ປັກງ່ອຍ, ໝູ່ບ້ານວັດທະນະທຳດີເດັ່ນເຮັດບໍລິການທ່ອງທ່ຽວ homestay ຢູ່ ບັກກ້ານ

(vovworld)- ບ້ານ ປັກ​ງ່ອຍ, ຢູ່ ຕາ​ແສງ ນາມ​ເໝົ໋າ ເມືອງ ບາ​ເບ໋ ແຂວງ ບັກ​ກ້ານ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ຍັງ​ຄົງຮັກ​ສາບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊົນ​ເຜົ່າ​ໄຕໄວ້​ໄດ້. ບັນ​ດາ​ເຮືອນ​ຮ້ານ​ຂອງ​ຊົນ​ເຜົ່າ​ໄຕ​ ມີ​ທາງຫລັງ​ແມ່ນອີງ​ໃສ່​​ຫລັ​ເນີນພູ, ຫນ້າຫນອງ ບາ​ເບ໋ ສ້າງ​ເປັນ​ຮູບ​ພາບ​ທີ່​​ມີ​ຄວາມສວຍ​ງາມ​ດັ່ງ​ໃນ​ຝັນ. ກ່ອນນີ້ 10 ປີ, ພ​ຽງ​ແຕ່ເລີ່ມ​ຈາກຄວ​າມ​ຮັກ​ແພງ​ແຂກ​ຄົນ​​ຂອງ​ຊາວ​ເຜົ່າ​ໄຕ, ພ້ອມ​ແລ້ວ​ຊ່ວຍ​ເຫລືອບ​ັນ​ດາ​ແຂກ​ຄົນ​ຜ່ານ​ທາງ​ເທົ່າ​ນັ້ນ. ແຕ່​ມາ​ຮອດ ປະ​ຈຸ​ບັນ ປະ​ຊາ​ຊົນ​ຢູ່​ບ້ານ ປັກ​ງ່ອຍ ມີ​ອາ​ຊີບ​ໃຫມ່ ນັ້ນ​ແມ່ນ: ເຮັດ​ທຸ​ລະ​ກິດ​ທ່ອງ​ທ່ຽວ homestay.

ປັກງ່ອຍ, ໝູ່ບ້ານວັດທະນະທຳດີເດັ່ນເຮັດບໍລິການທ່ອງທ່ຽວ homestay ຢູ່ ບັກກ້ານ - ảnh 1
ບ້ານ ປັກ​ງ່ອຍ
ພາບ:internet


        ຈາກ​ທາງ​ສາມ​ແຍກ​ໄປ​ເຖິງ ຫນອງ ບາ​ເບ໋, ໃນ​ເສັ້​ນ​ທາງ​ທີ່​ປ​ົກ​ຄຸມ​ໄປ​ດ້ວຍ​ຮົ່ມ​ໄມ້​ຂຽວ​ອຸ່​ມ​ທຸ່ມ​, ໄປ​ປະ​ມານ 2 ກິ​ໂລ​ແມັດ ​ທ່ານ​ຈະ​ເຫັນ​ຮູບ​ພາບ​ບ້ານ ປັກ​ງ່ອຍ ທີ່​ສວຍ​ງາມ ແລະ ສະ​ຫງົບ​ສຸກ. ເມື່ອ​ຫລຽວ​ເບິ່ງ​​ຈາກ​ບ່ອນ​ສູງລົງ, ບ້ານ ປັກ​ງ່ອຍ ຖືກ​ຕັ້ງ​ຢູ່​ໃຈ​ກາງ​ພູ​ຜາ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ. ເບື້ອງ​ຫນ້າ​​ຂອງບ້ານ​​ແມ່ນ​ເຂດ​ດິນ​ປູກ​ສາ​ລີ​ທີີ່​ຂຽວອ​ຸ່ມ​ທຸ່ມ, ເບື້ອງ​ຫລັງ​​ແມ່ນ​ສາຍ​ພູ​ຫີນ​ຄື​ດັ່ງ​ກຳ​ແພງ​ທີ່​ໃຫຍ່​ໂຕ. ດ້ວຍ​ທີ່​ຕັ້ງ​ດັ່ງ​ກ່າວ​ສະ​ນັ້ນ ບັນ​ດາ​ເຮືອນ​​ຮ້ານໃນບ້ານ​​ປັກ​ງ່ອຍລ້ວນ​ແຕ່​ມຸ່ງ​ຫນ້າ​ສູ່​ທິດ​ຕ​າ​ເວັນ​ຕົກ​ສ່ຽງ​ເຫນືອ, ​​ທາງຫລັງ​​ອີງໃສ່​ພູ ​ທາງຫນ້າ​ມຸ່ງ​ໄປ​ສູ່​ຫນອງ​ບາ​ເບ໋, ສ້າງ​ເປັນ​ຮູບ​ພາບ​ທີ່​ສວຍ​ງາມ​ດັ່ງ​ໃນ​ຝັນ.

ໃນ​ໄລ​ຍະ​ຮ້ອຍ​ປີ​ຜ່ານ​ມາ, ປະ​ຊາ​ຊົນ​ຕາ​ແສງ ນາມ​ເໝົ໋າ ມີ​ສະ​ຕິໃນ​ການຮັກ​ສ​າ​ທັດ​ສະ​ນີ​ຍະ​ພາບ ຫນອງ​ບາ​ເບ໋ ຄື​ດັ່ງ​ສິ່ງ​ທີ່​ລ້ຳ​ຄ່າ ຊື່ງ​ທຳ​ມະ​ຊາດ​ໄດ້​ດົນ​ບັນ​ດານ​ໃຫ້. ປະ​ຈຸ​ບັນ, ຫນອງ ບາ​ເບ໋ ໄດ້​ນຳ​ມາ​ເຊິ່ງ​ແຫລ່ງລາຍ​ຮັບໃຫ້​ແກ່​ປະ​ຊາ​ຊົນ​ເຜົ່າ​ໄຕ ທີ່​ດຳ​ລົງ​ຊີ​ວິດ​ຢູ່​ອ້ອມ​ແອ້ມ​ຫນອງ​ຍ້ອນ​ມີ​ບໍ​ລິ​ການ​ທ່ອງ​ທ່ຽວ homestay. ໂດຍ​ຕັ້ງ​ຢູ່​ໃຈ​ກາງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ບາ​ເບ໋, ບ້ານປັກ​ງ່ອຍ ມີ 80 ຄອບ​ຄົວ ດຳ​ລົງ​ຊີ​ວິດ ດ້ວຍ 400 ຄົນ, ສ່ວນ​ຫລາຍ​ແມ່ນ​ຊາວ​ເຜົ່າໄຕ​. ເຮືອນ​ຮ້ານແຕ່​ລະ​ຫລັງ​ຢູ່​ທີ່ນີ້ ສາ​ມາດ​ຕ້ອນ​ຮັບ​​ນັກ​ທ່ອງ​ທ່ຽວ​ມາ​ພັກ​ອາ​ໄສ ປະ​ມານ 50 -70 ຄົນ. ເຮືອນ​ພັກ​ທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ແບບ homestay ຢູ່ ປັກ​ງ​ອ່ຍ ຖ້າ​ສັງ​ເກດ​​ທາງນອກຄື​ວ່າ​ ແມ່ນ​ເຮືອນ​ແບບ​ປະ​ຖົມ​ປະ​ຖານ ແຕ່​ທັງ​ໝົດ​ລ້ວນ​ແຕ່​ມີ​ໝໍ້​ນ້ຳ​ຮ້ອນ,​ຕຽງ, ຜ​້າ​ຫົ່ມ, ໝອນ…ຊ້ຳ​ບໍ່​ຫນຳ​ຍັງ​ມີ​ແອ​ເຢັນ​ອີກ. ນັກ​ທ່ອງ​ທ່ຽວ​ມາພັກ​ອາ​ໄສຢູ່​ໃນ​ບັນ​ດາ​ເຮືອນ​ຮ້ານ​ທີ່​ຕັ້ງ​ຢູ່​ໃຈ​ກາງ​ປ່າ ແຕ່​ສາ​ມາດ​ເຂົ້າ​ ແວັບ​ໄຊ ແລະ facebook ໄດ້. ອ້າຍ ຮ​ວ່າງ​ດືກ​ທ້ວນ, ຜ​ູ້ນ​ຳ​ທ່ຽວ​ ເຄ​ີຍພາ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ ເອີ​ລົບ ໄປ​ຢ້ຽມ​ຢາມ ຫນອງ ບາ​ເບ໋ ໃຫ້​ຮູ້​ວ່າ: ຮູບ​ແບບ homestay ຢູ່ທີ່ນີ້​ແມ່ນ​ສວຍ​ງາມ​ທີ່​ສຸດ. ເຮືອນ​ຮ້ານຂອງ​ຊາວ​ເຜົ່າ​​ໄຕຢູ່​ທີ່ນີ້​ ​ສະ​ອາດ, ​ແຕ່ເຂົາ​ເຈົ້າ​ແຕ່ງ​ກິນ​ກໍ​ແຊບ​ຫລາຍ. ຢູ່​ທີ່ນີ້​ຫາ​ກໍ​ນຳ​ເຂົ້າ​ເຄື່ອນ​ໄຫວ​ມາ​ເປັນ​ເວ​ລາ​ສີບໆ​ປີ​ມານີ້. ເມື່ອ​ທຽບ​ໃສ່​ແຫ່ງ​ອື່ນ, ປະ​ຊາ​ຊົນ​ເຮັດ​ບໍ​ລິ​ການ​ທ່ອງ​ທ່ຽວບໍ່​​ໄດ້​ດີ​ຄືຢູ່ແຫ່ງ​ອື່ນ, ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ​ຄື​ແນວ​ໃດ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​​ມານີ້​ໄດ້​ດຳ​ລົງ​ຊີ​ວິດ​ຄື​ແນວນັ້ນ. ນັ້ນ​ກໍ​ແມ່ນ​ສິ່ງ​ທີ່​ແຕກ​ຕ່າງ​ເມື່ອ​ທຽບ​ໃສ່​ສະ​ຖານ​ທີ່​ທ່ອງ​ທ່ຽວ​​ແຫ່ງອື່ນ.

ປັກງ່ອຍ, ໝູ່ບ້ານວັດທະນະທຳດີເດັ່ນເຮັດບໍລິການທ່ອງທ່ຽວ homestay ຢູ່ ບັກກ້ານ - ảnh 2
ນັກ​ທ່ອງ​ທ່ຽວ​ມາ​ຈາກ ຝ​ລັ່ງ ຢ້ຽມ​ຢາມ ບ້ານ​ປັກ​ງ່ອຍ
ພາບ:baobaccan

        ກ່ອນນີ້ 10 ປີ, ທ່ານ ໂງວັນ​ຕວານ ​ຊື່ງແມ່ນ​ຜູ້​ທຳ​ອິດ​ປຸກ​ສ້າງ​ເຮືອນ​ຮ້ານ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ. ກໍ​ເຊັ່ນ​ດຽວ​ກັນ​ກັບ​ບັນ​ດາ​ຄອບ​ຄົວໃນ​ບ້ານ ປັກ​ງ່ອຍ, ຄອບ​ຄ​ົວ​ຂອງ​ທ່ານ ຕວານ​ເຮັດ​ໄຮ່​ເຮັດ​ນາ ແລະ ຫາ​ປາ, ຫາ​ກຸ້ງ​ຢູ່​ຫນອງ ແຕ່​ຫລັງ​ຈາກນັ້ນ ເມື່ອ​ມີ​ເຮືອນ​ທ​ີ່ກວ້າງ​ໃຫຍ່ ແລະ ສະ​ອາດ ສະ​ນັ້ນ​ຈຶ່ງ​ຫັນ​ທິດ​ມາເຮັດ​ບໍ​ລິ​ການ​ທ່ອງ​ທ່ຽວ. ເທື່ອ​ຫນຶ່ງ, ມີ​ຜົວ​ເມຍ​ຄູ່​ຫນຶ່ງ​ມາ​ຈາກ​ຕ່າງ​ປະ​ເທດມາຢ້ຽມ​ຢາມ, ຄົ້ນ​ຄ້​ວາ​ບໍ​ລິ​ເວນ​ຫນອງ ບາ​ເບ໋, ເຂົາ​ເຈົ້າ​ຂໍ​ເຂົ້າ​ມາພັກ​ອາ​ໄສຢູ່​ເຮືອນຂອງ​ທ່ານ ແລະ ພ້ອມ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​​ທ່ານ​ໄປເຮັດ​ວຽກ​ງານ​ປະ​ຈຳ​ວັນ​ຄື: ໄປ​ໄຮ່​ໄປ​ນາ, ຕ່ຳ​ຫູກ, ຫາ​ຟືນ​ຫາ​ຫລົວ ແລະ​ ຮອດ​ຕອ​ນ​ຄ່ຳ​ຝຶກ​ແອບ​ການ​ຮ້ອງ​​ລຳ​ທຳແພງ​​ນຳຊາວ​ເຜົ່າ​ໄຕ. ເມື່ອ​ອຳ​ລາ​ຄອບ​ຄ​ົວ, ເຂົາ​ເຈົ້າ​ເຈາະ​ຈີ້ມ​ໃຫ້​ຂ້າ​ພະ​ເຈົ້າ​ຄວນ​ເຮັດ​ບໍ​ລິ​ການ​ທ່ອງ​ທ່ຽວ​ຕ້ອນ​ຮັບ​ແຂກ​ມາ​ພັກ​ອາ​ໄສ​ຢູ່​ເຮືອນ, ເຂົາ​ເຈົ້າ​ຈະ​ແນະ​ນຳ​ໃຫ້​ໝູ່​ເພື່ອນ​ມາ​ພັກ​ຢູ່​ທີ່ນີ້. ຈາກນັ້ນ ທ່ານ ຕວານ ແລະ ປ​ະ​ຊາ​ຊົນ​ໃນ​ບ້ານ ປັກ​ງ່ອຍ ​ຈຶ່ງມີ​ອາ​ຊີບ​ໃຫມ່​​ອີກ ນັ້ນ​ແມ່ນ ເຮັດ​ທຸ​ລະ​ກິດ​ທ່ອງ​ທ່ຽວ homestay. ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ພັກອາ​ໄສ​ນັບ​ມື້ນ​ັບ​ຫລາຍ, ສະ​ນັ້ນ ຫລາຍ​ຄອບ​ຄົວ​ໄດ້​ລົງ​ທຶນກໍ່​ສ້າງ​ເຮືອນ​ຮ້ານຫລາຍ​ຫລັງ. ສິ່ງ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ປະ​ທັບ​ໃຈ​ເມື່ອ​ມາ​ພັກ​ອາ​ໄສ​ຢູ່ ປັກ​ງ່ອຍ ​ນັ້ນແມ່ນ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ, ເຊື່ອມ​ຕົວ​ເຂົ້າ​ກັບ​ເຈົ້າ​ຂອງ​ເຮືອນ, ໄດ້​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ໂດຍ​ພວກ​ເອື້ອຍ, ນ້ອງ​ຊາວ​ເຜົ່າ​ໄຕ​ປຸ້ງ​ແຕ່ງ. ທ່ານ ຕວານ​ໃຫ້​ຮູ້​ວ່າ: ບ້ານ ປັກ​ງ່ອຍ​ກ່ອນນີ້ ປະ​ຊາ​ຊົນ​ລ້ວນ​ແຕ່​ດຳ​ລົງ​ຊີ​ວິດ​ຢູ່​ເຮືອນ​​ຮ້ານ. ປີ 2004 ບໍ​ລິ​ສັດ​ທ່ອງ​ທ່ຽວ​ຕັ້ງ​ບັນ​ຫາ​ຢາກ​ແຂກ​ຕ່າງ​ປະ​ເທດ​ມາ​ພັກ​ອາ​ໄສຢູ່​ທີ່ນີ້. ຂ້າ​ພະ​ເຈົ້າ​ໄດ້​ສ້ອມ​ແປງ​ເຮືອນ​ຊານ,  ແຂກ​ທ່ອງ​ທ່ຽວ​ມາ​ພັກ​ອາ​ໄສ​ນັບ​ມື້​ນັບ​ຫລາຍ. ນັບ​ແຕ່​ເມື່ອ​ຂ້າ​ພະ​ເຈົ້າ​ເຮັດ​ບໍ​ລິ​ການ​ທ​ອ່ງ​ທ່ຽວ ມາ​ຮອດ​ປະ​ຈຸ​ບັນ ມີ 20 ຄອບ​ຄົວ​ເຮັດ​ຕາມ. ເຮືອນ​ຂອງ​ຂ້າ​ພະ​ເຈົ້າ​ມີ 10 ຫ້ອງ, ແລະ​ມີ​ເຮືອນ​ຫລັງ​ຫນຶ່ງໃຫຍ່ສາ​ມາດ​​ຕ້ອນ​ຮັບ​ແຂກ​ມາ​ພັກ 15-20 ຄົນ. ແຂກ​ທ່ອງ​ທ່ຽວ 100% ​ແມ່ນ​ພັກ​ຢູ່​ທີ່ນີ້, ເຍື່ອງ​ອາ​ຫານ​ຢູ່​ທີ່ນີ້​ໂດຍ​ແມ່ນ​ຂ້າ​ພະ​ເຈົ້າ​ປຸງ​ແຕ່ງ​ເອງ, ແຂກ​ມີ​ຄວາມ​ເພີ່ງ​ພໍ​ໃຈ.”

        ບ້ານ ປັກ​ງ່ອຍ ມີ​ຄວາມ​ສະ​ຫງົບ​ສຸກ​ຖືກ​ຕັ້ງ​ຢູ່​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ບາ​ເບ໋. ມາ​ຢ້ຽມ​ຢາມ ບ້ານ​ປັກ​ງ່ອຍ, ນອກ​ຈາກ​ໄດ້​ໄປ​ຢ​້ຽມ​ຢາມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ໃນ​ປ່​າ​ສະ​ຫງວນ​ແຫ່ງ​ຊາດ ບາ​ເບ໋ ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ໄປ​ຢ້ຽມ​ຢາມ​ບັນ​ດາ​ເຮືອນ​​ຮ້ານບູ​ຮານ, ໄດ້​ຮັບ​ຟັງ​ສຽງ​ຂັບ​ແທນ, …ມາ​ພັກ​ອາ​ໄສ​ຢູ່​ທີ່ນີ້ໃນ​ຫລາຍມື້, ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ແຂກ​ທ່ອງ​ທ່ຽວ​ຈະ​ຮູ້​ສຶກ​ປະ​ທັບ​ໃຈ​ເມື່ອ​ໄດ້​​ພັກ​ຜ່ອນຢ່ອນ​ອາ​ລົມ​ໃນ​ອາ​ກາດ​ທີ່​ປອດ​ໂປ່ງ,​ຕົ້ນ​ໄມ້​ໃບ​ຫຍ້າຂຽວ​ສົດງົດງາມ. ທ່ານ Jean Francois ນັກ​ທ່ອງ​ທ່ຽວ​ ມາ​ຈາກ​ຝ​ລັ່ງ ​ໄດ້ແບ່ງ​ປັນ​ວ່າ: ບາ​ເບ໋ ແມ່ນ​ສະ​ຖານ​ທີ່​ມີ​ຊື່​ສຽງ​ໃນ​ໂລກ. ເຮືອນ​ຊານ​ຂອງ​ປະ​ຊາ​ຊົນ​ແມ່ນ​​ງາມ, ສະ​ອາດ ແລະ ເຍື່ອງ​ອາ​ຫານແຊບ​ນົວ​ທີ່​ສຸດ. ຂ້າ​ພະ​ເຈົ້າໄດ້​ເລືອກ​ເຟັ້ນ​​ການພັກອາ​ໄສ​ຢູ່ເຮືອນ​ຂອງຊາວ​ຊົນ​ເຜົ່າ ເພາະ​ເຂົາ​ເຈົ້າ​ປຸງ​ແຕ່ງເຍື່ອງ​ອາ​ຫານ​ແຊບ​ນົວ​ກວ່າ​ຢູ່​ຮ້ານ​ອາ​ຫານ. ຢູ່​ເຮືອນ​ຂອງ​ຊາວ​ຊົນ​ເຜົ່າ, ເຂົາ​ເຈົ້າ​ມີ​ຄວາມສຸດ​ຈິດ​ສຸດ​ໃຈ ແລະ ສະ​ຫນິດ​ສະ​ຫນົມ, ເປີດ​ອົກ​ເປີດ​ໃຈ. ສິ່ງ​ສຳ​ຄັນ​ຢູ່​ທີ່ນີ້ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ຈັກ​ຕາ​ການດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຊົນ​ເຜົ່າ ​.

ຢູ່​ໃນ​ເຮືອນ​ຮ້ານທ​ີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ໄຕ, ຄາບ​ອາ​ຫານ​ໂດຍ​ຊາວ​ເຜົ່າ​ໄຕ ປຸ້ງ​ແຕ່ງ, ເຮັດ​ໃຫ້​ຫລາຍ​ຄົນ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີຂອງ​ຊາວ​ເຜົ່າ​ໄຕ. ຖ້າ​ໄປ​ຢ້ຽມ​ຢາມ ປັກ​ງ່ອຍ ໃນ​ລະ​ດູ​ບານ​ໃຫມ່, ນັກ​ທ່ອ​ງ​ທ່ຽວ​ຈະ​ໄດ້​ເຂົ້າ​ຮ່ວມ  ງານ​ບຸນ​ພາ​ວະ​ນາ​​ຂໍ​ໃຫ້ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ, ດິນ​ຟ້າ​ອາ​ກາດ​ອຳ​ນວຍ​ຄວາມ​ສະ​ດວກ, ອວຍພອນ​ອາ​ຍຸ​ຍືນ… ແລະ​ໄດ້​ເຫັນ​ປະ​ຈັກ​ຕາ​ຊາວ​ທ້ອງ​ຖິ່ນ​ຕ່ຳ​ຫູກ, ຕົ້ມ​ເຫລົ້າ​ສາ​ລີ, ​​ເຮັດ​ເຮືອ​ໄມ້.

ແຕ່​ລະ​ປີ, ປັກ​ງ່ອຍ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດມາ​ຢ້ຽມ​ຢາມປະ​ມານ 5.500 ຄົນ  ແລະ ພັກ​ອາ​ໄສ​ແຕ່ 1-3 ມື້. ກ່ອນນີ້ ປະ​ຊາ​ຊົນ ປັກ​ງ່ອຍ ແມ່ນ​ເຮັດ​ໄຮ່​ເຮັດ​ນາເປັນ​ຕົ້ນ ແຕ່​ມາ​ຮອດ​ປະ​ຈຸ​ບັນ ເຂົາ​ເຈົ້າ​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ເຮັດ​ອາ​ຊີບ​ບໍ​ລິ​ການ​ຕ້ອນ​ຮັບ​ແຂກ​ມາ​ພັກ​ຢູ່​ເຮືອນ, ບໍ່​ພຽງ​ແຕ່​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ຈິດ​ໃຈ​ຜ່ານ​ການ​ພົວ​ພັນ​ແລກ​ປ່ຽນ​ກັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເທົ່າ​ນັ້ນ ຫາກ​ຍັງ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ອີກ​ດ້​ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ