ບັນດາຈົດໝາຍແຕ່ສະໄໝສົງຄາມ: ຄວາມມຸ້ງຫວັງສັນຕິພາບຂອງຊາດຫວຽດນາມ

(VOVWORLD) - “ບັນດາຈົດໝາຍແຕ່ສະໄໝສົງຄາມຢູ່ ຫວຽດນາມ“ ແມ່ນໜຶ່ງໃນບັນດາປື້ມທີ່ພົ້ນເດັ່ນ, ໃນຕູ້ປື້ມ “ຍືນຍົງຄົງຕົວໃນອາຍຸຊາວປີ“ ຂອງນັກປະພັນ, ພົນເອກ ດັ້ງເວືອງຮຶງ, ເຊິ່ງຫາກໍ່ໄດ້ຮັບການເຊີດຊູໃນພິທີມອບລາງວັນເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ

ຄົບຮອບ 70 ປີ (27/7/1947-27/7/2017). ນີ້ແມ່ນກິດຈະກຳທີ່ມີລັກສະນະມະນຸດສາດຢ່າງເລິກເຊິ່ງ, ມີກຳລັງແຜ່ຂະຫຍາຍຢ່າງກວ້າງຂວາງໃນໝູ່ຊາວໜຸ່ມ ຫວຽດນາມ.

ບັນດາຈົດໝາຍແຕ່ສະໄໝສົງຄາມ: ຄວາມມຸ້ງຫວັງສັນຕິພາບຂອງຊາດຫວຽດນາມ - ảnh 1ກອງປະຊຸມ ບັນດາຈົດໝາຍແຕ່ສະໄໝສົງຄາມ 

ປື້ມ “ບັນດາຈົດໝາຍຈາກສະໄໝສົມຄາມຢູ່ ຫວຽດນາມ“ ແມ່ນຜົນແຫ່ງການຂົນຂວາຍ, ຄົ້ນຄ້ວາ, ຮຽບຮຽງ ແລະ ພິມຈຳໜ່າຍປື້ມ “ບັນດາຈົດໝາຍ ແລະ ປື້ມບັນທຶກປະຈຳວັນໃນສະໄໝສົງຄາມຢູ່ ຫວຽດນາມ“, ເຊິ່ງໄດ້ຮັບການປະຕິບັດໃນໄລຍະ 10 ປີ (2005 – 2015). ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2015). ປື້ມຫົວນີ້ປະກອບມີຈົດໝາຍ 300 ສະບັບຂອງ 127 ຄົນ. ຜູ້ຂຽນຈົດໝາຍແມ່ນຂຶ້ນກັບທຸກພາກສ່ວນໃນສັງຄົມ, ຈາກປະທານປະເທດຕະຫຼອດຮອດຊາວກະສິກອນ, ກຳມະກອນ, ທະຫານ, ຊາວໜຸ່ມຕະລຸມບອນ… ເຂົ້າເຈົ້າລ້ວນແຕ່ໄດ້ຜ່ານຜ່າສົງຄາມໂດຍກົງ. ນັກປະພັນ, ພັນເອກ ດັ້ງເວືອງຮຶງ, ຫວນຄືນວ່າ:

ປີ 2004, ມີນັກຄົ້ນຫາຮຽບຮຽງຊາວ ອາເມລິກາຜູ້ໜຶ່ງມາ ຫວຽດນາມ ຊອກຫາ, ເຕົ້າໂຮມບັນດາຈົດໝາຍແຕ່ສະໄໝສົງຄາມ ແລະ ທ່ານຜູ້ນັ້ນໄດ້ພົບກັບຂ້າພະເຈົ້າໂດຍບັງເອີນ. ຫຼັງຈາກນັ້ນ, ຂ້າພະເຈົ້າໄດ້ເກີດແນວຄວາມຄິດຈັດຕັ້ງການສະສົມຈົດໝາຍ, ເອກະສານແຕ່ສະໄໝສົງຄາມຢູ່ ຫວຽດນາມ. ພາຍໃນເວລາພຽງສັ້ນໆເທົ່ານັ້ນ, ຂ້າພະເຈົ້າໄດ້ຮັບຈົດໝາຍນັບໝື່ນສະບັບ ແລະ ປື້ມບັນທຶກປະຈຳວັນນັບພັນຫົວຈາກຍາດຕິພີ່ນ້ອງຂອງຜູ້ຂຽນ “.

ໃນຕະຫຼອດໄລຍະສົງຄາມສອງຄັ້ງເພື່ອຕ້ານລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດ ອາເມລິກາ ກູ້ຊາດນັ້ນ, ມີຈົດໝາຍບໍ່ຈັກວ່າເທົ່າໃດສະບັບຖືກຂຽນຢູ່ແນວຫຼັງ ແລະ ແນວໜ້າ. ນັ້ນແມ່ນແຫຼ່ງເອກະສານທີ່ອຸດົມສົມບູນ, ມີຊີວິດຊີວາ ແລະ ເປັນຄວາມຈິງກ່ຽວກັບປະຫວັດແຫ່ງການຕໍ່ສູ້ປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່, ພິລະອາດຫານຂອງຊາດ ຫວຽດນາມ. ນັກຄົ້ນຄ້ວາປະຫວັດສາດ ເຢືອງຈູງກວົກ, ຖືວ່າ:

ປະຫວັດສາດໂດຍມະນຸດສ້າງຂຶ້ນ. ສະນັ້ນບັນດາຈົດໝາຍເຖິງວ່າຈະເບົາບາງຄືແນວນີ້ກໍ່ຕາມ, ແຕ່ພັດມີຄຸນຄ່າທີ່ສຸດ. ເມື່ອເຕົ້າໂຮມບັນດາຈົດໝາຍເຫຼົ່ານັ້ນເຂົ້າ, ພວກເຮົາສາມາດເຫັນໄດ້ໄລຍະປະຫວັດສາດທີ່ໄດ້ຜ່ານໄປ ບັນດາຄຸນຄ່າດັ່ງກ່າວໄດ້ເປັນກຳລັງແຜ່ຂະຫຍາຍໃຫ້ແກ່ລຸ້ນໜຸ່ມ“.

ບັນດາຈົດໝາຍແຕ່ສະໄໝສົງຄາມ: ຄວາມມຸ້ງຫວັງສັນຕິພາບຂອງຊາດຫວຽດນາມ - ảnh 2

“ບັນດາຈົດໝາຍແຕ່ສະໄໝສົງຄາມຢູ່ ຫວຽດນາມ“. ປະກອບດ້ວຍຫຼາຍເລື່ອງທີ່ເຕັມໄປດ້ວຍຄວາມສະເທືອນໃຈທີ່ສຸດ. ນັ້ນອາດຈະແມ່ນຄວາມຮັກລະຫວ່າງຄູ່ບ່າວສາວ, ອາລົມຈິດຂອງບັນດາຜູ້ທີ່ມີເລືອດເນື້ອດຽວກັນ, ນ້ຳໃຈເພື່ອນມິດ, ສະຫາຍ, ສາຍໃຈລະຫວ່າງທະຫານ - ປະຊາຊົນ. ບັນດາຈົດໝາຍສ່ອງແສງເຖິງຄວາມດຸເດືອດໃນສະໄໝສົງຄາມ, ຈິດໃຈສູ້ຮົບຢ່າງພິລະອາດຫານ, ພ້ອມແລ້ວທີ່ຈະເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບແຫ່ງຊາດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ. ບັນດາຈົດໝາຍໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ໄຊຊະນະ, ຄວາມມຸ້ງຫວັງຕໍ່ສັນຕິພາບຂອງຊາດຫວຽດນາມ. ພົນຈັດຕະວາ ຟານວັນລາຍ, ວິລະຊົນກຳລັງປະກອບອາວຸດປະຊາຊົນ ເລົ່າສູ່ຟັງວ່າ:

ອ້າຍນ້ອງພວກຂ້າພະເຈົ້າຢູ່ສະໜາມຮົບ, ເມື່ອໄດ້ຮັບຈົດໝາຍຈາກເມຍ, ລູກຜູ້ໃດກໍ່ຮູ້ສຶກສະເທືອນໃຈຈົນນຳ້ຕາອອກ ຍ້ອນຄິດຮອດຄິດເຖິງລູກເມຍຫຼາຍ. ແຕ່ຕ້ອງລະງັບໃຈໄວ້ຍ້ອນຄວາມຮັກປະເທດຊາດ, ຄວາມຄຽດແຄ້ນສັດຕູໃນເວລານັ້ນແມ່ນເລິກເຊິ່ງທີ່ສຸດ. ຈົດໝາຍຈາກສະໄໝສົງຄາມໄດ້ຂຽນຄືນຂີດໝາຍອັນພິລະອາດຫານໃນໄລຍະແຫ່ງການຕໍ່ຕ້ານທີ່ຍິ່ງໃຫຍ່ຂອງຊາດ “.

ບັນດາຈົດໝາຍແຕ່ສະໄໝສົງຄາມ: ຄວາມມຸ້ງຫວັງສັນຕິພາບຂອງຊາດຫວຽດນາມ - ảnh 3ກອງປະຊຸມສຳມະນາບັນດາຈົດໝາຍແຕ່ສະໄໝສົງຄາມ 

          ບັນດາຈົດໝາຍແຕ່ສະໄໝສົງຄາມຖືກຂຽນໃນເຈ້ຍຫຼາຍຊະນິດ, ໃນຊ່ອງຢາສູບ, ຊຳ້ບໍ່ໜຳຍັງຂຽນໃສ່ໝວກ, ໂສ້ງເສື້ອຂອງທະຫານ. ເມື່ອອ່ານຈົດຫໝາຍເຫຼົ່ານັ້ນຜູ້ໃດກໍ່ຮູ້ສຶກສະເທືອນໃຈຕໍ່ໄລຍະສົງຄາມອັນລຳບາກ ແຕ່ພັດສະຫງ່າອົງອາດຂອງຊາດ. ບັນດາຈົດໝາຍແຕ່ສະໄໝສົງຄາມແມ່ນວັດຖຸພັນເປັນທີ່ລະນຶກແຫ່ງໄລຍະປະຫວັດສາດ, ອັນໄດ້ເຮັດໃຫ້ພວກເຮົາສາມາດຮູ້ໄດ້ ກ່ຽວກັບຄວາມສະເທືອນໃຈ, ແນວຄວາມຄິດຂອງລຸ້ນກ່ອນ ທີ່ມີຕໍ່ຊາຕາກຳຂອງປະຫວັດສາດ, ຂອງປະເທດ ແລະ ຂອງຊີວິດແຕ່ລະຄົນ. “ບັນດາຈົດໝາຍແຕ່ສະໄໝສົງຄາມຢູ່ ຫວຽດນາມ“ ມີຜົນສະທ້ອນຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຍາວນານເຖິງຊີວິດການເປັນຢູ່ຂອງປະຊາຊົນ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດ, ອັນໄດ້ຊ່ວຍໃຫ້ພວກເຮົາສ້າງອຸດົມຄະຕິ, ຄວາມໄຝ່ຝັນທີ່ດີກວ່າໃຫ້ແກ່ຕົນ. ສາສະດາຈານ ຮ່ວາງເຈືອງ, ຫົວໜ້າສູນຄົ້ນຄ້ວາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ ຫວຽດນາມ, ຕີລາຄາວ່າ:    

ບັນດາຈົດໝາຍໃນສະໄໝສົງຄາມມີຄຸນຄ່າວັດທະນະທຳ, ປະຫວັດສາດ. ບັນດາຈົດໝາຍໃນສະໄໝສົງຄາມໄດ້ປະກອບສ່ວນເຮັດໃຫ້ລຸ້ນໜຸ່ມມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະຫວັດສາດຂອງຊາດ, ເຂົ້າໃຈໄດ້ການເສຍສະຫຼະຂອງລຸ້ນກ່ອນ“.

ບັນດາເລື່ອງລາວໃນຈົດໝາຍອະມະຕະແມ່ນບັນດາເອກະສານອັນລ້ຳຄ່າສຳລັບລຸ້ນໜຸ່ມ ຫວຽດນາມ, ເຊິ່ງແມ່ນລຸ້ນຄົນທີ່ບໍ່ທັນຜ່ານຜ່າສົງຄາມ, ເພື່ອໃຫ້ເຂົາເຈົ້າມີຄວາມເອກອ້າງທະນົງໃຈກວ່າຕໍ່ມູນເຊື້ອວິລະຊົນຂອງລຸ້ນກ່ອນ. “ບັນດາຈົດໝາຍແຕ່ສະໄໝສົງຄາມຢູ່ ຫວຽດນາມ“ ແມ່ນສາງເອກະສານທີ່ອຸດົມສົມບູນ ທີ່ເປັນເອກະລັກສະເພາະ, ມີຄຸນຄ່າປະຫວັດສາດຢ່າງແທ້ຈິງ, ເປັນມໍລະດົກເພື່ອສຶກສາກ່ຽວກັບລັດທິວິລະຊົນປະຕິວັດໃຫ້ແກ່ລຸ້ນຄົນໃນພາຍພາກໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ