ນຳເອົາວົງດົນຕີປະສານສຽງຫວຽດນາມເຊື່ອມໂຍງເຂົ້າກັບໂລກ

(VOVWORLD) - ວົງດົນຕີປະສານສຽງ Sol Art ຂອງ ຫວຽດນາມ ຫາກໍ່ເຂົ້າຮ່ວມງານປະກວດ ແລະ ງານມະຫາກຳດົນຕີປະສານສຽງສາກົນ  Johannes Brahms 2017, ຢູ່ນະຄອນ Wernigeroder ເຢັຍລະມັນ ແລະ ໄດ້ຮັບລາງວັນຄຳເທື່ອທີສາມ

ໃນງານປະກວດດົນຕີປະສານສຽງທີ່ມີຊື່ສຽງນີ້. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ສິລະປະດົນຕີປະສານສຽງຂອງ ຫວຽດນາມ ພວມເຊື່ອມໂຍງເຂົ້າກັບການພັດທະນາຂອງດົນຕີປະສານສຽງສາກົນເທື່ອລະກ້າວ.

ນຳເອົາວົງດົນຕີປະສານສຽງຫວຽດນາມເຊື່ອມໂຍງເຂົ້າກັບໂລກ - ảnh 1ນຳເອົາວົງດົນຕີປະສານສຽງຫວຽດນາມເຊື່ອມໂຍງເຂົ້າກັບໂລກ (ພາບອິນເຕີແນັດ)


ນັ້ນແມ່ນສຽງຮ້ອງໂຮທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ, ເມືອ ຫວຽດນາມ ຖືກປ່າວຊື່ເປັນປະເທດໄດ້ຮັບລາງວັນຄຳໃນງານປະກວດດົນຕີປະສານສຽງສາກົນ Johannes Brahms 2017, ຢູ່ນະຄອນ Wernigeroder (ສາທາລະນະລັດ ສະຫະພັນ ເຢັຍລະມັນ) ເຊິ່ງຈັດຕັ້ງໃນລະຫວ່າງວັນທີ 5-9/7 ຜ່ານມາ. ພາຍຫຼັງຄວາມຫຍຸ້ງຍາກລຳບາກບໍ່ຈັກວ່າເທົ່າໃດ, ທັງຄູອາຈານ ແລະ ນັກຮຽນວົງດົນຕີປະສານສຽງ SolArt ຫວຽດນາມ, ໃນນັ້ນສະມາຊິກໜຸ່ມນ້ອຍກວ່າໝູ່ມີອາຍຸພຽງ 7 ປີເທົ່ານັ້ນ, ໄດ້ຮັບຜົນດີນັ້ນແມ່ນລາງວັນຄຳສຳຫຼັບດົນຕີພື້ນເມືອງໃນງານປະກວດດົນຕີປະສານສຽງສາກົນ Johannes Brahms 2017.

ນີ້ແມ່ນຄັ້ງທີສາມທີ່ SolArt ຫວຽດນາມ ກັບຄືນ Wernigeroder, ແຕ່ດ້ວຍຄວາມເຊື່ອໝັ້ນກວ່າຄັ້ງກ່ອນ, ຍ້ອນໄດ້ມີໂອກາດສຳຜັດກັບຜູ້ຊົມຊາວເອີລົບ, ເຊິ່ງແມ່ນບັນດາຜູ້ທີ່ມີລະດັບຄວາມຮູ້, ມີຄວາມຕ້ອງການດົນຕີຄຸນນະພາບສູງ. ແລະ ກໍ່ຢູ່ທີ່ນີ້ SolArt ຫວຽດນາມ ເຄີຍໄດ້ຮັບລາງວັນຄຳສອງຄັ້ງແລ້ວ. ບົດດົນຕີສຽງໄກ່ຂັນເຊິ່ງພວກເພື່ອນຈະຮັບຟັງດັ່ງຕໍ່ໄປນີ້ແມ່ນບົດທີ່ໄດ້ຮັບລາງວັນຄຳໃນງານປະກວດດົນຕີປະສານສຽງ 2011 ແລະ 2012

ຢູ່ງານປະກວດປີນີ້, ຄຽງຂ້າງການເສັງດົນຕີພື້ນເມືອງແລ້ວ, ເປັນຄັ້ງທຳອິດທີ່ວົງດົນຕີປະສານສຽງ Solart ຫວຽດນາມ ເຂົ້າຮ່ວມການເສັງທີ່ມີລັກສະນະວິທະຍາກວ່າ, ນັ້ນແມ່ນວົງດົນຕີປະສານສຽງຍິງ, ດ້ວຍບັນດາບົດເພງແລະ ເກນອາຍຸຕາມກຳນົດຂອງຄະນະຈັດຕັ້ງ, ສຽງເພງ…ຜູ້ບັນຊາວົງດົນຕີ ດັ້ງເຈົາແອງ, ຜູ້ຕາງໜ້າ ຫວຽດນາມ ຢູ່ສະພາສິລະປະດົນຕີປະສານສຽງໂລກ, ຜູ້ຊີ້ນຳສິລະປະຂອງຄະນະດົນຕີປະສານສຽງ Solart ຫວຽດນາມ, ໃຫ້ຮູ້ວ່າ, ການເຂົ້າຮ່ວມງານປະກວດເພື່ອແນໃສ່ຍົກສູງທີ່ຕັ້ງຂອງດົນຕີປະສານສຽງ ຫວຽດນາມ ໃນເວທີສາກົນ.

“ຂ້າພະເຈົ້າກໍ່ບໍ່ຕັ້ງຄວາມຫວັງຫຼາຍ, ຄືດັ່ງທີ່ໄດ້ຄາດຄະເນໄວ້ກ່ອນ, ຄະນະດົນຕີປະສານສຽງຍິງຍາດໄດ້ຫຼຽນເງິນ ດ້ວຍຄະແນນສູງພໍສົມຄວນ. ໃນງານປະກວດເພງພື້ນເມືອງ, ພວກຂ້າພະເຈົ້າຍັງໄດ້ຮັບຫຼຽນຄຳຢູ່. ຂ້າພະເຈົ້າຄິດວ່າດ້ວຍຄຸນນະພາບລາຍການປີນີ້, ພ້ອມກັບຖັນແຖວກຳມະການ ແລະພາກສ່ວນເຂົ້າຮ່ວມງານປະກວດແມ່ນບັນດາວົງດົນຕີທີ່ມີອິດທິພົນຊື່ສຽງຄື ດານມາກ, ນອກແວ, ອາຟະລິກາໃຕ້ ຫຼື ເຕິກກີ, ຟີລິບປິນ, ຮົງກົງ. ພິເສດແມ່ນປະເທດເຈົ້າພາບ ເຢັຍລະມັນ. ສະນັ້ນເລື່ອງ ຫວຽດນາມ ໄດ້ຮັບລາງວັນຄືດັ່ງກ່າວກໍ່ແມ່ນຜົນງານໜ້າເພິງພໍໃຈແລ້ວ“

ທີ່ງານປະກວດ ແລະ ມະຫາກຳດົນຕີປະສານສຽງ Johannes Brahms 2017, ຄະນະ ຫວຽດນາມ ບໍ່ພຽງແຕ່ສ້າງຄວາມປະທັບໃຈຢ່າງແຮງໃຫ້ແກ່ຄະນະກຳມະການເທົ່ານັ້ນ, ຫາກຍັງສ້າງຄວາມດຶງດູດສາທາລະນະຊົນສາກົນອີກດ້ວຍ. ຕາມຄຳເຊື້ອເຊີນຂອງເຈົ້າຄອງນະຄອນ Wernigeroder, ຄະນະ ຫວຽດນາມ ໄດ້ມີລາຍການສະແດງພິເສດຢູ່ສະໜາມຫຼວງຕໍ່ໜ້າສຳນັກບໍລິຫານຂອງນະຄອນ, ເຊິ່ງແມ່ນແຫ່ງດຳເນີນພິທີເປີດ, ພິທີອັດ, ການສວນສະໜາມ ແລະ ດົນຕີປະສານສຽງມິດຕະພາບຂອງງານປະກວດດົນຕີປະສານສຽງຄັ້ງນີ້. ບັນດາທຳນອງເພງພື້ນເມືອງຂອງຫວຽດນາມທີ່ອອນຊອນທ່າມກາງບັນຍາກາດດັ້ງດີມຂອງຄຸ້ມຖະໜົນ Wernigeroder.

ນຳເອົາວົງດົນຕີປະສານສຽງຫວຽດນາມເຊື່ອມໂຍງເຂົ້າກັບໂລກ - ảnh 2 ນຳເອົາວົງດົນຕີປະສານສຽງຫວຽດນາມເຊື່ອມໂຍງເຂົ້າກັບໂລກ 

ສາຍເຫດທີ່ພາໃຫ້ດົນຕີປະສານສຽງ ຫວຽດນາມ ໄດ້ຮັບຜົນງານທີ່ງານປະກວດດົນຕີປະສານສຽງສາກົນ ແລະ ສ້າງຄວາມດຶງດູດໃຫ້ແກ່ສາທາລະນະຊົນຕ່າງປະເທດ. ຜູ້ບັນຊາວົງດົນຕີ ດັ້ງເຈົາແອງ, ໃຫ້ຮູ້ຕື່ມອີກວ່າ:

“ຂ້າພະເຈົ້າເອົາໃຈໃສ່ຕົ້ນຕໍເຖິງທຳນອງເພງພື້ນເມືອງ, ຂຸດຄົ້ນຈຸດທີ່ດີງາມຂອງວັດທະນະທຳພື້ນເມືອງ ຫວຽດນາມ, ສ້າງຄວາມແຕກຕ່າງກັນ, ເປັນຂົວເຊື່ອມຕໍ່ນຳວັດທະນະທຳພື້ນເມືອງ ຫວຽດນາມ ອອກສູ່ໂລກ, ແນະນຳພາສາສິລະປະທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ, ບັນດາເຂດພາກຂອງ ຫວຽດນາມ. ສະນັ້ນ, ເມື່ອເຂົ້າຮ່ວມງານປະກວດດົນຕີປະສານສຽງປີໃດພວກຂ້າພະເຈົ້າກໍ່ແນະນຳບັນດາທຳນອງເພງພື້ນເມືອງທີ່ແຕກຕ່າງກັນຂອງ ຫວຽດນາມ. ຕົວຢ່າງຄືໃນປີທຳອິດ, ພວກເຮົາໄດ້ສະແດງສາມບົດເພງທີ່ກ່ຽວຂ້ອງເຖິງທຳນອງເພງ ໄຕງວຽນ. ປີທີສອງສະແດງທຳນອງເພງເຂດທົ່ງພຽງພາກເໜືອ. ສ່ວນປີນີ້ແມ່ນສະແດງທຳນອງເພງພື້ນເມືອງສາມພາກ. ນັ້ນກໍ່ແມ່ນໜ້າທີ່ຂອງພວກເຮົາໃນການແນະນຳຄວາມງາມຂອງຫວຽດນາມເຖິງທົ່ວໂລກ“.

ດົນຕີປະສານສຽງແມ່ນພາສາ, ແມ່ນຂົວເຊື່ອມຕໍ່ມະນຸດ, ເຊື່ອມຕໍ່ສັນຕິພາບ, ນຳ້ໃຈມິດຕະພາບນຳກັນ ແລະ ເຮັດໃຫ້ໂລກດີງາມກວ່າເກົ່າອີກ. ຍ້ອນເຫດນັ້ນ, ນັບແຕ່ປີ 2011, ຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມງານປະກວດດົນຕີປະສານສຽງສາກົນຢູ່ຕ່າງປະເທດເທົ່ານັ້ນ, ຫາກຍັງຈັດຕັ້ງງານປະກວດດົນຕີປະສານສຽງສາກົນຕ່າງໆຢູ່ ໂຫ້ຍອານ (ກວາງນາມ) ອີກດ້ວຍ, ເພື່ອພັດທະນາຮູບການສິລະປະນີ້. ຜ່ານງານປະກວດ ແລະ ງານມະຫາກຳຕ່າງໆ, ຫວຽດນາມ ມີໂອກາດໄດ້ສຳຜັດກັບພາສາສິລະປະ ແລະ ວິທີຈັດຕັ້ງດົນຕີປະສານສຽງທີ່ມີລັກສະນະອາຊີບ, ລະດັບສາກົນ. ສິ່ງດັ່ງກ່າວໄດ້ຊຸກຍູ້ໃຫ້ດົນຕີປະສານສຽງ ຫວຽດນາມ ພັດທະນາຢ່າງແຮງກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ