່ງມີຄວາມສາມັກຄີເທົ່າໃດຍິ່ງຮູ້ສຶກວ່າມີຄວາມເສລີເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ