ບັນດາເຫດການວັດທະນະທຳທີ່ພົ້ນເດັ່ນໃນປີ 2018

(VOVWORLD) -ປີ 2018  ຫວຽດນາມໄດ້ຈັດຕັ້ງເຫດການວັດທະນະທຳ ທີ່ເປັນເອກລັກຫຼາຍເຫດການ ແລະ ໄດ້ມີບັນດາມໍລະດົກວັດທະນະທຳ ທີ່ມີລະດັບສາກົນຕື່ມອີກ
ບັນດາເຫດການວັດທະນະທຳທີ່ພົ້ນເດັ່ນໃນປີ 2018 - ảnh 1ງານ Festival ເຫວ້ 2018 ມີຫຼາຍລາຍການທີ່ເປັນເອກະລັກ 

ງານ Festival ເຫວ້ 2018 ດ້ວຍຫົວຂໍ້ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ-ເຫວ້ ສະຖານທີ່ດຽວ 5 ມໍລະດົກ” ແມ່ນງານ Festival ເຫ້ວຖືກຈັດຂຶ້ນແຕ່ວັນທີ 27 ເມສາ ຫາ ວັນທີ 2 ພຶດສະພາ ປີ 2018 ດ້ວຍລະດັບຊາດ ແລະ ສາກົນ, ອັນໄດ້ດຶງດູດແຂກທ່ອງທ່ຽວມາຊົມເກືອບ 1.200.000 ຄົນ, ໃນນັ້ນມີແຂກສາກົນປະມານ 400.000 ຄົນ. ງານ Festival ເຫວ້  2018 ມີ 38 ລາຍການສະແດງສິລະປະທີ່ເປັນເອກະລັກ ພ້ອມກັບການເຄື່ອນໄຫວວັດທະນະທຳຊຸມຊົນ 50 ເຫດການ ທີ່ມີສີສັນຂອງບັນດາເຂດວັດທະນະທຳທີ່ແຕກຕ່າງກັນໃນໂລກ. ທ່ານ ຫງວຽນຢຸງ ຮອງປະທານຄະນະກຳມະການແຂວງ ເທື່ອທຽນເຫວ້, ຫົວໜ້າຄະນະຈັດຕັ້ງ ງານ Festival ເຫວ້ 2018 ໄດ້ຕີລາຄາວ່າ:

“ງານ Festival ເຫວ້ 2018 ລວມມີລາຍການສະແດງສິລະປະທີ່ດູດດຶ່ມຫຼາກຫຼາຍສີສັນ ດ້ວຍບັນດາງານບຸນວັດທະນະທຳທີ່ປະທັບໃຈ ເຊິ່ງໄດ້ເຕົ້າໂຮມບັນດາຄຸນຄ່າທີ່ເປັນມູນເຊື່ອ ແລະ ສິລະປະຍຸກປັດຈຸບັນ ທີ່ມີລົມຫາຍໃຈຂອງຊີວິດ ຢູ່ຫຼາຍເຂດແຄ້ວນມໍລະດົກວັດທະນະທຳຂອງ ຫວຽດນາມ ແລະ ໂລກ. ງານ Festival ເຫວ້ 2018 ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ຮັບການຕີລາຄາວ່າແມ່ນງານ Festival ທີ່ໜ້າປະທັບໃຈ ແລະ ເປັນເອກະລັກ, ສະໜິດສະໜົມ ແລະ ມີລັກສະນະວັດທະນະທຳມະນຸດ” 

ມີງານ Festival ອື່ນກໍ່ໄດ້ຖືກຈັດຂຶ້ນໃນປີ 2018. ນັ້ນແມ່ນ ງານ Festival ວັດທະນະທຳຄ້ອງເຂດໄຕງວຽນ ໄດ້ດຳເນີນແຕ່ວັນທີ 30 ພະຈິກ ຫາ ວັນທີ 2 ທັນວາ ປີ 2018 ຢູ່ແຂວງ ຢາລາຍ ເພື່ອແນໃສ່ເຊີດຊູ, ອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນເອກະລັກ ຂອງວັດທະນະທຳຄ້ອງເຂດ ໄຕງວຽນ ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ທ່ານ ຟານຊວນຫວູ ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ຢາລາຍ ໃຫ້ຮູ້ວ່າ:

“ໃນງານ Festival ຄັ້ງນີ້, ພວກຂ້າພະເຈົ້າມີຄວາມສົນໃຈເປັນພິເສດເຖິງງານບຸນພື້ນເມືອງ, ໝາຍເຖິງປັດໄຈຊຸມຊົນ ແລະ ເປັນປັດໄຈພື້ນເມືອງຂອງ Festival ວັດທະນະທຳຄ້ອງ ປີ 2018. ເພາະສະນັ້ນ ພວກຂ້າພະເຈົ້າໄດ້ມຸ່ງໄປສູ່ຊຸມຊົນ, ເຊິ່ງແມ່ນເຈົ້າຂອງວັດທະນະທຳຄ້ອງ.  ໃນປີ 2018 ທຸກໆເມືອງ, ເທດສະບານ ແລະ ນະຄອນກໍ່ລ້ວນແຕ່ຈັດຕັ້ງງານບຸນຄ້ອງ”. 

ແລະ ກໍໃນເດືອນ ພຶດສະພາ ຢູ່ ໂຮ້ຍອານ ຄະນະກຳມະປະຊາຊົນແຂວງ ກວ໋າງນາມ ກໍ່ໄດ້ຈັດພິທີຕ້ອນຮັບໃບຢັ້ງຢືນສິລະປະຂັບບາຍຈອຍພາກກາງ ຫວຽດນາມ ຊຶ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນ ຂອງມວນມະນຸດ ໂດຍອົງການ Unesco ມອບໃຫ້, ຂັບບາຍຈອຍແມ່ນປະເພດສິລະປະພື້ນເມືອງທີ່ເປັນເອກະລັກ, ແມ່ນສິລະປະສະແດງບົນເວທີ ທີ່ມີລັກສະນະປະດິດຄິດສ້າງໂດຍບັງເອີນ ແລະ    ກໍແມ່ນການລະຫຼິ້ນພື້ນເມືອງທີ່ມ່ວນຊື່ນ. ທ່ານ ເລວັນແທັງ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວ໋າງນາມ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ມີບັນດານະໂຍບາຍສົ່ງເສີມປະຊາຊົນຢູ່ທຸກໆທ້ອງຖິ່ນ ເພື່ອອະນຸລັກຮັກສາຂັບບາຍຈອຍ, ຮຽນຂັບບາຍຈອຍເພື່ອສະແດງ, ບັນດານັກສິລະປະການລຸ້ນກ່ອນໆ ໄດ້ຖ່າຍທອດໃຫ້ລຸ້ນຫຼັງ ເພື່ອເຮັດແນວໃດພວກເຮົາສາມາດອະນຸລັກຮັກສາໄດ້ຍາວນານ. ພ້ອມກັນນັ້ນ ພວກຂ້າພະເຈົ້າກໍ່ໄດ້ເຊີດຊູ ແລະ ເສີມຂະຫຍາຍຄຸນຄ່າຂັບບາຍຈອຍ ເພື່ອຊ່ວຍໃຫ້ວັດທະນະທຳພັດທະນາກ້າວຂຶ້ນ, ສ້າງເງື່ອນໄຂໃຫ້ແກ່ແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາທ່ອງທ່ຽວຢູ່ແຂວງ ກວ໋າງນາມ, ມາທ່ອງທ່ຽວຢູ່ ໂຮ້ຍອານ ເຊິ່ງແມ່ນມໍລະດົກວັດທະນະທຳໂລກ”.

ດ້ວຍຫົວເລື່ອງ ຮູບເງົາເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ, ງານມະຫາກຳຮູບເງົາສາກົນຮ່າໂນ້ຍ ຄັ້ງທີ 5 ໄດ້ຖືກຈັດຂຶ້ນໃນເດືອນ ຕຸລາ ປີ 2018 ອັນໄດ້ເປັນຂີດໝາຍໄລຍະທາງແຫ່ງການເຄື່ອນໄຫວທາງດ້ານຮູບເງົາຂອງຫວຽດນາມ ທີ່ໄດ້ມີການຂະຫຍາຍຕົວ, ໃນງານມະຫາກຳນີ້ ຫວຽດນາມໄດ້ຮັບ 4 ລາງວັນ. ແລະ ກໍ່ຍັງມີລາຍການທີ່ພົ້ນເດັ່ນອີກໃນປີ 2018 ນັ້ນແມ່ນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 100 ປີ ແຫ່ງສິລະປະຂັບກາຍເລືອງ ບົນເວທີເຊິ່ງໄດ້ດຳເນີນຢູ່ນະຄອນ ໂຮ່ຈີມິນ ແລະ ທ້ອງຖິ່ນຕ່າງໆຢູ່ພາກໃຕ້ໃນເດືອນ ທັນວາ ປີ 2018. ຜ່ານນັ້ນກໍ່ເປັນການເຊີມຊູ ແນະນຳຕໍ່ມວນຊົນກ່ຽວກັບປະເພດສິລະປະພື້ນເມືອງທີ່ເປັນເອກະລັກ ເຊິ່ງໄດ້ກຳເນີດຂຶ້ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ