ນັກສິລະປິນດີເດັ່ນ ຈຸກລີງ, ຜູ້ຖ່າຍທອດຂັບກ໋າຍເລືອງ ແລະ ເດີນກາຕາຍຕື໋ໃຫ້ຄົນລຸ້ນຫລັງຢ່າງສຸດຈິດສຸດໃຈ


(vovworld)- ສາ​ທາ​ລະ​ນະ​ຊົນ​ນິ​ຍົມ​ຂັບ​ກ໋າຍ​ເລືອງ ແລະ ເດີນ​ກາ​ຕາຍຕື໋(ເພງ​ພື້ນ​ເມືອງ​ຂອງ​ພາກ​ໃຕ້​ຫວຽດ​ນາມ) ຢູ່ ພາກ​ໃຕ້​ຫວຽດ​ນາມ ສ່ວນ​ຫລາຍ​ແມ່ນ​ຮູ້​ຈັກ​ເຖິງ​ນັກ​ສິ​ລະ​ປິ​ນ​ດີ​ເດັ່ນ ​ຈຸກ​ລີງ, ພິ​ເສດ ແມ່ນ​ບັນ​ດາ​ນັກ​ສິ​ລະ​ປິ​ນ, ນັກ​ສິ​ລະ​ປະ​ການ​ຫ​ນຸ່ມ​​ຢູ່ນະ​ຄອນ​ເກີນ​ເທີ ​ທີ່ໄດ້​ຮັບ​ການ​ເບິ່ງ​ແຍງ, ແນະ​ນຳ​ວິ​ທີ​ຂັບ​ລຳ​ຈາກ​ທ່ານ​ນາງ. ໂດຍ​  ເ​ຕີບ​ໃຫຍ່ຈາກ​ການ​ເຄື່ອນ​ໄຫວ​ສິ​ລະ​ປະ​ອາ​ຊີບ​ໃນ​ການ​ຕໍ່​ຕ້ານ​ຕ້າ​ນ​ຈັກ​ກະ​ພັດ​ອ​າ​ເມ​ລິ​ກາ ແລະ ໃນ 50 ກວ່າ​ປີ​​ທີ່​ເຮັດ​ອາ​ຊີບເປັນ​ນັກ​ສິ​ລະ​ປິນຂັບ​ກ໋າຍ​ເລືອງ ແລະ ເດີນ​ກາ​ຕາຍ​ຕື, ນັກ​ສິ​ລະ​ປິ​ນ ​ຈຸກ​ລີງ ຍັງ​ຄົງ​ມີ​ຄວາມ​​ມຸ້ງ​ມາດປາດ​ຖະ​ຫ​ນາ​ຢາກອຸ​ທິດ​ສ່ວນ​ໃຫ​້​ສິ​ລະ​ປະ​ເດີນ​ກາ​ຕາຍ​ຕື ແລະ ຂັບ​ກ໋າຍ​ເລືອງ​ບົນ​ເວ​ທີ ຊື່ງ​ສະ​ຫ​ນິດ​ຕິດ​ພັນ​ກັບ​ທ່ານ​ນາງ​ຕະ​ຫລອດ​ຊີ​ວິດ. ​ບົດ​ຂຽນ​ຂອງ​ນັກ​ຂ່າວ ເລ້​ຮ​ວາ​ທີ່​ມີ​ຫົວ​ຂໍ້​ວ່າ: ນັກ​ສິ​ລະ​ປິ​ນ​ດີ​ເດັ່ນ ຈຸກ​ລີງ, ຜູ້​ຖ່າຍ​ທອດ​ຂັບ​ກ​໋າຍ​ເລືອງ ແລະ ເດີນ​ກາ​ຕາຍ​ຕື໋​ໃຫ້​ຄົນລຸ້​ນ​ຫລັງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ

 

ນັກສິລະປິນດີເດັ່ນ ຈຸກລີງ, ຜູ້ຖ່າຍທອດຂັບກ໋າຍເລືອງ ແລະ ເດີນກາຕາຍຕື໋ໃຫ້ຄົນລຸ້ນຫລັງຢ່າງສຸດຈິດສຸດໃຈ - ảnh 1
ນັກ​ສິ​ລະ​ປິ​ນດີ​ເດັ່ນ ​ຈຸກ​ລີງ
ພ່າບ:ອິນ​ເຕີ​ແນັດ

ປະ​ຈຸ​ບັນ ນັກ​ສິ​ລະ​ປິ​ນດີ​ເດັ່ນ ​ຈຸກ​ລີງ ມີ​ອາ​ຍຸ​ສູງ​ແລ້ວ​ກໍ​ຕາມ ແຕ່​ທ່ານ​ນາງ ຍັງ​ຄົງ​ສືບ​ຕໍ່​​ແນະ​ນຳໃຫ້​ຊຸດ​ຝືກ​ອົ​ບ​ຮົມ​​ບຳ​ລຸງ, ຍົກ​ສູງ​ດ້ານ​ເຕັກ​ນິກ​ໃນ​ການ​ຂັບ​ກ໋າຍ​ເລືອງ ທີ່​ສະ​ຫງ​ວນ​ໃຫ້​ແກ່​ນັກ​ສິ​ລະ​ປິນ​ເດີນ​ກາ​ຕາຍ​ຕື໋ ຫລັກ​ແຫລ່ງ 30 ຄົນ​ຢູ່ ນະ​ຄອນ​ເກີນ​ເທີ. ຊຸດ​ອົ​ບ​ຮົມ​ນີ້ ພຽງ​ແຕ່​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ແນະ​ນຳ​ຖ່າຍ​ທອດ​ອ​າ​ຊີບ ຊື່ງນັກ​ສິ​ລະ​ປິ​ນ ຈຸກ​ລີງ ​ໄດ້​ມ​ີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ເພື່ອ​ສອນ​ໃຫ້​ລຸ້ນ​ຫ​ນຸ່ມ. ມີ​ນັກ​ສິ​ລະ​ປິນ, ນັກ​ສິ​ລະ​ປະ​​ການ​ຫລາຍ​ຄົນຢູ່ ນະ​ຄອນ ເກີນ​ເທີ ໄດ້​ເຕີບ​ໃຫ​ຍ່​ຂຶ້ນ ແລະ ​ກາຍເປັນ​ນັກ​ສິ​ລະ​ປິນ​ດີ​ເດັ່ນ​ໃນ​ການ​ຂັບ​ກ໋າຍ​ເລືອງ, ເດີນ​ກາ​ຕາຍ​ຕື໋ ແລະ​ຍາດ​ໄດ້​ລາງວັນ​ໃນ​​ງານ​ປະ​ກວດ, ງານ​ມະ​ໂຫລານ​ຂັບ​ກ໋າຍ​ເລືອງ ແລະ ເດີນ​ກາ​ຕາຍ​ຕືຄັ້ງ​ຕ່າງໆ ລ້ວນ​ແຕ່​​ມີ​ຄວາມເຄົາ​ລົບ​ນັບ​ຖື​ ນັກ​ສິ​ລະ​ປິ​ນ​ດີ​ເດັ່ນ ​ຈຸກ​ລີງ ແລະ ເອີ້ນ​ທ່ານ​ນາງວ່າ ​ແມ່ນອາ​ຈານ, ​ແມ່ນແມ່ ຫລື ແມ່​ເຖົ້າ. ສຳ​ລັບ ນັກ​ສິ​ລະ​ປິ​ນ ຈຸກ​ລີງ ແລ້ວ, ການ​ທະ​ວີ​ຄູນ​ຄວາມ​ຮັກ​ຕໍ່​ການ​ຂັບ​ກ໋າຍ​ເລືອງ, ເດີນ​ກາ​ຕາຍ​ຕື໋, ​ການ​ຄົ້ນພົບ ແລະ ບຳ​ລຸງ​​ ​ຄວາມ​ເກັ່ງ​ກ້າໃຫ້​ຄົນ​ລຸ້ນ​ຫລັງ ຍາມ​ໃດ​ກໍ​ແມ່ນ​ຄວາມ​ສຸກ, ຄວາ​​ມເບີກ​ບານ​ມ່ວນ​ຊື່ນ ແລະ ມີ​ຄວາມ​ໝາຍ​ໃນ​ຊີ​ວິດ​ແຫ່ງ​ການ​ເຄື່ອນ​ໄຫວ​ສິ​ລະ​ປະ​ຂອ​ງ​ທ່ານ​ນາງ. ນັກ​ສິ​ລະ​ປິ​ນ ​ດີ​ເດັ່ນຈຸກ​ລີງ ແບ່ງ​ປັນ​ວ່າ:

“ການ​ບຳ​ລຸງ​ໃຫ້​ລຸ້ນ​ຄົນ​ສືບ​ທອດ ທັງ​ແມ່ນ​ການ​ສະ​ຫນອງ​ໃຫ້​​ປະ​ເພດ​ສິ​ລະ​ປະ​ເດີນ​ກາ​ຕາຍ​ຕື໋, ຜ່ານນັ້ນ ພວກ​ເຮົາ​ຈະ​ມີ​ຖັນ​ແຖວ​​ນັກ​ສິ​ລະ​ປິນຫລັກ​ແຫລ່ງ​. ຂ​້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້ນັບ​ມື້​ນັບ​ມີ​ນັກ​ສິ​ລະ​ປິນ​ຫ​ນຸ່ມ​ຫລາຍ​ຄົນ​ຂັບ​ກ໋າຍ​ເລືອງ ແລະ ເດີນ​ກາ​ຕາຍ​ຕື໋ ມ່ວນກວ່າ. ຂ​້າ​ພະ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ​ພວກ​ນ້ອງ ແລະ ບັນ​ດາ​ຄູ​ອາ​ຈານ​ອ່​ື່ນ​ເພື່ອ​ລ້ຽງ​ດູ ແລະ ບຳ​ລຸງ​ຖັນ​ແຖວ​ນັກ​ສິ​ລະ​ປ​ິນ​ຫ​ນຸ່ມ​ໃຫ້​ນະ​ຄອນ ເກີນ​ເທີ.”

 ນັກ​ສິ​ລະ​ປິ​ນດີ​ເດັ່ນ ຈຸກ​ລີງ ເກີດ​ປີ 1951 ຢູ່ ຕາ​ແສງ ລອງ​ອານ ເມ​ືອງ ເຈົາ​ແທ່ງ ແຂວງ​ຕຽ​ນ​ຢາງ. ເຂດ​ແມ່​ນ້ຳ​ລຳ​ເຊ ຕຽນ​ຢາງ ແມ່ນ​ອູ່​ຂອງ​ສິ​ລະ​ປະ​ເດີນ​ກາ​ຕາຍ​ຕື໋ ຢູ່ ພາກ​ໃຕ້. ເມື່ອ​​ມີອາ​ຍຸ 10 ປີ, ​ ຈຸກ​ລີງ ໄດ້​ຂັບ​ກ໋າຍ​ເລືອງ​ຫລາຍ​ບົດ​ແລ້ວ. ຮອດ​ອາ​ຍຸ 12 ປີ ຈຸກ​ລີງ ໄດ້​ຮັບ​ສະ​ໝັກ​ເຂົ້າ​ກອງ​ສິ​ລະ​ປະ​ຂອງ​ພາກ​ໃຕ້ ໂດຍ​ອະ​ດີດ​ນັກ​ດົນ​ຕີ ຊວນ​ຮົ່ງ ເປັນ​ຫົວ​ຫນ້າ, ຈາກນັ້ນ​ນັກ​ສິ​ລະ​ປິນ ຈຸກ​ລີງ ເລີ່ມ​ອ​າ​ຊີບຂັ​ບ​ກ໋າຍ​ເລືອງ. ຢູ່​ທີ່ນີ້ ຈຸກ​ລີງ ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ດ້ານ​ເຕັກ​ນິກ​ດົນ​ຕີ, ວິ​ທີຂັບ​ລຳ ແລະ ທັງ​ຮ່ຳ​ຮຽນ, ຝືກ​ຝົນ​ຫລໍ່​ຫລອມ​ເພື່ອ ຮັບ​ໃຊ້​ປ​ະ​ຊາ​ຊົນ, ນັກ​ຮົບ​ໃນ​ເງື່ອນ​ໄຂ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ໄລ​ຍະ​ສົງ​ຄາມ. ນັກ​ສິ​ລະ​ປິນ ຈຸກ​ລີງ ໄດ້​ເຕ​ີບ​​ໃຫຍ່​ເທື່ອ​ລະ​ກ້າວ ແລະ ກາຍ​ເປັນ​ນັກ​ສິ​ລະ​ປິນ​ທີ່ມີ​ສຽງ​ຂັບ​ລຳ​ມ່ວນ, ຜູ້​ຊົມ​ຫລາຍ​ຄົນ​ຮູ້​ຈັກ​ເຖິງ ແລະ ໄດ້​ຮັບ​ຄວາມ​ຮັກ​ແພງ​ຈາກ​ສາ​ທາ​ລະ​ນະ​ຊົນ ຜ່ານ​ຄື້​ນກະ​ຈາຍ​ສຽງໃນ​ທົ່ວ​ປະ​ເທດ ແລະ ບົນ​ເວ​ທີ​ສະ​ແດງຂັບ​ກ໋າຍ​ເລືອງ. ໃນ​ນັ້ນ ຄວາມ​ປະ​ທັບ​ໃຈ​ທີ່​ສຸດ ນັ້ນ​ແມ່ນ ນັກ​ສິ​ລະ​ປິນ​ຈຸກ​ລີງ​ໄດ້ສ​ວມ​ເປັນ​ຕົວ​ລະ​ຄອນ​ເອກ​ ເປັນ​ວິ​ລະ​ຊົນ ຫງວຽນ​ທິ​ແຫ້ງ ໃນ​ບົດ​ລະ​ຄອນ​ຂັບ​ກ໋າຍ​ເລືອງ “ຜູ້ບໍ່​ຢູ່​ໂດດ​ດ່ຽວ” ຂອງ​​ນັກ​ປະ​ພັນ ມີງ​ຄວາ. ໄລ​ຍະ​ທີ່​ນັກ​ສິ​ລະ​ປິນ ຈຸກ​ລີງ ມີ​ຊື່​ສຽງໂດງ​ດັ່ງ ນັ້ນ​ແມ່ນ​ຊຸມ​ປີ​ພາຍ​ຫລັງ​​ທີ່ນັກ​ສິ​ລະ​ປິນ ຈຸກ​ລີງ ໄປ​ຮຽນ​ຢູ່ໂຮງ​ຮຽນ​ບຳ​ລຸງນັກ​ສະ​ແດງຊັ້ນ​ກາງ ແລະ ກັບ​ຄືນ​ເຄື່ອນ​ໄຫວ​ໃນ​ກອງ​ສິ​ລະ​ປະ​ ທະ​ຫານ​ເຂດ 9. ນັ້ນ​ກໍ​ແມ່ນ​ຊຸມ​ປີ​ທີ່​ການ​ສະ​ແດງ​ຂັບ​ກ໋າຍ​ເລືອງ​ບົນ​ເວ​ທີ​ຢູ່​ພາກ​ໃຕ້​ໄດ້​ຮັບ​ຄວາມ​ນິ​ຍົມ​ທີ່​ສຸດ​ພາຍ​ຫລັງ​ພາກ​ໃຕ້​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບູນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ເມື່ອ​ປີ 1975. ຈາກນັ້ນ ນັກ​ສິ​ລະ​ປິນ ຈຸກ​ລີງ​ທັງພ້ອມ​ກັບ​ກອງ​ສິ​ລະ​ປະ​ໄປ​ສະ​ແດງ, ທັງ​ເຂົ້າ​ຮ່ວມ​ການ​ແນະ​ນຳ, ສ້າງ​ຂະ​ບວນ​ການ​ຂັບ​ເດີນ​ກາ​ຕາຍ​ຕື໋​ຢູ່​​ທົ່ວທຸກ​ແຫ່ງ, ນັບ​ທັງ​ໃນ​ກອງ​ທັບ ແລະ​ ທ້ອງ​ຖິ່ນ​ຕ່າງໆ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອ​ງ​ທາງ​ພາກ​ໃຕ້. ປີ 1993, ນັກ​ສິ​ລະ​ປິນ ຈຸກ​ລີງ ໄດ້​ຮັບ​ນາມ​ມະ​ຍົດອັນ​ສູງ​ສົ່ງ​ແມ່ນ​ສິ​ລະ​ປີນ​ດີ​ເດັ່ນ​ໂດຍ​ລັດ​ມອບ​ໃຫ້.

ນັກສິລະປິນດີເດັ່ນ ຈຸກລີງ, ຜູ້ຖ່າຍທອດຂັບກ໋າຍເລືອງ ແລະ ເດີນກາຕາຍຕື໋ໃຫ້ຄົນລຸ້ນຫລັງຢ່າງສຸດຈິດສຸດໃຈ - ảnh 2
ສະ​ໂມ​ສອນ​ເດີນ​ກາ​ຕາຍ​ຕື໋
ພາບ:ອິນ​ເຕີ​ແນັດ

ເມື່ອ​ເວົ້າ​ເຖິງ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ຂະ​ບວນ​ການ​ສ້າງ​ຕັ້ງ​ສະ​ໂມ​ສອນ​ເດີນ​ກາ​ຕາຍ​ຕື໋ ແລະ ​ການເຕົ້າ​ໂຮມ, ແນະ​ນຳ​​ໃຫ້ນັກ​ສິ​ລະ​ປິນ​ຫນຸ່ມ​​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ນັກ​ສິ​ລະ​ປິນດ​ີ​ເດັ່ນ, ນັກ​ດົນ​ຕີ ຮີ່ງ​ຂາຍ, ຫົວ​ຫນ້າ​ພະ​ແນກ​ດົນ​ຕີ​ພື້ນ​ເມືອງ, ສະ​ຖາ​ບັນ​ດົນ​ຕີ ນະ​ຄອນ ໂຮ່​ຈິ​ມີນ ມີ​ຂໍ້​ສັງ​ເກດ​ວ່າ:
”ຂ້າ​ພະ​ເຈົ້​າ​ເຫັນ​ວ່າ, ຢູ່ ນະ​ຄອນ ເກີນ​ເທີ ມີ ນັກ​ສິ​ລະ​ປິນ ຈຸກ​ລີງ ແມ່ນ​ນັກ​ສິ​ລະ​ປິນ​​ດີ​ເດັ່ນ, ຂັບ​ກ​໋າຍ​ເລືອງ​ມ່ວນ​ທີ່​ສຸດ ແລະ ເຄີຍເຂົ້າ​ຮ່ວມ​ຂະ​ບວນ​​ການສ້າງ​ຕັ້ງ​ສະ​ໂມ​ສອນ   ​ເດ​ີນ​ກາ​ຕາຍ​ຕື໋. ການ​ປະ​ກອບ​ສ່ວນ​ຂອງ ນັກ​ສິ​ລະ​ປິນ ຈຸກ​ລີງ ໄດ້​ເຮັດ​ໃຫ້​ຄຸນ​ນະ​ພາບ​ຂອງ​ຜູ້​ຂັບ​ເດີນ​ກາຍ​ຕາຍ​ຕື໋​ເພີ່ມ​ຂຶ້ນ.”

ປະ​ຈຸ​ບັນ, ນັກ​ສິ​ລະ​ປິນດີ​ເດັ່ນ ຈຸກ​ລີງ ໄດ້​ອອກ​ກິນ​ເບ້ຍ​ບຳ​ນານ​ແລ້ວ, ແຕ່​ທ່ານ​ນາງ ຍັງ​ຄົງ​ສືບ​ຕໍ່​ອຸ​ທິດ​ສ່ວນ​ໃຫ້​ແກ່​ສິ​ລະ​ປະ. ແຕ່​ລະ​ມື້ ນັກ​ສິ​ລະ​ປິນ ຈຸກ​ລີງ ຍັງ​ຄົງ​ຄ້າງ​ຄາ​ກັບ​ບັນ​ດາ​ວຽກ​ງານ​ຄື: ປະ​ດິດ​ແຕ່ງ​ບົດ​ລະ​ຄອນ​ຂັບ​ກ໋າຍ​ເລືອງ, ແນະ​ນຳ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປິນ​ປະ​ຕິ​ບັດ​ລາຍ​ການ​ເຂົ້າ​ຮ່ວມ​ງານ​ປະ​ກວດ, ງານ​ມະ​ໂຫລານ. ນັກ​ສິ​ລະ​ປິນ ຈຸກ​ລີງ ຍັງ​​ໄດ້​ເຂົ້າ​ຮ່ວມ​ຄະ​ນະ​ກຳ​ມະ​ການ​ກວດ​ສອບ​ໃນ​ງານ​ປະ​ກວດ​ຕ່າງໆ ແລະ ສະ​ແດງ​ບັນ​ດາ​ລາຍ​ການສິ​ລະ​ປະຜ່ານ​ຄື້ນ​ວິ​ທະ​ຍຸ ໂທ​ລະ​ພາບ​ນະ​ຄອນ​ເກີນ​ເທີ. ນັກ​ສິ​ລະ​ປິນ ຈຸກ​ລີງ ບໍ່​ພຽງ​ແຕ່​ແມ່ນ​ນັກ​ສິ​ລະ​ປິນ​ມີ​ຊື່​ສຽງ​ໂດງດັ່ງ​ດ້ວຍ​ການຂັບ​ລຳ​ມ່ວນ​ອ່ອນ​ຊອນ​ເທົ່າ​ນັ້ນ ຫາກ​ທ່ານ​ນາງ​ຍັງ​ເປັນ​ຜູ້​ຖ່າຍ​ທອດ​ອາ​ຊີບ​ຂັບ​ກ໋າຍ​ເລືອງ​ໃຫ້​ແກ່​ຄົນ​ລຸ້​ນ​ຫລັງ, ປ​ະ​ກອບ​ສ່ວນ​ໃຫ້​ຂັບ​ກ໋າຍ​ເລືອງ​ບົນ​ເວ​ທີ ແລະ ສິ​ລະ​ປະ​ເດີນ​ກາ​ຕາຍ​ຕື໋ ນັ​ບມື້​ນັບ​ພັດ​ທະ​ນາ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ