ບ້ານວັດທະນະທຳບັນດາເຜົ່າຫວຽດນາມ ດ້ວຍບັນດາງານບຸນຍາມຕົ້ນລະດູບານໃໝ່

(VOVWORLD) -ໂດຍໄດ້ກາຍເປັນເຫດການຖືກຈັດຂຶ້ນ ໃນໂອກາດຕົ້ນລະດູບານໃໝ່ໃນແຕ່ລະປີ, ວັນບຸນ “ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ” ປີ 2019 ໄດ້ຖືກໄຂຂຶ້ນໃນວັນທີ 12 ກຸມພາ ຢູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ ທີ່ ດົ່ງໂມ ເຊີນເຕິຍ ຮ່າໂນ້ຍ. ວັນບຸນແມ່ນເພື່ອແນໃສ່ເຊີດຊູສີສັນວັດທະນະທຳບັນດາເຜົ່າ ຫວຽດນາມ ແລະ ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳບັນດາເຜົ່າ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໃນວົງຄະນາຍາດບັນດາເຜົ່າ ຫວຽດນາມ
ບ້ານວັດທະນະທຳບັນດາເຜົ່າຫວຽດນາມ ດ້ວຍບັນດາງານບຸນຍາມຕົ້ນລະດູບານໃໝ່ - ảnh 1

ບ້ານວັດທະນະທຳບັນດາເຜົ່າຫວຽດນາມ

ຈຸດທີ່ພົ້ນເດັ່ນຂອງບັນດາງານບຸນທີ່ບ້ານວັດທະນະທຳບັນດາເຜົ່າ ຫວຽດນາມ ໃນໂອກາດຕົ້ນລະດູບານໃໝ່ປີນີ້ ແມ່ນງານບຸນ ອາຢາກອກ ຂອງພໍ່ແມ່ພີ່ນ້ອງເຜົ່າຕະໂອຍ, ແຂວງ ເທື່ອທຽນເຫວ້ ແລະ ພິທີຕ້ອນຮັບບຸນເຕັດຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວ ທີ່ເມືອງ ບາວີ່ ຮ່າໂນ້ຍ. ທ່ານ ຫງວຽນແທັງເຊີນ ຜູ້ອຳນວຍການຄະນະຄຸ້ມຄອງບ້ານວັດທະນະທຳບັນດາເຜົ່າ ຫວຽດນາມ ໃຫ້ຮູ້ວ່າ:

“ປີນີ້ພວກຂ້າພະເຈົ້າຈັດຕັ້ງງານບຸນ ອາຢາກອກ ຂອງເຜົ່າຕະໂອຍ ໃນແຂວງ ເທື່ອທຽນເຫວ້, ພິທີຕ້ອນຮັບບຸນເຕັດຂອງຊົນເຜົ່າຢ້າວພ້ອມກັບບຸນໂຍນໝາກຄອນ, ແກວ່ງ ໝາກປາວ ແລະ ບັນດາງານບຸນທີ່ມີສີສັນລະດູບານໃໝ່ ພ້ອມກັບບັນດາເຂດວາງສະແດງຕົ້ນໄມ້ປະດັບຄື ຕົ້ນດອກຄາຍ, ຕົົ້ນດອກເໝີຍ… ພວກຂ້າພະເຈົ້າກໍ່ຫວັງຢາກດຶງດູດພໍ່ແມ່ພີ່ນ້ອງບັນດາເຜົ່າ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາແບ່ງປັນຄວາມມ່ວນຊື່ນພ້ອມກັບພໍ່ແມ່ພີ່ນ້ອງບັນດາເຜົ່າ ເນື່ອງໃນໂອກາດຕົ້ນລະດູບານໃໝ່”.

ງານບຸນ ອາຢາກອກ ແມ່ນງານບຸນທີ່ເປັນເອກະລັກຂອງຊາວເຜົ່າຕະໂອຍ ເຊິ່ງເຄີຍຖືກຈັດຂຶ້ນພາຍຫຼັງບຸນເຕັດໃນແຕ່ລະປີ ດ້ວຍບັນດາພິທີໄຫວ້ບູຊາເພື່ອສົມມະນາຄຸນເທວະດາຟ້າແຖນ, ດິນຟ້າອາກາດ ໄດ້ເອື້ອອຳນວຍຄວາມສະດວກໃຫ້ລະດູການຜະລິດໄດ້ຮັບຜົນດີ, ປະຊາຊົນມີຄວາມອີ່ມໝຳລານ ແລະ ສະຫງົບສຸກ. ໃນຄວາມສຳນຶກຂອງພໍ່ແມ່ພີ່ນ້ອງເຜົ່າຕະໂອຍ, ເມື່ອບຸນເຕັດວຽນມາກໍ່ໄດ້ນຳມາເຊິ່ງຄວາມໂຊກດີ ແລະ ຊີວິດອີ່ມໜຳສຳລານ ແລະ ຜາສຸກໃຫ້ແກ່ປະຊາຊົນ. ສ່ວນໜຶ່ງກໍ່ຍ້ອນມີເທວະດາຟ້າແຖນໄດ້ຊ່ວຍມະນຸດ ບັນລຸໄດ້ໝາກຜົນດີ. ນີ້ກໍ່ແມ່ນຫຼັກສິນທຳກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນ້ຳ ແລະ ທັງເພື່ອສຶກສາອົບຮົມມູນເຊື້ອອັນດິງາມຂອງບັນດາເຜົ່າ. ທ່ານ ຫງວຽນຮິວດ່ຽນ ນັກຄົ້ນຄວ້າວັດທະນະທຳພື້ນເມືອງ ໃຫ້ຂໍ້ສັງເກດວ່າ:

“ຂ້າພະເຈົ້າມານີ້ ກໍ່ໄດ້ເຫັນປະຈັກຕາຈຸດວັດທະນະທຳພື້ນເມືອງຂອງຊົນເຜົ່າຕະໂອຍ. ພິເສດບັນດາການການເຄື່ອນໄຫວຢູ່ທີ່ນີ້ກໍ່ໄດ້ເຮັດໃຫ້ບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງຊົນເຜົ່າ ຕະໂອຍ ພົ້ນເດັ່ນຂຶ້ນໃນ 54 ຊົນເຜົ່າຢູ່ ຫວຽດນາມ, ທັງນີ້ກໍ່ເພື່ອແນະນຳໃຫ້ແຂກທ່ອງທ່ຽວ, ເປັນຕົ້ນແມ່ນແຂກທ່ອງທ່ຽວຕ່າງປະເທດໄດ້ຮັບຊາບ”.

ພໍ່ແມ່ພີ່ນ້ອງເຜົ່າຢ້າວທີ່ດຳລົງຊີວິດຢູ່ບັນດາແຂວງເຂດພູດອຍທາງທິດເໜືອ ຫວຽດນາມ ກໍ່ມີຫຼາຍງານທີ່ອຸດົມສົມບູນ, ໃນນັ້ນມີບຸນເຕັດກໍ່ແມ່ນຮິດຄອງປະເພນີມີລັກສະນະເຫຼື້ອມໃສ ສະແດງໃຫ້ເຫັນແຈ້ງສີສັນທີ່ເປັນເອກະລັກຂອງເຜົ່າຕົນ. ບັນດາ ພິທີໃນງານບຸນ ໃນໂອກາດບຸນເຕັດກໍ່ໄດ້ສະແດງໃຫ້ເຫັນຄວາມເບີກບານມ່ວນຊື່ນ, ຊາວບ້ານກໍ່ໄດ້ລາຍງານຕໍ່ເທວະດາຟ້າແຖນໃນປີທີ່ຜ່ານມາ ການຜະລິດໄດ້ຮັບຜົນດີຊີວິດມີຄວາມອີ່ມໜຳສຳລານ ແລະ ຄວາມອຸດົມພູນສຸກ. ເມື່ອລະດູບານໃໝ່ບຸນເຕັດ ໃນແຕ່ລະປີ ພໍ່ແມ່ນພີ່ນ້ອງຕ່າງກໍ່ມີຄວາມຫວັງໄດ້ພົບແຕ່ຄວາມໂຊກດີ ຄວາມມ່ວນຊື່ນສຳລັບເຜົ່າຕົ້ນ ແລະ ໝູ່ບ້ານຂອງຕົ້ນ. ບຸນເຕັດຂອງຊາວເຜົ່າຢ້າວ ໄດ້ຖືກແນະນຳໃນວັນບຸນ “ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ” ໃນບ້ານວັດທະນະທຳບັນດາເຜົ່າ ຫວຽດນາມ ໃນໂອກາດນີ້ກໍ່ແນະນຳຈຸດວັດທະນະທຳລະດູບານໃໝ່, ບຸນເຕັດໄດ້ວຽນມາຜ່ານບັນດາສີສັນທັດຊະນີຍະພາບທີ່ອຸດົມສົມບູນ ຫຼາກຫຼາຍສີສັນຜ່ານບັນດາການເຄື່ອນໄຫວຂອງມະນຸດ ເພື່ອສ້າງການປະສົມກົມກືນລະຫວ່າງມະນຸດກັບທຳມະຊາດ ລະຫວ່າງມະນຸດດ້ວຍກັນໃນຍາມລະດູບານໃໝ່. ໃນບັນດາວັນບຸນສີສັນລະດູບານໃໝ່ນັ້ນ ກໍ່ຍັງຈັດໃຫ້ມີເຫດການວັດທະນະທຳຫຼາຍຢ່າງ ເພື່ອວາດພາບເຖິງງານບຸນປະເພນີດ້ວຍການລະຫຼິ້ນພື້ນເມືອງຕ່າງໆຄື ຍິງທະນູ, ຂີ່ຊິງຊາ, ເຕັ້ນສາບ… ທ່ານ ຫງວຽນແທັງເຊີນ ຜູ້ອຳນວຍການຄະນະຄຸ້ມຄອງບ້ານວັດທະນະທຳບັນດາເຜົ່າ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:

“ບັນດາຫົວເລື່ອງທີ່ແນະນຳຢູ່ທີ່ນີ້ກໍ່ແມ່ນຫົວເລື່ອງກ່ຽວກັບການພັດທະນະນາ, ເຮັດແນວໃດແມ່ນເຕົ້າໂຮມຈຸດວັດທະນະທຳຊົນເຜົ່າຢູ່ທີ່ນີ້, ພິເສດບັນດາ ຄຸນຄ່າວັດທະນະທຳບັນດາເຜົ່າທີ່ສຳຄັນຂອງພໍ່ແມ່ນພີ່ນ້ອງບັນດາເຜົ່າ, ເປັນຕົ້ນ ແມ່ນພໍ່ແມ່ນພີ່ນ້ອງບັນດາເຜົ່າສ່ວນໜ້ອຍ ຢູ່ເຂດຫ່າງໄກສອກຫຼີກກໍ່ລ້ວນແຕ່ ເພີ່ມຄວາມເອກອ້າງທະນົງໃຈ ກ່ຽວກັບສີສັນຂອງເຜົ່າຕົນ, ກ່ຽວກັບບັນດາງານ ບຸນຂອງຕົນ, ແລະ ມີຄວາມເອກອ້າງທະນົງໃຈຕໍ່ບັນດາຮີດຄອງປະເພນີ ແລະ ເສີມຂະຫຍາຍຈຸດວັດທະນະທຳນັ້ນ ໃນການເສີມຂະຫຍາຍຈຸດວັດທະນະທຳນັ້ນໃນການດຳລົງຊີວິດ”.

   ວັນບຸນ “ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ” ກໍ່ແມ່ນການເຄື່ອນໄຫວຖືກຈັດຂຶ້ນໃນແຕ່ລະປີ ເພື່ອແນໃສ່ເຊີດຊູສີສັນວັດທະນະທຳບັນດາເຜົ່າ ຫວຽດນາມ ແລະ ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍ ບັນດາຄຸນຄ່າວັດທະນະທຳບັນດາເຜົ່າ, ພ້ອມກັນນັ້ນ ນີ້ກໍ່ແມ່ນໂອກາດເພື່ອເຊີດຊູ, ຍ້ອງຍໍຊົມເຊີຍ ບັນດາບຸກຄົນທີ່ມີການປະກອບສ່ວນຢ່າງຫຼວງຫຼາຍ ແລະ ມີອິດທິພົນຊື່ສຽງໃນວົງຄະນາຍາດບັນດາເຜົ່າ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ